ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ຫາກໍ່ປະກາດຮ່າງເອກະສານທັງໝົດ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກໃນບັນດາພາຫະນະສື່ມວນຊົນ ເພື່ອເອົາຄຳເຫັນຢ່າງກວ້າງຂວາງຂອງ ປຊຊ ທຸກຊັ້ນວັນນະ. ເລື່ອງຮ່າງບົດລາຍງານການເມືອງໄດ້ກຳນົດວ່າ “ການຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ” ເທົ່າທຽມກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ສຳຄັນຍິ່ງ, ເປັນປະຈຳ ໄດ້ເປັນຂີດໝາຍແຫ່ງການປ່ຽນແປງໃໝ່ກ່ຽວກັບດ້ານວິໄສທັດຍຸດທະສາດຂອງພັກ ໃນສະພາບການພູມສາດການເມືອງໂລກ ສືບຕໍ່ມີການຜັນແປ.
                            ພາຍຫຼັງໄດ້ດຳເນີນການປ່ຽນແປງໃໝ່ມາເປັນເວລາເກືອບ 40 ປີ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫ່ຍຫຼວງ, ມີຄວາມໝາຍປະຫວັດສາດ. ນັ້ນແມ່ນຍ້ອນການປ່ຽນແປງໃໝ່ຈິນຕະນາການ, ຄວາມສາມາດດັດປັບເປັນຢ່າງດີກວ່າເຂົ້າກັບພຶດຕະກຳຕົວຈິງທີ່ໄດ້ປ່ຽນແປງຢ່າງບໍ່ຢຸດຢັ້ງ ແລະ ຫັນຄວາມຄາດຫວັງບືນຕົວຂຶ້ນຂອງຊາດໃຫ້ປະກົດຜົນເປັນຈິງ.
ບັນດາຂີດໝາຍໃນການປ່ຽນແປງໃໝ່ຈິນຕະນາການການຕ່າງປະເທດ
  ນັບແຕ່ປີ 1986, ຍາມໃດ, ພັກກອມມູນິດ ຫວຽດນາມ ກໍ່ໄດ້ຖືການປ່ຽນແປງໃໝ່ຈິນຕະນາການການຕ່າງປະເທດເປັນສຳຄັນ ດ້ວຍການຕີລາຄາສະພາການສາກົນ ໃນການວາງແຜນກຳນົດ ແລະ ຜັນຂະຫຍາຍແນວທາງການຕ່າງປະເທດ, ເພື່ອຈາກນັ້ນ ກໍ່ໄດ້ປົກປ້ອງ ແລະ ຊຸກຍູ້ຜົນປະໂຫຍດຂອງປະເທດຊາດ-ຊົນຊາດຢ່າງມີປະສິດທິຜົນກ່ວາອີກ.
   ຈິນຕະນາການການຕ່າງປະເທດຫຼາຍຝ່າຍ ກໍ່ມີບາດກ້າວພັດທະນາສຳຄັນ, ດ້ວຍເລື່ອງກອງປະຊຸມໃຫ່ຍຄັ້ງທີ XII (2016) ຂອງພັກ ໄດ້ວາງອອກທິດນຳ “ເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງ, ກຳນົດບັນດາລະບອບລະບຽບການຫຼາຍຝ່າຍ”. ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກ (ປີ 2021) ໄດ້ເປັນຂີດໝາຍຫັນປ່ຽນສຳຄັນໃນຈິນຕະນາການການຕ່າງປະເທດຂອງ ຫວຽດນາມ ດ້ວຍແຜນນະໂຍບາຍຜັນຂະຫຍາຍບັນດາການເຄື່ອນໄຫວການຕ່າງປະເທດໃນທຸກຊ່ອງສອງຝ່າຍ ແລະ ຫຼາຍຝ່າຍຢ່າງຄົບຊຸດ ແລະ ຮອບດ້ານ, ມີປະສິດທິຜົນ… ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ວິເຄາະວ່າ:
   ການຕ່າງປະເທດໄດ້ປະກອບສ່ວນສ້າງແລວຊາຍແດນສັນຕິພາບ, ມິດຕະພາບ, ປົກປັກຮັກສາອະທິປະໄຕ ຜືນແຜ່ນດິນຢ່າງໝັ້ນຄົງໜັກແໜ້ນ ແລະ ສ້າງບັນດາກົນໄກຮ່ວມມື ເພື່ອແກ້ໄຂບັນດາບັນຫາຊາຍແດນ, ຜືນແຜ່ນດິນ ໂດຍສັນຕິວິທີ. ການຕ່າງປະເທດຫຼາຍຝ່າຍໄດ້ປະກອບສ່ວນນຳ ຫວຽດນາມ ຈາກປະເທດທີ່ຖືກປິດລ້ອມ, ຕົກຢູ່ໂດດດ່ຽວ ກາຍເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມໂລກ.
   ໂດຍພາຍໃຕ້ການນຳພາຂອງພັກ, ມາຮອດປະຈຸບັນ, ຫວຽດນາມ ໄດ້ເປັນສະມາຊິກຂອງກ່ວາ 70 ເວທີປາໄສ, ອົງການຈັດຕັ້ງສາກົນສຳຄັນຄື: ສປຊ, ASEAN, APEC, ASEM....; ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ 3 ເທື່ອ; ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 14 ປະເທດ, ຄູ່ຮ່ວມມືຍຸດທະສາດກັບ 10 ປະເທດ ແລະ ຄູ່ຮ່ວມມືຮອບດ້ານກັບ 15 ປະເທດ…
ກອບຍຸດທະສາດຮອບດ້ານ
  ໂດຍໄດ້ສືບທອດບັນດາຜົນງານການຕ່າງປະເທດທີ່ບັນລຸໄດ້ນັ້ນ, ຮ່າງບົດລາຍງານການເມືອງ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກ ເປັນຄັ້ງທຳອິດໄດ້ກຳນົດວ່າ: “ການຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ” ເທົ່າທຽມກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ສຳຄັນຍິ່ງ, ເປັນປະຈຳ. ທ່ານປະລິນຍາເອກ ຫງວຽນຮົ່ງຫາຍ, ມະຫາວິທະຍາໄລ Vin Uni,  ຖືວ່າ:
   ການເພີ່ມທະວີການເຄື່ອນໄຫວການຕ່າງປະເທດ ໃນສະພາບແວດລ້ອມຄວາມໝັ້ນຄົງພາຍນອກມີຄວາມສັບສົນ ແລະ ຜັນແປໄປຄືແນວນັ້ນ, ໝາຍຄວາມວ່າພວກເຮົາພວມສ້າງເຄືອຂ່າຍເພື່ອນມິດທີ່ດີໃຫ້ແກ່ພວກເຮົາຕື່ມອີກ ເພື່ອຫລຸດຜ່ອນໄດ້ບັນດາການກະທົບ, ການຜັນແປຍາກທີ່ຈະກະຕວງໄດ້ໃນລະດັບຕ່ຳສຸດ. ເມື່ອພວກເຮົາມີການພົວພັນທີ່ເປັນປົກກະຕິ, ການພົວພັນຍຸດທະສາດທີ່ສະຖຽນລະພາບຢູ່ພາຍນອກ, ແນ່ນອນວ່າ ມັນຈະກັບມາຮັບໃຊ້ໃຫ້ແກ່ການພັດທະນາຂອງປະເທດຊາດ.
   ທ່ານ ໂຕເລິມ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຄີຍໄດ້ເນັ້ນໜັກວ່າ: ຫວຽດນາມ ໄດ້ເລືອກເອົາເສັ້ນທາງສັນຕິພາບ, ເອກະລາດ, ເປັນເຈົ້າການ, ຮ່ວມມືເພື່ອພ້ອມກັນພັດທະນາ.
    ຮ່າງບົດລາຍງານການເມືອງຄັ້ງນີ້ ຍັງໄດ້ຊີ້ແຈ້ງວ່າ ການຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ ແມ່ນໜ້າທີ່ຂອງທັງລະບົບການເມືອງ. ປຊຊ ຫວຽດນາມ ແຕ່ລະຄົນ ຄວນມີສະຕິຄວາມຮັບຮູ້ຢ່າງຈະແຈ້ງກວ່າ ກ່ຽວກັບຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ຊົນຊາດ; ຖືການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ແລະ ການໂຄສະນາພາບພົດຂອງປະເທດຊາດກໍ່ແມ່ນໜ້າທີ່ຂອງຕົນ. ເຮັດໄດ້ຄືແນວນັ້ນ,  “3 ເສົາຄ້ຳ” ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ-ການຕ່າງປະເທດ ຈຶ່ງຈະເສີມຂະຫຍາຍການເປັນເຈົ້າການ, ຮັບມືຢ່າງທັນການ, ມີປະສິດທິຜົນຕໍ່ກັບບັນດາສິ່ງທ້າທາຍ, ດຶງດູດແຫຼ່ງກຳລັງສາກົນ, ເພີ່ມກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນໃຫ້ແກ່ປະເທດຊາດ./.