ຂ່າວສານ

ຫວຽດ​ນາມ ສະ​ເໜີ​ມາດ​ຕະ​ການ​ພັດ​ທະ​ນາ​ພາກ​ພື້ນ ແລະ ໂລກ ຢູ່ກອງ​ປະ​ຊຸມ​ອະ​ນາ​ຄົດ ອາ​ຊີ

ຕອນເຊົ້າວັນທີ 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມ ອະນາຄົດ ອາຊີ ຄັ້ງທີ 28, ເຊິ່ງຖືກຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ (ປະເທດ ຍີ່ປຸ່ນ) ດ້ວຍຫົວຂໍ້ “ຍົກລະດັບກຳລັງແຮງຂອງ ອາຊີ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ”.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ກ່າວຄຳປາໄສທີ່ກອງປະຊຸມ (ພາບ: VOV)
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກອອກບັນດາຂໍ້ສະເໜີສຳຄັນ. ຕາມນັ້ນແລ້ວ, ບັນດາປະເທດ ອາຊີ ຕ້ອງພ້ອມກັນແບ່ງປັນ ແລະ ປະຕິບັດວິໄສທັດກ່ຽວກັບການສ້າງລະບົບສາກົນອີງໃສ່ລະບຽບກົດໝາຍ ແລະ ຖືກົດບັດ ສປຊ ເປັນໃຈກາງ ເປັນລະອຽດ; ຢຶດໝັ້ນຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເຂົ້າຮ່ວມການປະຕິຮູບ, ຍົກສູງປະສິດທິຜົນບັນດາລະບອບລະບຽບການບໍລິຫານທົ່ວໂລກ; ເພີ່ມທະວີການແລກປ່ຽນ, ສົມທົບກັນໃນການແກ້ໄຂບັນດາບັນຫາຄຸ້ມຄອງທົ່ວໂລກ. ອາຊີ ຕ້ອງຊຸກຍູ້, ປະຕິບັດບັນດາຄວາມມານະພະຍາຍາມ ແລະ ການກະທຳໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຢ່າງຂ້ຽວຂາດກວ່າ; ສູ້ຊົນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ກໍຄືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກແບບໃໝ່, ເປັນຕົ້ນແມ່ນ ຄວາມໝັ້ນຄົງດ້ານພະລັງງານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປົກປ້ອງມະນຸດ, ຄວາມໝັ້ນຄົງດ້ານສາທາລະນະສຸກ… ສຳລັບບັນຫາທະເລຕາເວັນອອກ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ມຸ່ງໄປເຖິງການບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982); ພ້ອມທັງອົດກັ້ນ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນ, ລະເມີດອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດກ່ຽວຂ້ອງ ເຊິ່ງລະບຸໄວ້ໃນ UNCLOS 1982.

top