• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ອັງກິດ ຢ່າງເປັນທາງການ, ວັນທີ 29 ຕຸລາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ລອນດອນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy.

        ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ສະເໜີວ່າ ພາຍຫຼັງການຢ້ຽມຢາມ, ລັດຖະບານ 2 ຝ່າຍສ້າງແຜນການກະທຳ, ປັບປຸງບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ ແລະ ສ້າງຕັ້ງບັນດາກົນໄກໃໝ່ທີ່ຈຳເປັນຢ່າງວ່ອງໄວ, ເພື່ອຊຸກຍູ້ການຮ່ວມມື, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ນຳວົງເງິນການຄ້າ 2 ປະເທດໃຫ້ບັນລຸເປົ້າໝາຍ 15 ຕື້ USD, ຊອກຫາ ແລະ ປະຕິບັດໂຄງການປະພາຄານ, ດີເດັ່ນຈຳນວນໜຶ່ງທີ່ສອດຄ່ອງກັບລະດັບການພົວພັນ 2 ຝ່າຍອັນດີງາມ.

(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ XIV ຂອງ​ພັກ: ສືບ​ທອດ ແລະ ​ພັດ​ທະ​ນາ ​ຈິນ​ຕະ​ນາ​ການ​ການ​ຕ່າງ​ປະ​ເທດ, ເຊ​ື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ຮ່າງ​ເອ​ກະ​ສານ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ XIV ຂອງ​ພັກ: ສືບ​ທອດ ແລະ ​ພັດ​ທະ​ນາ ​ຈິນ​ຕະ​ນາ​ການ​ການ​ຕ່າງ​ປະ​ເທດ, ເຊ​ື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ຫາກໍ່ປະກາດຮ່າງເອກະສານທັງໝົດ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກໃນບັນດາພາຫະນະສື່ມວນຊົນ ເພື່ອເອົາຄຳເຫັນຢ່າງກວ້າງຂວາງຂອງ ປຊຊ ທຸກຊັ້ນວັນນະ. ເລື່ອງຮ່າງບົດລາຍງານການເມືອງໄດ້ກຳນົດວ່າ “ການຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ” ເທົ່າທຽມກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ສຳຄັນຍິ່ງ, ເປັນປະຈຳ ໄດ້ເປັນຂີດໝາຍແຫ່ງການປ່ຽນແປງໃໝ່ກ່ຽວກັບດ້ານວິໄສທັດຍຸດທະສາດຂອງພັກ ໃນສະພາບການພູມສາດການເມືອງໂລກ ສືບຕໍ່ມີການຜັນແປ.

Top