ກະຊວງ ກໍ່ສ້າງ ໄດ້ ປະກາດ ຮັບຮອງ ການປັບປຸງຜັງເມືອງລະອຽດ ສະໜາມບິນສາກົນ ຝູ໋ກວັກ ໄລຍະ 2021-2030, ວິໄສທັດ ຮອດປີ 2050 ຢ່າງເປັນທາງການ. ຂໍ້ຕົກລົງ ນີ້ນຳມາ ການປ່ຽນແປງ ໃຫຍ່ຫຼາຢ່າງ, ມຸ່ງໄປສູ່ ການກໍ່ສ້າງ ສະໜາມບິນ ຝູ໋ກວັກ ກາຍເປັນ ລະບົບນິເວດ ການບິນ ແບບປິດ ແລະ ສູນພັດທະນາ ເສດຖະກິດ - ບໍລິການໃໝ່ ຂອງ ເກາະ ໄຂ່ມຸກ (ເກາະ ຫງອກ).
ເຮືອບິນ ຂອງ ສາຍການບິນ LOT Polish Airlines ນຳສົ່ງ ນັກທ່ອງທ່ຽວ ມາສູ່ ເຂດພິເສດ ຝູ໋ກວັກ. ພາບ: ກົງດາດ/VNP
ຈຸດປ່ຽນແປງ ໂດດເດັ່ນທີ່ສຸດ ໃນຜັງເມືອງ ທີ່ຫາກໍໄດ້ປັບປຸງໃໝ່ ນອນຢູ່ ຂະໜາດ ລານຈອດ ເຮືອບິນ. ຕາມ
ວິທີການ ຜັງເມືອງ ທີ່ໄດ້ສ້າງຂຶ້ນ ເມື່ອ ເດືອນ ເມສາ 2025, ເຂດ ທາງໜ້າ ອາຄານຜູ້ໂດຍສານ T2 ແລະ
ລານຈອດ ທີ່ມີຢູ່ແລ້ວ ຄາດວ່າ ຈະຕອບສະໜອງ ພຽງແຕ່ ປະມານ 30 ຈຸດ ໃນປີ 2030
ແລະ ຍົກຂຶ້ນເປັນ 45 ຈຸດ ໃນປີ 2050.
ແຕ່ຢ່າງໃດກໍຕາມ, ຕາມ ວິທີການປັບປຸງ ໃໝ່, ສະເພາະ
ເຂດອາຄານຜູ້ໂດຍສານ T2 ແລະ ລານຈອດ ທີ່ມີຢູ່ແລ້ວ ໄດ້ ຮັບການ ເພີ່ມເຕີມ ເຖິງ 42 ຈຸດ (ເພີ່ມຂຶ້ນ 12 ຕຳແໜ່ງ). ພ້ອມກັນນັ້ນ, ຜັງເມືອງ ຍັງໄດ້ ເພີ່ມເຕີມ ເຂດລານຈອດ ຕັ້ງຢູ່ ລະຫວ່າງ ອາຄານຜູ້ໂດຍສານ
T1 ແລະ ເຮືອນຮັບແຂກ VIP/ການບິນລວມ ດ້ວຍ ຂະໜາດ ປະມານ 45 ຈຸດ.
ການເພີ່ມຂຶ້ນນີ້ ໄດ້ປະກອບສ່ວນ ຍົກລະດັບ ຄວາມສາມາດ ຮອງຮັບ ຫຼາຍປະເພດ ເຮືອບິນ
ທັນສະໄໝ ຢ່າງຫຼວງຫຼາຍໃນເວລາດຽວກັນ.
ເຮືອບິນ ໂບອິງ 787 (Boeing 787) ຂອງ ສາຍການບິນ LOT Polish
Airlines ຢຸດລຽນຕາມເສັ້ນທາງແລ່ນ
ຢູ່ທ່າເຮືອບິນສາກົນ ຝູ໋ກວັກ, ດ້ານຫຼັງແມ່ນເຂດສະຖານທີ່ກໍ່ສ້າງຂະຫຍາຍລານຈອດ ແລະ
ອາຄານຜູ້ໂດຍສານ ເພື່ອຍົກລະດັບພື້ນຖານໂຄງລ່າງ ຕ້ອນຮັບ APEC
2027. ພາບ: ກົງດາດ/VNP
ຄຽງຄູ່ ກັບ ການເພີ່ມ ຄວາມສາມາດບັນຈຸ ຂອງ ລານຈອດ, ບັນດາ ໂຄງຮ່າງລ່າງເຕັກນິກສຳຮອງດ້ານຫລັງ - ປັດໄຈ ຕັດສິນ ຄວາມສາມາດ ປະຕິບັດງານ ຢ່າງລຸລ່ວງ ຂອງ ທ່າເຮືອບິນ ສາກົນ - ກໍໄດ້ ຮັບການປັບປຸງຢ່າງສົມທຽບ.
ເຂດສ້ອມແປງ, ບຳລຸງຮັກສາ ເຮືອບິນ ຢູ່ ທາງທິດເໜືອ ໄດ້ ຮັບການ
ະຫຍາຍອອກ ຈາກ 24,7
ເຮັກຕາ ຂຶ້ນເປັນ 30,4 ເຮັກຕາ (ເພີ່ມຂຶ້ນ 5,7 ເຮັກຕາ, ທຽບເທົ່າເພີ່ມຂຶ້ນ ປະມານ 23%). ພື້ນຖານ
ຮາກຖານສະໜອງນຳ້ມັນ ເຊື້ອໄຟ ຂະໜາດ 6,3 ເຮັກຕາ
ຢູ່ ທາງທິດາເວັນອອກສຽງໃຕ້ ໄດ້ ຍົກຍ້າຍ ຂຶ້ນ ທາງທິດເໜືອ ແລະ ເພີ່ມ ເນື້ອທີ່ ຂຶ້ນ
ປະມານ 7,2
ເຮັກຕາ. ໂຮງງານ ຈັດຫາອາຫານ
(ກ່ອນໜ້ານີ້ ຈັດວາງ ປະມານ 2 ເຮັກຕາ
ຢູ່ ທາງທິດໃຕ້) ໄດ້ ຖືກຍົກຍ້າຍ ມາ ທາງທິດາເວັນອອກສ່ຽງໃຕ້ ອາຄານຜູ້ໂດຍສານ T2, ຕັ້ງຢູ່ ໃກ້ກວ່າ ກັບ ເຂດຂຸດຄົ້ນ ຜູ້ໂດຍສານ ແລະ ລານຈອດໃໝ່ ເພື່ອ ຫຍໍ້ເວລາ
ການຂົນສົ່ງໃຫ້ສັ້ນລົງ.
ເປັນທີ່ໜ້າສັງເກດ, ເນື້ອທີ່ ຜັງເມືອງ ທ່າເຮືອບິນທັງໝົດ ຫຼຸດລົງ ເລັກນ້ອຍ ຈາກ 1.050,1 ເຮັກຕາ ລົງເຫຼືອ 1.040,43
ເຮັກຕາ ຍ້ອນວ່າ ອົງການ
ທີ່ມີໜ້າທີ່ການ ໄດ້ ເຮັດໃຫ້ ຈະແຈ້ງ ຂະໜາດ ການນຳໃຊ້ ທີ່ດິນ ຂອງ ສາຍລົດໄຟຟ້າ LRT
ພາຍໃນ ສະໜາມບິນ.
ກິດຈະການກໍ່ສ້າງ ເຂດລານຈອດ 1C ຂອງ ໂຄງການລົງທຶນ ຂະຫຍາຍ ທ່າເຮືອບິນສາກົນ ຝູ໋ກວັກ
ໄດ້ “ສຳເລັດລຸລ່ວງໂດຍດີ”. ພາບ: VNA
ເມື່ອ ບັນດາ ໂຄງປະກອບ ເຕັກນິກ ໄດ້ ວາງໄວ້ ໃນ ລະບົບ ອັນດຽວກັນ,
ສາຍໂສ້ ຮັບໃຊ້ ຖ້ຽວບິນ
ໄດ້ ກາຍເປັນ ສາຍພົວພັນ ຕໍ່ເນື່ອງ ແລະ ດີທີ່ສຸດ. ເຮືອບິນ ຫຼັງຈາກ ລົງຈອດ ແລ້ວ
ຈະມີບ່ອນຈອດຢ່າງປອດໄພ, ໄດ້ຕື່ມນ້ຳມັນເຊື້ອໄຟ ຢ່າງວ່ອງໄວ,
ສະໜອງອາຫານ,
ກວດກາເຕັກນິກ ແລະ
ບຳລຸງຮັກສາ ຢູ່ ສູນກາງ ດຽວກັນ. ນີ້ແມ່ນພື້ນຖານ ຫຼັກແຫຼ່ງ ເພື່ອໃຫ້ ຝູ໋ກວັກ
ເຂົ້າໃກ້ກັບຮູບແບບ ລະບົບນິເວດ ການບິນ ແບບປິດຍິ່ງຂຶ້ນ.
ຕີລາຄາ ກ່ຽວກັບ ຂອບຂະໜາດ ຂອງ ຜັງເມືອງໃໝ່, ຜູ້ຊ່ຽວຊານ
ດ້ານການບິນ ເຈິ່ນຍືລອງ ໄດ້ໃຫ້ທັດສະນະວ່າ: “ດ້ວຍພື້ນຖານໂຄງລ່າງ ທີ່ໄດ້ຮັບການລົງທຶນຢ່າງສົມທຽບ, ເຕັກໂນໂລຊີ ທັນສະໄໝ ແລະ ບໍລິການຕາມມາດຕະຖານ ສາກົນ, ສະໜາມບິນ ຝູ໋ກວັກ ສາມາດ ກາຍເປັນ “ປະຕູໂຂງ” ສ້າງ ປະສົບການ ຕໍ່ເນື່ອງ, ປອດໄພ ແລະ ມີລະດັບ, ຊ່ວຍ
ໃຫ້ນັກທ່ອງທ່ຽວ ສາມາດ ຮູ້ສຶກ ເຖິງ ຄວາມດຶງດູດ ຂອງ ເກາະໄຂ່ມຸກ ຕັ້ງແຕ່ ຈຸດສຳຜັດ
ທຳອິດ”. ບັນດາທັດສະນະ ນີ້ ສະແດງໃຫ້ເຫັນວ່າ ມູນຄ່າ ຂອງ ສະໜາມບິນ ທັນສະໄໝ ບໍ່ພຽງແຕ່
ຢຸດຕິ ຢູ່ ຈຳນວນລານບິນ ຫຼື ຄວາມບັນຈຸ ຂອງ ອາຄານຜູ້ໂດຍສານເທົ່ານັ້ນ, ແຕ່ຍັງ ຢູ່ ຄວາມສາມາດ ເຊື່ອມຕໍ່ ຢ່າງຄົບຊຸດ ທົ່ວ ສາຍບໍລິການ ກ່ອນ, ໃນ ແລະ ຫຼັງ ຖ້ຽວບິນ ແຕ່ລະຖ້ຽວ.
ຄຽງຄູ່ ກັບ ໜ້າທີ່ ຮັບໃຊ້ ເຕັກນິກ ການບິນ, ຜັງເມືອງ
ໃໝ່ ຍັງ ໄດ້ ເປີດກວ້າງ ບົດບາດ ຂອງ ສະໜາມບິນ ກາຍເປັນ ພື້ນທີ່ ເສດຖະກິດ ທີ່
ກວ້າງຂວາງກວ່າ.
ການກໍ່ສ້າງ ໂຄງການລົງທຶນ ຂະຫຍາຍ ທ່າເຮືອບິນສາກົນ ຝູ໋ກວັກ ຢູ່ ເຂດພິເສດ ຝູ໋ກວັກ. ພາບ: VNA
ຢ່າງລະອຽດ, ຜັງເມືອງ ໄດ້ ຈັດສັນ ປະມານ 51 ເຮັກຕາ ຢູ່ ເຂດ ທາງທິດໃຕ້ ສະໜາມບິນ ແລະ ທາງທິດໃຕ້ ເຂດ VIP/ການບິນລວມ ເພື່ອ ພັດທະນາ ກຸ່ມ ໂຮງແຮມ, ການຄ້າ, ບໍລິການ, ຫ້ອງການ
ໃຫ້ເຊົ່າ ພ້ອມກັບ ສູນການເຄື່ອນໄຫວ ຂອງ ບັນດາ ສາຍການບິນ. ການຈັດສັນ ກອງທຶນ ທີ່ດິນ
ໃຫຍ່ ໃຫ້ແກ່ ການຄ້າ ແລະ ທີ່ພັກອາໄສ ໄລຍະສັ້ນ ຊ່ວຍ ໃຫ້ ສະໜາມບິນ ຫຼຸດພົ້ນອອກຈາກ
ໜ້າທີ່ ການຈາຈອນ ບໍລິສຸດ, ກາຍເປັນ
“ຂົ້ວບໍລິການ” ຕອບສະໜອງ ຢ່າງຄົບຖ້ວນ ຄວາມຕ້ອງການ ຂອງ ຄະນະກຳມະການ ຖ້ຽວບິນ, ຜູ້ຊ່ຽວຊານ, ວິສາຫະກິດ ແລະ ນັກທ່ອງທ່ຽວ ສາກົນ ຢູ່ກັບທີ່.
ເປັນທີ່ໜ້າສົນໃຈ, ຜັງເມືອງ ໄດ້ ເພີ່ມເຕີມ 12,6
ເຮັກຕາ ທີ່ດິນ ໃຫ້ແກ່ພື້ນຖານ
ບຳລຸງສ້າງ ການບິນ ຢູ່ ກອງທຶນ ທີ່ດິນ ສຳຮອງ ຢູ່ ທາງທິດເໜືອ – ນີ້ ແມ່ນ ໂຄງປະກອບ ທີ່ ບໍ່ເຄີຍ ປະກົດຕົວ ໃນ ຜັງເມືອງ ປີ 2025.
ການພັດທະນາ ພື້ນຖານ
ບຳລຸງສ້າງ ຢູ່ ພາຍໃນ ລະບົບນິເວດ ຊ່ວຍ ປິດ ວົງຈອນ ຕ່ອງໂສ້ມູນຄ່າ ຕັ້ງແຕ່
ການບຳລຸງສ້າງ ຊັບພະຍາກອນ ມະນຸດ - ຂຸດຄົ້ນ - ເຕັກນິກ ຮອດ ບໍລິການ,
ນຳເອົາ ຊັບພະຍາກອນ ມະນຸດ
ກາຍເປັນ ພາກສ່ວນໜ່ຶງ ຂອງ ພື້ນຖານໂຄງລ່າງ ການບິນ ໄລຍະຍາວ.
ການກໍ່ສ້າງ ໂຄງການລົງທຶນ ຂະຫຍາຍ ທ່າເຮືອບິນສາກົນ ຝູ໋ກວັກ ຢູ່ ເຂດພິເສດ ຝູ໋ກວັກ. ພາບ: VNA
ຜັງເມືອງ ປັບປຸງ ໄດ້ ດຳເນີນ ຢູ່ໃນ ສະພາບການ ໂຄງການ ຂະຫຍາຍ ທ່າເຮືອບິນສາກົນ ຝູ໋ກວັກ ກຳລັງ
ກ້າວເຂົ້າສູ່ ໄລຍະ ເລັ່ງລັດ ຢ່າງແຂງແຮງ. ຢູ່ສະຖານທີ່ກໍ່ສ້າງໃຫຍ່,
ວິສະວະກອນ ແລະ ກຳມະກອນ
ຫຼາຍກວ່າ 7.600 ຄົນ ໄດ້ ຖືກ ລະດົມ ໃນ ແຕ່ລະວັນ,
ພ້ອມກັນ ກໍ່ສ້າງ
ອາຄານຜູ້ໂດຍສານ T2, ເຂດສະໜາມບິນ ແລະ ພື້ນຖານໂຄງລ່າງ ເຕັກນິກ ສະໜັບສະໜູນ.
ຫຼາຍ ກິດຈະການ ກຳລັງ ຕິດຕາມ ແລະ ລື່ນກາຍລະດັບຄວາມຄືບໜ້າ ເວລາ ກຳນົດ ທີ່ ໄດ້
ວາງອອກ, ມຸ່ງໄປສູ່ ຈຸດປະສົງ ນຳເອົາ ທົ່ວ ລະບົບ ເຂົ້າສູ່
ການຂຸດຄົ້ນ ຢ່າງຄົບຊຸດ ແຕ່ ເດືອນ ເມສາ 2027,
ພ້ອມແລ້ວ ທີ່ຈະ ຮັບໃຊ້ ສັບປະດາ
ຂັ້ນສູງ APEC.