ກ່າເມົາ ປ່ຽນແປງຕົນເອງ ດ້ວຍອຸດສາຫະກໍາລ້ຽງກຸ້ງ ແລະ ນໍາໃຊ້ ເຕັກໂນໂລຊີດີຈີຕອນ
ຈາກດິນແດນຕອນໃຕ້ສຸດຂອງ ຫວຽດນາມ, ກ່າເມົາ ພວມສ້າງທ່າ ແຮງໃໝ່ ໃຫ້ອຸດສາຫະກຳກຸ້ງ ດ້ວຍວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນ ດີຈີຕອນ. ສອດຄ່ອງກັບມະຕິ ສະບັບທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ, ການປະສົມປະສານ ລະຫວ່າງການລ້ຽງກຸ້ງ ເຕັກໂນໂລຊີສູງ, ການຜະລິດສີຂຽວ ແລະ ການບໍລິຫານ ດີຈີຕອນ ພວມເປີດທິດທາງ ພັດທະນາ ທີ່ຢືນຢົງ ໃຫ້ກັບ “ສູນກາງອຸດສາຫະກໍາ ກຸ້ງ” ຂອງ ຫວຽດນາມ.
ເຕັກໂນໂລຊີ ປ່ຽນແປງວິທີການລ້ຽງກຸ້ງ
ເມື່ອແສງອາລຸນວັນໃໝ່ ຫາກໍ່ພົ້ນຂຶ້ນ ເທິງດິນແດນ ແຫຼມ ກ່າເມົາ, ໃບພັດຕີຟອງນ້ຳ ຫຼາຍພັນອັນໄດ້ເຄື່ອນໄຫວພ້ອມໆ ກັນ ຢູ່ເທິງບຶງລ້ຽງກຸ້ງທີ່ກວ້າງໃຫຍ່, ສ້າງເປັນພາບ ທີ່ເປັນເອກະລັກ ຂອງ ອາຊີບລ້ຽງກຸ້ງ ຢູ່ ກ່າເມົາ. ເບື້ອງຫຼັງ ຈັງຫວະການໝູນ ທີ່ຄຸ້ນເຄີຍນັ້ນ ແມ່ນໂສມໜ້າໃໝ່ ຂອງ ອຸດສາຫະກຳ ກຸ້ງ - ບ່ອນທີ່ວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ ພວມປ່ຽນແປງວິທີການຜະລິດ ໃນແຕ່ລະມື້, ມຸ່ງສູ່ແບບຢ່າງການພັດທະນາສີຂຽວ ແລະ ຢືນຢົງ.
ດ້ວຍເນື້ອທີ່ລ້ຽງກຸ້ງ ກວ່າ 424.000 ເຮັກຕາ, ກວມເກືອບ 40% ເນື້ອທີ່ລ້ຽງກຸ້ງ ຂອງ ຫວຽດນາມ ແລະ ໃຫ້ຜົນຜະລິດ ປະມານ 566.000 ໂຕນຕໍ່ປີ, ກ່າເມົາ ຮັກສາຕຳແໜ່ງ “ສູນກາງ ອຸດສາຫະກໍາ ກຸ້ງ” ຂອງ ທົ່ວປະເທດ ຢ່າງໝັ້ນຄົງ. ອຸດສາຫະກຳ ກຸ້ງ ນຳເອົາລາຍຮັບການສົ່ງອອກປະມານ 2,3 ຕື້ ໂດລາສະຫະລັດ ຕໍ່ປີ, ປະກອບສ່ວນ ເກືອບເຄິ່ງໜຶ່ງມູນຄ່າ ການສົ່ງອອກ ກຸ້ງ ຂອງ ຫວຽດນາມ.
ເຖິງຢ່າງໃດກໍຕາມ, ການປ່ຽນແປງຂອງສະພາບອາກາດ, ພະຍາດຕິດແປດ ແລະ ບັນດາມາດຕະຖານ ທີ່ນັບມື້ເຂັ້ມງວດ ຂອງຕະຫຼາດສາກົນ ໄດ້ວາງອອກ ຄວາມຮຽກຮ້ອງຕ້ອງການ ທີ່ຕ້ອງປ່ຽນໃໝ່ ຮູບແບບການພັດທະນາ. ໃນສະພາບ ຄວາມເປັນຈິງນັ້ນ, ການຊຸກຍູ້ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນ ດີຈີຕອນ ພວມກາຍເປັນກຳລັງຂັບເຄື່ອນ ທີ່ສຳຄັນ ສຳລັບຂະແໜງກຸ້ງ ກ່າເມົາ.
ຢູ່ບັນດາເຂດລ້ຽງກຸ້ງ ຈຸດສຸມເຊັ່ນ: ເດີ່ມເຢີຍ, ກ໋າຍເນືອກ, ນຳກັນ ແລະ ຫງອກຫຽນ, ຫຼາຍຄອບຄົວລ້ຽງກຸ້ງ ໄດ້ໝູນໃຊ້ ເຕັກໂນໂລຊີສູງ ເພື່ອຄຸ້ມຄອງ ບໍ່ລ້ຽງ. ບັນດາດັດສະນີ ກ່ຽວກັບຄຸນນະພາບນ້ຳ, ລະດັບ pH, ອົກຊີ ລະລາຍໃນນໍ້າ ແລະ ອຸ່ນຫະພູມໄດ້ຮັບການ ຕິດຕາມຜ່ານ ໂທລະສັບ ສະມາດໂພນ; ລະບົບໃບພັດຕີຟອງນ້ຳ ແລະ ການໃຫ້ອາຫານ ເຄື່ອນໄຫວ ແບບອັດຕະໂນມັດ.
ຂໍ້ມູນກ່ຽວກັບພັນກຸ້ງ, ອາຫານ ແລະ ຂັ້ນຕອນການດູແລ ໄດ້ຫັນເປັນ ດີຈີຕອນ, ຊ່ວຍຄົ້ນຫາແຫຼ່ງທີ່ມາ ແລະ ຕອບສະໜອງ ຄວາມຕ້ອງການ ຂອງ ບັນດາຕະຫຼາດຂາເຂົ້າ. ເຕັກໂນໂລຊີ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ, ຫ່າງໄກ ຄວາມສ່ຽງ ເທົ່ານັ້ນ, ແຕ່ຍັງຍົກສູງຄວາມໂປ່ງໃສ ຂອງ ຜະລິດຕະພັນ ກຸ້ງສົ່ງອອກ.
ຄຽງຄູ່ກັບການຫັນເປັນ ດີຈີຕອນ ແມ່ນການຫັນເປັນສີຂຽວ. ບັນດາຕົວແບບການລ້ຽງແບບໝູນວຽນ, ການໝູນໃຊ້ ເຕັກໂນໂລຊີ ຄວາມປອດໄພທາງຊີວະພາບ ແລະ ການລ້ຽງກຸ້ງ ນິເວດ ພາຍໃຕ້ຮົ່ມປ່າຊາຍເລນ ສືບຕໍ່ ໄດ້ຮັບການເປີດກວ້າງ. ບັນດາຕົວແບບນີ້ປະກອບສ່ວນ ປົກປັກຮັກສາ ລະບົບນິເວດ, ຫຼຸດຜ່ອນການປ່ອຍອາຍພິດ ແລະ ສ້າງຜະລິດຕະພັນ ທີ່ບັນລຸ ໃບຢັ້ງຢືນສາກົນຕ່າງໆ ເຊັ່ນ: Naturland, EU Organic ແລະ ASC - ເຊິ່ງແມ່ນຂໍ້ສະດວກທີ່ສຳຄັນ ເພື່ອໃຫ້ກຸ້ງ ກ່າເມົາ ຍົກສູງມູນຄ່າ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນ ຢູ່ຕະຫຼາດໂລກຍິ່ງຂຶ້ນ.
ສ້າງຕ່ອງໂສ້ມູນຄ່າທັນສະໄໝ ໃຫ້ສົມບູນແບບ
ປັດຈຸບັນ, ກ່າເມົາ ໄດ້ວາງແຜນ 5 ເຂດລ້ຽງກຸ້ງ ໝູນໃຊ້ ເຕັກໂນໂລຊີສູງ ດ້ວຍເນື້ອທີ່ ທັງໝົດປະມານ 3.900 ເຮັກຕາ, ດຶງດູດ 27 ວິສາຫະກິດ ພ້ອມກັບຫຼາຍກວ່າ 6.000 ຄອບຄົວ ລ້ຽງກຸ້ງ ແບບກະເສດສຸມເຂົ້າຮ່ວມ.
ບັນດາໂຮງງານປຸງແຕ່ງ ກຸ້ງສົ່ງອອກ ຍັງໄດ້ຊຸກຍູ້ ການລົງທຶນ ໃສ່ສາຍພານ ອັດຕະໂນມັດ, ຫ້ອງເຢັນອັດສະລິຍະ, ລະບົບ ຄົ້ນຫາແຫຼ່ງກຳເນີດ ແລະ ບໍລິຫານການຜະລິດ ດ້ວຍເຕັກໂນໂລຊີ ດີຈີຕອນ. ການໝູນໃຊ້ AI, ອິນເຕີເນັດ ສັບພະສິ່ງ (IoT) ແລະ ການຫັນເປັນ ອັດຕະໂນມັດ ຊ່ວຍຍົກສູງຜົນຜະລິດ, ກວດກາຄຸນນະພາບ, ປະຢັດ ພະລັງງານ ແລະ ຕອບສະໜອງ ບັນດາມາດຕະຖານ ຂອງ ບັນດາຕະຫຼາດໃຫຍ່ ເຊັ່ນ: ສ ອາເມລິກາ, ສະຫະພາບ ເອີຣົບ, ຍີ່ປຸ່ນ ແລະ ສ ເກົາຫຼີ.
ທ່ານ ໂງຫວູ໊ຖັງ ຮອງປະທານຄະນະກຳມະການ ປະຊາຊົນ ແຂວງ ກ່າເມົາ ໃຫ້ຮູ້ວ່າ ການຫັນເປັນສີຂຽວ ເທິງພື້ນຖານ ດີຈີຕອນ ແມ່ນທ່າອຽງທີ່ຫຼີກລ່ຽງບໍ່ໄດ້, ຊ່ວຍຂຸດຄົ້ນໝາກຜົນ ຂອງ ການປະຕິວັດ ອຸດສາຫະກຳ ຄັ້ງທີ 4 ຢ່າງມີປະສິດທິຜົນ, ຍົກສູງຜົນຜະລິດ, ນຳໃຊ້ ຊັບພະຍາກອນ ຢ່າງມີປະສິດທິຜົນ ແລະ ຫຼຸດຜ່ອນຜົນກະທົບ ຕໍ່ສະພາບແວດລ້ອມ.
ຈິດໃຈດັ່ງກ່າວ ພວມປະກົດຕົວ ຢູ່ໃນແຕ່ລະບໍ່ລ້ຽງກຸ້ງ, ໃນບັນດາ ໂຮງງານປຸງແຕ່ງ ແລະ ໃນແຕ່ລະຊຸດສິນຄ້າ ສົ່ງອອກ. ການເປັນ ເພື່ອນຮ່ວມທາງ ລະຫວ່າງ ອຳນາດການປົກຄອງ, ວິສາຫະກິດ, ນັກວິທະຍາສາດ ແລະ ປະຊາຊົນ ພວມສ້າງເປັນລະບົບນິເວດ ການຜະລິດ ທີ່ທັນສະໄໝ, ບ່ອນທີ່ເຕັກໂນໂລຊີ ກາຍເປັນເຄື່ອງມື ຊ່ວຍໃຫ້ ຜູ້ລ້ຽງກຸ້ງ ຫຼຸດຜ່ອນຄວາມສ່ຽງ, ຍົກສູງຜົນຜະລິດ ແລະ ຊ່ວຍໃຫ້ວິສາຫະກິດ ເພີ່ມມູນຄ່າ ຂອງ ຜະລິດຕະພັນ.
ໃນທ່າມກາງ ຜືນນ້ຳ ທ່ີກວ້າງໃຫ່ຍ ຢູ່ຕອນໃຕ້ສຸດ ຂອງ ຫວຽດນາມ, ບັນດາວົງໝູນ ຂອງ ໃບພັດນ້ຳ ໃນມື້ນີ້ ບໍ່ພຽງແຕ່ ສ້າງເປັນຈັງຫວະຊີວິດ ຂອງບັນດາບຶງລ້ຽງກຸ້ງ ທີ່ອຸດົມສົມບູນ ເທົ່ານັ້ນ, ແຕ່ຍັງແມ່ນສັນຍະລັກ ໃຫ້ກັບ ການຫັນປ່ຽນ ຂອງ ຂະແໜງເສດຖະກິດປາຍແຫຼມ. ເມື່ອວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນໃໝ່ປະດິດສ້າງ ກາຍເປັນກຳລັງ ຂັບເຄື່ອນການພັດທະນາ, ກຸ້ງ ດິນແດນ ກ່າເມົາ ພວມນຳເອົາ ຄວາມມຸ່ງຫວັງ ໃນການສ້າງສາຂະແໜງກະສິກຳ ທີ່ທັນສະໄໝ, ສີຂຽວ, ຢືນຢົງ ແລະ ກ້າວໄປໄກ ຢູ່ຕະຫຼາດໂລກ.
ບົດ: ເຊີນເຫງ໊ຍ - ພາບ: ເລມິງ/VNP, ຮີ່ວງເລິມ
















