ຈຸດພົ້ນເດັ່ນທາງສາສະໜາ ຢູ່ເຂດພູສູງ ໄຕບັກ

ຈຸດພົ້ນເດັ່ນທາງສາສະໜາ ຢູ່ເຂດພູສູງ ໄຕບັກ


ປີ 2022, ຫວຽດນາມ ໄດ້ຮັບເລືອກເຂົ້າເປັນສະມາຊິກ ສະພາສິດທິມະນຸດ ສະຫະປະຊາຊາດ ເປັນຄັ້ງທີ 2 (ຄັ້ງທຳອິດໃນປີ 2013). ການໄດ້ຮັບເລືອກໃຫ້ເປັນສະມາຊິກ ສະພາສິດທິມະ ນຸດ ສະແດງໃຫ້ເຫັນ ຄວາມຮັບຮູ້ ຂອງ ປະຊາຄົມໂລກ ກ່ຽວກັບນະໂຍບາຍ, ຄວາມມານະພະຍາຍາມ ແລະ ໝາກຜົນຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດ ຂອງ ປະຊາຊົນ ຢູ່ທົ່ວທຸກຂົງເຂດ, ໃນນັ້ນລວມເຖິງບັນຫາທາງສາສະໜາ ສຳລັບປະຊາຊົນ ຢູ່ເຂດພູສູງ ນັບມື້ດີຂຶ້ນ.

 

ໃນ​ໂອກາດວັນບຸນ ​ຄຣິສມາສ​ ປີ 2023, ໂບດ​ ທີ່​ຕັ້ງ​ຢູ່​ເທິງ​ພູ​ສູງ​ຂອງ​ເຂດສາສະໜາ ກາໂຕລິກ ເຮົ່າຖ່າວ (ຢູ່ບ້ານ ຮາງດ໋າ, ຕາແສງ ເຮົ່າຖ່າວ, ເທດສະບານເມືອງ ​ຊາ​ປາ, ​ແຂວງ ລາວ​ກາຍ) ​ມີບັນຍາກາດຄຶກຄື້ນ ມ່ວນຊື່ນ ໃນມື້ບຸນໃຫຍ່ສໍາຄັນຂອງປີ. 

ໃນເວລາ 9 ໂມງເຊົ້າ, ວົງແກທອງ ຂອງໂບດ ຈະບັັນເລງ ບັນ ດາບົດດົນຕີທີ່ມ່ວນຊື່ນ ເພື່ອຂໍ່ານັບຮັບຕ້ອນ ວັນບຸນ ຄຣິສມາສ. ຊາວ ກາໂຕລິກ ດ້ວຍ​ຈຳນວນ​ຫຼວງ​ຫຼາຍ ​ນຸ່ງ​ຊຸດ​ພື້ນ​ເມືອງ​ທີ່​ມີ​ສີສັນ​ສວຍງາມ ເຈືອຈານ​ເຂົ້າກັບ ບັນຍາກາດມ່ວນຊື່ນ ສະຫງົບສຸກ ແລະ ອົບອຸ່ນ ຕ້ອນຮັບ ວັນບຸນ ຄຣິສມາສ ​ເໝືອນດັ່ງລະ ລາຍອາກາດ ທີ່ໜາວເຢັນ ​​ຢູ່​ທ່າມກາງ​ເມກໝອກ.

ຢູ່ພາຍໃນຫໍທຳມະສະພາ, ຄຸນພໍ່ ເຟໂຣ ຟ້າມແທງບິ່ງ-ພະສັງຄະລາດ ເມືອງຊາປາ ແລະ ຮັບຜິດຊອບເຂດສາສະໜາ ກາໂຕລິກ ເຮົ່າຖ່າວ ກຳລັງ ກ່າວເທດສະໜາ ກ່ຽວກັບ ຄວາມເຫຼື້ອມໃສຕໍ່ສາສະໜາ ແລະ ວິທີການດຳລົງຊີວິດ ຢ່າງສະຫງົບສຸກ ແລະ ນັບ ຖືສາສະໜາທີ່ດີ, ມີສິນລະທໍາ ແລະ ສົ່ງຄຳອວຍພອນ ຄຣິສມາສ ທີ່ມີຄວາມສຸກ ແລະ ອົບອຸ່ນເຖິງຊາວ ກາໂຕລິກ ທຸກຄົນ. 

ໂບດ ກາໂຕລິກ ເຮົ່າຖ່າວ ໄດ້ຮັບການກໍ່ສ້າງຢ່າງກວ້າງຂວາງ ແລະ ສວຍງາມ ຕາມແບບສະຖາປັດຕະຍະກຳ gothic ສະຫຼັບ ກັບວັດທະນະທຳພື້ນເມືອງ ຂອງ ຊາວເຜົ່າ ມົ້ງ. ​ສະຖານ​ທີ່​ແຫ່ງນີ້ແມ່ນບ່ອນດຳເນີນຊີວິດ ທາງ​ສາສະໜາ ​ຂອງ ຊາວເຜົ່າ​ ມົ້ງ ທີ່ນັບຖືສາສະໜາ ກາໂຕລິກ ຢູ່ ເຮົ່າຖ່າວ.


ຕ້ອນຮັບພວກຂ້າພະເຈົ້າດ້ວຍຮອຍຍິ້ມອັນອົບອຸ່ນ, ທ່ານ ມ໋າອາຊິງ, ອາຍຸ 40 ປີ, ຊາວເຜົ່າ ມົ້ງ ຢູ່ ບ້ານ ຮາງດ໋າ ໄດ້ກ່າວວ່າ ໃນເມື່ອກ່ອນ, ໝູ່ບ້ານ ບໍ່ມີຖະໜົນຫົນທາງ, ສະນັ້ນພວກຂ້າພະ ເຈົ້າ ຕ້ອງຍ່າງຜ່ານໜ້າຜາສູງຊັນ ແລະ ຂ້າມຫ້ວຍ ໃຊ້ເວລາໝົດມື້. ໃນ​ເວລາ​ນັ້ນ, ​ເພື່ອ​ຈັດ​ຕັ້ງ​ພິທີ​ສຳຄັນ​ຕ່າງໆ, ຊາວ ກາໂຕລິກ ເຮົ່າຖ່າວ ຕ້ອງ​ອອກ​ນອກ​ເທດສະບານ​ເມືອງ ຊາປາ ​ເພື່ອ ນິມົນ ຄຸນພໍ່ ຂອງ ເຂດສາສະໜາ ກາ​ໂຕລິກ ເຂົ້າມາທຳພິທີ. ປັດຈຸບັນ, ຍ້ອນໄດ້ຮັບຄວາມ ເອົາໃຈໃສ່ ຈາກພັກ - ລັດ, ເສັ້ນທາງປູຢາງ ລະຫວ່າງບ້ານ ຈຶ່ງໄດ້ເປີດສູ່ໂບດ, ສະນັ້ນສະດວກຫຼາຍ ຕໍ່ການດຳລົງຊີວິດ ແລະ ການເຄື່ອນໄຫວ ທາງສາສະໜາ ຂອງ ພໍ່ແມ່ ປະຊາຊົນ ຢູ່ທີ່ນີ້.

ຊາວ ກາໂຕລິກ ຢູ່ເຂດສາສະໜາ ກາໂຕລິກ ເຮົ່າຖ່າວ (ຢູ່ ບ້ານ ຮາງດ໋າ, ຕາແສງ ເຮົ່າຖ່າວ, ເທດສະບານເມືອງ ​ຊາ​ປາ, ​ແຂວງ ລາວ​ກາຍ) ມາໂບດໃນວັນບຸນ. ພາບ: ເຕິດເຊີນ/VNP

ຫຼັງ​ຈາກ​ເຂົ້າ​ຮ່ວມພິທີ ​ໃນ​ຕອນ​ເຊົ້າ​ຢູ່​ ເຮົ່າຖ່າວ, ພວກ​ຂ້າພະ ເຈົ້າ​ໄດ້​ຕິດ​ຕາມຄຸນພໍ່ ເຟໂຣ ຟ້າມແທງບິ່ງ ກັບຄືນ ເທດສະບານເມືອງ ຊາປາ ເພື່ອໃຫ້ທັນກັບ ການເຂົ້າຮ່ວມ ວັນບຸນ ​ຄຣິສມາສ ໃນ​ຕອນ​ຄ່ຳຢູ່​ໂບດ​ຫີນ ຊາປາ.

ໂບດຫີນ ຊາປາ ຕັ້ງຢູ່ ໃຈກາງເທດສະບານ ແລະ ຖືວ່າ ເປັນສັນ ຍາລັກ ຂອງ ຊາປາ. ໃນປີ 1902, ສະມາຄົມ ອົງກອນ ນິກາຍ ໂຣມັນ ກາໂຕລິກ ປາຣີ (ຝຣັ່ງ) ໄດ້ສ້າງຕັ້ງ ເຂດສາສະໜາ ກາ ໂຕລິກ ຊາປາ ແລະ ປີ 1925 ໃຫ້ກໍ່ສ້າງ ໂບດແຫ່ງນີ້.

ຊາປາເປັນບ່ອນຢູ່ອາໄສມາແຕ່ດົນນານ ຂອງ ຊາວເຜົ່າ ກິງ ແລະ ຊາວເຜົ່າສ່ວນໜ້ອຍເຊັ່ນ: ມົ້ງ, ຢາວ, ໄຕ່, ໄຢ໋... ເພາະສະນັ້ນ, ໃນພິທີຕ້ອນຮັບວັນບຸນ ຄຣິສມາສ 2023, ໂບດຫີນ ຊາປາ ຈຶ່ງມີບັນຍາ ກາດຟົດຟື້ນມ່ວນຊື່ນ ກັບຫຼາກຫຼາຍ ສີສັນ ຂອງ ບັນດາຊຸດພື້ນ ເມືອງ ຂອງປະຊາຊົນ ບັນດາເຜົ່າຢູ່ໃນພື້ນທີ່.

ການທຳພິທີທາງສາສະໜາ ໄດ້ຈັດຂຶ້ນ​ໃນພື້ນທີ່​ບໍລິເວນ​ໂບດ​ຫີນ ​ຊາ​ປາ. ພາບ: ແທງຢາງ/VNP

 

ຄຸນພໍ່ ເຟໂຣ ຟ້າມແທງບິ່ງ ໂອ້ລົມກັບເດັກນ້ອຍຢູ່ໂບດຫີນ ຊາປາ. ພາບ: ແທງຢາງ/VNP

ເໝືອນ​ດັ່ງ​​ທ້ອງ​ຖິ່ນອື່ນໆ ​ຢູ່ ໄຕບັກ (​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ), ​ເຂດສາສະໜາ ກາໂຕລິກ ຊາປາ ​ໃນເມື່ອກ່ອນ ແມ່ນເຂດ​ດິນ​ທີ່​ທຸກ​ຍາກ, ຊາວ ກາໂຕລິກ ຫາລ້ຽງຊີບ ດ້ວຍເຮັດການທ່ອງທ່ຽວ ແລະ ກະສິກຳ ເປັນຕົ້ນຕໍ. ເພາະສະນັ້ນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ຈຶ່ງ​ຕັ້ງໜ້າ​ຜັນ​ຂະຫຍາຍ​ຫຼາຍ​ແນວທາງ, ນະ​ໂຍບາຍ​ຂອງ ​ພັກ, ລັດ ​ເພື່ອ​ຊ່ວຍ​ເຫຼືອ ປະຊາຊົນ ​ພັດທະນາ​ເສດຖະກິດ, ຮັກສາເອກະລັກ ທາງວັດທະນະທຳ, ໃຊ້ຊີວິດການເປັນຢູ່ຢ່າງ ສະຫງົບສຸກ ແລະ ພ້ອມກັນສາມັກຄີ, ພັດທະນາແຫຼ່ງທ່ອງ​ທ່ຽວ​ ແຫ່ງ​ນີ້​ ໃຫ້​ນັບ​ມື້​ນັບ​ຮັ່ງມີ​ ເຂັ້ມ​ແຂງ ແລະ ມ່ວນຊື່ນ ສະຫງົບ​ສຸກ.

 

ບັນດາ ຜູ້ນັບຖື ສາສະໜາ ໂປຣແຕສຕັງ ຊາວເຜົ່າ ມົ້ງ ໃນ ຊຸດ​ອາ​ພອນ​ພື້ນ​ເມືອງ ​ທີ່​ສວຍ​ງາມ​ທີ່​ສຸດ ພາກັນ​ມາ​ຈຸດ ໂປຣແຕສຕັງ ເພື່ອ​ເຂົ້າ​ຮ່ວມ​ວັນບຸນ ຄຣິສມາສ. ພາບ: ເຕິດເຊີນ/VNP

ບ້ານ ຊິນຊ໋ວຍໂຮ່ (ຕາແສງ ຊິນຊ໋ວຍໂຮ່, ເມືອງ ຟອງໂຖ, ແຂວງ ລາຍເຈົາ) ເປັນບ້ານ ຂອງ ຊາວເຜົ່າ ມົ້ງ 149 ຄອບຄົວ, ມີປະ ຊາກອນ ກວ່າ 650 ຄົນ, ໃນນັ້ນມີຜູ້ນັບຖືສາສະໜາ ໂປຣແຕສຕັງ ກວ່າ 500 ຄົນ. ນີ້​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ ​ດຶງ​ດູດ​ໃຈ​ທີ່​ສຸດ​ຂອງ​ແຂວງ​ ລາຍ​ເຈົາ. ປີ 2023, ທີ່​ເວທີ​ປາ​ໄສ​ ງານຕະຫຼາດນັດທ່ອງທ່ຽວ​ສາກົນ​ຢູ່ ​ອິນ​ໂດ​ເນ​ເຊຍ, ​ບ້ານ ຊິນຊ໋ວຍໂຮ່ ​ໄດ້​ຮັບ​ກຽດ​ເປັນ​ແຫຼ່ງທ່ອງ​ທ່ຽວ​ ຊຸມ​ຊົນ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ​ ASEAN ​ໃນ​ປີ 2022.

ພວກ​ຂ້າ​ພະ​ເຈົ້າມີໜ້າຢູ່ ຈຸດ ຜູ້ທ່ີນັບຖື ສາສະໜາ ໂປຣແຕສຕັງ​ ຊິນຊ໋ວຍໂຮ່ ໃນໂອກາດທ້າຍປີ ທ່າມກາງສະພາບອາກາດທີ່ສົດໃສ, ເຢັນສະບາຍ. ບັນດາ ສາສະນິກະຊົນ ໂປຣແຕສຕັງ ຊາວເຜົ່າ ມົ້ງ ໃນຊຸດ​ອາ​ພອນ​ພື້ນ​ເມືອງ ​ທີ່​ສວຍ​ງາມ​ທີ່​ສຸດ ພາກັນ​ມາ​ຈຸດ ໂປຣແຕສຕັງ ເພື່ອ​ເຂົ້າ​ຮ່ວມ​ວັນບຸນ ຄຣິສມາສ. ຢູ່​ເທິງເວ ທີ ​ປາ​ໄສ, ນອກຈາກບັນຍາຍ ກ່ຽວກັບຫຼັກພະທຳ ​ຄຸນພໍ່ ຫາງອາຊ່າ ຍັງປຸກລະດົມ ປະຊາຊົນ ແລະ ສາສະນິກະຊົນ ຈົ່ງຮ່ວມກັນ ສາມັກຄີ ພັດທະນາເສດຖະກິດ, ສ້າງຄວາມຮັ່ງມີຢ່າງຖືກຕ້ອງ ຕາມກົດໝາຍ, ບໍ່ເຊື່ອ ບໍ່​ຟັງ ຕາມ​ຖ້ອຍທຳນອງເສກສັນປັ້ນແຕ່ງ ກ່ຽວກັບກັບແຜນນະໂຍບາຍ ເພື່ອຕ້ານ ແລະ ທຳລາຍພັກ, ລັດ ຈາກກຸ່ມຄົນບໍ່ດີ.

 

ເມື່ອ​ເວົ້າ​ເຖິງ​ການ​ປ່ຽນ​ແປງ ​ຂອງ ຊິນຊ໋ວຍໂຮ່, ຫຼາຍ​ຄົນ​ມັກ​ເວົ້າ​ເຖິງ​ ຄໍາວ່າ “ສິ່ງປະຕິຫານ ຊິນຊ໋ວຍໂຮ່”, “ອະພິນິຫານ ຊິນຊ໋ວຍໂຮ່”, ຫຼື “ເລືື່ອງແປກປະຫຼາດ​ຢູ່​ບ້ານ ເງ້ນ ຊິນຊ໋ວຍໂຮ່”... ເພາະ​ໃນ​ສະ​ໄໝ​ກ່ອນ ຊິນຊ໋ວຍໂຮ່ ເປັນບ້ານ ທຸກຍາກ, ປູກສະເພາະຕົ້ນຝິ່ນ ແລະ ມີຊາວບ້ານກວ່າ 90% ແມ່ນຕິດຝິ່ນ. ຢາຝິ່ນ ໄດ້ເຮັດໃຫ້ຊີວິດ ຂອງ ຜູ້ຄົນມືດມົນ, ອຶດຫີວ, ລຳບາກຂາດເຂີນ, ເຈັບປ່ວຍ ແລະ ສິ່ງຊົ່ວຊ້າ ອື່ນໆ ອີກຫຼາຍຢ່າງ.

ຄຸນພໍ່ ຫາງອາຊ່າ ກ່າວວ່າ: “ໃນເມື່ອກ່ອນ, ຄອບຄົວຂອງ ຂ້າ ພະເຈົ້າ ເຄີຍມີຜູ້ຕິດຝິ່ນຫຼາຍ, ແຕ່ຫຼັງຈາກຮຽນຮູ້ຄໍາສອນ ທາງສາສະໜາ ແລະ ໄດ້ຮັບການເຜີຍແຜ່ ແລະ ອະທິບາຍ ຈາກອຳ ນາດການປົກຄອງທ້ອງຖິ່ນ ກ່ຽວກັບຜົນຮ້າຍ ຂອງ ຢາຝິ່ນ, ທຸກຄົນໄດ້ອອກຢາດ້ວຍຄວາມຕື່ນຕົວ. ພາຍຫຼັງ 10 ປີ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຈຳ​ນວນ​ຜູ້​ຕິດ​ຢາ​ເສບ​ຕິດ​ໄດ້​ຫຼຸດ​ລົງ​ເທື່ອ​ລະ​ກ້າວ ແລະ ​ປັດ​ຈຸ​ບັນ​ ໝູ່​ບ້ານ ຊິນຊ໋ວນໂຮ່ ບໍ່​ມີ​ຜູ້​ຕິດ​ຢາ​ເສບ​ຕິດ”.


ດ້ວຍ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ໂຄສະນາ, ປຸກລະດົມ ​ສ່ົງເສີມ​ປະຊາຊົນ​ ປະຕິບັດ​ ຕາມແນວທາງ​ນະ​ໂຍບາຍ ​ຂອງ​ພັກ-ລັດ ​ເປັນ​ຢ່າງ​ດີ ​ແລະ ຮ່ວມກັນສາມັກຄີ ​ມານະ​ພະຍາຍາມ​ພັດ ທະນາ​ເສດຖະກິດ-ສັງຄົມ, ພິ​ເສດ​ແມ່ນ ​ປະກອບສ່ວນກຳລັງເຫື່ອແຮງ ເພື່ອສ້າງ ບ້ານ ຊິນຊ໋ວຍໂຮ່ ກາຍເປັນແຫຼ່ງທ່ອງທ່ຽວ ຊຸມຊົນ ທີ່ມີຊື່ສຽງ​ທີ່​ສຸດ ASEAN, ​ປີ 2023,  ຄຸນພໍ່ ຫາງອາຊ່າ ໄດ້​ຮັບ​ກຽດ ​ເປັນ​ໜຶ່ງ​ໃນ 75 ຕົວ​ຢ່າງ​ ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ ທີ່​ໄດ້​ຮັບ​ໃບຍ້ອງຍໍ ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ ຈາກອໍານາດການປົກຄອງ ​ທ້ອງ​ຖິ່ນ, ນັບ​ແຕ່​ປີ 2012, ຍ້ອນ​​ຂະບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເສັ້ນທາງ​ໄປ​ຫາ​ບ້ານ ຊິນຊ໋ວຍ​ໂຮ່ ​ໄດ້ປູດ້ວຍເບຕົງ. ຄຽງ​ຄູ່​ກັນ​ນັ້ນ, ປະຊາຊົນ​ ຍັງ​ໄດ້​ພັດທະນາ​ອາຊີບ​ປູກ​ກ້ວຍໄມ້, ຕົ້ນຄາຍ, ຕົ້ນໝາກໝັ້ນ… ​ຕື່ມອີກ ເພື່ອ​ພັດທະນາ​ເສດຖະກິດ, ສະນັ້ນ ປັດຈຸ​ບັນ ໝູ່​ບ້ານ​ຈຶ່ງ​ມີ​ຄວາມ​ສະອາດ ​ແລະ ຮັ່ງມີ​ກວ່າອະດີດ.

 

ສິ່ງທີ່ໜ້າສົນໃຈແມ່ນ ປະຊາຊົນ​ໃນ​ບ້ານ​ຍັງ​ໄປ​ສຶກສາ​ ຫາຄວາມ​ຮູ້​ ກ່ຽວກັບວຽກງານດ້ານ​ການທ່ອງທ່ຽວ​ ເພື່ອ​ເປີດຮູບ​ແບບ​ການ ທ່ອງທ່ຽວ​ ຊຸມ​ຊົນ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ຄອບຄົວ ​ແລະ ການທ່ອງທ່ຽວ​ຢູ່ທ້ອງ​ຖິ່ນ. ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ປີ 2015, ຄະ​ນະ​ກຳມະການ ປະ​ຊາ​ຊົນ​ແຂວງ​ ລາຍ​ເຈົາ ໄດ້​ຮັບ​ຮູ້​ບ້ານ ຊິນ​ຊ໋ວຍ​ໂຮ່ ເປັນ​ໝູ່​ບ້ານ​ທ່ອງ​ທ່ຽວ​ຊຸມ​ຊົນ. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ຊາວບ້ານ ຊິນຊ໋ວຍໂຮ່ ມີ​ພື້ນຖານ ​ແລະ ​ແຮງ​ຈູງ​ໃຈ​ເພີ່ມ​ເຕີມ​ ເພື່ອ​ຢຶດໝັ້ນກັບອາຊີບ ເຮັດບໍລິການ​ທ່ອງ​ທ່ຽວ ​ແລະ ​ປູກກ້ວຍໄມ້ ​ເພື່ອ​ພັດທະນາ​ເສດຖະກິດ.

ມາ​ຮອດ​ປັດຈຸ​ບັນ, ບ້ານ ຊິນ​ຊ໋ວຍໂຮ່ ມີກວ່າ 10 ​ຄອບ​ຄົວເຮັດ​ບໍລິການທ່ອງ​ທ່ຽວ​ ​ແບບ homestay. ຫຼາຍ​ຄອບຄົວ​​ໄດ້​ລົງ​ທຶນ​ສ້າງ​ເຮືອນ​ພັກ​ໃໝ່ ຫຼື​ ຍົກ​ລະ​ດັບ​ເຮືອນພັກ ໂດຍຕົນເອງ ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ ທ່ີນັບມື້ສູງຂຶ້ນ​ ຂອງ​ ນັກ​ທ່ອງ​ທ່ຽວ​. ພິເສດ, ປະຊາຊົນ ຍັງປະຕິບັດ ຕົວແບບ “6 ບໍ່” ຄື: ບໍ່ສູບຢາຝິ່ນ, ບໍ່ສູບ ຢາຫີດ ຫຼື ສູບຢາ, ບໍ່ຊຸມແຊວດື່ມເຫຼົ້າ, ບໍ່ຫຼິ້ນການພະນັນ, ບໍ່ຖິ້ມຂີ້ເຫຍື້ອຊະຊາຍ ແລະ ບໍ່ທຳລາຍທຳມະຊາດ.

ຕະຫຼາດນັດ ຊິນຊ໋ວຍໂຮ່ ​ເປີດ​ທຸກໆ ​ວັນ​ເສົາ ​ເພື່ອ​ໃຫ້​ປະ​ຊາ​ຊົນ​ ຢູ່​ອ້ອມ​ຂ້າງ​ມາແລກປ່ຽນຄ້າຂາຍ. ພາບ: ເຕິດເຊີນ/VNP

ບ້ານ ຊິນຊ໋ວຍໂຮ່ ເວົ້າລວມ ​ແລະ ​ຊາວ ໂປຣແຕສຕັງ ຊິນຊ໋ວຍໂຮ່ ເວົ້າສະເພາະ ໃນໄລຍະຜ່ານມາ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ຈາກພັກ, ລັດ ແລະ ອຳນາດການປົກຄອງທຸກຂັ້ນ. ພົ້ນເດັ່ນຄື ຄະນະສາສະໜາລັດຖະບານ, ຄະນະສາສະໜາ ແຂວງ ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ໄດ້​ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອແນະນຳ​ໃຫ້ປະຊາຊົນ ລະບຽບການ​ ​ຂຶ້ນ​ທະບຽນ​ເຄື່ອນໄຫວທາງສາສະໜາ ​ແລະ ​ໃນ​ໂອກາດ​ອັນ​ສຳຄັນ​ທາງສາສະໜາ, ອຳ ນາດ​ການ​ປົກຄອງ​ທຸກ​ຂັ້ນ​ກໍ່ໄ​ດ້ມາ​ອວຍພອນ ແລະ ປຸກລະດົມໃຫ້ກຳລັງໃຈ​ ຜູ້ທ່ີນັບຖືສາສະໜາ ຢູ່ສະເໝີ. 

  • ບົດ: ເຕິດເຊີນ - ພາບ: ເຕິດເຊີນ, ແທງຢາງ/VNP

    ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ


Top