ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຕີລາຄາສູງບັນດາການປະກອບສ່ວນຂອງເອກອັກຄະລັດຖະທູດ 2 ທ່ານ ໃນການຊຸກຍູ້ການພັດທະນາຢ່າງແຮງໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນໂດເນເຊຍ ແລະ ສິງກະໂປ ໃນຊຸມປີມໍ່ໆມານີ້.
                            (ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ຕ້ອນຮັບທ່ານເອກອັກຄະລັດຖະທູດ Jaya Ratnam ສິງກະໂປ ປະຈຳ ຫວຽດນາມ)
ຕອນບ່າຍວັນທີ 30 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi ແລະ ທ່ານເອກອັກຄະລັດຖະທູດ Jaya Ratnam ສິງກະໂປ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ຢູ່ ຫວຽດນາມ.
        ທີ່ບັນດາການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຕີລາຄາສູງບັນດາການປະກອບສ່ວນຂອງເອກອັກຄະລັດຖະທູດ 2 ທ່ານ ໃນການຊຸກຍູ້ການພັດທະນາຢ່າງແຮງໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນໂດເນເຊຍ ແລະ ສິງກະໂປ ໃນຊຸມປີມໍ່ໆມານີ້, ພົ້ນເດັ່ນແມ່ນເລື່ອງ ຫວຽດນາມ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນໂດເນເຊຍ ແລະ ສິງກະໂປ ໃນເດືອນ ເມສາ 2025 ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ ໂຕເລິມ ໄປຢ້ຽມຢາມ 2 ປະເທດນີ້.
        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກໍ່ຊົມເຊີຍໃຫ້ເອກອັກຄະລັດຖະທູດ Denny Abdi ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ກະຊວງການຕ່າງປະເທດ ອິນໂດເນເຊຍ ໃນເດືອນ ກັນຍາ ຜ່ານມາ; ທ່ານເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃໝ່, ທ່ານ Denny Abdi ຈະມີການປະກອບສ່ວນຫຼາຍຢ່າງກວ່າໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ, ກໍຄືປະກອບສ່ວນລວມໃນ ອາຊຽນ ກັບບັນດາປະເທດໃນໂລກ.
                        
                        
                            (ແຫຼ່ງຄັດຈາກ VOV)