ມໍລະດົກ ທ່ີລໍ້າຄ່າ ຂອງ ວັດທະນະທໍາ ຈຳ

ມໍລະດົກ ທ່ີລໍ້າຄ່າ ຂອງ ວັດທະນະທໍາ ຈຳ

ທາດ Po Klong Garai (ແຂວງ ນິງຖ້ວນ) ໄດ້ຮັບຮູ້ວ່າ ເປັນບູຮານ ນະສະຖານ ສະຖາປັດຕະຍະກຳ ສິລະປະກຳ ລະດັບຊາດ ມີການປະດັບປະດາ ລວດລາຍເຄື່ອງປັ້ນດິນເຜົາ ຈຳ ທີ່ເປັນເອກະລັກ. ພາບ: ຫງວຽນລວນ/VNP

ພື້ນຖານວັດທະນະທຳ ເຜົ່າຈຳ ແມ່ນຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ ດ້ວຍຫຼາຍງານບຸນ, ຮ່ອງຮອຍ, ອາຊີບຫັດຖະກຳ ພື້ນເມືອງ, ໃນນັ້ນມີ “ສິ ລະປະ ເຄື່ອງປັ້ນດິນເຜົາ ຈຳ” ໄດ້ຮັບການ ຮັບຮອງຈາກ UNESCO ເປັນມໍລະດົກ ທີ່ເປັນນາມມະທຳ ຂອງ ມວນມະນຸດ ຈຳເປັນຕ້ອງໄດ້ ປົກປັກຮັກສາ ຢ່າງຮີບດ່ວນ, ປະກອບສ່ວນ ສ້າງເປັນພາບ ທີ່ເຕັມໄປດ້ວຍ ສີສັນວັດທະນະທຳ ຂອງ ຄອບຄົວໃຫຍ່ 54 ຊົນເຜົ່າ ຫວຽດ ນາມ. 

ງານ​ບຸນ​ທີ່​ມີ​ຊື່​ສຽງ ​ຂອງ​ ຊາວ ​ເຜົ່າ​ ຈຳ

ໃນໜຶ່ງປີ, ຊາວເຜົ່າ ຈຳ ໄດ້ຈັດງານບຸນປະເພນີ ຕ່າງໆ ເຊັ່ນ: ບຸນປີໃໝ່ Ramưwan, ງານບຸນ ກາເຕ, ບຸນຂໍຝົນ, ງານບຸນ Roya Phik Trok, ງານບຸນທາດບ່າ Ponagar, ບຸນເປີດປະຕູ ທາດ ແລະ ອື່ນໆ... ໃນນັ້ນ, ບຸນປີໃໝ່ Ramưwan ແລະ ງານບຸນ ກາເຕ ໄດ້ຖືວ່າ ແມ່ນສອງເຫດ ການວັດທະນະທຳໃຫຍ່ທີ່ສຸດ ຂອງ ຊາວເຜົ່າ ຈຳ.

ບຸນປີໃໝ່ Ramưwan ແມ່ນເຫດການສຳຄັນທີ່ສຸດ ຂອງ ປີ, ແມ່ນໂອ ກາດ ເພື່ອໃຫ້ທຸກຄອບຄົວໄດ້ເຕົ້າໂຮມກັນ, ລະນຶກເຖິງ ບັນພະບຸລຸດ, ປູ່ຍ່າຕາຍາຍ ຂອງຕົນ ແລະ ອະທິຖານ ຂໍໃຫ້ທຸກຄອບຄົວມີຄວາມສະຫງົບສຸກ, ມີໂຊກມີໄຊ ແລະ ລະດູການ ໄດ້ຮັບຜົນດີ. ເນື່ອງໃນໂອ ກາດນີ້, ຊາວເຜົ່າ ຈຳ ບໍ່ວ່າຈະໄປໄກ ປານໃດ ກໍ່ລ້ວນແຕ່ ພະຍາຍາມກັບຄືນບ້ານເກີດ ເພື່ອການໄຫວ້ບູຊາບັນພະບຸລຸດ, ເຕົ້າໂຮມກັບຍາດພີ່ນ້ອງ ແລະ ຄອບຄົວ.

ບຸນປີໃໝ່ Ramưwan ມັກຈັດຂຶ້ນໃນເດືອນ ມີນາ ຫຼື ເດືອນ ເມສາ ແລະ ແກ່ຍາວເປັນເວລາໜຶ່ງເດືອນ. ໃນລະຫວ່າງບຸນປີໃໝ່ Ramưwan, ພິທີຈັດແຈງໃໝ່ຂຸມຝັງສົບ ແມ່ນສ່ວນສໍາຄັນທີ່ສຸດ. ໃນມື້ນີ້, ຊາວເຜົ່າ ຈຳ ນັບຖື ສາສະໜາ ບ່ານີ ຈະນຸ່ງ ຊຸດພື້ນເມືອງ ແລະ ເຕົ້າໂຮມກັນຢູ່ຕາມ ປ່າຊ້າ (ສຸສານ ຈໍາ) ເພື່ອພ້ອມກັນທໍາພິທີ ຈັດແຈງໃໝ່ຂຸມຝັງສົບ ແລະ ໄຫວ້ບູຊາບັນພະບຸລຸດ, ປູ່ຍ່າຕາຍາຍ. ເຄື່ອງ ທ່ີເອົາໄປບູຊາ ໃນພິທີແລະ ຈັດແຈງໃໝ່ ຂຸມຝັງສົບ ແມ່ນຂ້ອນຂ້າງ ງ່າຍດາຍ ປະກອບມີ: ໝາກຄ້ຽວ, ໃບພູ, ນ້ຳດື່ມ, ເຂົ້າໜົມ... ຂຸມຝັງສົບຂອງຊາວເຜົ່າ ຈຳ ແມ່ນມີຈຸດແຕກຕ່າງ, ນັ້ນຄື ບໍ່ໄດ້ສ້າງຢ່າງໝັ້ນຄົງ, ແຕ່ພຽງຖືກປົກຄຸມ ດ້ວຍດິນຊາຍ ຢູ່ລະດັບເທົ່າກັບໜ້າດິນ ແລະ ໝາຍໄວ້ ດ້ວຍກ້ອນ ຫີນກົມ. ຂຸມຝັງສົບ ຖືກຈັດລຽງເປັນແຖວຍາວ ທີ່ເປັນເອກະລັກ.

ນອກຈາກ ບຸນປີໃໝ່ Ramưwan, ງານບຸນ ກາເຕ ກໍແມ່ນ ງານບຸນໃຫຍ່ໃນປີ. ນີ້ແມ່ນງານບຸນ ຂອງ ຊາວເຜົ່າ ຈຳ ນັບຖື ສາສະໜາ ພາມ ຊຶ່ງໄດ້ຈັດຂຶ້ນໃນຕົ້ນເດືອນ ກໍລະກົດ ຕາມປະຕິທິນ ຂອງ ຊາວເຜົ່າ ຈຳ (ກົງກັບເດືອນ ຕຸລາ). ງານບຸນ ໄດ້ຈັດຂຶ້ນ ຢູ່ເຂດທາດເກົ່າ ຈຳ. 


ແຂວງ ບິ່ງຖ້ວນ-ທ້ອງຖິ່ນທີ່ມີປະຊາຄົມຊາວເຜົ່າ ຈຳ ອາໄສຢູ່ ໃຫຍ່ ອັນດັບສອງ ຢູ່ ຫວຽດນາມ, ຖັດຈາກແຂວງ ນິງຖ້ວນ-ມີເຂດຮ່ອງຮອຍ ທາດ Pô Sah Inư (ບ້ານ ຝູ໋ຮ່າຍ, ນະຄອນ ຟານຖ໋ຽດ) ໄດ້ຮັບເລືອກ ເປັນສະຖານທີ່ຕົ້ນຕໍເພື່່ອ ຈັດງານບຸນ ກາເຕ ເປັນເວລາຫຼາຍປີມາແລ້ວ, ເພາະວ່າ ນີ້ແມ່ນສະຖານທີ່ວັດທະນະທຳ, ສະຖາປັດຕະຍະກຳ, ສາສະໜາ ທີ່ເປັນເອກະລັກ ຂອງຊາວເຜົ່າ ຈຳ, ທັງເປັນສະຖານທີ່ທ່ອງທ່ຽວ ໄດ້ດຶງດູດນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ.

ໃນວັນບຸນ, ມີພິທີກຳທີ່ເປັນເອກະລັກ ແລະ ມີລັກສະນະ ພິເສດ ຫຼາຍຢ່າງ ໄດ້ດຳເນີນໄປ ຢູ່ເຂດຫໍທາດ Pô Sah Inư ຄື: ພິທີເປີດປະຕູທາດ, ໄຫວ້ບູຊາ ໃນວັນບຸນໃຫຍ່, ພິທີແຫ່ກ້ຽວ ຊຸດ ເທບທິດາ Pô Sah Inư, ອາບນ້ຳແທ່ນບູຊາ Linga-Yoni (ສິວະລິງ-ໂຍນີ), ນຸ່ງຊຸດອາພອນ, ບູຊາ ສະຫຼອງບຸນ ກາເຕ ຢູ່ຕໍ່ໜ້າຫໍທາດໃຫຍ່... ດ້ວຍຄວາມໝາຍ ອັນສັກສິດຄື ຂອບໃຈພະເຈົ້າ ໄດ້ຊ່ວຍໃຫ້ ຝົນຟ້າອາກາດ ເອື້ອອຳນວຍ, ການປູກຝັງໄດ້ຮັບຜົນດີ ພ້ອມທັງລະນຶກເຖິງ ວິລະຊົນ ຜູ້ເສຍສະຫຼະຊີວິດເພື່ອຊາດ, ປູ່ຍ່າຕາຍາຍ, ບັນພະບຸລຸດ. ນອກຈາກຄວາມໝາຍທີ່ກ່າວມາຢູ່ຂ້າງເທິງ, ໃນໂອກາດນີ້, ຊາວເຜົ່າ ຈຳ ຍັງທຳພິທີ ທາງສາສະໜາ ໃນເຂດຫໍທາດ Pô Sah Inư ເພ່ື່ອອະທິຖານ ຂໍໃຫ້ມີສຸຂະພາບ ແຂງແຮງ, ຢູ່ດີມີສຸກ, ຄອບຄົວໄດ້ຮັບອຸປະຖຳຄໍ້າຊູ ຈາກບັນພະບຸລຸດ ແລະ ເທວະດາ ຟ້າແຖນ, ລູກຫຼານ ທຳມາຫາກິນ ມີໂຊກມີລາບ.  

ວາດຟ້ອນ​ພື້ນ​ເມືອງ​ ໃນ​ງານ​ບຸນ ກາເຕ ຂອງ​ຊາວ​ເຜົ່າ​ ຈຳ​ ນັບຖື ສາສະໜາ ພາມ ຢູ່​ແຂວງ ບິ່ງຖ້ວນ. ພາບ: ຫື້ວແທ່ງ

ງານບຸນ ກາເຕ ຍັງເປັນໂອກາດ ເພື່ອໃຫ້ຊາວເຜົ່າ ຈຳ ສະແດງ ເຄື່ອງດົນຕີພື້ນເມືອງ, ຟ້ອນ ແລະ ຮ້ອງເພງ ພື້ນເມືອງ ຂອງ ຊາວ ເຜົ່າ ຈຳ, ຊາວໜຸ່ມ ທີ່ເຂົ້າຮ່ວມການແຂ່ງຂັນເປົ່າປີ່ ຊາຣານາຍ, ປະກວດຊຸດອາ ພອນພື້ນເມືອງ, ແຂ່ງຂັນຫໍ່ເຂົ້າຕົ້ມ, ຕຳເຂົ້າ, ປະດັບປະດາ ແລະ ວາງ ສະແດງເຄື່ອງບູຊາ... ບັນດາກິດຈະກໍາ ການເຄື່ອນໄຫວ ໄດ້ຮັບການ ດໍາເນີນໄປທ່າມກາງບັນຍາກາດທ່ີຟົດຟື້ນ ແລະ ດຶງດູດຜູ້ຊົມ. ນອກ ຈາກນັ້ນ ຍັງມີການເຄື່ອນໄຫວແນະນຳ ວັດທະນະທຳຊາວເຜົ່າ ຈຳຫຼາຍຢ່າງຄື ການສະແດງອາຊີບ ເຮັດເຄື່ອງປັ້ນດິນເຜົາ, ຕ່ຳແພລາຍດອກພື້ນເມືອງ, ວາງສະແດງ ຜະລິດຕະພັນພິເສດ ຂອງ ທ້ອງຖິ່ນ... ທັງໝົດສິ່ງດັ່ງກ່າວ ສ້າງເປັນງານບຸນ ກາເຕ ທີ່ມີສີສັນຫຼາກຫຼາຍ ແລະ ອຸດົມສົມບູນ ໄປດ້ວຍລັກສະນະວັດທະນະທຳ ຈຳ. 

ງານບຸນ ກາເຕ ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການ ທາງສາສະໜາ ຂອງ ຊາວເຜົ່າ ຈຳ ເທົ່ານັ້ນ, ແຕ່ໄດ້ກາຍເປັນ ເຫດການວັດທະ ນະທຳ, ທ່ອງທ່ຽວທີ່ເປັນເອກະລັກ ດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ ທີ່ມາຢ້ຽມຢາມ ແລະ ຄົ້ນພົບຄວາມງາມທາງດ້ານ ວັດທະນະທຳຊົນເຜົ່າ ຈຳ ອີກດ້ວຍ.

ສິລະປະ ທ່ີເປັນເອກະລັກ ເຮັດເຄື່ອງປັ້ນດິນເຜົາ ຈຳ 

ບໍ່ມີໃຜຮູ້ໄດ້ຢ່າງຊັດເຈນວ່າ ເຄື່ອງປັ້ນດິນເຜົາຂອງຊາວເຜົ່າ ຈຳ ມີມາແຕ່ເມື່ອໃດ, ພຽງແຕ່ຮູ້ວ່າ ເຄື່ອງປັ້ນດິນເຜົາ ຈຳ ມີມາແຕ່ດົນນານແລ້ວ. ປັດຈຸບັນ, ອາຊີບເຮັດເຄື່ອງປັ້ນດິນເຜົາ ຂອງ ຊາວເຜົ່າ ຈຳ  ຍັງຄົງຕົວ ແລະ ພັດທະນາ ຢ່າງແຮງຢູ່ 2 ແຫ່ງຄື: ໝູ່ບ້ານ ເຮັດເຄື່ອງປັ້ນ ດິນເຜົາ ບິ່ງດຶກ (ເມື່ອກ່ອນແມ່ນໝູ່ບ້ານ Ligok) ຢູ່ຕາແສງ ຟານຮຽບ, ເມືອງ ບັກນິງ, ແຂວງ ບິ່ງຖ້ວນ ແລະ ໝູ່ບ້ານເຮັດ ເຄື່ອງປັ້ນດິນເຜົາ ເບົ່າຈຸກ (ເມື່ອກ່ອນແມ່ນ ໝູ່ບ້ານ Hamu Crok) ຢູ່ເທດສະບານ ເຟືອກເຢິນ, ເມືອງ ນິງເຟືອກ, ແຂວງ ນິງຖ້ວນ. ໃນນັ້ນ, ໝູ່ບ້ານຜະ ລິດ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ຢູ່ແຂວງ ນິງຖ້ວນ ໄດ້ຖືວ່າ ແມ່ນໝູ່ບ້ານເຄື່ອງປັ້ນດິນເຜົາ ເກົ່າແກ່ທີ່ສຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້, ມີມາແຕ່ທ້າຍສະຕະວັດທີ XII ມາຮອດປັດຈຸບັນ ແລະ ຍັງຄົງຮັກສາວິທີການຜະລິດດ້ວຍມື ຢ່າງຄົບຖ້ວນ ຄືເມື່ອພັນປີກ່ອນ.

ນາຍຊ່າງຝີມື ໝູ່​ບ້ານ​ເຄື່ອງປັ້ນດິນ​ເຜົາ ເບົ່າຈຸກ ກຳລັງສ້າງ​ຮູບໃຫ້​ຜະລິດ​ຕະພັນ​. ພາບ: ກົງດາດ/VNP

ວັນທີ 29 ພະຈິກ 2022, “ສິລະປະເຮັດເຄື່ອງປັ້ນດິນເຜົາ ຂອງ ຊາວເຜົ່າ ຈຳ” ໄດ້ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ຂອງ ສະຫະປະຊາຊາດ (UNESCO) ຈັດເຂົ້າໃນ ບັນຊີລາຍຊື່ ມໍລະ ດົກວັດທະນະທຳ ທີ່ເປັນນາມມະທຳ ຈຳເປັນຕ້ອງ ໄດ້ຮັບການປົກປັກຮັກສາໂດຍດ່ວນ.  ນີ້ແມ່ນ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ທີ 15 ຂອງ ຫວຽດນາມ ຖືກບັນທຶກ ເຂົ້າໃນບັນຊີລາຍຊື່ ມໍລະດົກຂອງ UNESCO.

ຈຸດພິເສດ ຂອງ ເຕັກນິກ ການເຮັດເຄື່ອງປັ້ນດິນເຜົາຢູ່ ເບົ່າຈຸກ  ແມ່ນຊ່າງຫັດຖະກຳ ບໍ່ໄດ້ໃຊ້ໂຕະປິ່ນ ຄືກັບພື້ນທີ່ເຮັດ ເຄື່ອງປັ້ນດິນເຜົາອື່ນໆ, ແຕ່ຈະເອົາກ້ອນດິນໜຽວວາງໄວ້ ໃນບ່ອນຄົງທີ່, ຜູ້ເຮັດຈະຍ່າງອ້ອມກ້ອນດິນໜຽວ ທັງໃຊ້ສີມືທໍາຢ່າງຄ່ອງແຄ້ວ ເພື່ອສ້າງຮູບຜະລິດຕະພັນ. ເຄື່ອງປັ້ນດິນເຜົາ ເບົ່າຈຸກ ບໍ່ໄດ້ຖືກສ້າງ ດ້ວຍເບົ້າຫຼໍ່ ແຕ່ຈະເຮັດດ້ວຍມືທັງໝົດ, ດ້ວຍເຫດນັ້ນ, ຜະລິດຕະພັນເຄື່ອງປັ້ນ ດິນເຜົາ ຂອງ ເບົ່າຈຸກ ແມ່ນຈະມີໜຶ່ງດຽວ, ບໍ່ມີສອງຄືກັນ.

ລວດລາຍຢູ່ເທິງເຄື່ອງປັ້ນດິນເຜົາ ເບົ່າຈຸກ ສ່ວນຫຼາຍແມ່ນມີ ຫົວຂໍ້ກ່ຽວກັບແມ່ນ້ຳລຳເຊ, ຕົ້ນໄມ້ໃບຫຍ້າ, ດິນຟ້າ ແລະ ເນື້ອໃນ ທາງສາສະໜາ. ວິທີການເຜົາເຄື່ອງປັ້ນດິນເຜົາ ເບົ່າຈຸກ ກໍເປັນເອກະລັກສະ ເພາະທີ່ສຸດ, ນັ້ນກໍ່ຄື ບໍ່ໄດ້ໃຊ້ເຕົາເຜົາ, ແຕ່ຖືກຈັດວາງໄວ້ຢູ່ກາງແຈ້ງ ແລ້ວເຜົາດ້ວຍຟືນ, ເຟືອງ ແລະ ຂີ້ແກບ ມີອຸນຫະພູມ ປະມານ 800 ອົງສາເຊ.

ຕາມປະເພນີບູຮານ ຖືກັນວ່າ ກ່ອນເຜົາເຄື່ອງປັ້ນດິນເຜົາ, ທາງຄອບ ຄົວ ຈະເລືອກ ມື້ງາມຍາມດີ ແລະ ກະກຽມ ເຄື່ອງບູຊາ ຈໍານວນໜຶ່ງ ເພື່ອບູຊາ ບັນພະບຸລຸດ ຂອງ ອາຊີບ ເຄື່ອງປັ້ນດິນເຜົາ ແລະ ເທວະດາ ຟ້າແຖນ ເພື່ອສະແດງ ຄວາມປາດຖະໜາວ່າ ຜະລິດຕະພັນເຄື່ອງປັ້ນດິນເຜົາ ຈະ “ສຸກ” ສະເໝີ ແລະ ບໍ່ເປ່ເພເສຍຫາຍອີກດ້ວຍ. 

ບັນດາຜະລິດຕະພັນພື້ນເມືອງ ຂອງເຄື່ອງປັ້ນດິນເຜົາ ເບົ່າຈຸກ ມີຫຼາຍປະເພດທີ່ເປັນເອກະລັກຄື: ໄຫ ຫຼື ໂອ່ງ, ເຕົາ, ໝໍ້... ປັດຈຸບັນ, ໃນຍຸກເສດຖະກິດການຕະຫຼາດ, ນາຍຊ່າງໝູ່ບ້ານ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ໄດ້ທຳການຄົ້ນຄວ້າ, ປະດິດສ້າງ ເຄື່ອງປັ້ນດິນເຜົາໃໝ່ ຫຼາຍຕົວແບບ ທີ່ມີລັກສະນະຄວາມງາມສູງ ທາງດ້ານສິລະປະ ເພື່ອຮັບໃຊ້ການທ່ອງ ທ່ຽວ ແລະ ການຄ້າ.

ເວົ້າເຖິງທິດທາງໄລຍະຍາວ ແລະ ຍືນຍົງ ເພື່ອພັດທະນາ ຜະລິດຕະພັນ ເຄື່ອງປັ້ນດິນເຜົາ ເບົ່າຈຸກ, ທ່ານ ຝູ໋ຮື້ວມິງຖ່ວນ, ປະທານສະຫະ ກອນ ເຄື່ອງປັ້ນດິນເຜົາ ເບົ່າຈຸກ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ຍາມໃດກໍ່ຊອກຮູ້, ສ້າງສັນແນວຄວາມຄິດໃໝ່ ຢູ່ສະເໝີ ແລະ ປັບປຸງ, ດັດແປງ ການອອກແບບ ເພື່ອໃຫ້ສອດຄ່ອງ ກັບຄ່ານິຍົມ ຂອງ ຕະຫຼາດ. ປັດຈຸ ບັນ ພວກຂ້າພະເຈົ້າ ມີກວ່າ 10 ພັນ ຕົວແບບຜະລິດຕະພັນ, ໃນນັ້ນມີປະມານ 500 ຕົວແບບຫຼັກ. ພວກຂ້າພະເຈົ້າ ຍັງໄດ້ເອົາໃຈໃສ່ ສ້າງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນ ຊັບພະຍາກອນມະນຸດ ໄວໜຸ່ມ. ພ້ອມກັນນັ້ນ ກໍມີ ແຜນສົມທົບການທ່ອງທ່ຽວ ເພື່ອຂຸດຄົ້ນ ໃຫ້ຫຼາຍທີ່ສຸດ ທ່າແຮງບົ່ມຊ້ອນ ຂອງທ້ອງຖິ່ນ”. 

ການທ່ີ UNESCO ຮັບຮອງ “ສິລະປະ ເຄື່ອງປັ້ນດິນເຜົາ ຂອງ ຊາວເຜົ່າ ຈຳ” ເຂົ້າບັນຊີລາຍຊື່ ມໍລະດົກວັດທະນະທຳ ທີ່ເປັນນາມມະທຳ ຈຳເປັນຕ້ອງໄດ້ຮັບການ ປົກປັກຮັກສາ ໂດຍດ່ວນ ແມ່ນການຢັ້ງຢືນ ສີສັນວັດທະນະທຳ ຂອງຊາດ ຫວຽດນາມ ໃນການລວບລວມມໍລະ ດົກ ວັດທະທະທໍາໂລກ. ປັດຈຸບັນ, ມໍລະດົກ ວັດທະນະທຳ, ສິລະປະ ການເຮັດເຄື່ອງປັ້ນດິນເຜົາ ຂອງຊາວເຜົ່າ ຈຳ ໄດ້ກາຍເປັນມູນມໍລະ ດົກລວມ ຂອງ ມວນມະນຸດຊາດ.

ລາຍການສະແດງສິລະປະ ໃນພິທີຮັບໃບຮັບຮອງ “ສິລະປະ ເຄື່ອງປັ້ນດິນເຜົາ ຂອງ ຊາວເຜົ່າ ຈຳ ເຂົ້າບັນຊີລາຍຊື່ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຈຳເປັນຕ້ອງໄດ້ຮັບການປົກປັກຮັກສາໂດຍດ່ວນ” ຈາກ UNESCO. ພາບ: ເລມິນ/VNP
ຕາມຕົວເລກການສຳຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ໃນປີ 2019, ປະຊາກອນ ຊາວເຜົ່າ ຈຳ ຢູ່ ຫວຽດນາມ ມີ 178.948 ຄົນ, ເຕົ້າໂຮມ ຢູ່ບັນດາແຂວງພາກກາງຕອນໃຕ້ ແລະ ພາກໃຕ້ ເຊັ່ນ: ນິງຖ້ວນ, ບິ່ງຖ້ວນ, ດົ່ງນາຍ, ອານຢາງ... ໃນນັ້ນ, ຊາວເຜົ່າ ຈຳ ດຳລົງຊີວິດຢູ່ 2 ແຂວງ ນິງຖ້ວນ ແລະ ບິ່ງຖ້ວນ ເປັນຕົ້ນຕໍ. ປີ 2022, ງານບຸນ ກາເຕ ຂອງຊາວເຜົ່າ ຈຳແຂວງ ບິ່ງຖ້ວນ ໄດ້ຮັບການ ຮັບຮອງເປັນມໍລະດົກ  ວັດທະນະທຳ ທີ່ເປັນນາມມະທຳ ລະດັບຊາດ.
ບົດ: ເຊີນເງ້ຍ - ພາບ: ເລມິງ, ກົງດາດ, ຫງວຽນລວນ, ຫືວແທ່ງ/VNP ແລະ ເອກະສານ - ເຕັກນິກກະຣາຟິກ: ຈ້ອງແຮ້ງ - ແປໂດຍ: ບິກລຽນ

 


Top