• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຮຽນພາສາຫວຽດ ເພື່ອຮຽນວິຊາສື່ມວນຊົນ

ຈາກປື້ມບັນທຶກທີ່ຈົດກ່າຍເປັນສອງພາສາຈົນຮອດການຄົ້ນຄວ້າສໍານວນຄໍາສັບທີ່ໃຊ້ໃນຂົງເຂດສື່ມວນຊົນ, ໄລຍະທາງແຫ່ງການຮໍ່າຮຽນຂອງນັກຮຽນທະຫານລາວ ຢູ່ມະຫາວິທະຍາໄລວັດທະນະທຳ-ສິລະປະກອງທັບ ແມ່ນເລື່ອງລາວກ່ຽວກັບມານະຈິດຜ່ານຜ່າອຸປະສັກທາງດ້ານພາສາ.

ຢູ່ເບື້ອງຫຼັງຂອງການຂຽນບົດ, ຂຽນຂ່າວເປັນພາສາຫວຽດ ແມ່ນຄວາມພະຍາຍາມອັນໃຫຍ່ຫຼວງຂອງນັກຮຽນທະຫານລາວ ແລະຄວາມສຸດອົກສຸດໃຈຂອງຄູອາຈານ. ບໍ່ພຽງແຕ່ບໍາລຸງສ້າງຜູ້ທີ່ເຮັດວຽກງານສື່ມວນຊົນໃຫ້ປະເທດເພື່ອນລາວເທົ່ານັ້ນ, ແຕ່ໄລຍະທາງແຫ່ງການຮໍ່າຮຽນດັ່ງກ່າວ ຍັງປະກອບສ່ວນເຂົ້າໃນການສ້າງຂົວທາງດ້ານຄວາມຮູ້, ວັດທະນະທໍາ ແລະນໍ້າໃຈມິດຕະພາບລະຫວ່າງສອງຊາດ ຫວຽດນາມ-ລາວ.

ຊົ່ວໂມງຮຽນພິເສດຢູ່ຫ້ອງຮຽນສື່ມວນຊົນ

ໃນຊົ່ວໂມງຮຽນທັກສະໃນການຂຽນຂ່າວຢູ່ຄະນະສໍາເນົາເອກະສານ ແລະສື່ມວນຊົນ, ສັນຕິພາບ - ຫົວໜ້າຫ້ອງສື່ມວນຊົນການທະຫານລາວ K4 - ຍາມໃດກໍ່ແມ່ນໜຶ່ງໃນບັນດານັກຮຽນທະຫານທີ່ຈົດກ່າຍຢ່າງລະມັດລະວັງ. ວາງຢູ່ຂ້າງເອກະສານບັນຍາຍແມ່ນປຶ້ມບັນທຶກແຈຫ້ຽນ, ບັນທຶກຕົວໜັງສືສອງພາສາ ຫວຽດ-ລາວ ຈົນເຕັມໄປໝົດ. ທຸກຄັ້ງທີ່ຄຳສັບໃໝ່ປະກົດຂຶ້ນ, ສັນຕິພາບຈະໝາຍ, ສົມທຽບ ແລະໝາຍເຫດໄວ້ດ້ວຍບິກສີຕ່າງກັນ.

ດ້ານຫຼັງປື້ມບັນທຶກເກົ່າໆທີ່ມີສີຈືດຈາງໄປຕາມການຮຽນແຕ່ລະພາກ ນັ້ນແມ່ນໄລຍະທາງອັນຍາວນານໃນການຜ່ານຜ່າອຸປະສັກທາງດ້ານພາສາຂອງນັກຮຽນທະຫານລາວ ບົນເສັ້ນທາງກ້າວເຂົ້າສູ່ອາຊີບນັກຂ່າວ.

ສັນຕິພາບ, ນັກຮຽນທະຫານຂະແໜງສື່ມວນຊົນການທະຫານລາວ ລຸ້ນ K4 (ຜູ້ນັ່ງຢູ່ໂຕະທີ 1 ເບື້ອງຂວາ), ພ້ອມກັບເພື່ອນກຳລັງຕັ້ງໃຈຟັງ ແລະຈົດກ່າຍການສິດສອນຂອງອາຈານ. ພາບ: qdnd.vn

ປີ 2020, ມະຫາວິທະຍາໄລວັດທະນະທຳ-ສິລະປະກອງທັບ ໄດ້ເລີ່ມຮັບນັກຮຽນທະຫານລາວ - ຊຸດທໍາອິດມາຮຽນສື່ມວນຊົນການທະຫານ. ມາຮອດປະຈຸບັນ, ທາງໂຮງຮຽນບໍາລຸງສ້າງນັກຮຽນທະຫານລາວ ໄດ້ 6 ລຸ້ນ, ໃນນັ້ນໄດ້ຮຽນຈົບແລ້ວ 2 ລຸ້ນ. ປະຈຸບັນ, ຄະນະສໍາເນົາເອກະສານ ແລະສື່ມວນຊົນ ກໍາລັງບໍາລຸງສ້າງນັກຮຽນທະຫານລາວ ຈຳນວນ 18 ຄົນ ຂຶ້ນກັບລຸ້ນ K3, K4, K5 ແລະ K6.

ສິ່ງພິເສດແມ່ນຫຼັກສູດບໍາລຸງສ້າງລ້ວນແຕ່ເປັນພາສາຫວຽດທັງໝົດ. ຍ້ອນແນວນັ້ນ, ໄປຄຽງຄູ່ກັບການຮັບເອົາຄວາມຮູ້ຂະແໜງສື່ມວນຊົນ, ນັກຮຽນທະຫານຍັງຕ້ອງຜ່ານຜ່າອຸປະສັກທາງດ້ານພາສາໃນວິວັດການຮໍ່າຮຽນ.

ນັກຮຽນທະຫານລາວ ໃນຫ້ອງຮຽນ ປີ 2024. ພາບ: qdnd.vn

ສຳລັບສັນຕິພາບ, ສິ່ງທ້າທາຍໃຫຍ່ທີ່ສຸດບໍ່ແມ່ນຄວາມຮູ້ໃນຂະແໜງວິຊາສະເພາະ, ແຕ່ແມ່ນຄວາມຊຳນານ ແລະນໍາໃຊ້ພາສາຫວຽດໃນສະພາບແວດລ້ອມຂອງສື່ມວນຊົນ. ໃນຊຸມວັນທຳອິດ, ສັນຕິພາບ ມັກຈະອັດສຽງທີ່ອາຈານສອນເພື່ອມາຟັງຄືນໃນຕອນຄໍ່າ, ພ້ອມທັງໃຊ້ເວລາຫຼາຍເພື່ອຄົ້ນຫາຄຳສັບ ແລະປັບປຸງແກ້ໄຂປະໂຫຍກ. ມີບົດຝຶກຫັດພຽງແຕ່ສອງສາມຮ້ອຍຄໍາແຕ່ຕ້ອງໃຊ້ເວລາເປັນຊົ່ວໂມງຈຶ່ງສໍາເລັດ.

ອຸປະສັກທາງດ້ານພາສາກາຍຍິ່ງເດັ່ນຊັດຂຶ້ນເມື່ອມາອ່ານຄຳນິຍາມທາງດ້ານວິຊາສະເພາະ, ຄື: ສະຖານະການການເມືອງ, ແຫຼ່ງຂ່າວ, ມູມສໍາຜັດ, ໂຄງສ້າງບົດຂຽນ ຫຼື ແບບວິທີ, ແບບແຜນ ແລະປະເພດ... ນິຍາມເຫຼົ່ານີ້ຮຽກຮ້ອງໃຫ້ຜູ້ຮຽນບໍ່ພຽງແຕ່ຈື່ຈໍາເທົ່ານັ້ນ ຫາກຍັງຕ້ອງເຂົ້າໃຈຢ່າງເລິກເຊິ່ງ ແລະນໍາໃຊ້ຢ່າງຖືກຕ້ອງໃນພຶດຕິກຳຕົວຈິງຂອງການດຳເນີນອາຊີບ. ຈາກເລື່ອງລາວຕ່າງໆຂອງ ສັນຕິພາບ, ຂ້າພະເຈົ້າ ຈຶ່ງຮັບຮູ້ວ່າຮຽນສື່ມວນຊົນເປັນພາສາທີສອງ ບໍ່ພຽງແຕ່ຮຽນຄຳສັບເທົ່ານັ້ນ, ຫາກຍັງຮຽນວິທີຄິດຫງຳ ແລະຈັດຂໍ້ມູນຕາມມາດຕະຖານວິຊາຊີບ.

ສື່ມວນຊົນແຕ່ລະປະເພດມີ "ພາສາສະເພາະ", ຮຽກຮ້ອງໃຫ້ມີການຝຶກຝົນຫຼໍ່ຫຼອມໃນໄລຍະຍາວ. ຮັດແຄບຊ່ອງຫວ່າງຜ່ານພຶດຕິກຳຕົວຈິງໃນການດຳເນີນອາຊີບ ໃນການໄປປະຕິບັດຕົວຈິງຢູ່ VTVcab ຫວຽດນາມ ພ້ອມກັບຄະນະນັກຮຽນທະຫານ - ສັນຕິພາບ ແລະພວກເພື່ອນ ໄດ້ຈົດກ່າຍຢ່າງຕໍ່ເນື່ອງ, ແລກປ່ຽນ ແລະຕັ້ງຄຳຖາມກ່ຽວກັບນິຍາມໃໝ່. ບັນຍາກາດຮໍ່າຮຽນນັບມື້ນັບຟົດຟື້ນຂຶ້ນກວ່າເກົ່າເມື່ອນັກຮຽນທະຫານລາວ ເປັນເຈົ້າການຊອກຫາວິທີເຂົ້າໃຈເນື້ອໃນດ້ວຍການໃຊ້ທັກສະພາສາຫວຽດ ທີ່ຄ່ອຍໆປັບປຸງຂຶ້ນເທື່ອລະກ້າວ.

ນັກຮຽນທະຫານສື່ມວນຊົນການທະຫານລາວ ໃນການໄປປະຕິບັດຕົວຈິງຢູ່ VTV cab ຫວຽດນາມ. ພາບ: qdnd.vn

ທ່ານພັນເອກພິເສດ ນາງ ໂຮ່ທິຮວ່າງຮ່າ, ຫົວໜ້າຄະນະສໍາເນົາເອກະສານ ແລະສື່ມວນຊົນ ໃຫ້ຮູ້ວ່າ: “ການບໍາລຸງສ້າງນັກຮຽນທະຫານລາວ ແມ່ນໜ້າທີ່ສຳຄັນ; ທັງປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ, ທັງເອົາໃຈໃສ່ຢ່າງຮອບດ້ານນັບແຕ່ວິຊາສະເພາະ, ພາສາຫວຽດ, ຕະຫຼອດຮອດທັກສະ ແລະຄວາມສາມາດໃນປັບຕົວ; ຂັ້ນຕອນການບໍາລຸງສ້າງໄດ້ຜັນຂະຫຍາຍຢ່າງມີໄຫວພິບ, ຕິດພັນທິດສະດີກັບພຶດຕິກຳຕົວຈິງ, ການຮ່ວມເດີນທາງ, ໜູນຊ່ວຍຢ່າງໃກ້ຊິດຕິດແທດຂອງຄູອາຈານ”.

ທ່ານພັນເອກພິເສດນາງ ໂຮ່ທິຮວ່າງຮ່າ, ຫົວໜ້າຄະນະສໍາເນົາເອກະສານ ແລະສື່ມວນຊົນ ແບ່ງປັນກ່ຽວກັບວຽກງານບໍາລຸງສ້າງນັກຮຽນທະຫານລາວ. ພາບ: qdnd.vn

ຈາກມູມມອງຂອງຜູ້ທີ່ເຮັດວຽກງານສື່ມວນຊົນ, ຂ້າພະເຈົ້າ ເຫັນວ່າການມີໄຫວພິບ ແລະສຸດອົກສຸດໃຈຂອງຖັນແຖວຄູອາຈານສວມບົດບາດສຳຄັນໃນການຮັດແຄບຊ່ອງຫວ່າງທາງດ້ານພາສາໃຫ້ນັກຮຽນທະຫານລາວ. ໄປຄຽງຄູ່ກັບການຖ່າຍທອດຄວາມຮູ້ດ້ານວິຊາສະເພາະແລ້ວ, ຄູອາຈານ ຍັງເປັນເຈົ້າການປັບປຸງວິທີການສິດສອນ, ວິທີສະແດງອອກ ເພື່ອໃຫ້ເໝາະສົມກັບຄວາມສາມາດຮັບເອົາບົດຮຽນຂອງນັກຮຽນທະຫານແຕ່ລະຄົນ, ເພື່ອຊ່ວຍໃຫ້ເຂົາເຈົ້າໄດ້ສຳຜັດກັບຄວາມຮູ້ກ່ຽວກັບສື່ມວນຊົນຢ່າງມີປະສິດທິຜົນ.

ທ່ານພັນຕີ ປອ ຫງວຽນມິງຕ໊ວນ, ອາຈານສອນຄະນະສໍາເນົາເອກະສານ ແລະສື່ມວນຊົນ, ແບ່ງປັນວ່າ: “ອາຈານສອນ ຕ້ອງມີໄຫວພິບເພື່ອປັບປຸງວິທີການສິດສອນໃຫ້ເໝາະສົມກັບນັກຮຽນທະຫານຕ່າງປະເທດ, ພິເສດແມ່ນກ່ຽວກັບພາສາ ແລະວິທີເຂົ້າເຖິງຄວາມຮູ້. ຄຽງຂ້າງນັ້ນ, ຍັງໄດ້ເພີ່ມທະວີການໄປທັດສະນະສຶກສາ, ປະຕິບັດຕົວຈິງຕື່ມອີກເພື່ອຊ່ວຍໃຫ້ນັກຮຽນທະຫານຕິດພັນທິດສະດີກັບພຶດຕິກໍາຕົວຈິງ, ຍົກສູງທັກສະ ແລະຄວາມສາມາດປັບຕົວ”.

ໃນສະພາບແວດລ້ອມສື່ມວນຊົນ ພວມມີການຫັນປ່ຽນຢ່າງແຂງແຮງຕາມທິດຫຼາຍພາຫະນະການສື່ສານ ແລະດີຈີຕອນ, ສິ່ງທ້າທາຍສໍາລັບນັກຮຽນທະຫານລາວ ບໍ່ພຽງແຕ່ແມ່ນພາສາຫວຽດເທົ່ານັ້ນ ຫາກຍັງແມ່ນຄວາມຮຽກຮ້ອງຕ້ອງການຮັບມືກັບທັກສະວິຊາຊີບໃໝ່.

ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນຕໍ່ໜ້າກໍ່ຕາມ, ແຕ່ຕົວຈິງຢູ່ ຄະນະສໍາເນົາເອກະສານ ແລະສື່ມວນຊົນ, ການບໍາລຸງສ້າງກ່ຽວກັບວຽກງານສື່ມວນຊົນເປັນພາສາຫວຽດ ໃຫ້ນັກຮຽນທະຫານລາວ ແມ່ນໄດ້ຮັບຜົນດີ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວບໍາລຸງສ້າງວິຊາສະເພາະເທົ່ານັ້ນ ຫາກຍັງເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການຮ່ວມມືດ້ານການສຶກສາ-ການປ້ອງກັນຊາດລະຫວ່າງສອງປະເທດ ຫວຽດນາມ ແລະລາວ ຢ່າງມີປະສິດທິຜົນ ອີກດ້ວຍ.

ຂ້າພະເຈົ້າ ໄດ້ອອກຈາກຫ້ອງຮຽນຂອງຂະແໜງສື່ມວນຊົນ ໃນເວລາກາຍ 11:00 ໂມງ. ແຕ່ວ່າ, ເບິ່ງໂຕະຂອງ ສັນຕິພາບ ຍັງເຫັນປື້ມບັນທຶກເປັນສອງພາສາໄດ້ຕິດພັນກັບລາວ ຕະຫຼອດໄລຍະເວລາທີ່ລາວຮໍ່າຮຽນຢູ່ຫວຽດນາມ. ໜ້າເຈ້ຍທີ່ໜາຂຶ້ນເລື້ອຍໆຕາມການເວລານັ້ນ, ເປັນຂີດໝາຍແຫ່ງໄລຍະທາງຂອງການຮໍ່າຮຽນທີ່ເຕັມໄປດ້ວຍຄວາມອົດທົນ, ບໍ່ທໍ້ຖອຍອີກດ້ວຍ.

ນອກຈາກເວລາຮຽນຢູ່ໃນຫ້ອງຮຽນແລ້ວ, ນັກຮຽນທະຫານລາວ ກໍ່ກຳລັງສືບຕໍ່ກ່ຽວກັບການຮຽນພາສາໃໝ່ເພື່ອກ້າວເຂົ້າສູ່ອາຊີບນັກຂ່າວ, ແລະກ້າວໄປໄກກວ່ານັ້ນແມ່ນການກັບຄືນບ້ານເກີດເມືອງນອນ ພ້ອມຄວາມຮູ້ຄວາມສາມາດ, ປະສົບການ, ຄວາມຊົງຈໍາທີ່ດີງາມ ກ່ຽວກັບປະເທດ, ຊາວຫວຽດນາມ. ເຂົາເຈົ້າ ບໍ່ພຽງແຕ່ຮຽນວິທີເຮັດວຽກກ່ຽວກັບສື່ມວນຊົນເທົ່ານັ້ນ ຫາກຍັງຮຽນວິທີທີ່ຈະກາຍເປັນ “ຂົວຕໍ່” ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ ຜ່ານອາຊີບທີ່ຕົນເລືອກ ອີກດ້ວຍ.

(ແຫຼ່ງຄັດຈາກ qdnd.vn)

ຕັ້ງໜ້າຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ດິນແດນລາວ

ຕັ້ງໜ້າຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ດິນແດນລາວ

ຢູ່ທ່າມກາງພູຜາປ່າດົງອັນກວ້າງໃຫຍ່ໄພສານຂອງແຂວງຄໍາມ່ວນ (ລາວ), ບ່ອນທີ່ຮ່ອງຮອຍສົງຄາມຄ່ອຍໆສູນຫາຍໄປຕາມການເວລາ, ບັນດາພະນັກງານ, ພາລະກອນກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 589 (ກອງ 589), ພະແນກການເມືອງ, ກອງບັນຊາການທະຫານແຂວງກວາງຈິ ໄດ້ຕັ້ງໜ້າປະຕິບັດໜ້າທີ່ຊອກຫາ, ຂຸດຄົ້ນ ແລະເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ປະເທດເພື່ອນ ກັບຄືນປະເທດຊາດ.

Top