ທີ່ການພົບປະກັບປະທານສະພາສູງ ແລະ ປະທານສະພາຕ່ຳ ອັງກິດ, ທ່ານ ເລຂາທິການໃຫຍ່ ໂຕເລິມ ສະເໜີ ສະພາສູງອັງກິດ ສະໜັບສະໜູນການເປີດກວ້າງການຮ່ວມມືລະຫວ່າງ ສະພາແຫ່ງຊາດ, ລັດຖະບານ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ ໃນບັນດາຂົງເຂດເຊິ່ງ ອາດຈະເປັນທ່າແຮງຂອງອັງກິດ ຄືການເງິນ, ວິທະຍາສາດ - ເຕັກໂນໂລຢີ.
                            ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມພົບປະກັບທ່ານ John Mcfall ປະທານສະພາສູງ ອັງກິດ (ພາບ: TTXVN)
ວັນທີ 29 ຕຸລາ, ໃນຂອບເຂດການຢ້ຽມຢາມ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ, ຢູ່ວັງ Westminster, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະກັບທ່ານ John Mcfall ປະທານສະພາສູງ ອັງກິດ, ທ່ານ Lindsay Hoyle ປະທານສະພາຕ່ຳອັງກິດ.
ທີ່ການພົບປະກັບປະທານສະພາສູງ ແລະ ປະທານສະພາຕ່ຳ ອັງກິດ, ທ່ານ ເລຂາທິການໃຫຍ່ ໂຕເລິມ ສະເໜີ ສະພາສູງອັງກິດ ສະໜັບສະໜູນການເປີດກວ້າງການຮ່ວມມືລະຫວ່າງ ສະພາແຫ່ງຊາດ, ລັດຖະບານ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ ໃນບັນດາຂົງເຂດເຊິ່ງ ອາດຈະເປັນທ່າແຮງຂອງອັງກິດ ຄືການເງິນ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ສຳລັບສະພາຕ່ຳອັງກິດ, ທ່ານເລຂາທິການໃຫຍ່ ສະເໜີສະພາຕ່ຳອັງກິດສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືລະຫວ່າງສອງລັດຖະບານຢ່າງມີປະສິດທິຜົນ, ໃນນັ້ນມີສົນທິສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA)… ສືບຕໍ່ສະຫງວນແຫຼ່ງກຳລັງໃຫ້ແກ່ການຮ່ວມມືພັດທະນາກັບ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດພະລັງງານສະອາດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການແພດປະຊາຄົມ.
ສວ່ນບັນດາການນຳສະພາສູງ ແລະ ສະພາຕ່ຳອັງກິດ ເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຜ່ານການຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ເປັນຕົ້ນແມ່ນຂັ້ນສູງ, ສ້າງບັນດາ ກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະ ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນ ລະຫວ່າງບັນດາກຳມາທິການດ້ານວິຊາການ, ຍູ້ແຮງການແລກປ່ຽນບົດຮຽນປະສົບການດ້ານນິຕິບັນຍັດ, ສ້າງກອບນິຕິກຳໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກໃຫ້ແກ່ການເປີດກວ້າງການຮ່ວມມືສອງຝ່າຍ.
                        
                        
                            (ແຫຼ່ງຄັດຈາກ VOV)