ນະທີ່ນີ້, ການນຳສອງທ່ານໄດ້ຢັ້ງຢືນການພົວພັນສອງຝ່າຍ ຫວຽດນາມ - ສິງກະໂປ ພວມພັດທະນາຢ່າງຕັ້ງໜ້າ ນັບແຕ່ເມື່ອຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແຕ່ເດືອນ ມີນາ 2025. ການນຳສອງທ່ານກໍໄດ້ເນັ້ນໜັກວ່າ ອາຊຽນ ມີບົດບາດສຳຄັນ, ຍັງມີກຳລັງບົ່ມຊ້ອນຮ່ວມມືຫຼາຍຢ່າງ, ດັ່ງນັ້ນ ຫວຽດນາມ ແລະ ສິງກະໂປ ຕ້ອງຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມື ແລະ ເຊື່ອມຕໍ່ ອາຊຽນ ໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ Tharman Shanmugaratnam ເຫັນດີສືບຕໍ່ນຳການຮ່ວມມືດ້ານເສດຖະກິດ - ສິງກະໂປ ເຂົ້າສູ່ລວງເລິກ, ມີຄຸນນະພາບ, ມີປະສິດທິຜົນ, ຊຸກຍູ້ກະແສເງິນລົງທຶນສອງສົ້ນທີ່ມີຄຸນນະພາບສູງ, ສຸມໃສ່ບັນດາຂົງເຂດຍຸດທະສາດ, ມີມູນຄ່າເພີ່ມສູງ, ພິເສດ ແມ່ນນຳວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ ກາຍເປັນເສົາຄ້ຳໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ສອງຝ່າຍກໍເຫັນດີສືບຕໍ່ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເລິກເຊິ່ງກວ່າອີກ; ເພີ່ມທະວີການປະສານສົມທົບຢ່າງມີປະສິດທິຜົນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ.
ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ, ຕອນບ່າຍວັນທີ 29 ພຶດສະພາ ຕາເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ ພ້ອມກັນເປັນສັກຂີພິຍານພິທີມອບ - ຮັບ ແລະ ປະກາດບັນດາເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ ຫວຽດນາມ - ສິງກະໂປ.








