ອ໋ອກແອວ - ບາເທ ບົນເສັ້ນທາງ ກ້າວສູ່ການເປັນມໍລະດົກໂລກ

ອ໋ອກແອວ - ບາເທ ບົນເສັ້ນທາງ ກ້າວສູ່ການເປັນມໍລະດົກໂລກ

ຊ່ອນຕົວຢູ່ໃຕ້ຊັ້ນດິນສັນດອນ ຂອງ ພາກໃຕ້, ສູນກາງ ການຄ້າ ບູຮານ ກຳລັງຄ່ອຍໆ ປະກົດຕົວອອກມາ. ນັບແຕ່ບັນດາການຄົ້ນ ພົບທາງບູຮານຄະດີ ໄປຈົນເຖິງເອກະສານ ທີ່ຍື່ນສະເໜີຕໍ່ ອົງການ ການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສະຫະປະຊາ ຊາດ (UNESCO), ອ໋ອກແອວ - ບາເທ ໄດ້ເປີດສາກການເດີນ ທາງ ເພື່ອນຳເອົາມໍລະດົກ ຂອງ ຫວຽດນາມ ເຂົ້າຮ່ວມ ໃນກະແສ ອາລະຍະທຳ ຂອງ ມວນມະນຸດ.

 

ທ່າມກາງທົ່ງນາ ທີ່ກວ້າງສຸດສາຍຕາ ຢູ່ຕີນພູ ບາເທ (ແຂວງ ອານ ຢາງ), ມັນຍາກທີ່ຈະຈິນຕະນາການໄດ້ວ່າ ຢູ່ແຫ່ງນີ້ ເຄີຍເປັນ ຕົວ ເມືອງທີ່ຄຶກຄື້ນ ເມື່ອເກືອບສອງພັນປີກ່ອນ. ແຕ່ຢູ່ໃຕ້ຊັ້ນດິນໂທມ ທີ່ງຽບສະຫງົບນັ້ນ, ຮ່ອງຮອຍ ຂອງ ວັດທະນະທຳ ອ໋ອກແອວ ທີ່ຕິດ ພັນກັບ ອານາຈັກ ຟູ່ນາມ (ສະຕະວັດທີ I - VII) ກຳລັງຄ່ອຍໆ ຖືກ ເປີດເຜີຍອອກມາ ຜ່ານແຕ່ລະຄັ້ງ ຂອງ ການຂຸດຄົ້ນ.

ເຂດບູຮານສະຖານ ບູຮານຄະດີ ແລະ ສະຖາປັດຕະຍະກຳ ສິ ລະປະ ອ໋ອກແອວ - ບາເທ ແມ່ນກຸ່ມບູຮານສະຖານ ທີ່ມີຄວາມ ໝາຍ ສຳຄັນເປັນພິເສດ, ສະແດງໃຫ້ເຫັນ ພື້ນຖານ ວັດທະນະທຳ ອ໋ອກແອວ ສະໄໝບູຮານ ແລະ ອານາຈັກ ຟູ່ນາມ. ພາບ: ເລມິງ/VNP  
ພາບການຂຸດຄົ້ນບູຮານຄະດີ ຢູ່ບູຮານສະຖານ ກໍ່ໄກທິ (ຂຶ້ນກັບກຸ່ມບູຮານສະຖານ ອ໋ອກແອວ - ບາເທ, ແຂວງ ອານຢາງ) ໃນ ປີ 1944. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ ສຳຄັນ ທີ່ຊ່ວຍໃຫ້ ນັກບູຮານຄະດີ Louis Malleret ຢືນຢັນການມີຢູ່ ຂອງ ພື້ນຖານ ວັດທະນະທຳ ອ໋ອກແອວ ທີ່ຮຸ່ງເຮືອງ, ຊຶ່ງເຄີຍແມ່ນ ທ່າເຮືອການຄ້າທີ່ຄຶກຄື້ນ ຂອງອານາຈັກ ຟູ່ນາມ ສະໄໝກ່ອນ. ພາບ: EFEO
 

 

ວັດທະນະທຳ ອ໋ອກແອວ ແມ່ນໜຶ່ງໃນສາມພື້ນຖານວັດທະນະທຳ ທີ່ຍິ່ງໃຫຍ່ ຂອງ ຫວຽດນາມ, ຄຽງຄູ່ກັບ ວັດທະນະທຳ ດົົງເຊີນ ຢູ່ ພາກເໜືອ ແລະ ວັດທະນະທຳ ຊາຮວິ່ງ ຢູ່ພາກກາງ. ຄົງຕົວ ແຕ່ສະ ຕະວັດທີ II ຫາ ສະຕະວັດທີ VII, ວັດທະນະທຳ ອ໋ອກແອວ ໄດ້ພັດ ທະນາຢ່າງຮຸ່ງເຮືອງ ຢູ່ເຂດພາກໃຕ້, ໃນນັ້ນເຂດ ອ໋ອກແອວ - ບາ ເທ ຖືວ່າ ແມ່ນໜຶ່ງໃນສູນກາງການຄ້າສາກົນ ທີ່ສຳຄັນ ອັນດັບຕົ້ນໆ ຂອງ ອາຊີຕາເວັນອອກສ່ຽງໃຕ້ ໃນສະໄໝນັ້ນ. ບັນດາການຄົ້ນພົບ ທາງບູຮານຄະດີ ໄດ້ພິສູດໃຫ້ເຫັນວ່າ ຢູ່ທີ່ນີ້ ເຄີຍມີສາຍພົວພັນການ ຄ້າຢ່າງກວ້າງຂວາງ ກັບຫຼາຍອາລະຍະທຳ ທີ່ຍິ່ງໃຫຍ່ ເຊັ່ນ: ຈີນ, ອິນເດຍ ແລະ ໂຣມັນ.

 

 

ນັບຕັ້ງແຕ່ນັກບູຮານຄະດີ ທ່ານ Louis Malleret ໄດ້ຄົ້ນພົບ ສະ ຖານທີ່ແຫ່ງນີ້ ເມື່ອປີ 1944, ອ໋ອກແອວ - ບາເທ ກໍ່ໄດ້ກາຍເປັນ ໜຶ່ງ ໃນຈຸດສຸມ ແຫ່ງການວິໄຈ ທີ່ສຳຄັນທີ່ສຸດ ກ່ຽວກັບປະຫວັດສາດ ບູຮານ ຂອງ ເຂດອາຊີຕາເວັນອອກສ່ຽງໃຕ້. ບັນດາຊັ້ນຕະກອນ ທີ່ ເບິ່ງຄືວ່າ ບໍ່ມີຊີວິດຊີວານັ້ນ ພັດເກັບຮັກສາເລື່ອງລາວ ອັນຍິ່ງໃຫຍ່ ກ່ຽວກັບການຄ້າຂາຍ, ການເຊື່ອມຕໍ່ ແລະ ການພັດທະນາ.

ບັນດາຫຼັກຖານທາງບູຮານຄະດີ ສະແດງໃຫ້ເຫັນວ່າ ນັບແຕ່ຕົ້ນໆ ສະຕະວັດ ຂອງ ຄຣິດສັກະລາດ, ຢູ່ທີ່ນີ້ໄດ້ສ້າງຕັ້ງ ເປັນຕົວເມືອງ ທີ່ ພັດທະນາ, ໂດຍມີກິດຈະກຳການຜະລິດ ແລະ ການແລກປ່ຽນສິນ ຄ້າຢ່າງຟົດຟື້ນ. ຕັ້ງຢູ່ບົນເສັ້ນທາງເຊື່ອມຕໍ່ ລະຫວ່າງ ມະຫາສະໝຸດ ອິນເດຍ ແລະ ມະຫາສະໝຸດ ປາຊີຟິກ ຜ່ານຊ່ອງແຄບ ຄຣາ (Kra), ອ໋ອກແອວ - ບາເທ ເຄີຍມີບົດບາດ ຄືກັບ “ສະຖານີສົ່ງຕໍ່” ໃນເຄືອ ຂ່າຍການຄ້າ ຕາເວັນອອກ - ຕາເວັນຕົກ.

ບັນດານັກບູຮານຄະດີ ສຶກສາຄົ້ນຄວ້າ ບັນດາຮ່ອງຮອຍ ບູຮານ ຄະດີ ວັດທະນະທຳ ອ໋ອກແອວ ຢູ່ເທິງຮູບຈຳລອງ. ພາບ: EFEO  
ຂຸມຂຸດຄົ້ນຢູ່ເຂດບູຮານສະຖານ ກໍ່ໄກທິ ພາຍໃນກຸ່ມບູຮານ ສະຖານ ອ໋ອກແອວ - ບາເທ. ພາບ: ທົງທ້ຽນ/VNP
ໃນຂຸມຂຸດຄົ້ນຕ່າງໆ, ໄດ້ຄົ້ນພົບສິ້ນສ່ວນ ເຄື່ອງປັ້ນດິນເຜົານັບລ້ານ ສິ້ນ, ເຊິ່ງແມ່ນສິ້ນສ່ວນນ້ອຍໆ ແຕ່ໄດ້ນຳເອົາຮ່ອງຮອຍ ແຫ່ງການ ເດີນທາງ ທີ່ຍາວໄກມາພ້ອມ. ບັນດານັກວິໄຈ ໄດ້ຄົ້ນພົບ ວັດຖຸບູຮານຫຼາຍຢ່າງ ທີ່ມີແຫຼ່ງກຳເນີດມາຈາກ ໂຣມັນ, ອິນເດຍ, ຈີນ ແລະ ອາຊີຕາເວັນຕົກ, ເຊິ່ງສະທ້ອນໃຫ້ເຫັນເຖິງ ເຄືອຂ່າຍການຄ້າ ທີ່ຍາວຢຽດ ຕັ້ງແຕ່ ທະເລເມດິເຕີເຣນຽນ ຈົນເຖິງ ອາຊີຕາເວັນອອກ.

ຮສຈ. ປອ ບຸ່ຍມິງຈີ໋, ຫົວໜ້າສະຖາບັນຄົ້ນຄວ້າ ກ່ຽວກັບ ອາລະຍະ ທຳ ອາຊີ ກ່າວວ່າ ການຄົ້ນພົບເຄື່ອງປັ້ນດິນເຜົາ ນຳເຂົ້າ ຈາກຕ່າງ ປະເທດ ຢູ່ບັນດາສະຖານທີ່ ເຊັ່ນ: ເນ່ນຈົ່ວ, ລຸງເລີ໋ນ ຫຼື ກໍ່ຢົ່ົງກາດ ແມ່ນຫຼັກຖານ ທີ່ຈະແຈ້ງ ໃຫ້ແກ່ການມີຢູ່ ຂອງ ກະແສການຄ້າ ຂ້າມພາກພື້ນ.

ໃນມຸມມອງທີ່ກວ້າງກວ່າ, ສຈ. ຫງວຽນວັນກີມ, ກຳມະການ ສະພາ ມໍລະດົກແຫ່ງຊາດ ໄດ້ໃຫ້ທັດສະນະວ່າ: “ບັນດາການຄົ້ນພົບ ທາງວິ ທະຍາສາດ ເຫຼົ່ານັ້ນ ແມ່ນຫຼັກຖານ ທີ່ໜ້າເຊື່ອຖື ແລະ ໃກ້ຊິດ ກັບ ຕົວຈິງ ກ່ຽວກັບບົດບາດ, ຄວາມສາມາດ ໃນການເຕົ້າໂຮມ, ການ ຖ່າຍທອດ ກໍ່ຄືຄຸນລັກສະນະທາງທະເລ, ແນວຄິດມຸ່ງສູ່ທະເລ ແລະ ລັກສະນະການຄ້າ ທີ່ເປັນຕົວແບບ ຂອງ ສູນກາງເສດຖະກິດ - ວັດ ທະນະທຳ ອ໋ອກແອວ ແລະ ອານາຈັກ ຟູ່ນາມ”.

 
ບັນດາວັດຖຸພັນ ທີ່ມີອາຍຸການ ລະຫວ່າງ ສະຕະວັດ ທີ I - VII ທີ່ໄດ້ວາງສະແດງ ຢູ່ເຂດ ບູຮານສະຖານ ອ໋ອກແອວ. ພາບ: ຫງວຽນລວນ/VNP  

ບໍ່ພຽງແຕ່ແມ່ນສູນກາງການຄ້າເທົ່ານັ້ນ, ອ໋ອກແອວ - ບາເທ ຍັງ ແມ່ນພື້ນທີ່ພັກເຊົາ ທີ່ມີຂະໜາດໃຫຍ່. ຮ່ອງຮອຍຂອງບັນດາ ສິ່ງກໍ່ ສ້າງສະຖາປັດຕະຍະກຳ, ເຂດທີ່ຢູ່ອາໄສ, ໂຮງຫັດຖະກຳ ພ້ອມກັບ ລະບົບຄອງຂຸດບູຮານ ໄດ້ແຕ້ມເປັນພາບທີ່ສົມຈິງ ກ່ຽວກັບຊີວິດ ການເປັນຢູ່ ຂອງຜູ້ຄົນສະໄໝບູຮານ.

ວັດຖຸພັນ ຈຳນວນ 3.345 ສິ້ນ ຂອງ ເຂດບູຮານສະຖານ ບູຮານຄະດີ ອ໋ອກແອວ - ບາເທ ໄດ້ຈັດວາງສະແດງ ຢູ່ຫໍວາງສະ ແດງ ວັດທະນະທຳ ອ໋ອກແອວ. ພາບ: ແຄັ໋ງຮ່ວາ/VNA  

ບັນດາຄອງຂຸດບູຮານ ໃນເມື່ອກ່ອນ, ເຊິ່ງປັດຈຸບັນ ຍັງຄົງປາກົດ ຮ່ອງຮອຍຢູ່ຕາມທົ່ງນາ, ເຄີຍເປັນ “ເສັ້ນເລືອດໃຫຍ່” ທີ່ເຊື່ອມຕໍ່ ຕົວ ເມືອງ. ພວກມັນບໍ່ພຽງແຕ່ ຮັບໃຊ້ໃຫ້ແກ່ກະສິກຳເທົ່ານັ້ນ, ແຕ່ຍັງ ເປີດເສັ້ນທາງຄົມມະນາຄົມ ທາງນ້ຳ, ເຊື່ອມຕໍ່ບັນດາເຂດທີ່ຢູ່ອາໄສ ເຂົ້າກັບ ເຄືອຂ່າຍການຄ້າ ທີ່ກວ້າງຂວາງກວ່າເກົ່າ. ແມ່ນລະບົບນີ້ ເອງ ທີ່ໄດ້ປະກອບສ່ວນ ກຳນົດບົດບາດ ຂອງ ອ໋ອກແອວ ໃຫ້ ກາຍເປັນ ຂໍ້ຕໍ່ທີ່ສຳຄັນ ໃນການຄ້າຂາຍ ຂອງ ພາກພື້ນ.

ພື້ນທີ່ວັດທະນະທຳ ອ໋ອກແອວ ບໍ່ໄດ້ຈຳກັດຢູ່ພຽງແຕ່ຂອບເຂດ ແຂວງ ອານຢາງ ເທົ່ານັ້ນ, ແຕ່ຍັງແກ່ຍາວໄປທົ່ວເຂດທົ່ງພຽງ ແມ່ ນ້ຳຂອງ ແລະ ໄປຮອດ ພາກກາງຕອນໃຕ້. ບັນດາສະຖານທີ່ ຮ່ອງ ຮອຍວັດຖຸບູຮານຢູ່ແຂວງ ດົ່ງທາບ, ອານຢາງ, ເກິ່ນເທີ, ເລີມດົົ່ງ... ສະແດງໃຫ້ເຫັນວ່າ ນີ້ແມ່ນລະບົບວັດທະນະທຳ ທີ່ເຊື່ອມຕໍ່ ລະຫວ່າງ ເຂດແຄວ້ນ, ເຊິ່ງມີຫຼາຍສູນກາງຄົງຕົວ ແລະ ເຊື່ອມຕໍ່ກັນ.  

ຢູ່ ເກິ່ນເທີ, ໂດຍສະເພາະແມ່ນເຂດ ເຍີນເຫງ໊ຍ, ບັນດາການຄົ້ນພົບ ທາງບູຮານຄະດີ ໄດ້ປະກອບເພີ່ມເຕີມ ບັນດາສິ້ນສ່ວນທີ່ສຳຄັນ. ສະຖານທີ່ພັກເຊົາ, ຮ່ອງຮອຍການຜະລິດ ແລະ ວັດຖຸບູຮານ ທີ່ເປັນ ເອກະລັກ ສະແດງໃຫ້ເຫັນວ່າ ຢູ່ທີ່ນີ້ ເຄີຍເຂົ້າຮ່ວມ ໃນເຄືອຂ່າຍ ເສດຖະກິດ - ສັງຄົມ ທີ່ກວ້າງໃຫຍ່ ຂອງ ວັດທະນະທຳ ອ໋ອກແອວ.


 

ບັນດາວັດຖຸບູຮານ ທີ່ຖືກປະດິດສ້າງຈາກຄຳ, ອັນຍະມະນີ, ແກ້ວ ຫຼື ໂລຫະ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງ ເຕັກນິກທີ່ປານີດເທົ່ານັ້ນ, ແຕ່ ຍັງສະທ້ອນໃຫ້ເຫັນເຖິງ ຊີວິດການເປັນຢູ່ ທາງດ້ານວັດຖຸ ທີ່ອຸດົມ ສົມບູນ ຂອງ ຜູ້ຄົນສະໄໝບູຮານ. ຄຽງຄູ່ກັນນັ້ນ, ການມີຢູ່ ຂອງ ວັດ ຖຸບູຮານ ທີ່ນຳເຂົ້າຈາກຕ່າງປະເທດ ຍັງສະແດງ ໃຫ້ເຫັນເຖິງ ລັກ ສະນະເປີດກວ້າງ ແລະ ຄວາມສາມາດ ເຊື່ອມຕໍ່ຢ່າງແຂງແຮງ ຂອງ ພື້ນຖານວັດທະນະທຳນີ້.

 
ນັກທ່ອງທ່ຽວ ຢ້ຽມຊົມ ບັນດາສິ່ງລ້ຳຄ່າແຫ່ງຊາດ ຂອງ ວັດທະນະທຳ ອ໋ອກແອວ ຢູ່ ຫໍພິພິທະພັນ ແຂວງ ອານຢາງ. ພາບ: ຫງວຽນລວນ/VNP

 

 

ແຂວງ ອານຢາງ ມີ 10 ຊັບສົມບັດແຫ່ງຊາດ ກ່ຽວກັບວັດທະນະທຳ ອ໋ອກແອວ ທີ່ໄດ້ຮັບການຮັບຮອງໂດຍນາຍົກລັດຖະມົນຕີ, ໃນນັ້ນ ຄະນະຄຸ້ມຄອງ ມໍລະດົກວັດທະນະທຳ ອ໋ອກແອວ ເກັບຮັກສາ 4 ຊັບສົມບັດ: ພະພຸດທະຮູບ ແກະສະຫຼັກນູນ ລິງເຊີນບັກ, ແຫວນ ຮູບ ແມວ ນານດິນ ຢົົ່ງກາດ, ສຽນພະພຸດທະຮູບ ລິງເຊີນບັກ, ໂຖຝັງສົບ ກໍ່ໄກເຈິມ. ຫໍພິພິທະພັນ ແຂວງ ອານຢາງ ເກັບຮັກສາອີກ 6 ຊັບສົມ ບັດ ເຊິ່ງພົ້ນເດັ່ນແມ່ນ ຮູບປັ້ນ ເທວະດາ Brahma ສູງ 37,5 ຊມ ໃນລະຫວ່າງ ສະຕະວັດທີ VI - VII ແລະ ພະພຸດທະຮູບໄມ້ ໃນລະ ຫວ່າງ ສະຕະວັດ ທີ IV - VI.

 

ໃນອີກມຸມໜຶ່ງ ທີ່ເລິກເຊິ່ງກວ່າ, ຊີວິດການເປັນຢູ່ ທາງດ້ານຈິດໃຈ ຂອງ ຊາວ ອ໋ອກແອວ ໄດ້ສະທ້ອນໃຫ້ເຫັນ ຢ່າງຈະແຈ້ງ ເຖິງການ ປະສົມປະສານ ທາງດ້ານວັດທະນະທຳ. ບັນດາຮູບປັ້ນ ພະພຸດທະ ຮູບ, ຮູບປັ້ນເທວະດາ ຫຼື ສິວະລຶງ - ໂຍນີ (Linga – Yoni) ຊຶ່ງເປັນ ສັນຍາລັກ ອາໄວຍະເພດ ຂອງ ຜູ້ຊາຍ-ຜູ້ຍິງ ສະແດງໃຫ້ເຫັນ ເຖິງ ການມີຢູ່ ຂອງ ສາສະໜາພຸດ ແລະ ສາສະໜາຮິນດູ, ເປີດເຜີຍ ໃຫ້ ເຫັນໂລກກະທັດ ທີ່ຫຼາກຫຼາຍ ແລະ ເປີດກວ້າງ.  

ໃນປັດຈຸບັນ, ວັດຖຸບູຮານ ນັບລ້ານສິ້ນ ທີ່ກ່ຽວຂ້ອງກັບວັດທະນະທຳ ອ໋ອກແອວ ກຳລັງໄດ້ຮັບການເກັບຮັກສາ ແລະ ວິໄຈ. ໃນນັ້ນ, ວັດຖຸ ບູຮານ ຫຼາຍຢ່າງ ໄດ້ຮັບການຮັບຮອງ ເປັນຊັບສົມບັດ ແຫ່ງຊາດ, ກາຍເປັນ “ສິ້ນສ່ວນ” ທີ່ສຳຄັນ ທີ່ຊ່ວຍຟື້ນຟູ ພາບລັກ ຂອງ ອາລະ ຍະທຳ ແຫ່ງໜຶ່ງ ທີ່ເຄີຍພັດທະນາ ຈະເລີນຮຸ່ງເຮືອງ ຢູ່ພາກໃຕ້.  

ພ້ອມກັນນັ້ນ, ວຽກງານ ການອະນຸລັກ ກຳລັງຫັນປ່ຽນຈາກການ “ຮັກ ສາ” ໄປສູ່ການ “ປຸກໃຫ້ຕື່ນ”. ບັນດາຮູບແບບການອະນຸລັກ ຢູ່ກັບທີ່ ເຊັ່ນ: ຫໍພິພິທະພັນກາງແຈ້ງ, ກຳລັງໄດ້ຮັບການວິໄຈ ຜັນຂະຫຍາຍ ເພື່ອນຳເອົາມໍລະດົກ ເຂົ້າໃກ້ກັບມວນຊົນ ກວ່າເກົ່າ. ປະຊາຊົນທ້ອງ ຖິ່ນ, ຈາກການເປັນຜູ້ທີ່ອາໄສ ຢູ່ໃກ້ກັບ ສະຖານທີ່ບູຮານ, ກຳລັງ ຄ່ອຍໆ ກາຍເປັນເຈົ້າ ໃນການເຂົ້າຮ່ວມ ປົກປັກຮັກສາ ມໍລະດົກ.

 

ພະນັກງານ ຄະນະຄຸ້ມຄອງ ເຂດບູຮານສະຖານ ອ໋ອກແອວ - ບາເທ ກວດກາ ແລະ ນັບຈຳນວນວັດຖຸພັນ ເພື່ອຮັບໃຊ້ວຽກງານ ຄົ້ນຄວ້າວິທະຍາສາດ. ພາບ: ທົງທ້ຽນ/VNP  
 

ມະຕິເລກທີ 80-NQ/TW ລົງວັນທີ 07 ມັງກອນ 2026 ຂອງ ກົມ ການເມືອງ ກ່ຽວກັບການພັດທະນາ ວັດທະນະທຳ ຫວຽດນາມ ໄດ້ສູ້ ຊົນໃຫ້ມີອີກ 5 ມໍລະດົກວັດທະນະທຳ ໄດ້ຮັບການຮັບຮອງ ແລະ ຈົດທະບຽນຈາກ UNESCO. ມໍລະດົກ ວັດທະນະທຳ ອ໋ອກແອວ ຄືດັ່ງ ທຸງໄຊ ນຳໜ້າ ໃນການຈັດຕັ້ງປະຕິບັດ ມະຕິທີ່ສຳຄັນ ສະບັບນີ້.


ບາດກ້າວທີ່ສຳຄັນ ໄດ້ເກີດຂຶ້ນ ໃນຕົ້ນປີ 2026, ເມື່ອ ຫວຽດນາມ ໄດ້ຍື່ນເອກະສານ ສະເໜີ ເຂດບູຮານສະຖານ ອ໋ອກ ແອວ - ບາເທ ຢ່າງເປັນທາງການຕໍ່ UNESCO ເພື່ອພິຈາລະນາ ຮັບຮອງເປັນ ມໍລະດົກໂລກ. ເອກະສານໄດ້ເນັ້ນໜັກເຖິງ ຄຸນຄ່າທີ່ໂດດເດັ່ນ ໃນ ລະດັບສາກົນ ຂອງ ມໍລະດົກ, ໂດຍສະເພາະແມ່ນບົດບາດ ໃນການ ເຊື່ອມຕໍ່ການຄ້າ ແລະ ການແຊກແຊງດ້ານ ວັດທະນະທຳ ໃນປະ ຫວັດສາດ ຂອງ ພາກພື້ນ.  

ດ້ວຍເຂດໃຈກາງ ປະມານ 400 ເຮັກຕາ ໃນເນື້ອທີ່ທັງໝົດກວ່າ 1.400 ເຮັກຕາ, ປັດຈຸບັນ ມໍລະດົກແຫ່ງນີ້ກຳລັງກ້າວເຂົ້າສູ່ ໄລຍະ ການປະເມີນຜົນ ລະດັບສາກົນ. ນີ້ແມ່ນເສັ້ນທາງທີ່ຕ້ອງການ ບໍ່ພຽງ ແຕ່ບັນດາຫຼັກຖານທາງວິທະຍາສາດ ທີ່ມີຄວາມຊວນເຊື່ອ ເທົ່ານັ້ນ, ແຕ່ຍັງແມ່ນຄວາມສາມາດ ໃນການອະນຸລັກຮັກສາ ແລະ ຄຸ້ມຄອງ ໃນຕົວຈິງອີກດ້ວຍ.

ແຕ່ລະລາຍລະອຽດ ຂອງ ເອກະສານ ກຳລັງໄດ້ຮັບການປັບປຸງ ໃຫ້ ສົມບູນແບບ ຕາມມາດຕະຖານສາກົນ, ໃນຂະນະທີ່ວຽກງານ ການ ກະກຽມ ພາກສະໜາມ ກໍ່ໄດ້ຮັບການເລັ່ງລັດ ແລະ ພ້ອມແລ້ວ ທີ່ຈະ ຕ້ອນຮັບ ບັນດາຄະນະປະເມີນຜົນ.  

ນັບແຕ່ບັນດາຊັ້ນຕະກອນດິນໂທມ ຈົນເຖິງບັນດາບາດກ້າວ ແຫ່ງ ການເຊື່ອມໂຍງ, ອ໋ອກແອວ - ບາເທ ກຳລັງຄ່ອຍໆ ຫັນປ່ຽນຕົວ ເອງ ຈາກຮ່ອງຮອຍວັດຖຸບູຮານ ກາຍມາເປັນມໍລະດົກ ທີ່ມີຊີວິດ. ຖ້າຫາກໄດ້ຮັບການຈົດທະບຽນຈາກ UNESCO, ສະຖານທີ່ແຫ່ງນີ້ ຈະບໍ່ພຽງແຕ່ແມ່ນຄວາມພາກພູມໃຈ ຂອງ ຫວຽດນາມ ເທົ່ານັ້ນ, ແຕ່ຍັງແມ່ນຈຸດເຊື່ອມຕໍ່ ຄວາມຊົງຈຳລວມ ຂອງ ມວນມະນຸດ, ເຊິ່ງ ແມ່ນ ບ່ອນທີ່ບັນດາອາລະຍະທຳ ເຄີຍພົບປະກັນ ແລະ ຝາກຮ່ອງ ຮອຍໄວ້ໃນກະແສປະຫວັດສາດ.

ບົດ: ຈຸງແຄ໋ັງ - ພາບ: ທົງທ້ຽນ, ເລມິງ, ຫງວຽນລວນ/VNP, VNA ແລະ EFEO


Top