(ພາບປະກອບ)
ວັນທີ 06/06, ຢູ່ສຳນັກງານສະຫະປະຊາຊາດ (ສປຊ) ທີ່ນະຄອນນິວຢອກ, ປະເທດອາເມລິກາ, ທ່ານເອກອັກຄະລັດຖະທູດຫວຽດນາມ ເລຮ່ວາຍຈູງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສປຊ, ສືບຕໍ່ສົ່ງຈົດໝາຍທາງການຕໍ່ທ່ານເລຂາທິການໃຫຍ່ ສປຊ Ban Ki moon.
ໃນຈົດໝາຍທາງການ, ກະຊວງການຕ່າງປະເທດຫວຽດນາມ ສືບຕໍ່ຢືນຢັນເລື່ອງຈີນ ຕັ້ງຖານເຈາະນ້ຳມັນ ໄຮຢາງ 981 ແລະ ບັນດາກຳປັ່ນປ້ອງກັນເຄື່ອນໄຫວຢ່າງຜິດກົດໝາຍໃນເຂດໄຫຼ່ທະວີບ, ເຂດເສດຖະກິດຈຳເພາະຂອງຫວຽດນາມ, ຈີນໄດ້ລ່ວງລ້ຳອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ຕາມຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢ່າງຮ້າຍແຮງ, ໃນນັ້ນຫວຽດນາມ ແລະ ຈີນ ລ້ວນແຕ່ເປັນສະມາຊິກ.
ຈົດໝາຍທາງການຢືນຢັນວ່າ ຫວຽດນາມ ໄດ້ມານະພະຍາຍາມແລກປ່ຽນ, ເຈລະຈາກັບຈີນ ແຕ່ຝ່າຍຈີນ ບໍ່ພຽງແຕ່ບໍ່ຕອບສະໜອງບັນດາຂໍ້ສະເໜີໂດຍເຈດຕະນາດີນັ້ນ ຫາກຍັງເຄື່ອນຖານເຈາະນ້ຳມັນ ແລະ ບັນດາກຳປັ່ນປ້ອງກັນໄປຍັງຈຸດອື່ນ ແຕ່ຍັງນອນໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ອີກດ້ວຍ.
ຈົດໝາຍທາງການໄດ້ຢ້ຳຄືນຄວາມຮຽກຮ້ອງເປັນທຳຂອງຫວຽດນາມ ແມ່ນຕັດສິນໃຈຮຽກຮ້ອງຈີນ ເຄົາລົບກົດໝາຍສາກົນ, ຢຸດຕິບັນດາການກະທຳລ່ວງລ້ຳອະທິປະໄຕ