ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

ອາລຸນວັນໃໝ່ ຢູ່ຮ່ອມພູ ບັກເຊີນ. ພາບ: ເຈືອງຕ໋ວນແອງ

ສວນສາທາລະນະ ທໍລະນີສາດ ລ້າງເຊີນ ຕັ້ງຢູ່ ເຂດພູຫີນປູນ ບັກເຊີນ, ໄດ້ຮັບການສ້າງຕັ້ງ ໃນວັນທີ 13 ທັນວາ 2021 ຕາມ ຂໍ້ຕົກລົງ ເລກທີ 2424/QĐ-ຄະນະກຳມະການ ປະຊາຊົນ ແຂວງ ລ້າງເຊີນ. ມາຮອດທ້າຍເດືອນ ພະຈິກ 2022, ສະຖາບັນ ບູຮານຄະດີ (ສະພາບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ) ໄດ້ສົມທົບກັບຫໍພິພິທະພັນ ແຂວງ ລ້າງເຊີນ ຂຸດຄົ້ນຖ້ຳ ເຢີຍ (ບ້ານ ຄາຮ້າ, ຕາແສງ ຫວູເລ໋, ເມືອງ ບັກເຊີນ) ແລະ ໄດ້ແຈ້ງຂ່າວດີວ່າ ໃນລະຫວ່າງ ການດຳເນີນວຽກງານທາງ ບູຮານຄະດີ ໄດ້ຄົ້ນພົບ ກະດູກ ຂອງ ເດັກນ້ອຍ ຖືກຝັງໄວ້ ຢູ່ໃນທ່າ ນອນຂົດຫົວເຂົ່າ. ໂຄງກະດູກນີ້ແມ່ນພື້ນຖານ ວັດທະນະທຳ ບັກເຊີນ.

ທ່ານ ປອ ຟ້າມແທງເຊີນ ໄດ້ເລົ່າສູ່ຟັງວ່າ: “ໃນຄືນທີ່ຄົ້ນພົບ ຂຸມຝັງສົບ ຂອງເດັກ, ໝໍຜີຄົນໜຶ່ງ ໃນທ້ອງຖິ່ນ ໄດ້ຈັບມືຂ້າພະເຈົ້າ ທັງນ້ຳຕາຄໍເປົ້າແລ້ວ ຊີ້ໄປທາງທິດປ່າດົງພົງໄພ ແລະ ກ່າວວ່າ ການຄົ້ນພົບ ກະດູກ ທີ່ພິເສດນີ້ ຖືເປັນລາງທ່ີດີມາໃຫ້ແກ່ຊາວບ້ານ”. ທ່ານ ປອ ຟ້າມແທງເຊີນ ໃຫ້ຮູ້ຕື່ມອີກວ່າ: ໃນການຂຸດຄົ້ນຢູ່ຖ້ຳ ເຢີຍ ໄດ້ເກັບກຳ ວັດຖຸບູຮານ ກວ່າ 600 ສິ້ນ ທີ່ມີຄວາມໝາຍ ສັນຍະລັກ ຂອງ ວັດທະນະທຳ ບັກເຊີນ ເປັນຕົ້ນຄື: ເຄື່ອງມືຫີນ, ຂວານ, ຈົກ, ເຄື່ອງປັ້ນດິນເຜົາ, ເຄຶືອບດິນເຜົາ, ຮ່ອງຮອຍ ຂຸມຝັງສົບ. ຜ່ານການ ຄົ້ນຄວ້າ ວັດຖຸບູຮານ ໄດ້ຮູ້ວ່າ ຖ້ຳ ເຢີຍ ແມ່ນສັງກັດ ພື້ນຖານ ວັດທະນະທຳ ບັກເຊີນ (ຍຸກຫີນໃໝ່) ມີອາຍຸ ປະມານ 10.000- 7.000 ປີ. ທ່ານ ປອ ຟ້າມແທງເຊີນ ໄດ້ຢືນຢັນວ່າ: “ສິ່ງດັ່ງກ່າວ ຍິ່ງສຳຄັນ ໃນຂະນະ ແຂວງ ລ້າງເຊີນ ກຳລັງສ້າງຮ່າງເອກະສານ ເພື່ອໄດ້ພິຈາລະນາ ຮັບຮອງວ່າ ເປັນສວນສາທາລະນະ ທໍລະນີສາດ ໂລກ”. 

 

ໃນທ້າຍປີ 2022, ແຂວງ ລ້າງເຊີນ ໄດ້ເຊີນຜູ້ຊ່ຽວຊານ ທີ່ມາຈາກ ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ແລະ ເຄືອຂ່າຍ ສວນສາທາລະນະ ທໍລະນີສາດ ຫວຽດນາມ ເພື່ອໃຫ້ ຄວາມເຫັນເປັນເອກະພາບກັນ ກ່ຽວກັບຂອບເຂດຄາດຄະເນ ຂອງ ເຂດສວນສາທາລະນະ ທໍລະນີສາດ ລ້າງເຊີນ ປະກອບມີເມືອງ: ຫື້ວຫຼຸງ, ບັກເຊີນ, ບິ່ງຢາ, ວັນກວານ ແລະ ຈີລັງ, ມີເນື້ອທີ່ກວ່າ 3.840 ກມ2, ມີພົນລະເມືອງກວ່າ 380.000 ຄົນ (ປະມານ 46,3% ຂອງເນື້ອທີ່ ແລະ 48,1% ຈຳນວນ ປະຊາກອນ ຂອງແຂວງ) ດ້ວຍຊື່ເອີ້ນວ່າ “ສາຍພູຫີນປູນ” ແລະ ຮ່ອມພູ ບັກເຊີນ”. ດັ່ງນັ້ນ, ແຂວງ ລ້າງເຊີນ ໄດ້ສ້າງຮ່າງເອກະສານເຂດ ສວນສາທາລະນະ ທໍລະນີສາດ ລ້າງເຊີນ ຕັ້ງຢູ່ເຂດພູຫີນປູນ ບັກເຊີນ. ນີ້ແມ່ນເຂດ ພູຫີນປູນບູຮານ, ຍາວ 60 ກມ, ກວ້າງ 50 ກມ, ມີຄວາມສູງສະເລ່ຍ ແຕ່ 400-1200 ມ, ກວມເອົາ 5 ເມືອງຂອງເຂດຊາຍແດນ ລ້າງເຊີນ ທີ່ຫ່າງໄກ. ທ່ານ ຮສຈ. ປອ ເຈິ່ນເຕິນວັນ, ອະດີດຫົວໜ້າ ສະຖາບັນ ທໍລະນີສາດ-ບໍ່ແຮ່, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ຄວາມເຫັນວ່າ: “ຜົນການສຳຫຼວດ ເບື້ອງຕົ້ນ ສະແດງໃຫ້ເຫັນວ່າ 5 ເມືອງຂອງແຂວງ ລ້າງເຊີນ ແມ່ນພື້ນທີ່ ມີທໍລະນີສາດ ທີ່ແຕກຕ່າງກັບບໍລິເວນອື່ນໆ ຂອງ ຫວຽດນາມ”. 

ຫວນຄືນເມື່ອປີ 1980, ພາຍຫຼັງເຂົ້າຮ່ວມງານສຳມະນາ ລະນຶກ 600 ປີ ແຫ່ງວັນຄ້າຍວັນເກີດ ຂອງ ທ່ານ ຫງວຽນຈ໊າຍ, ວິລະຊົນ ແຫ່ງຊາດ ຂອງປະເທດ ດ້າຍຫວຽດ (ຊື່ ຂອງ ປະເທດ ຫວຽດນາມ ໃນເມື່ອກ່ອນ), ນັກປະຫວັດສາດ ຝຣັ່ງ Charler Faudier ໄດ້ ມາຢ້ຽມຢາມດ່ານຊາຍແດນ ຈີລັງ, ເພິ່ນປະຫຼາດໃຈທີ່ສຸດ ແລະ ໄດ້ ກ່າວອອກມາວ່າ: “ນັ້ນແມ່ນຫໍພິພິທະພັນ ປະຫວັດສາດ ກາງແຈ້ງ ໃຫຍ່ທີ່ສຸດໂລກ”. 

ສາຍພູ ຈີລັງ ຕັ້ງຢູ່ເທິງເຂດພູຫີນປູນ ບັກເຊີນ. ເປັນເວລາ ກວ່າ 10 ສະຕະວັດ, ໃນພື້ນທີ່ບໍລິເວນ ມີເນື້ອທີ່ປະມານ 20 ກມ2 ນີ້ ໄດ້ມີການສູ້ຮົບກັນ ຢ່າງດຸເດືອດ ນັບຫຼາຍຮ້ອຍຄັ້ງ ດ້ວຍປະ ຫວັດສາດ ແລະ ຜົນງານສູ້ຮົບຫຼາຍຢ່າງ ຂອງ ບັນພະບຸລຸດ ເຊ່ັນ: 2 ຄັ້ງຕໍ່ສູ້ ຕ້ານການຮຸກຮານ ຂອງ ກອງທັບ ຊົ້ງ (ປີ 981 ແລະ 1077), 2 ຄັ້ງຕໍ່ສູ້ ຕ້ານການຮຸກຮານ ຂອງ ກອງທັບ ຫຍວນ (ປີ 1285 ແລະ 1287), ຕໍ່ສູ້ຕ້ານການຮຸກຮານ ຂອງ ກອງທັບ ເມີ໋ງ (ປີ 1427) ແລະ ສົງຄາມຕໍ່ສູ້ຂັບໄລ່ ລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດ ອາເມລິກາ.

ພູ ເຟຍປໍ່ ສູງ 1.541 ມ ເມື່ອທຽບກັບໜ້ານໍ້າທະເລ, ຖືເປັນ “Everest” ຂອງ ແຂວງ ລ້າງເຊີນ, ເສັ້ນທາງຂຶ້ນພູ ແມ່ນ ຂ້ອນຂ້າງ ຊັນ, ພູມສັນຖານແປກຕາ ກັບບັນດາຂຸມຫຼຸບລົງ ເປັນດອນນ້ອຍ ມີຕົ້ນໄມ້ ແລະ ນໍ້າຫ້ວຍ ຢູ່ເທິງຈອມພູ, ສະຫຼັບກັບ ປ່າດົງດິບ. ພາບ: ເອກະສານ ສູນສົ່ງເສີມການທ່ອງທ່ຽວ ແຂວງ ລ້າງເຊີນ 

ເມືອງ ຈີລັງ ແມ່ນສະຖານທີ່ ສະແດງໃຫ້ເຫັນ ຄວາມເກັ່ງກ້າສາ ມາດ ດ້ານຍຸດທະສາດ ການທະຫານ ແລະ ສິລະປະການທະຫານ ຂອງບັນພະບຸລຸດ ໃນປະຫວັດສາດ ດ້ວຍຈິນຕະນາການ ຍຸດທະ ວິທີຄື ໝູນໃຊ້ສຸດຄວາມສາມາດ ດ້ານພູມສັນຖານ, ສົມທົບກັບ ກົນລວງ, ຂົນຂວາຍສັດຕູ, ດັກສະກັດ, ຂັບໄລ່... ການສູ້ຮົບຢູ່ ຈີລັງ ສະແດງໃຫ້ເຫັນ ທຸກ ສິລະປະການທະຫານ ແລະ ສົງຄາມ ປະຊາຊົນ ທີ່ເປັນເອກະລັກ ຂອງ ຫວຽດນາມ. ແນວໃດກໍ່ຕາມ, ທ່ານ ປອ Charler Faudier ຍັງບໍ່ຮູ້ວ່າ ພາຍໃນ ສາຍພູຫີນປູນ ທີ່ຕັ້ງຕິດຕໍ່ ນໍ່ເນື່ອງກັນນັ້ນ ຍັງເຊື່ອງຊ້ອນ ຄຸນຄ່າ ທາງບູຮານຄະດີ ທີ່ໄດ້ຄົງຕົວ ກ່ອນໜ້ານີ້ ແຕ່ 40.000-10.000 ປີ ທີ່ໄດ້ຖືກຄົ້ນພົບໃນເວລາຕໍ່ມາ.

ໃນຊຸມປີມໍ່ໆ ມານີ້, ນັກບູຮານຄະດີ ໄດ້ຄົ້ນພົບ ວັດຖຸບູຮານ ທີ່ພົ້ນເດັ່ນ ຫຼາຍຢ່າງ ຂອງ ຄົນສະໄໝກ່ອນເຊັ່ນ: ເຄື່ອງມື ຕັດ ແບບປະຖົມປະຖານ ແລະ ເຄື່ອງປັ້ນດິນເຜົາດິບ ຊຶ່ງໄດ້ ພິສູດວ່າ ແຜ່ນດິນ ຈີລັງ ແມ່ນບ່ອນຢູ່ອາໄສ ຂອງຄົນສະໄໝ ດຶກດຳບັນ. ທ່ານ ປອ ຫງວຽນຢາໂດ໋ຍ, ຫົວໜ້າສະຖາບັນບູຮານຄະດີ ໃຫ້ຮູ້ວ່າ ປັດຈຸບັນ ຢູ່ພື້ນທີ່ເມືອງ ຈີລັງ ໄດ້ຄົ້ນພົບ ຮ່ອງຮອຍບູຮານຄະດີ ຫຼາຍແຫ່ງ ໃນສະໄໝຕ່າງໆ. ເຮົາສາມາດກ່າວເຖິງ ເຂດ ບູຮານສະຖານ ຖ້ຳ ບໍ໋ນາມ, ຖ້ຳ ລາຍຕາ, ຖ້ຳ ບັ່ງມາກ, ຖ້ຳ ບໍ໋ເລີ໋ມ (ມີອາຍຸຕັ້ງແຕ່ 10.000-8000 ປີ).

 
ສະແດງຂັບແທນ-ພິນຕິ໋ງ  ຢູ່ເມືອງ ບັກເຊີນ. ພາບ: ເອກະສານ ສູນສົ່ງເສີມການທ່ອງທ່ຽວ ແຂວງ ລ້າງເຊີນ
ປັດຈຸ​ບັນ, ​ເມືອງ ບັກ​ເຊີນ ມີ​ສະ​ໂມ​ສອນຂັບແທນ-ພິນຕິ໋ງ ປະ ມານ 50 ໜ່ວຍ ທີ່​ເຄື່ອນໄຫວ ແລະ ຝຶກ​ຊ້ອມ ປະຈຳວັນ ພາຍຫຼັງ ການອອກແຮງງານ. ພາບ: VNA

ໃນເດືອນ ພະຈິກ 2022, ແຂວງ ລ້າງເຊີນ ໄດ້ປະສານສົມທົບ ກັບ ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ແລະ ກອງທຶນ FNF ຫວຽດນາມ ເປັນປະທານຮ່ວມ ຈັດງານສຳມະນາສາກົນ ພັດທະນາ ການພົວພັນ ຄູ່ຮ່ວມມື ພາກລັດ-ເອກະຊົນ ສ້າງສວນສາທາລະນະ ທໍລະນີສາດ ລ້າງເຊີນ. ໃນງານສໍາມະນາຄັ້ງນີ້, ນັກວິຊາການ ແລະ ຜູ້ຊ່ຽວຊານຫຼາຍທ່ານ ໄດ້ຢືນຢັນວ່າ ໃນດ້ານພູມສັນຖານ, ທໍລະນີສາດ, ປະຫວັດສາດ, ຄຸນຄ່າດ້ານບູຮານຄະດີ, ເຂດພູຫີນປູນ ບັກເຊີນ ສາມາດຕອບສະໜອງໄດ້ ບັນດາຂໍ້ກຳນົດ ທີ່ເຄັ່ງຄັດ ກ່ຽວກັບ ສວນສາທາລະນະ ທໍລະນີສາດທົ່ວໂລກ ທີ່ສະເໜີໂດຍ ອົງການ UNESCO. ແຕ່ເພື່ອເສີມຂະຫຍາຍ ບັນດາຄຸນຄ່າ ດ້ານວັດທະນະທຳ, ເພື່ອໃຫ້ປະຊາຊົນໃນເຂດ ສາມາດລ້ຽງຊີບ ດ້ວຍວັດທະນະທຳ ແລະ ທ່ອງທ່ຽວ ຈະຕ້ອງມີຍຸດທະສາດ ອັນຍາວນານ ຂອງ ແຂວງ ລ້າງເຊີນ. ທ່ານ ຮສຈ. ປອ ຫງວຽນ ວັນຮ້ຽວ ຈາກມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ກ່າວວ່າ: ສະຖານທີ່ແຫ່ງນີ້ ເຕົ້າໂຮມວັດທະນະທໍາ ທີ່ເປັນເອກະລັກ ຂອງ ປະຊາຊົນ ບັນດາເຜົ່າ ທີ່ດຳລົງຊີວິດ ຢູ່ຮ່ວມກັນຄື: ໄຕ່, ນຸ່ງ, ຢ້າວ, ຈີນ... ແລະ ງານບຸນປະເພນີ ຕ່າງໆ ເຊັ່ນ: ພິທີ ເກີບສັກ, ງານບຸນ ນ໋າແຍ່ມ, ງານບຸນ ຟ່າຍເລື່ອ... ບັນດາທຳນອງ ຂັບບູຮານເຊັ່ນ: ທຳນອງຂັບ ຟອງ ສລື, ຂັບເລື້ອນ ໄຕ່-ນຸ່ງ ບູຮານ; ບັນດາວາດ ຟ້ອນສິງໂຕ ຫຼື ວາດຟ້ອນ ຊຽງເຕິງ, ຟ້ອນ ເຈົ່າ... ໃນນັ້ນລວມທັງ “ສິ່ງປະເສີດ ຂັບແທນ”. 

ໝູ່ບ້ານທ່ອງທ່ຽວວັດທະນະທຳ ກີ່ວນເຊີນ ຢູ່ ເມືອງ ບັກເຊີນ ມີຖ້ຳຫຼາຍແຫ່ງຢູ່ພາຍໃນພູ ແລະ ລະບົບເຮືອນຮ້ານບູຮານ ຂອງ ຊາວເຜົ່າ ໄຕ່ ຢູ່ຮ່ອມພູໄດ້ ສ້າງທິວທັດທີ່ສວຍງາມ ດຶງດູດນັກ ທ່ອງທ່ຽວ. ພາບ: ເອກະສານ ສູນສົ່ງເສີມການທ່ອງທ່ຽວ ແຂວງ ລ້າງເຊີນ

ຂັບແທນ ແມ່ນສິລະປະ ດົນຕີພື້ນເມືອງ ສະແດງຄວາມເຊື່ອຖື, ມີ ເນື້ອໃນເລົ່າຄືນ ຂະບວນການເດີນຕາມເສັ້ນທາງ ໄປຫາພະຍາ  ແຖນ ເພື່ອຂໍໃຫ້ແຖນ ຈົ່ງໂປດປະທານ ໃຫ້ຊີວິດ ມີໂຊກມີໄຊ ແລະ ຈົບງາມ. ຂັບແທນ ຂອງ ຊົນເຜົ່າ ໄຕ່, ນຸ່ງ ສ່ອງແສງ ເລື່ອງລາວ ຕ່າງໆ ນັບແຕ່ການດຳລົງຊີວິດ, ເລື່ອງ ບ້ານເມືອງ ຕະຫຼອດຮອດ ເລື່ອງຄວາມຮັກ, ງານສົບ, ງານດອງ... ເມື່ອທຳການຄົ້ນຄວ້າ ກ່ຽວກັບ ສິລະປະ ແທນປະເພນີ, ບັນດາຜູ້ຊ່ຽວຊານ ເຫັນໄດ້ ຢ່າງຈະແຈ້ງ ຊີວະທັດ, ໂລກກະທັດ ແລະ ສີສັນວັດທະນະທຳ ຂອງ ຊົນເຜົ່າ ໄຕ່, ນຸ່ງ ຢູ່ເຂດ ບັກເຊີນ.  

ຊາວເຜົ່າ ນຸ່ງ ຢູ່ເມືອງ ລົກບິ່ງ ຍັງຮັກສາໄວ້ເຮືອນຫຼາຍຫຼັງ ທີ່ຖືກສ້າງ ດ້ວຍດິນທັບຕາມແບບພື້ນເມືອງ. ພາບ: ຫງວຽນຖັ໋ງ/VNP

ຜ່ານການສຳຫຼວດ ວັດທະນະທຳຕ່່າງໆ ຢູ່ເມືອງ ບັກເຊີນ, ຫື້ວຫຼຸງ, ບັນດາເຈົ້າໜ້າທີ່ ໄດ້ສັງເກດເຫັນວ່າ ຂັບແທນ-ມໍລະດົກ ທີ່ເປັນ ນາມມະທຳ ຂອງ ມວນມະນຸດ ໄດ້ຖືກຮັບຮອງໂດຍອົງການ UNESCO ເມື່ອປີ 2019 ໄດ້ຊົນເຜົ່າ ໄຕ່-ນຸ່ງ (ພ້ອມກັບຊາວ ຊົນເຜົ່າ ໄທ ແມ່ນເຈົ້າຂອງມໍລະດົກດັ່ງກ່າວ) ປົກປັກຮັກສາ ແລະ ເສີມຂະຫຍາຍເປັນຢ່າງດີ. ຄວາມຈິງແລ້ວ, ພາຍຫຼັງ 5 ປີ ທີ່ໄດ້ ອົງການ UNESCO ຮັບຮອງມໍລະດົກນີ້ ສະແດງໃຫ້ເຫັນວ່າ ຂັບແທນ ໄດ້ກາຍເປັນ ພາກສ່ວນໜຶ່ງ ທີ່ສຳຄັນ ໃນຊີວິດຈິດໃຈ ຂອງ ຊົນເຜົ່າ ໄຕ່-ນຸ່ງ ທີ່ດຳລົງຊີວິດ ຢູ່ ເຂດພູຫີນປູນ ບັກເຊີນ, ສ່ອງແສງໃຫ້ຄວາມສໍາພັນ ລະຫວ່າງຜູ້ຄົນ ກັບໂລກທຳມະຊາດ ແລະ ໂລກຈັັກກະວານ. ມໍລະດົກຂັບ ແທນ ມີຢູ່ 11 ແຂວງ ຂອງ ຫວຽດນາມ, ແຕ່ສຸມໃສ່ຢູ່ບັນດາແຂວງພາກຕາເວັນອອກສ່ຽງເໜືອ ເປັນຕົ້ນຕໍ. ສະເພາະ ແຂວງ ລ້າງເຊີນ ມີຈຳນວນນັກສິລະປິນ ຫຼາຍທີ່ສຸດ ກວ່າ 500 ຄົນ.

ນັກ​ທ່ອງ​ທ່ຽວ ​​ຢ້ຽມ​ຊົມ ​ບັນ​ດາ​ຄຸນ​ຄ່າ​ ທໍ​ລະ​ນີ​ສາດ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ຕາ​ແສງ ຫື້ວລຽນ, ເມືອງ ຫື້ວຫຼຸງ. ພາບ: ກົງດາດ/VNP

ຕົວຢ່າງ: ຢູ່ເມືອງ ບັກເຊີນ, ແຕ່ປີ 2019 ມາຮອດປັດຈຸບັນ ໄດ້ມີ ສະໂມສອນ ແລະ ກອງສິລະປະ ກວ່າ 50 ໜ່ວຍ ໄດ້ຮັບການ ສ້າງຕັ້ງຂຶ້ນ ເພື່ອປົກປັກຮັກສາ ແລະ ເຜີຍແຜ່ມໍລະດົກຂັບແທນ. ຄຽງຄູ່ກັບຮູບການທ່ອງທ່ຽວ ຊົມທັດສະນີຍະພາບ ຂອງ ຮ່ອມພູ ບັກເຊີນ, ໝູ່ບ້ານຊົນເຜົ່າ ໄຕ່-ນຸ່ງ, ຮັບປະທານອາຫານ ທ້ອງຖິ່ນ, ຂັບແທນ ໄດ້ກາຍເປັນຜະລິດຕະພັນ ທ່ອງທ່ຽວ ທີ່ເປັນເອກະລັກ ສະເພາະ ສຳລັບນັກທ່ອງທ່ຽວ ເມື່ອມາຍັງແຫ່ງນີ້.

ນັກ​ທ່ອງ​ທ່ຽວ ຜ່ານປະສົບການຕົວຈິງ ກັບການ​ຫຼິ້ນ ກະດານ ໂຕ້ຄື້ນ ​ຢູ່​ທະເລສາບ ​ດົ່ງ​ເລີມ​. ພາບ: ທົງທ້ຽນ/VNP

ເມື່ອປຽບທຽບກັບຂໍ້ກໍານົດ ຂອງ UNESCO ກ່ຽວກັບມາດຕະຖານ ສວນສາທາລະນະ ທໍລະນີສາດ ທົ່ວໂລກ, ມໍລະດົກ ຂັບແທນ ຖືເປັນ ຂໍ້ໄດ້ປຽບຢ່າງຍິ່ງ ໃນການພິຈາລະນາ ເພື່ອໃຫ້ເຂດພູຫີນປູນ ບັກເຊີນ ໄດ້ຮັບກຽດໃນໄວໆ ນີ້. 

ເຂດບູຮານສະຖານ ດ່ານຊາຍແດນ ຈີລັງ ເຄີຍເປັນຖານຮົບ ໃນ 10 ສະຕະວັດແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງ ປູ່ຍ່າຕາຍາຍ. ປັດຈຸບັນ, ພືີ້ນທີ່ນນີ້ເປັນເຂດຊຸມຊົນ ທີ່ຄັບຄາໜາແໜ້ນ ແລະ ອຸດົມມັ່ງຄັ່ງ. ພາບ: ຫງວຽນຖັ໋ງ/VNP
  • ບົດ: ທົງທ້ຽນ

    ພາບ: ຫງວຽນຖັ໋ງ, ກົງດາດ, ທົງທ້ຽນ, ເຕິດເຊີນ, ເຈືອງຕ໋ວນແອງ, VNA ແລະ ເອກະສານ

    ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

 


Top