• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ໃຫ້​ການ​ຕ້ອ​ນ​ຮັບ ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ ອັງ​ກິດ

ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ Robert Griffiths ພັກກອມມູນິດ ອັງກິດ (CPB).
ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ Robert Griffiths ພັກກອມມູນິດ ອັງກິດ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ, ຕອນບ່າຍວັນທີ 29 ຕຸລາ, ຢູ່ນະຄອນຫຼວງ ລອນດອນ, ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ Robert Griffiths ພັກກອມມູນິດ ອັງກິດ (CPB). ທີ່ການຕ້ອນຮັບ, ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກໃຫ້ຫຼາຍກ່ວາອີກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ ໃຫ້ສອງຝ່າຍພິຈາລະນາ ຄວາມອາດສາມາດຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນທິດສະດີ, ແບ່ງປັນຂໍ້ມູນກ່ຽວກັບສະພາບການ ແລະ ທັດສະນະຂອງແຕ່ລະພັກຕໍ່ບັນດາບັນຫາໃນພາກພື້ນ, ໂລກ ແລະ ບັນດາຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈກ່ວາອີກຢູ່ບັນດາເວທີປາໄສຂອງພັກການເມືອງ, ເປັນຕົ້ນແມ່ນການພົບປະສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ປາດຖະໜາຢາກໃຫ້ ພັກກອມມູນິດ ອັງກິດໜູນຊ່ວຍ, ສົມທົບກັນສຳຫຼວດກວດຄືນ, ສະສົມບັນດາຮ່ອງຮອຍກ່ຽວກັບປະທານໂຮ່ຈີມິນ ໃນໄລຍະເຄື່ອນໄຫວຢູ່ອັງກິດ, ນັບທັງບັນດາເອກະສານກ່ຽວກັບການສ້າງຕັ້ງພັກກອມມູນິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top