ກອງປະຊຸມກໍ່ໄດ້ຈັດຂຶ້ນຢ່າງເປັນທາງການ, ດ້ວຍວາລະປຶກສາຫາລື 3 ວາງລະ, ສຸມໃສ່ບັນດາເນື້ອໃນມີລັກສະນະຍຸດທະສາດ.
                            ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: sav.gov.vn)
ກອງປະຊຸມສະຫະພັນນັກບັນຊີ ອາຊຽນ ຄັ້ງທີ 24 (AFA 24) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 30 ຕຸລາ, ຢູ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ) ດ້ວຍຫົວຂໍ້ “ບັນຊີ ແລະ ການເງິນສີຂຽວ - ການກຳນົດທິດອະນາຄົດແບບຍືນຍົງ”. ກອງປະຊຸມໄດ້ເຕົ້າໂຮມບັນດານັກຊ່ຽວຊານ, ການນຳ, ວິສາຫະກິດໃນຂົງເຂດບັນຊີ, ກວດສອບບັນຊີ ແລະ ການເງິນແຖວໜ້າຢູ່ພາກພື້ນ ແລະ ສາກົນ.
        ພາຍຫຼັງພິທີມອບ - ຮັບຕຳແໜ່ງປະທານສະຫະພັນນັກບັນຊີ ອາຊຽນ ຄັ້ງທີ 24 ຈາກ ຫວຽດນາມ (ອາຍຸການ 2024 – 2025) ໃຫ້ແກ່ ອິນໂດເນເຊຍ (ອາຍຸການ 2026 – 2027), ກອງປະຊຸມກໍ່ໄດ້ຈັດຂຶ້ນຢ່າງເປັນທາງການ, ດ້ວຍວາລະປຶກສາຫາລື 3 ວາງລະ, ສຸມໃສ່ບັນດາເນື້ອໃນມີລັກສະນະຍຸດທະສາດ, ຄື: ບັນຊີ ແລະ ບົດລາຍງານແບບຍືນຍົງ - ພື້ນຖານໃຫ້ແກ່ການເງິນສີຂຽວ; ຮູບແບບ ແລະ ສະພາບຕົວຈິງການເງິນສີຂຽວ; ການບຳລຸງສ້າງ, ເຕັກໂນໂລຊີ ແລະ ອະນາຄົດແບບຍືນຍົງ.
                        
                        
                            (ແຫຼ່ງຄັດຈາກ VOV)