ຂ່າວສານ ຫວຽດນາມ ສະເໜີມາດຕະການພັດທະນາພາກພື້ນ ແລະ ໂລກ ຢູ່ກອງປະຊຸມອະນາຄົດ ອາຊີ 25/05/2023 ຕອນເຊົ້າວັນທີ 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມ ອະນາຄົດ ອາຊີ ຄັ້ງທີ 28, ເຊິ່ງຖືກຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ (ປະເທດ ຍີ່ປຸ່ນ) ດ້ວຍຫົວຂໍ້ “ຍົກລະດັບກຳລັງແຮງຂອງ ອາຊີ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ”. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ກ່າວຄຳປາໄສທີ່ກອງປະຊຸມ (ພາບ: VOV)ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກອອກບັນດາຂໍ້ສະເໜີສຳຄັນ. ຕາມນັ້ນແລ້ວ, ບັນດາປະເທດ ອາຊີ ຕ້ອງພ້ອມກັນແບ່ງປັນ ແລະ ປະຕິບັດວິໄສທັດກ່ຽວກັບການສ້າງລະບົບສາກົນອີງໃສ່ລະບຽບກົດໝາຍ ແລະ ຖືກົດບັດ ສປຊ ເປັນໃຈກາງ ເປັນລະອຽດ; ຢຶດໝັ້ນຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເຂົ້າຮ່ວມການປະຕິຮູບ, ຍົກສູງປະສິດທິຜົນບັນດາລະບອບລະບຽບການບໍລິຫານທົ່ວໂລກ; ເພີ່ມທະວີການແລກປ່ຽນ, ສົມທົບກັນໃນການແກ້ໄຂບັນດາບັນຫາຄຸ້ມຄອງທົ່ວໂລກ. ອາຊີ ຕ້ອງຊຸກຍູ້, ປະຕິບັດບັນດາຄວາມມານະພະຍາຍາມ ແລະ ການກະທຳໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຢ່າງຂ້ຽວຂາດກວ່າ; ສູ້ຊົນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ກໍຄືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກແບບໃໝ່, ເປັນຕົ້ນແມ່ນ ຄວາມໝັ້ນຄົງດ້ານພະລັງງານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປົກປ້ອງມະນຸດ, ຄວາມໝັ້ນຄົງດ້ານສາທາລະນະສຸກ… ສຳລັບບັນຫາທະເລຕາເວັນອອກ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ມຸ່ງໄປເຖິງການບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982); ພ້ອມທັງອົດກັ້ນ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນ, ລະເມີດອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດກ່ຽວຂ້ອງ ເຊິ່ງລະບຸໄວ້ໃນ UNCLOS 1982. (ແຫຼ່ງຄັດຈາກ VOV)

ຕອນເຊົ້າວັນທີ 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມ ອະນາຄົດ ອາຊີ ຄັ້ງທີ 28, ເຊິ່ງຖືກຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ (ປະເທດ ຍີ່ປຸ່ນ) ດ້ວຍຫົວຂໍ້ “ຍົກລະດັບກຳລັງແຮງຂອງ ອາຊີ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ”. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ກ່າວຄຳປາໄສທີ່ກອງປະຊຸມ (ພາບ: VOV)ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກອອກບັນດາຂໍ້ສະເໜີສຳຄັນ. ຕາມນັ້ນແລ້ວ, ບັນດາປະເທດ ອາຊີ ຕ້ອງພ້ອມກັນແບ່ງປັນ ແລະ ປະຕິບັດວິໄສທັດກ່ຽວກັບການສ້າງລະບົບສາກົນອີງໃສ່ລະບຽບກົດໝາຍ ແລະ ຖືກົດບັດ ສປຊ ເປັນໃຈກາງ ເປັນລະອຽດ; ຢຶດໝັ້ນຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເຂົ້າຮ່ວມການປະຕິຮູບ, ຍົກສູງປະສິດທິຜົນບັນດາລະບອບລະບຽບການບໍລິຫານທົ່ວໂລກ; ເພີ່ມທະວີການແລກປ່ຽນ, ສົມທົບກັນໃນການແກ້ໄຂບັນດາບັນຫາຄຸ້ມຄອງທົ່ວໂລກ. ອາຊີ ຕ້ອງຊຸກຍູ້, ປະຕິບັດບັນດາຄວາມມານະພະຍາຍາມ ແລະ ການກະທຳໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຢ່າງຂ້ຽວຂາດກວ່າ; ສູ້ຊົນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ກໍຄືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກແບບໃໝ່, ເປັນຕົ້ນແມ່ນ ຄວາມໝັ້ນຄົງດ້ານພະລັງງານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປົກປ້ອງມະນຸດ, ຄວາມໝັ້ນຄົງດ້ານສາທາລະນະສຸກ… ສຳລັບບັນຫາທະເລຕາເວັນອອກ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ມຸ່ງໄປເຖິງການບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982); ພ້ອມທັງອົດກັ້ນ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນ, ລະເມີດອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດກ່ຽວຂ້ອງ ເຊິ່ງລະບຸໄວ້ໃນ UNCLOS 1982.
ບັນດາບົດຕໍ່ໄປ ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy31/10/2025ຂ່າວສານທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ. ຮ່າງເອກະສານກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກ: ສືບທອດ ແລະ ພັດທະນາ ຈິນຕະນາການການຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ31/10/2025ຂ່າວສານທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຕ້ອນຮັບເອກອັກຄະລັດຖະທູດ ອິນໂດເນເຊຍ ແລະ ສິງກະໂປ ປະຈຳ ຫວຽດນາມ31/10/2025ຂ່າວສານໄຂກອງປະຊຸມສະຫະພັນນັກບັນຊີ ອາຊຽນ ຄັ້ງທີ 2431/10/2025ຂ່າວສານຫວຽດນາມ ຕ້ອງຫຼີກລ່ຽງແຮ້ວລະດັບລາຍຮັບປານກາງເພື່ອກາຍເປັນປະເທດພັດະນາໃນປີ 204531/10/2025ຂ່າວສານທ່ານ ໂຕເລິມ ເລຂາທິການໃຫຍ່ ໃຫ້ການຕ້ອນຮັບ ເລຂາທິການໃຫຍ່ ພັກກອມມູນິດ ອັງກິດ31/10/2025ຂ່າວສານທ່ານເລຂາທິການໃຫຍ່ ໂຕເລິມພົບປະກັບ ປະທານສະພາສູງ ອັງກິດ ແລະ ປະທານສະພາຕ່ຳ ອັງກິດ31/10/2025ຂ່າວສານ ອ່ານເພີ່ມ