• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ເກາະ ຝູ໋ກວັກ - ນະຄອນແຫ່ງຄວາມຝັນ

ເປັນຄັ້ງທຳອິດ ໃນປະຫວັດສາດ, ຫວຽດນາມ ມີເກາະ ຢູ່ນອກ ຊາຍຝັ່ງ ທ່ີໄດ້ຮັບການຍົກລະດັບ ເປັນຫົວໜ່ວຍບໍລິຫານ ຂັ້ນ ຕົວເມືອງ ທ່ີມີພື້ນຖານທາງກົດໝາຍ, ຮູບລັກສະນະ, ຂະໜາດ ແລະ ຖານະບົດບາດຂອງມັນ. ເຮັດໃຫ້ ຝູ໋ກວັກ ກາຍເປັນເມືອງເກາະ ແຫ່ງ ທຳອິດ ຂອງ ປະເທດ ບໍ່ພຽງແຕ່ ເປັນບາດລ້ຽວທີ່ໃຫຍ່ຫຼວງ ສ້າງ ເງື່ອນໄຂ ນຳໜ່ວຍເກາະ ທີ່ເຄີຍໄດ້ຮັບຂະໜານນາມວ່າ ເປັນ “ເກາະໄຂ່ມຸກ” ນີ້ ໃຫ້ກາຍເປັນສູນກາງເສດຖະກິດ, ທ່ອງທ່ຽວ ແລະ ບໍລິການ ແຖວໜ້າ ຂອງ ພາກພື້ນ ແລະ ໂລກຢ່າງໄວເທົ່ານັ້ນ, ແຕ່ຍັງ ສະແດງໃຫ້ເຫັນ ວິໄສທັດ ຍຸດທະສາດ ຂອງ ຫວຽດນາມ ໃນການ ກຳນົດທິດ ພັດທະນາ ດ້ານເສດຖະກິດທາງທະເລ ສົມທົບກັບ ຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຢູ່ເຂດ ໝູ່ເກາະທະເລ ອີກດ້ວຍ. 
ຈາກແດນສະຫວັນ ເທິງທະເລ...

ແນມຜ່ານປະຕູນ້ອຍໆ ຂອງ ເຮືອບິນ, ເມືອງເກາະ ຝູ໋ກວັກ ປະກົດ ຕົວຂຶ້ນ ເໝືອນດັ່ງເຮືອໃບສີຂຽວ ຢູ່ລະຫວ່າງກາງທະເລ. ແມ່ນແຕ່ ຊາຍ ສູງອາຍຸຄົນໜຶ່ງ ນັ່ງຢູ່ຂ້າງຂ້າພະເຈົ້າ ເບິ່ງຄືວ່າ ເປັນຜູ້ມີປະສົບ ການຫຼາຍ ຍັງໄດ້ປຽບທຽບ ຢ່າງໜ້າຈັບໃຈວ່າ ເກາະ ຝູ໋ກວັກ ມີຮູບ ຮ່າງຄ້າຍຄື ທະວີບອາຟຣິກາໃຕ້ ຫຍໍ້ສ່ວນ. ເລື່ອງລາວ ກ່ຽວກັບເກາະ ໄຂ່ມຸກ ໄດ້ກາຍເປັນສິ່ງສົນໃຈຍິ່ງຂຶ້ນ ຈົນເຖິງເຮືອບິນ ລົງຈອດ ທ່ີສະ ໜາມບິນສາກົນ ຝູ໋ກວັກ ທ່າມກາງ ບັນຍາກາດທີ່ເຕັມໄປ ດ້ວຍແສງ ແດດ ແລະ ສາຍລົມ ພັດມາຈາກທະເລ.

ຈາກສະໜາມບິນ ຂ້າພະເຈົ້ານັ່ງລົດຕັກຊີ ມາຍັງ Sea Star Resort ຊຶ່ງເປັນລີຊອດນ້ອຍໆ ແຄມທະເລ ຊຶ່ງໄດ້ຕົບແຕ່ງແບບສຳລັບ ຄອບ ຄົວ ໃນເຂດ ເຢືອງດົງ, ໃຈກາງ ຂອງ ນະຄອນ ຝູ໋ກວັກ ໃໝ່. ລົດແລ່ນ ຕາມຖະໜົນ ເຈິ່ນຮຶງດ້າວ ຊຶ່ງເປັນຖະໜົນໃຫຍ່ ຢູ່ຝັ່ງທະເລ ທາງທິດ ຕາເວັນຕົກ ຂອງ ເກາະ. ທະເລຢູ່ເບື້ອງໜຶ່ງ, ອີກເບື້ອງໜຶ່ງແມ່ນ ຖະ ໜົນ ທີ່ຄັບຄາໜາແໜ້ນ ຍາວສຸດສາຍຕາ ເຮັດໃຫ້ຄວາມສຳນຶກໃນ ເບື້ອງຕົ້ນ ຂອງ ຂ້າພະເຈົ້າ ກ່ຽວກັບ ຄວາມງຽບສະຫງັດ, ນ້ອຍໆ ທີ່ ເຄີຍເຫັນຢູ່ເທິງເກາະ ໄດ້ຫາຍວັບໄປຢ່າງໄວ ແລະ ແທນທີ່ແມ່ນ ຄວາມຮູ້ສຶກຕື່ນເຕັ້ນ ແລະ ຮູ້ສຶກຕົກຕະລຶງ ອີກ.

ຈາກທາງທິດໃຕ້ ຂຶ້ນທາງທິດເໜືອ ຂອງເກາະ ຕະຫຼອດໄລຍະທາງ ເກືອບ 50 ກິໂລແມັດ ເບິ່ງຄືວ່າ ບ່ອນໃດກໍມີ ຫາດຊາຍ ແລະ ທະເລ ທີ່ສວຍງາມແບບດັ້ງເດີມເຊ່ັນ: ຫາດ ຊາວ, ຫາດ ຢ່າຍ, ຫາດ ເຈື່ອງ, ຫາດ ແກ່ງເຢົ່າ, ຫາດ ແຄມ ແລະ ຫາດ ເທີມ. ນັ້ນແມ່ນຍັງບໍ່ທັນກ່າວ ເຖິງ ທົວທ່ອງທ່ຽວເທິງທະເລ ເພື່ອການຄົ້ນພົບ ເກາະນັບຫຼາຍສິບ ແຫ່ງ ຕັ້ງ ກະຈັດກະຈາຍ ຢູ່ອ້ອມຂ້າງເກາະໃຫຍ່.



ເຮືອຈັກພານັກທ່ອງທ່ຽວ ໄປຢ້ຽມຢາມ ດອນ ໄມຣຸດ, ເປັນໜຶ່ງ ໃນບັນດາເກາະທີ່ຍັງຮັກສາໄວ້ໄດ້ຄວາມເປັນທໍາມະຊາດ ແລະ ງາມ ທີສຸດ ຢູ່ ຝູ໋ກວັກ. ພາບ: ຫງວຽນລວນ


ຝູ໋ກວັກ ມີຊື່ສຽງ ກັບຫາດຊາຍທະເລ ທີ່ສວຍງາມ, ເປັນບ່ອນ ນັກ ລົງທຶນຫຼາຍຄົນ ເລືອກເປັນສະຖານທີ່ ຈັດຕັ້ງການຫຼິ້ນມ່ວນຊື່ນ ແລະ ບັນເທີງ. ພາບ: ເລມິນ


ຝູ໋ກວັກ ມີຊື່ສຽງໂດ່ງດັງ ກັບບັນດາຕົ້ນໝາກພ້າວ ທີ່ສວຍງາມ ອ່ຽງຕົວ ອອກສູ່ຫາດຊາຍທະເລ. ພາບ: ເຕິດເຊີນ


ນັກທ່ອງທ່ຽວ ມ່ວນຊື່ນ ຢູ່ສວນນໍ້າສາທາລະນະ ດອນເທີມ, ໂດຍ Sun Group ເປັນຜູ້ລົງທຶນ. ພາບ: ເອກະສານ


ນັກທ່ອງທ່ຽວສໍາຜັດຕົວຈິງ ກັບການຂີ່ແຈ໋ສກີ ຢູ່ເທິງກະແສນ່ານ ນໍ້າທະເລ ທີ່ຂຽວສົດໃສ. ພາບ: ຫງວຽນລວນ


ສະຖາບັນສົງ ຈຸກເລີມ (ຍັງເອີ້ນວ່າ ວັດ ໂຮ້ກວັກ) ເປັນໜຶ່ງໃນ ສະ ຖານທີ່ທ່ອງທ່ຽວທາງໃຈ ຂອງ ຝູ໋ກວັກ. ພາບ: ຫງວຽນລວນ


ບັນດາທ່າເຮືອ ໄດ້ຮັບການກໍ່ສ້າງ ເພື່ອພານັກທ່ອງທ່ຽວ ໄປທ່ຽວ ຊົມ ບັນດາເກາະຕ່າງໆ ທີ່ມີຄວາມງາມ ແບບທຳມະຊາດ ຕັ້ງຢູ່ອ້ອມ ເກາະໃຫຍ່ທີ່ເປັນຈຸດໃຈກາງ. ພາບ: ເຕິດເຊີນ


ນັກທ່ອງທ່ຽວສໍາຜັດຕົວຈິງ ກັບຕະຫຼາດກາງຄືນຢູ່ ຝູ໋ກວັກ. ພາບ: ເລມິນ


Vinpearl Safari ຝູ໋ກວັກ ເປັນບ່ອນປະສົບການຕົວຈິງ ທີ່ປະ ທັບໃຈ ສຳລັບຜູ້ທີ່ມັກສໍາຫຼວດກ່ຽວກັບສັດປ່າ. ພາບ: ເຕິດເຊີນ


ວັງເມືອງບາດານ Vinpearl ຝູ໋ກວັກ ໄດ້ຮັບການກໍ່ສ້າງ ດ້ວຍຂະ ໜາດໃຫຍ່ ຊຶ່ງຊ່ວຍໃຫ້ນັກທ່ອງທ່ຽວ ຮູ້ສຶກ ຜ່ອນຄາຍ ຢູ່ກາງທະເລ ທີ່ກວ້າງໃຫຍ່ໄພສານ.  ພາບ: ຫງວຽນລວນ

ຊີວິດຢູ່ ຝູ໋ກວັກ ແມ່ນເຕັມໄປດ້ວຍສີສັນວັດທະນະທຳ ຂອງ ເຂດທະ ເລ ກັບບັນດາໝູ່ບ້ານຊາວປະມົງ, ທ່າເຮືອ ແລະ ໝູ່ບ້ານເຮັດອາ ຊີບມູນເຊື້ອຫຼາຍແຫ່ງເຊັ່ນ: ອາຊີບເຮັດໄຂ່ມຸກ, ນໍ້າປາ, ພິກໄທ ແລະ ອື່ນໆ... ແຕ່ດຶງດູດໃຈນັກທ່ອງທ່ຽວ ທີ່ສຸດ ອາດຈະແມ່ນອາຫານ ທະ ເລ ຫຼາຍເຍື່ອງທີ່ສົດ, ແຊບ ລາຄາ ພໍປະມານ ແລະ ໄດ້ຮັບການປຸງ ແຕ່ງ ດ້ວຍລົດຊາດ ສະເພາະພິເສດ ຂອງ ຊາວທ້ອງຖິ່ນ. 

ເກາະ ຝູ໋ກວັກ ໄດ້ທຳການຂຸດຄົ້ນ ແຕ່ສະໄໝເຈົ້າ ຫງວຽນ (ສະ ຕະວັດ ທີ XVIII), ປະຊາຊົນ ໃຊ້ຊີວິດຢູ່ເທິງເກາະມາເປັນເວລາ ດົນ ນານແລ້ວ, ປັດຈຸບັນ ນະແຫ່ງນີ້ ຍັງເຫຼືອໄວ້ຮ່ອງຮອຍປະຫວັດສາດ ຫຼາຍແຫ່ງ ຊຶ່ງສ່ອງແສງໃຫ້ເຫັນເຖິງຊີວິການເປັນ ຢູ່ ດ້ານວັດທະນະ ທຳ ຂອງ ຊາວທ້ອງຖິ່ນ ຢ່າງຈະແຈ້ງ. 
ດ້ວຍເຫດນັ້ນ, ບໍ່ແມ່ນ ໂດຍບັງເອີນ ຝູ໋ກວັກ ຍາມໃດກໍໄດ້ໜັງສືພິມ ລາຍໃຫຍ່ຫຼາຍສະບັບ ເຊັ່ນ: Forbes, CNN ແລະ  Telegraph ສັນ ລະເສີນວ່າ ເປັນສະຖານທີ່ທ່ອງທ່ຽວ ທີ່ໜ້າແວ່ຢາມ. ປີ 2020 ຜ່ານ ມາ, ຝູ໋ກວັກ ຢູ່ອັນດັບທີ 7 ໃນຈຳນວນ 25 ຈຸດໝາຍ ທ່ີພົ້ນເດັ່ນ ໂດຍ ປຶ້ມຄູ່ມືນຳທ່ຽວ ມີຊື່ສຽງໂລກ TripAdvisor ເປັນຜູ້ປະກາດ. ໃນປີ 2019 ຜ່ານມາ, ປຶ້ມຄູ່ມື ນຳທ່ຽວ ຂອງ ຊ່ອງໂທລະພາບ CNN ຂອງ ສ ອາເມລິກາ ໄດ້ຄັດເລືອກ ຝູ໋ກວັກ ເປັນໜຶ່ງໃນຈຸດນັດພົບ 19 ແຫ່ງ ດີທີ່ສຸດ ໃນທະວີບ ອາຊີ ຍ້ອນນະແຫ່ງນີ້ ມີບັນດາຫາດຊາຍ ແລະ ທະເລ ທີ່ງາມທີ່ສຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້. ປຶ້ມຄູ່ມື ນຳທ່ຽວນີ້ ກໍໄດ້ຄັດເລືອກ ຝູ໋ກວັກ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ 5 ແຫ່ງທີ່ ຕ້ອງມາຄັ້ງໜຶ່ງໃນຊີວິດ ຢູ່ອາຊີ-ປາຊີຟິກ ໃນລະດູໃບໄມ້ຫຼົ່ນ. ສ່ວນ ນັກແຕ່ງ Venus Wong ຂອງ ໜັງສືພິມ Telegraph (ອັງກິດ) ໄດ້ສະແດງອອກມາ ຄວາມປະທັບໃຈ ຕໍ່ແສງຕາເວັນ ຍາມຄ້ອຍຄໍ່າ ລົງແລງ ທີ່ໜ້າອັດຈະຈັນ ຢູ່ເທິງຫາດ ເຈື່ອງ ທີ່ຍັງມີຄວາມງາມ ເປັນ ທຳມະຊາດ ພ້ອມກັບລາຍການອາຫານປູສົດ ເໝືອນດັ່ງກໍາລັງ “ຄານອອກ ຈາກຈານ”.

ໃນຊຸມປີມໍ່ໆນີ້, ກະແສລົງທຶນດ້ານການທ່ອງທ່ຽວ ມີການ “ຂະຫຍາຍ ຕົວ” ຢູ່ ຝູ໋ກວັກ ໄດ້ເຮັດໃຫ້ເກາະແຫ່ງນີ້ ມີໂສມໜ້າໃໝ່, ທັນສະໄໝ ກັບສະຖານທີ່ທ່ອງທ່ຽວ ພັກຜ່ອນເພື່ອສຸຂະພາບ, ບັນເທີງ ໄດ້ມາດ ຕະຖານ ສາກົນ ຫຼາຍແຫ່ງ ແນໃສ່ດຶງດູດ ນັກທ່ອງທ່ຽວ ລະດັບຊັ້ນ ນຳ ຈຳນວນຫຼວງຫຼາຍເຊັ່ນ: Vinpearl Land, Sun World Hon Thom Nature Park, Vinpearl Safari, Casino ຝູ໋ກວັກ, ກະເຊົ້າ ລອຍຟ້າ ອານເຖີ໋ຍ - ດອນເທີມ ແລະ ອື່ນໆ...

ຕາມສະຖິຕິ ຂອງ ກົມທ່ອງທ່ຽວ, ໃນຊຸມປີມໍ່່ໆ ນີ້, ຈຳນວນນັກທ່ຽວ ທ່ຽວ ມາຍັງ ຝູ໋ກວັກ ເພີ່ມຂຶ້ນ 20-30% ຢ່າງຕໍ່ເນື່ອງ ໃນແຕ່ລະປີ. ສະເພາະປີ 2019, ກ່ອນເກີດຂຶ້ນ ການລະບາດໂຄວິດ-19, ຝູ໋ກວັກ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຈຳນວນເກືອບ 6 ລ້ານເທື່ອຄົນ, ໃນນັ້ນ ມີນັກທ່ອງທ່ຽວ ສາກົນເກືອບ 1 ລ້ານເທື່ອຄົນ. ສິ່ງດັ່ງກ່າວສະແດງ ໃຫ້ເຫັນ ຄວາມສາມາດບົ່ມຊ້ອນ ຂອງ ຝູ໋ກວັກ ແມ່ນສຸດທີ່ໃຫຍ່ຫຼວງ ແລະ ເປັນເປົ້າໝາຍ ເພື່ອໃຫ້ເກາະ ແຫ່ງນີ້ ເປັນ “ແດນສະຫວັນ” ເທິງທະເລ ແມ່ນຍັງບໍ່ໄກ.


... ສູ່ເມືອງ ທ່ີໜ້າປະທັບໃຈ ໃນມະຫາສະໝຸດ

ເພື່ອໃຫ້ “ເກາະໄຂມຸກ” ຝູ໋ກວັກ ກາຍເປັນແດນສະຫວັນ ແຫ່ງການ ທ່ອງທ່ຽວ ເທົ່າທຽມກັບເກາະ Phukhet, Bali ຢູ່ໃນພາກພື້ນ ຫຼື ໄກ ກວ່ານັ້ນເຊັ່ນ: Maldives, Hawaii, Venice… ຫຼື ສູນກາງການເງິນ, ບໍລິການແຖວໜ້າໂລກ ເຊັ່ນ: ຮົ່ງກົງ, ມາກາວ ຂອງ ສປ ຈີນ ເປັນ ຢ່າງໄວ, ເກາະ ທີ່ສວຍງາມນີ້ ຕ້ອງໄດ້ປ່ຽນ ເສື້ອຜືນໃໝ່ ແທນເສື້ອ ຜືນເກົ່າທີ່ ຄັບ ແລະ ເກົ່າແກ່ຫຼ້າສະໄໝ ແລ້ວ. ດ້ວຍເຫດນັ້ນ, ເມື່ອ ວັນທີ 9 ທັນວາ 2020, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິ ສ້າງ ຕັ້ງນະຄອນ ຝູ໋ກວັກ ສັງກັດ ແຂວງ ກຽນຢາງ, ສ້າງບາດລ້ຽວຄັ້ງໃຫຍ່ ໃຫ້ເກາະ ມີເນື່ອທ່ີເກືອບ 600 ຕາລາງກິໂລແມັດ ກັບ ຈຳນວນພົນ ລະເມືອງເກືອບ 180 ພັນຄົນນີ້ ມີໂອກາດ ທ່ີຈະປ່ຽນໂສມໜ້າ ບໍ່ພຽງ ແຕ່ກາຍເປັນ ແດນສະຫວັນ ແຫ່ງການທ່ອງທ່ຽວເທົ່ານັ້ນ, ແຕ່ຍັງຈະ ກາຍເປັນສູນກາງເສດຖະກິດ, ທ່ອງທ່ຽວ ແລະ ບໍລິການ ຢູ່ອັນດັບ ແຖວໜ້າ ຂອງ ພາກພື້ນ ແລະ ໂລກ ຢ່າງໄວອີກດ້ວຍ.

ກ່າວປາໄສທີ່ພິທີປະກາດ ສ້າງຕັ້ງ ນະຄອນ ຝູ໋ກວັກ, ຮອງນາຍົກລັດ ຖະມົນຕີ, ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ກ່າວວ່າ ແຜນ ພັດທະນາ ຝູ໋ກວັກ ຕ້ອງມີວິໄສທັດໄລຍະຍາວ, ໜ້ອຍທີສຸດແຕ່ 50 ປີ ຂຶ້ນໄປ ເພື່ອຕອບສະໜອງ ຄວາມຕ້ອງການພັດທະນາໃນຕໍ່ໜ້າແລະ ຍາວນານ. ສ້າງເງື່ອນໄຂໃຫ້ ຝູ໋ກວັກ ພັດທະນາ ກາຍເປັນສູນກາງ ແຫ່ງການທ່ອງທ່ຽວ, ການຄ້າລາຍໃຫຍ່ ຂອງ ປະເທດ, ພາກພື້ນ ແລະ ສາກົນ ກັບ 4 ເສົາຄໍ້າຫຼັກເຊັ່ນ: ອຸດສາຫະກຳ ບັນເທີງ, ທ່ອງທ່ຽວ ພັກຜ່ອນເພື່ອສຸຂະພາບ, ບໍລິການ ການເງິນ ທະນາຄານ ແລະ ເສດຖະ ກິດທະເລ. ໃນສະເພາະໜ້າ, ຕ້ອງທໍາການຄົ້ນຄວ້າ, ສະເໜີ ກໍ່ສ້າງ ກົນໄກນະໂຍບາຍສະເພາະ, ກ້າວກະໂດດໃຫ້ ຝູ໋ກວັກ ເຊ່ັນ: ຕົວແບບ ອຳນາດການປົກຄອງຕົວເມືອງ ທີ່ມີລັກສະນະ ຈຳເພາະ ຂອງ ເກາະທະເລ, ກົນໄກນະໂຍບາຍ ເພື່ອດຶງດູດ ນັກລົງທຶນລາຍໃຫຍ່ ແລະ ມີ ຄວາມສາມາດ...



ກະເຊົ້າລອຍຟ້າ ດອນເທີມ ເປັນສາຍກະເຊົ້າລອຍຟ້າຍາວທີສຸດໂລກໂດຍ Sun Group ເປັນຜູ້ລົງທຶນ. ກະເຊົ້າລອຍຟ້າ ດອນເທີມ ຫຼຸດເວລາເຄື່ອນຍ້າຍຂອງນັກທ່ອງທ່ຽວ ຈາກ ອານເຖີ໋ຍ
ຮອດ ດອນເທີມ ລົງ 15 ນາທີ ແທນທີ່ 30 ນາທີ ເຄື່ອນຍ້າຍ ດ້ວຍເຮືອຈັກ. ພາບ: ເຕິດເຊີນ



ເຂດພັກຜ່ອນເພື່ອສຸຂະພາບ Premier Village ຝູ໋ກວັກ Bay ສັງກັດຫາດ ແຄມ, ບ້ານ ອານເຖີ໋ຍ, ນະຄອນ ຝູ໋ກວັກ. ພາບ: ເລມິນ


ມູມໜຶ່ງຂອງເຂດຕົວເມືອງ Sun Grand City ອານເຖີ໋ຍ ສັງກັດ ພື້ນທີ່ ຝູ໋ກວັກໃຕ້. ພາບ: ເຕິດເຊີນ


ພື້ນທີ່ທາງທິດເໜືອ ຂອງ ຝູ໋ກວັກ ໄດ້ວາງແຜນ ແລະ ພັດທະນາ ຂະໜາດໃຫຍ່ ຍ້ອນມີຫຼາຍໂຄງການ ຂອງ ກຸ່ມບໍລິສັດ Vingroup ຢູ່ແຫ່ງນີ້. ພາບ: ເຕິດເຊີນ


ເຂດພັກຜ່ອນເພື່ອສຸຂະພາບ Premier Village ຝູ໋ກວັກ ຊ່ວຍ ໃຫ້ນັກທ່ອງທ່ຽວ ມີປະສົບການຕົວຈິງ ທີ່ດີເລີດ ໜຶ່ງບໍ່ມີສອງ. ພາບ: ເອກະສານ


ການທ່ີ ຝູ໋ກວັກ ກາຍເປັນເມືອງເກາະແຫ່ງທໍາອິດຂອງ ປະເທດ ກັບນະໂຍບາຍ ດຶງດູດການລົງທຶນ, ສະນັ້ນມີເຂດຕົວເມືອງໃໝ່ ຫຼາຍ ແຫ່ງ ທ່ີທັນສະໄໝ ໄດ້ຮັບການກໍ່ສ້າງຂຶ້ນ. ພາບ: ເອກະສານ
 

ຝູ໋ກວັກ ມີຊື່ສຽງໂດ່ງດັງ ກັບຜະລິດຕະພັນ ນໍ້າປາທີ່ຫອມແຊບ ແລະ ໂປຣຕີນສູງ. ພາບ: ເຕິດເຊີນ


ພ້ອມກັບການພັດທະນາ ພື້ນຖານໂຄງລ່າງ ຝູ໋ກວັກ ຍັງສຸມໃສ່ ການພັດທະນາ ບັນດາຂະແໜງການ ອາຊີບມູນເຊື້ອ, ໃນນັ້ນມີອາ ຊີບລ້ຽງຫອຍໄຂ່ມຸກ. ພາບ: ເລມິນ


ແຕ່ລະປີ ສະໜາມບິນສາກົນ ຝູ໋ກວັກ ໄດ້ຕ້ອນຮັບນັກທ່ອງທ່ຽວ ນັບຫຼາຍລ້ານຄົນ ທີ່ມາທ່ຽວ ແລະ ຊອກຮູ້ໂອກາດລົງທຶນ. ພາບ: ຫງວຽນລວນ

ໃນຊຸມປີມໍ່່ໆ ນີ້, ກ່ອນກາຍເປັນຕົວເມືອງ, ຄວາມຕ້ອງການພັດທະ ນາເສດຖະກິດ ແລະ ການທ່ອງທ່ຽວ ຢູ່ ຝູ໋ກວັກ ໄດ້ປາກົດຂຶ້ນຢ່າງ ແທ້ຈິງ. ຈຸດສຸມທີ່ໃຫຍ່ກວ່າໝູ່ທຳອິດ ຕ້ອງກ່າວເຖິງ ແມ່ນ ໂຄງການ ກໍ່ສ້າງໃໝ່ ສະຫນາມບິນສາກົນ ຝູ໋ກວັກ ຢູ່ຈຸດໃຈກາງເກາະ ຊຶ່ງສາ ມາດຕ້ອນຮັບ ເຮືອບິນຂະໜາດໃຫຍ່ເກືອບທຸກປະເພດ ດ້ວຍຈຳ ນວນຫຼາຍ, ເສັ້ນທາງການບິນ ຈາກບັນດາປະເທດ ອາຊີ, ເອີຣົບ ໄດ້ ນຳນັກທ່ອງທ່ຽວ ມາຍັງ ຝູ໋ກວັກ ໂດຍບໍ່ຕ້ອງສົ່ງຕໍ່ ຜ່ານສະໜາມບິນ ອື່ນ. ພ້ອມກັນນັ້ນ, ການຄົມມະນາຄົມ ທາງທະເລ ກໍໄດ້ຮັບການລົງ ທຶນ ສ້າງທ່າກຳປັ່ນ ສຳລັບນັກທ່ອງທ່ຽວສາກົນ, ສາມາດຕ້ອນຮັບ ກໍາປັ່ນ ນັກທ່ອງທ່ຽວ ຈຳນວນ 5.000 - 6.000 ຄົນ ທີ່ມາຢ້ຽມຢາມ ເກາະໃນເວລາດຽວກັນ.

ຈຸດປ່ຽນຕໍ່ໄປ ແມ່ນໂຄງການດຶງສາຍໄຟຟ້າ ໃຕ້ທະເລ ຊຶ່ງມີ ຄວາມ ຍາວທີ່ສຸດ ອາຊີຕາເວັນອອກສ່ຽງໃຕ້ ຄື 57 ກິໂລແມັດ ເພື່ອສະໜອງ ຕາຂ່າຍໄຟຟ້າ ໃຫ້ແກ່ ຝູ໋ກວັກ. ໄຟຟ້າ ມາແລ້ວ, ການພັດທະນາ ດ້ານເສດຖະກິດ, ສັງຄົມ ແລະ ດຶງດູດການລົງທຶນ ຂອງ ຝູ໋ກວັກ ກໍ່ຍິ່ງ ສົດໃສ. ເຂດຕົວເມືອງໃໝ່ແຄມຝັ່ງ ທີ່ທັນສະໄໝ ລະດັບຊັ້ນນຳຫຼາຍ ແຫ່ງ ໄດ້ຮັບການກໍ່ສ້າງໃໝ່ ຊຶ່ງມີສີສັນ ແລະ ແຮງບັນດານໃຈ ຈາກ ບັນດາຕົວເມືອງ ທີ່ມີຊື່ສຽງ ຢູ່ແຄມຝັ່ງທະເລ ເມດີເຕີເຣນຽນ. 

ຈັບໂອກາດ, ມີກຸ່ມບໍລິສັດເສດຖະກິດຫຼາຍແຫ່ງເຊັ່ນ: Vingroup, Sungroup, BIMgroup, CEOgroup, MIKgroup, Milltol… ໄດ້ ສະໜອງເງິນ ລົງທຶນ ໃນໂຄງການໃຫຍ່ຫຼາຍໂຄງການ ເຂົ້າເກາະນີ້. ມາຮອດປັດຈຸບັນ ຝູ໋ກວັກ ໄດ້ດຶງດູດ 372 ໂຄງການ, ມີມູນຄ່າ ການ ລົງທຶນ ຈົດທະບຽນທັງໝົດປະມານ 16,5 ຕື້ ໂດລາສະຫະລັດ. ສະ ເພາະການລົງທຶນໂດຍກົງຈາກຕ່າງປະເທດ (FDI) ມີກວ່າ 30 ໂຄງ ການ ດ້ວຍມູນຄ່າກວ່າ 300 ລ້ານ ໂດລາສະຫະລັດ. ດ້ວຍເຫດນັ້ນ, ມາຮອດປັດຈຸບັນ ຢູ່ເທິງບັນດາຫາດຊາຍ ທີ່ສວຍງາມ ຂອງ ຝູ໋ກວັກ ໄດ້ ປະກົດຕົວ ເຂດພັກຜ່ອນເພື່ອສຸຂະພາບ ທີ່ຫຼູຫຼາຫຼາຍແຫ່ງ ຂອງ ບັນດາຍີ່ຫໍ້ການທ່ອງທ່ຽວ ລະດັບສາກົນເຊັ່ນ: Marriott, Intercontinental, Hyatt, Movenpick, Novotel...

ທ່ານ ຮິ່ວງກວາງຮຶງ, ປະທານຄະນະກຳມະການ ປະຊາຊົນ ນະຄອນ ຝູ໋ກວັກ ໃຫ້ຮູ້ວ່າ ປັດຈຸບັນ ບັນດານັກລົງທຶນ ທີ່ມາຍັງ ຝູ໋ກວັກ ກຳລັງ ໄດ້ຊົມໃຊ້ບັນດາກົນໄກ, ນະໂຍບາຍບຸລິມະສິດ ທີ່ດີທີສຸດ ຈາກ ລັດຖະບານ. ນະຄອນສືບຕໍ່ປະສານສົມທົບ ຢ່າງຕັ້ງໜ້າ ກັບ ບັນດາ ພະແນກ, ຂະແໜງການຂັ້ນແຂວງ ເພື່ອສະເໜີ ຕໍ່ສູນກາງ ກ່ຽວກັບ ກົນໄກ, ນະໂຍບາຍ ທີ່ດີກວ່າເກົ່າ, ໂດຍສະເພາະຢ່າງຍິ່ງ ແມ່ນ ນະໂຍບາຍ ກ່ຽວກັບ ເງິນເຊົາທີ່ດິນ, ນຳໃຊ້ທີ່ດິນ, ການເຂົ້າເມືອງ ແລະ ອື່ນໆ... ເພື່ອດຶງດູດບັນດານັກລົງທຶນ ເຂົ້າຝູ໋ກວັກ, ນຳ ຝູ໋ກວັກ ບັນທຶກຊື່ ຝູ໋ກວັກ ເຂົ້າໃນແຜນທີ່ ບັນດາເມືອງເກາະ ທີ່ມີຊື່ສຽງ ອັນດັບໂລກ ຢ່າງໄວ.


ນະຄອນ ຝູ໋ກວກ ມີເນື້ອທີ່ 589,23 ກມ2, ໃຫຍ່ເກືອບ ເທົ່າປະເທດ ສິງກະໂປ, ຕັ້ງຢູ່ຕິດກັບນະຄອນ ຮ່າຕຽນ, ເມືອງ ກຽນເລືອງ (ແຂວງ ກຽນຢາງ); ອ່າວ ໄທ ແລະ ກໍາປູເຈຍ. ໃນນ່ານນໍ້າ ຝູ໋ກວັກ, ນອກ ຈາກເກາະໃຫຍ່ ທີ່ເປັນຈຸດໃຈກາງແລ້ວ ກໍຍັງມີເກາະໃຫຍ່-ນ້ອຍ 22 ເກາະ ເຊັ່ນ: ດອນເທີມ, ດອນ ຢຳ, ດອນ ເສືອງ, ດອນ ມ໋ອງໄຕ, ດອນ ໄມຣຸດ ແລະ ອື່ນໆ... ຊຶ່ງສ້າງເປັນທັດສະນີຍະພາບ ທີ່ສວຍ ງາມມີສະເໜ່. ພາຍຫຼັງໄດ້ຮັບການສ້າງຕັ້ງ, ນະຄອນ ຝູ໋ກວັກ ມີ 2 ຄຸ້ມ, 7 ຕາແສງ, ມີຈຳນວນພົນລະເມືອງ 179.480 ຄົນ. 

 ບົດ: ແທງຮ່ວາ
ພາບ: ເຕິດເຊີນ, ເລມິນ, ຫງວຽນລວນ  ແລະ ເອກະສານ 
Sun Group 

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top