ຂ່າວສານ ຫວຽດນາມ ສະເໜີມາດຕະການພັດທະນາພາກພື້ນ ແລະ ໂລກ ຢູ່ກອງປະຊຸມອະນາຄົດ ອາຊີ 25/05/2023 ຕອນເຊົ້າວັນທີ 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມ ອະນາຄົດ ອາຊີ ຄັ້ງທີ 28, ເຊິ່ງຖືກຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ (ປະເທດ ຍີ່ປຸ່ນ) ດ້ວຍຫົວຂໍ້ “ຍົກລະດັບກຳລັງແຮງຂອງ ອາຊີ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ”. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ກ່າວຄຳປາໄສທີ່ກອງປະຊຸມ (ພາບ: VOV)ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກອອກບັນດາຂໍ້ສະເໜີສຳຄັນ. ຕາມນັ້ນແລ້ວ, ບັນດາປະເທດ ອາຊີ ຕ້ອງພ້ອມກັນແບ່ງປັນ ແລະ ປະຕິບັດວິໄສທັດກ່ຽວກັບການສ້າງລະບົບສາກົນອີງໃສ່ລະບຽບກົດໝາຍ ແລະ ຖືກົດບັດ ສປຊ ເປັນໃຈກາງ ເປັນລະອຽດ; ຢຶດໝັ້ນຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເຂົ້າຮ່ວມການປະຕິຮູບ, ຍົກສູງປະສິດທິຜົນບັນດາລະບອບລະບຽບການບໍລິຫານທົ່ວໂລກ; ເພີ່ມທະວີການແລກປ່ຽນ, ສົມທົບກັນໃນການແກ້ໄຂບັນດາບັນຫາຄຸ້ມຄອງທົ່ວໂລກ. ອາຊີ ຕ້ອງຊຸກຍູ້, ປະຕິບັດບັນດາຄວາມມານະພະຍາຍາມ ແລະ ການກະທຳໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຢ່າງຂ້ຽວຂາດກວ່າ; ສູ້ຊົນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ກໍຄືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກແບບໃໝ່, ເປັນຕົ້ນແມ່ນ ຄວາມໝັ້ນຄົງດ້ານພະລັງງານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປົກປ້ອງມະນຸດ, ຄວາມໝັ້ນຄົງດ້ານສາທາລະນະສຸກ… ສຳລັບບັນຫາທະເລຕາເວັນອອກ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ມຸ່ງໄປເຖິງການບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982); ພ້ອມທັງອົດກັ້ນ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນ, ລະເມີດອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດກ່ຽວຂ້ອງ ເຊິ່ງລະບຸໄວ້ໃນ UNCLOS 1982. (ແຫຼ່ງຄັດຈາກ VOV)

ຕອນເຊົ້າວັນທີ 25 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມ ອະນາຄົດ ອາຊີ ຄັ້ງທີ 28, ເຊິ່ງຖືກຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ (ປະເທດ ຍີ່ປຸ່ນ) ດ້ວຍຫົວຂໍ້ “ຍົກລະດັບກຳລັງແຮງຂອງ ອາຊີ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ”. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ກ່າວຄຳປາໄສທີ່ກອງປະຊຸມ (ພາບ: VOV)ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກອອກບັນດາຂໍ້ສະເໜີສຳຄັນ. ຕາມນັ້ນແລ້ວ, ບັນດາປະເທດ ອາຊີ ຕ້ອງພ້ອມກັນແບ່ງປັນ ແລະ ປະຕິບັດວິໄສທັດກ່ຽວກັບການສ້າງລະບົບສາກົນອີງໃສ່ລະບຽບກົດໝາຍ ແລະ ຖືກົດບັດ ສປຊ ເປັນໃຈກາງ ເປັນລະອຽດ; ຢຶດໝັ້ນຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເຂົ້າຮ່ວມການປະຕິຮູບ, ຍົກສູງປະສິດທິຜົນບັນດາລະບອບລະບຽບການບໍລິຫານທົ່ວໂລກ; ເພີ່ມທະວີການແລກປ່ຽນ, ສົມທົບກັນໃນການແກ້ໄຂບັນດາບັນຫາຄຸ້ມຄອງທົ່ວໂລກ. ອາຊີ ຕ້ອງຊຸກຍູ້, ປະຕິບັດບັນດາຄວາມມານະພະຍາຍາມ ແລະ ການກະທຳໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຢ່າງຂ້ຽວຂາດກວ່າ; ສູ້ຊົນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ກໍຄືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກແບບໃໝ່, ເປັນຕົ້ນແມ່ນ ຄວາມໝັ້ນຄົງດ້ານພະລັງງານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປົກປ້ອງມະນຸດ, ຄວາມໝັ້ນຄົງດ້ານສາທາລະນະສຸກ… ສຳລັບບັນຫາທະເລຕາເວັນອອກ, ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ມຸ່ງໄປເຖິງການບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982); ພ້ອມທັງອົດກັ້ນ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນ, ລະເມີດອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດກ່ຽວຂ້ອງ ເຊິ່ງລະບຸໄວ້ໃນ UNCLOS 1982.
ບັນດາບົດຕໍ່ໄປ ການຕ່າງປະເທດ ປີ 2025: ເປັນເຈົ້າການສ້າງທີ່ຕັ້ງຍຸດທະສາດໃໝ່30/12/2025ຂ່າວສານປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ. ລະດູດອກໄມ້ຍາມບຸນເຕັດຂອງຊາວກະສິກອນໝູ່ບ້ານດອກໄມ້ ໝີ້ຟອງ30/12/2025ຂ່າວສານສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ ຫວຽດນາມ ແລະ ກຳປູເຈຍ30/12/2025ຂ່າວສານຂະແໜງການຕ່າງປະເທດ ເສີມຂະຫຍາຍກຳລັງແຮງອ່ອນແຫ່ງຊາດ, ແຜ່ກະຈາຍພາບພົດ ຫວຽດນາມ30/12/2025ຂ່າວສານມອບຂອງຂວັນໃຫ້ແກ່ ບັນດາເປົ້່າໝາຍນະໂຍບາຍໃຫ້ສໍາເລັດກ່ອນ ວັນທີ 31 ທັນວາ 202530/12/2025ຂ່າວສານການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳແຫ່ງຊາດ ລາວ29/12/2025ຂ່າວສານຖືການພັດທະນາທັກສະດີຈີຕອນໃຫ້ແກ່ທົ່ວປວງຊົນແມ່ນຈຸດສຸມຂອງການຫັນເປັນດີຈີຕອນ29/12/2025ຂ່າວສານ ອ່ານເພີ່ມ