ບັນດາຕົວເລກ ທ່ີໜ້າປະທັບໃຈ
ໃນວັນທີ 2 ກໍລະກົດ 1976, ສະພາແຫ່ງຊາດ ຫວຽດນາມ ໄດ້ຕັ ດສິນໃຈ ປ່ຽນຊື່ ເມືອງປະຫວັດສາດ ໄຊງ່ອນ - ຢາດິ້ງ ເປັນ ນະຄອນ ໂຮ່ຈີມິນ. ເຄິ່ງສະຕະວັດ ພາຍຫຼັງຂີດໝາຍດັ່ງກ່າວ, ນະຄອນ ໄດ້ເຕີບໂຕ ຢ່າງແຂງແຮງ, ກາຍເປັນສູນກາງ ເສດຖະກິດ ທີ່ຂະຫຍັນຂັນເຄື່ອນ, ເປັນຈຸດສຸມແຫ່ງການແລກປ່ຽນການຄ້າ ສາກົນ ແລະ ແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າທົ່ວປະເທດ ກ່ຽວກັບການປ່ຽນໃໝ່ປະດິດສ້າງ.
ປີ 2024
* ຍອດຜະລິດຕະພັນພາຍໃນທ້ອງຖິ່ນ (GRDP) ເພີ່ມຂຶ້ນ 7,17%.
* ເກັບລາຍຮັບງົບປະມານໄດ້ກວ່າ 508.553 ຕື້ດົ່ງ, ເປັນຄັ້ງທຳອິດ ທີ່ລື່ນກາຍເປົ້າໝາຍ 500.000 ຕື້ດົ່ງ.
* ຍອດມູນຄ່າຂາຍຍ່ອຍສິນຄ້າ ແລະ ລາຍຮັບ ຈາກການບໍລິການ ບໍລິໂພກ ບັນລຸກວ່າ 1,206 ລ້ານຕື້ດົ່ງ, ເພີ່ມຂຶ້ນປະມານ 10,7%.
* ຂະແໜງທ່ອງທ່ຽວ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 6 ລ້ານເທື່ອ ຄົນ, ນັກທ່ອງທ່ຽວພາຍໃນປະເທດ 36 ລ້ານເທື່ອຄົນ, ສ້າງລາຍຮັບ ທັງໝົດ ໄດ້ 190.000 ຕື້ດົ່ງ.
* ໃນປີ 2024, ພື້ນທ່ີທຸກ ຕາລາງກິໂລແມັດ ຢູ່ນະຄອນ ໂຮ່ຈີມິນ ສາ ມາດສ້າງມູນຄ່າເພີ່ມໄດ້ 848,7 ຕື້ດົ່ງ.
ປີ 2025
* GRDP ປີ 2025 ຂອງນະຄອນ ໂຮ່ຈີມິນ ເພີ່ມຂຶ້ນ 7,53% ພາຍຫຼັງ ການໂຮມເຂົ້າກັບແຂວງ ບິ່ງເຢືອງ ແລະ ແຂວງ ບ່າເຣ້ຍ - ຫວຸ໊ງເຕົ່າ.
* GRDP ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 8.755 ໂດລາສະຫະລັດ/ຄົນ, ເທົ່າກັບ 1,7 ເທົ່າ ຂອງ ລະດັບສະເລ່ຍທົ່ວປະເທດ.
* ເກັບລາຍຮັບງົບປະມານໄດ້ປະມານ 746.438 ຕື້ດົ່ງ.
* ສ້າງຕັ້ງວິສາຫະກິດໃໝ່ 59.750 ແຫ່ງ.
* ທຶນຈົດທະບຽນຈາກຕ່າງປະເທດ (FDI) ບັນລຸປະມານ 8,37 ຕື້ ໂດລາສະຫະລັດ
* ຂະແໜງທ່ອງທ່ຽວ ຕ້ອນຮັບນັກທ່ອງທ່ຽວສາກົນ ໄດ້ເກືອບ 8,6 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນປະເທດເກືອບ 46 ລ້ານເທື່ອຄົນ, ສ້າງ ລາຍຮັບທັງໝົດໄດ້ 278.566 ຕື້ດົ່ງ.
* ໃນສອງປີມໍ່ໆ ມານີ້ (2024 - 2025), ນະຄອນ ໂຮ່ຈີມິນ ໄດ້ຫັນ ປ່ຽນ ໄປສູ່ຮູບແບບການເຕີບໂຕ ໂດຍອີງໃສ່ພື້ນຖານຄວາມຮູ້.
* ຮອດປີ 2025, ຜົນຜະລິດ ບັນດາປັດໄຈສັງລວມ (TFP) ໄດ້ປະ ກອບສ່ວນເຖິງ 59% ເຂົ້າໃນການເຕີບໂຕ GRDP.
ເປົ້າໝາຍການເຕີບໂຕ GRDP ເປັນສອງຕົວເລກ ຂອງ ນະຄອນ ໂຮ່ຈີມິນ ໃນໄລຍະປີ 2026 - 2030
* ນະຄອນ ໂຮ່ຈີມິນ ໄດ້ຕັ້ງເປົ້າໝາຍການເຕີບໂຕ GRDP ໃນໄລຍະ ປີ 2026 - 2030 ໃຫ້ບັນລຸລະດັບ ສະເລ່ຍແຕ່ 10 - 11%/ປີ.
* ກາຍເປັນສູນກາງ ການເງິນສາກົນ ແລະ ເພື່ອໃຫ້ລັດຖະບານ ບັນລຸ ລະດັບ ລາຍຮັບ 15.000 ໂດລາສະຫະລັດ/ຄົນ ໃນປີ 2030.
* ນະຄອນ ໂຮ່ຈີມິນ ໄດ້ສ້າງແຜນການເຕີບໂຕ ໃນລະດັບສູງ ພາຍໃຕ້ ເງື່ອນໄຂທີ່ເອື້ອອຳນວຍ ແລະ ກົນໄກມະຕິເລກທີ 98 ສະບັບປັບປຸງ ໄດ້ເສີມຂະຫຍາຍປະສິດທິຜົນຕັ້ງແຕ່ຕົ້ນ, ເຊິ່ງໄດ້ ຮັບການສະໜັບສະໜູນຈາກບັນດານັກລົງທຶນຍຸດທະສາດ. ລະອຽດແມ່ນສູ້ຊົນໃຫ້ການ ເຕີບໂຕ 10%.
ກຸ່ມໜ້າທີ່, ມາດຕະການແກ້ໄຂ ໃນປີ 2026
* ສູ້ຊົນເກັບລາຍຮັບ ເຂົ້າງົບປະມານໃນປີ 2026 ໃຫ້ບັນລຸກວ່າ 805.000 ຕື້ດົ່ງ.
* ຜັນຂະຫຍາຍໂຄງການພັດທະນາຕົວເມືອງ ຕາມກຳນົດທິດທາງ ການຄົມມະນາຄົມ (TOD) ແລະ ຂຸດຄົ້ນຊັບພະຍາກອນດິນ ເພື່ອ ເພີ່ມທະວີ ແຫຼ່ງລາຍຮັບຈາກທ່ີດິນ.
* ຜັນຂະຫຍາຍການເກັບຄ່າທຳນຽມ ກຳນົດສະເພາະ ຕາມ ມະຕິ ເລກທີ 98, ອອກຈຳໜ່າຍພັນທະບັດ ອຳນາດການປົກຄອງ ຕົວເມືອງ ແລະ ພັນທະບັດກິດຈະການ, ເສີມຂະຫຍາຍ ບັນດາ ແຫຼ່ງທຶນຊ່ວຍເຫຼືອ...
* ເພີ່ມທະວີ ການເສີມຂະຫຍາຍ ບົດບາດເປັນກຳລັງໜູນ, ນຳພາ ການລົງທຶນ ດ້ວຍມູນຄ່າປະມານ 148.000 ຕື້ດົ່ງ.
* ຊຸກຍູ້ການລະດົມທຶນຮອນ ການລົງທຶນ ທົ່ວສັງຄົມ ກວ່າ 1,05 ລ້ານ ຕື້ດົ່ງ, ຍົກສູງປະສິດທິຜົນ ໃນການດຶງດູດ ການລົງທຶນ ຈາກຕ່າງປະເທດ.
* ຈັດຕັ້ງປະຕິບັດການປະຕິຮູບ ການບໍລິຫານ ຢ່າງມີປະສິດທິຜົນ, ປັບປຸງສະພາບແວດລ້ອມການລົງທຶນ, ປັບລົດ ແລະ ຫັນເປັນ ງ່າຍດາຍ ບັນດາຂັ້ນຕອນລະບຽບການບໍລິຫານທີ່ບໍ່ສົມເຫດສົມຜົນ.
* ພັດທະນາເສດຖະກິດ ຢ່າງວ່ອງໄວ ແລະ ຍືນຍົງ, ໂດຍອີງໃສ່ ການປ່ຽນແປງໃໝ່ ຮູບແບບການເຕີບໂຕ ແລະ ປັບປຸງໂຄງສ້າງ ເສດຖະກິດຄືນໃໝ່, ໃນນັ້ນຈຸດສຸມແມ່ນ ວິທະຍາສາດ - ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ ເປັນກຳລັງໜູນຕົ້ນຕໍ.
* ປັບປຸງໂຄງສ້າງພື້ນທີ່ຕົວເມືອງ ແຫ່ງການພັດທະນາຄືນໃໝ່ ຕາມ ທິດຫຼາຍຂົ້ວ - ປະສົມປະສານ - ເຊື່ອມຕໍ່, ບຸລິມະສິດ ໃນການລະ ດົມແຫຼ່ງກຳລັງການລົງທຶນ ເຂົ້າໃນສາມເຂດຈຸດສຸມ.
* ແກ້ໄຂສາມບັນຫາອຸດຕັນ ກ່ຽວກັບ ໄພນ້ຳຖວ້ມ, ການ ຈະລາຈອນ ແອອັດ, ອະນາໄມສິ່ງແວດລ້ອມ ແລະ ມົນລະພິດ ໃນອາກາດ.
ບົດ: VNP - ພາບ: ຫງວຽນລວນ, ທົງຫາຍ/VNP, ເຈິ່ນເຖ໋ຟອງ, ຮີ່ວງເຊີນ ແລະ VNA






