ດ້ວຍເປົ້າໝາຍທີ່ຈະມາເຖິງ, ແມ່ນນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາໃນປີ 2045, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 20.000 – 25.000 USD/ປີ, ມີການພັດທະນາຢ່າງວ່ອງໄວ, ຍືນຍົງ.
                            ທີ່ກອງປະຊຸມ (ພາບ: quochoi.vn)
ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 30 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.
        ດ້ວຍເປົ້າໝາຍທີ່ຈະມາເຖິງ, ແມ່ນນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາໃນປີ 2045, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 20.000 – 25.000 USD/ປີ, ມີການພັດທະນາຢ່າງວ່ອງໄວ, ຍືນຍົງ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ຫວຽດນາມ ຕ້ອງຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີຄວາມສ່ຽງຖົດຖອຍ ແລະ ຕົກເຂົ້າສູ່ແຮ້ວລະດັບລາຍຮັບປານກາງ. ທ່ານ ເຈືອງຈ້ອງເງັ້ຍ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈິມິນ, ຖືວ່າ:
        “ມາດຕະການແກ້ໄຂເພື່ອບໍ່ໃຫ້ຕົກໃນແຮ້ວລະດັບລາຍຮັບປານກາງແມ່ນ ຕ້ອງຫັນປ່ຽນວິທີການ ແລະ ຮູບແບບການເຕີບໂຕ, ກັບເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ ແລະ ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ເລື່ອງຫັນປ່ຽນວິທີການ ແລະ ຮູບແບບແມ່ນວຽກງານທີ່ທັງລະບົບຕ້ອງສຸມໃສ່ແກ້ໄຂນັບແຕ່ຕົ້ນອາຍຸການໃໝ່, ເພື່ອໃຫ້ທັງພື້ນຖານເສດຖະກິດຫັນປ່ຽນໄປສູ່ຮູບແບບການເຕີບໂຕໃໝ່ຢ່າງວ່ອງໄວ, ຖ້າບໍ່ດັ່ງນັ້ນ ພວກເຮົາຈະພາດໂອກາດເຂົ້າຮ່ວມກັບບັນດາປະເທດພັດທະນາໃນທົດສະວັດໃໝ່ຂອງມວນມະນຸດ”.
                        
                        
                            (ແຫຼ່ງຄັດຈາກ VOV)