ຮອຍປະທັບຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ສະມັດຊາໃຫຍ່ ສະຫະປະຊາຊາດ ແລະ ສ ອາເມລິກາ

ຮອຍປະທັບຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ສະມັດຊາໃຫຍ່ ສະຫະປະຊາຊາດ ແລະ ສ ອາເມລິກາ

ແຕ່ວັນທີ 20-24 ກັນຍາ 2026, ສະຫາຍ ເລຂາທິການໃຫຍ່, ປະ ທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມ ກອງປະຊຸມ ສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 81 ແລະ ດຳເນີນຫຼາຍກິດຈະກຳສອງຝ່າຍຢູ່ ສ ອາເມລິກາ. ການໄປຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ໄດ້ຢືນຢັນເຖິງ ຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຂອງ ຫວຽດນາມ ຕໍ່ກັບບົດບາດເປັນໃຈກາງ ຂອງ ອົງການ ສະຫະປະ ຊາຊາດ ແລະ ສົ່ງເສີມການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ-ສ ອາເມລິກາ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີບົດກ່າວ ປາໄສທີ່ສຳຄັນ ຢູ່ກອງປະຊຸມສົນທະນາຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 81. ພາບ: ຖົ໋ງເຍິດ/VNA

ໃນຂອບການຢ້ຽມຢາມ ແລະ ເຮັດວຽກ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີຫຼາຍກິດຈະກຳທີ່ສໍາຄັນ ເຊັ່ນ: ກ່າວປາໄສ ຢູ່ ກອງປະຊຸມສົນທະນາຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 81, ພົບປະສອງ ຝ່າຍກັບບັນດາ ຜູ້ນໍາປະເທດຕ່າງໆ, ຕະຫຼອດຮອດການພົບປະ ກັບຜູ້ນໍາ ບັນດາຂະແໜງການ, ພາກສ່ວນ ແລະ ບັນດາວິສາຫະກິດ, ກຸ່ມບໍລິສັດເສດຖະກິດ ຊັ້ນນໍາ ຂອງ ສ ອາເມລິກາ.  

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ Antonio Guterres ແລະ ປະທານສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 81, ທ່ານ Khalilur Rahman. ພາບ: ຖົ໋ງເຍິດ/VNA

ໂດຍສະເພາະ, ຢູ່ກອງປະຊຸມສົນທະນາຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 81 ພາຍໃຕ້ຫົວຂໍ້ “ຟື້ນຟູຄວາມເຊື່ອໝັ້ນ, ສ້າງການປ່ຽນແປງ ອົງການສະຫະປະຊາຊາດ ປະຕິບັດງານເພື່ອທຸກໆ ຄົນ”, ເຊິ່ງແມ່ນເຫດການທີ່ ດຶງດູດ ການເຂົ້າຮ່ວມຂອງປະ ມຸກລັດກວ່າ 120 ທ່ານ, ຫົວໜ້າລັດຖະບານ, ພ້ອມດ້ວຍຜູ້ນໍາ ແລະ ຕົວແທນຈາກບັນດາ ປະເທດພາຄີ, ສະຫາຍ ເລຂາທິການໃຫຍ່, ປະທານ ປະເທດ ໂຕເລິມ ໄດ້ມີບົດ ກ່າວປາໄສ ທີ່ສໍາຄັນ ໂດຍເນັ້ນໜັກເຖິງສານ ກ່ຽວກັບການ ປັບປຸງຄວາມເຊື່ອໝັ້ນ ແລະ ຮ່ວມມືກັນປະຕິບັດງານ ເພື່ອໃຫ້ການປ່ຽນແປງໃຫຍ່ ຂອງໂລກ ເປີດໂອກາດ ໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ການພັດທະນາ, ມຸ່ງໄປສູ່ ລະບຽບການສາກົນ ທີ່ມີຄວາມຍຸຕິທໍາ ແລະ ມະນຸດສະທໍາຫຼາຍຂຶ້ນ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບ ຜູ້ນຳຂອງບັນດາປະເທດ ແລະ ນາຍົກລັດຖະມົນຕີ ນະຄອນ ວາຕີກັງ. ພາບ: ຖົ໋ງເຍິດ/VNA

ໃນສະພາບທີ່ໂລກມີການຜັນແປຢ່າງເລິກເຊິ່ງ; ການປະທະກັນ ຄັ້ງຕ່າງໆ ນັບມື້ແກ່ຍາວ; ການປ່ຽນແປງຂອງ ດິນຟ້າອາກາດ, ໄພ ທໍາມະຊາດ, ພະຍາດລະບາດ ແລະ ບັນຫາໃໝ່ໆ ທີ່ເກີດຂຶ້ນ ຈາກ ການພັດທະນາຢ່າງໄວວາ ຂອງວິທະຍາສາດ-ເຕັກໂນໂລຊີ, ໂດຍ ສະເພາະແມ່ນປັນຍາປະດິດ (AI), ເຊິ່ງກໍາລັງສົ່ງຜົນກະທົບ ໂດຍ ກົງຕໍ່ຊີວິດການເປັນຢູ່ ແລະ ການຫາລ້ຽງຊີບຂອງ ປະຊາຊົນ, ເຮັດໃຫ້ບັ່ນທອນ ກົດໝາຍລະຫວ່າງປະເທດ, ຄວາມເຊື່ອໝັ້ນທາງຍຸດທະສາດຫຼຸດລົງ ແລະ ຂັດຂວາງການ ເຈລະຈາ, ການຮ່ວມມື. ບົດປາໄສຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີ ຫຼາຍວິທີການແກ້ໄຂ ທີ່ສໍາຄັນ, ເຂົ້າເຖິງບັນຫາແກ່ນ ສານທີ່ສຸດ ຂອງໂລກໃນປັດຈຸບັນ, ນັ້ນແມ່ນ: ການຟື້ນຟູຄວາມ ເຊື່ອໝັ້ນ ລະຫວ່າງບັນດາປະເທດ ບົນພື້ນຖານ ການເຄົາລົບກົດ ບັດ ສະຫະປະຊາຊາດ ແລະ ກົດໝາຍສາກົນ; ຊຸກຍູ້ການພັດທະ ນາ ຢ່າງຍຸຕິທໍາ, ມະນຸດສະທໍາ, ກວມລວມ ແລະ ຍືນຍົງ; ເປັນ ເຈົ້າການ ກໍານົດ ການຄຸ້ມຄອງ ເຕັກໂນໂລຊີ ເພື່ອໃຫ້ຄວາມກ້າວ ໜ້າ ຮັບໃຊ້ມະນຸດຊາດ ແລະ ການພັດທະນາຮ່ວມກັນ; ປັບປຸງ ລັດທິພະຫຸພາຄີ ແລະ ບົດບາດເປັນໃຈກາງ ທີ່ບໍ່ສາມາດ ທົດແທນໄດ້ ຂອງອົງການສະຫະປະຊາຊາດ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ຜູ້ ນຳບັນດາອົງການ ຂອງ ສ ອາເມລິກາ. ພາບ: ຖົ໋ງເຍິດ/VNA

ຕາມສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລ້ວ, ການຟື້ນຟູຄວາມເຊື່ອໝັ້ນ ບໍ່ໄດ້ຮຽກຮ້ອງ ໃຫ້ບັນດາປະເທດ ລົບ ລ້າງຄວາມແຕກຕ່າງ ແຕ່ແມ່ນການຮ່ວມມືກັນຄຸ້ມຄອງ ຄວາມ ແຕກຕ່າງນັ້ນ ຢ່າງມີຄວາມຮັບຜິດຊອບ. ວິກິດການຕ້ອງ ໄດ້ຮັບ ການປ້ອງກັນ. ການແຂ່ງຂັນຕ້ອງໄດ້ຮັບການຄວບຄຸມ. ການເຈ ລະຈາຕ້ອງໄດ້ຮັບການຮັກສາ. ຄໍາໝັ້ນສັນຍາ ຕ້ອງໄດ້ຮັບການ ເຄົາລົບ ແລະ ປະຕິບັດຢ່າງຄົບຖ້ວນ. ບັນດາປະເທດໃຫຍ່ຈໍາ ເປັນຕ້ອງເປັນຜູ້ນໍາໜ້າ ໃນການເຄົາລົບກົດໝາຍສາກົນ, ຄວບຄຸມ ແລະ ແກ້ໄຂບັນຫາຮ່ວມກັນຢ່າງມີຄວາມຮັບຜິດຊອບ. ອົງການ ສະຫະປະຊາຊາດ ຕ້ອງຮັກສາບົດບາດໃຈກາງ ໃນຄວາມພະຍາ ຍາມເຫຼົ່ານັ້ນ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສົນທະນາ ກັບຜູ້ນຳ ສະຖາບັນການເງິນ, ກອງທຶນການລົງທຶນ ຂອງ ສ ອາເມ ລິກາ. ພາບ: ຖົ໋ງເຍິດ/VNA
ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ການສົນນາໂຕະມົນລະດັບສູງ ຮ່ວມກັບ ບັນດາວິສາຫະກິດ ລາຍ ໃຫຍ່ ຂອງ ສ ອາເມລິກາ. ພາບ: ຖົ໋ງເຍິດ/VNA

ກໍໃນບົດປາໄສຂອງຕົນ, ສະຫາຍເລຂາທິການໃຫຍ່, ປະທານ ປະ ເທດ ໂຕເລິມ ໄດ້ສົ່ງສານທີ່ຢືນຢັນເຖິງ ຫວຽດນາມ ທີ່ສະເໝີຕົ້ນສະເໝີປາຍ ກັບແນວທາງ ການຕ່າງປະເທດ ທີ່ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດ ຕະພາບ, ການຮ່ວມມື ແລະ ພັດທະນາ; ຫັນເປັນພະຫຸພາຄີ, ຫັນເປັນຫຼາກຫຼາຍຮູບແບບ ໃນສາຍພົວພັນ ການຕ່າງປະເທດ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບບັນດາ ຜູ້ນຳກຸ່ມບໍລິສັດ ແລະ ມະຫາວິທະຍາໄລ ຂອງ ສ ອາເມລິກາ. ພາບ: ຖົ໋ງເຍິດ/VNA

ຫວຽດນາມ ຈະຍຶດໝັ້ນ ໃນການປົກປ້ອງກົດບັດ ສະຫະປະຊາຊາດ ແລະ ກົດໝາຍສາກົນ, ຊຸກຍູ້ການເຈລະຈາ ແລະ ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ເຂົ້າຮ່ວມຢ່າງເລິກເຊິ່ງ ແລະ ກວ້າງຂວາງ ກວ່າເກົ່າ ເຂົ້າໃນກິດຈະກໍາຮັກສາສັນຕິພາບ. ຫວຽດນາມ ກໍາລັງຮ່ວມມືສ້າງປະຊາຄົມ ASEAN ໃຫ້ມີຄວາມສາມັກຄີ, ສ້າງ ຄວາມເຂັ້ມແຂງ ດ້ວຍຕົນເອງ, ຕັ້ງໜ້າກະກຽມ ຮັບບົດບາດ ເປັນ ເຈົ້າພາບ APEC ໃນປີ 2027, ປະກອບສ່ວນ ເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາ ຂອງ ພາກພື້ນ ແລະ ໂລກ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວປາໄສ ກ່ຽວກັບນະໂຍບາຍ ຢູ່ທີ່ ສະມາຄົມນະໂຍບາຍ ການຕ່າງປະເທດ ສ ອາເມລິກາ (FPA) ແລະ ຮັບຫຼຽນໄຊ FPA - ເຊິ່ງແມ່ນລາງວັນອັນສູງສົ່ງທີ່ສຸດ ຂອງສະມາຄົມ ມອບໃຫ້ແກ່ບຸກ ຄົນທີ່ສະແດງໃຫ້ເຫັນເຖິງ ຈິດໃຈ ສາກົນ ທີ່ມີຄວາມຮັບຜິດຊອບ ແລະ ມີສ່ວນຮ່ວມ ໃນການຂະຫຍາຍຄວາມເຂົ້າໃຈ ຂອງ ສາທາ ລະນະຊົນ ກ່ຽວກັບບັນຫາສາກົນ. ພາບ: ຖົ໋ງເຍິດ/VNA

ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ສະຫາຍເລຂາທິ ການໃຫຍ່, ປະທານປະເທດ ໂຕເລິມ ກໍໄດ້ມີຫຼາຍ ກິດຈະກໍາ ສອງ ຝ່າຍ ທີ່ສໍາຄັນ ຢູ່ ສ ອາເມລິກາ. ບັນດາກິດຈະກໍາພົບປະ, ເຮັດ ວຽກກັບຜູ້ນໍາບັນດາພາກສ່ວນ, ຂະແໜງການ, ບັນດາກຸ່ມເສດ ຖະກິດລາຍໃຫຍ່ ຂອງ ສ ອາເມລິກາ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ຈັດຕັ້ງປະຕິບັດ ຄວາມຮັບຮູ້ຮ່ວມກັນຂອງຜູ້ນໍາຂັ້ນສູງ ຫວຽດນາມ ແລະ ສ ອາເມລິກາ; ຊຸກຍູ້ສາຍພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ ໃຫ້ພັດທະນາຢ່າງມີສະຖຽນລະພາບ, ແທດຈິງ, ມີປະສິດທິຜົນ ແລະ ຍືນຍົງຂອງທັງສອງປະເທດ. ນີ້ແມ່ນໂອກາດ ເພື່ອໃຫ້ທັງສອງຝ່າຍ ເພີ່ມທະວີ ການພົບປະຂັ້ນ ສູງ, ແລກປ່ຽນ ກ່ຽວກັບບັນຫາທີ່ມີຄວາມໝາຍ ຍຸດທະສາດ, ຍາວ ນານ ຕໍ່ກັບສາຍພົວພັນຂອງສອງປະເທດ, ທັງເປັນການເພີ່ມທະວີຄວາມເຂົ້າໃຈ, ຍາດແຍ່ງເອົາ ການສະໜັບສະໜູນ ຈາກບັນດາ ພາກສ່ວນ ຕໍ່ກັບ ຫວຽດນາມ ແລະ ສາຍພົວພັນສອງຝ່າຍ ຫວຽດ ນາມ-ສ ອາເມລິກາ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະດັບ ແລະ ມອບຫຼຽນກາມິດຕະພາບ ໃຫ້ແກ່ ບັນດາເພື່ອນມິດ ອາເມລິ ກາ. ພາບ: ຖົ໋ງເຍິດ/VNA
ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວປາໄສ ໃນງານພົບປະຜູ້ຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ທີ່ອາໄສ ຢູ່ ສ ອາເມລິກາ. ພາບ: ຖົ໋ງເຍິດ/VNA
  • ບົດ: ແທັງຮ່ວາ/VNP - ພາບ: VNA

Top