• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ຫວຽດນາມ-ສະຫະພັນລັດເຊຍ

ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເປັນປະທານຮ່ວມວາລະປະຊຸມປຶກສາຫາລື ຄັ້ງທີ 2 ກ່ຽວກັບການຮ່ວມມືໃນຂົງເຂດທະເລ, ວັນທີ 23 ພຶດສະພາ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ມາວາງດອກໄມ້ ຢູ່ອະນຸສາວະລີນັກຮົບອາສາສະໝັກສາກົນຫວຽດນາມ ທີ່ເຂົ້າຮ່ວມການຕໍ່ສູ້ປົກປັກຮັກສານະຄອນຫຼວງມົດສະກູ ໃນປາງສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ (1941-1945).
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະຜູ້ແທນ ວາງດອກໄມ້ຢູ່ອະນຸສາວະລີນັກຮົບອາສາສະໝັກສາກົນຫວຽດນາມ. ພາບ: qdnd.vn
ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຜ່ານຜ່າຄວາມຂຶ້ນລົງຂອງປະຫວັດສາດ, ການຜັນແປຂອງສະພາບການໂລກ ແລະພາກພື້ນ, ປະຊາຊົນ ແລະກອງທັບສອງປະເທດ ຍາມໃດກໍພ້ອມກັນເພີ່ມພູນຄູນສ້າງ, ຮັກສາ ແລະ ພັດທະນາສາຍພົວພັນອັນດີງາມໃຫ້ກ້າວເຂົ້າສູ່ລວງເລິກ ແລະມີປະສິດທິຜົນຢ່າງແທດຈິງ. ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມເຄົາລົບນັບຖື ແລະສະແດງຄວາມຮູ້ບຸນຄຸນຕໍ່ການນໍາລຸ້ນຕ່າງໆ, ປະຊາຊົນສອງປະເທດ ທີ່ໄດ້ເພີ່ມພູນຄູນສ້າງ, ປັບປຸງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານໃນປັດຈຸບັນຢ່າງບໍ່ໍຢຸດຢັ້ງ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍຈົດຈຳການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ໃຫຍ່ຫຼວງ ແລະມີປະສິດທິຜົນ ທີ່ສະຫະພັນລັດເຊຍ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນກິດຈະການຕໍ່ສູ້, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍຄືໃນການສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ.
ທ່ານພົນເອກ ຟານວັນຢາງ ແລະຄະນະ ພ້ອມດ້ວຍບັນດາຜູ້ແທນຢູ່ອະນຸສາວະລີນັກຮົບອາສາສະໝັກສາກົນຫວຽດນາມ ຢູ່ສະຫະພັນລັດເຊຍ. ພາບ: qdnd.vn
ທ່ານພົນເອກ ຟານວັນຢາງ ແລະ ຄະນະຜູ້ແທນ ມາຢ້ຽມຊົມ ຫໍພິພິທະພັນ “ເສັ້ນທາງແຫ່ງຄວາມຊົງຈຳ” ແລະ ໂບດໃຫຍ່ບັນດາກຳລັງປະກອບອາວຸດ ສະຫະພັນລັດເຊຍ. ພາບ: qdnd.vn

ເມື່ອມາຢ້ຽມຊົມຫໍພິພິທະພັນ “ເສັ້ນທາງແຫ່ງຄວາມຊົງຈຳ” ແລະໂບດໃຫຍ່ບັນດາກຳລັງປະກອບອາວຸດສະຫະພັນລັດເຊຍ, ທ່ານພົນເອກ ຟານວັນຢາງ ໄດ້ແບ່ງປັນວ່າ: “ໄດ້ໄປຢ້ຽມຊົມ ແລະຊອກຮູ້ກ່ຽວກັບປະຫວັດສາດສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ ຂອງສະຫະພາບໂຊວຽດ ໃນເມື່ອກ່ອນ (ສະຫະພັນລັດເຊຍ ໃນປັດຈຸບັນ), ພວກຂ້າພະເຈົ້າຂໍສະແດງຄວາມນິຍົມນັບຖື ຕໍ່ການປົກປັກຮັກສາເອກະລາດຂອງປະເທດອັນຍິ່ງໃຫຍ່, ການຊ່ວຍເຫຼືອຂອງສະຫະພາບໂຊວຽດໃນເມື່ອກ່ອນ ແລະ ສະຫະພັນລັດເຊຍ ໃນປັດຈຸບັນທີ່ມີຕໍ່ບັນດາຊົນຊາດທີ່ຮັກຫອມສັນຕິພາບໃນທົ່ວໂລກ. ຈະຈົດຈຳຕະຫຼອດການຕໍ່ການຊ່ວຍເຫຼືອຂອງພວກເພື່ອນ ທີ່ມີຕໍ່ປະເທດຫວຽດນາມ ໃນການຕໍ່ຕ້ານ ແລະໃນພາລະກິດສ້າງສາປະເທດຫວຽດນາມ ສັງຄົມນິຍົມ. ຂໍສະແດງຄວາມຮູ້ບຸນຄຸນຕະຫຼອດການຕໍ່ປະຊາຊົນ ແລະປະເທດລັດເຊຍ”.

(ແຫຼ່ງຄັດຈາກ qdnd.vn)

ຫວຽດ​ນາມ ຈະ​ສົມ​ທົບ​ກັບ ອາ​ເມ​ລິ​ກາ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ເຮັດສຳ​ເລັດ​ສັນ​ຍາ​ການ​ຄ້າ​ສົມ​ທົບ​ໂດຍ​ໄວ

“ຫວຽດ​ນາມ ຈະ​ສົມ​ທົບ​ກັບ ອາ​ເມ​ລິ​ກາ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ເຮັດສຳ​ເລັດ​ສັນ​ຍາ​ການ​ຄ້າ​ສົມ​ທົບ​ໂດຍ​ໄວ”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ປາດ​ຖະ​ໜາ​ວ່າ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ.

Top