ເຫວ້ - ອະນຸລັກ ອະດີດ ເພື່ອ ມຸ່ງສູ່ອະນາຄົດ

ເຫວ້ - ອະນຸລັກ ອະດີດ ເພື່ອ ມຸ່ງສູ່ອະນາຄົດ

ເວລາ ແລະ ສົງຄາມ ໄດ້ປະໄວ້ ເຮັດໃຫ້ ເທື່ອທຽນເຫວ້ ກາຍເປັນ ກອງມໍລະດົກ ທີ່ຮົກຮ້າງ ແລະ ເສື່ອມໂຊມ, ນັບຕັ້ງແຕ່ນັ້ນມາ ດິນ ແດນແຫ່ງນີ້ ໄດ້ບືນຕົວກ້າວຂຶ້ນຢ່າງໝັ້ນໜຽວ ກາຍເປັນສັນຍາ ລັກທີ່ພົ້ນເດັ່ນ ໃນວຽກງານອະນຸລັກມໍລະດົກ ແລະ ການຮ່ວມມື ສາກົນ ແລະ ປັດຈຸບັນກຳລັງອອກແຮງ ພະຍາຍາມມຸ່ງສູ່ ກາຍ ເປັນ ນະຄອນສັງກັດສູນກາງດ້ວຍ “ກຳລັງແຮງ ອ່ອນ” ວັດທະນະ ທຳ ທີ່ພິເສດຂອງຕົນ. 

ໃນສານອວຍພອນ ພິທີສະເຫຼີມສະຫຼອງ ວັນຄົບຮອບ 30 ປີ (1993-2023) ກຸ່ມປູສະນີຍະສະຖານກຸງເກົ່າ ເຫວ້ ແລະ ວັນຄົບ ຮອບ 20 ປີ (2003 – 2023) ດົນຕີ ໃນພະລາຊະວັງ ຫວຽດນາມ (ມັກເອີ້ນວ່າ ດົນຕີ ໃນພະລາຊະວັງ ເຫວ້) ໄດ້ຮັບການເຊີດຊູ ເປັນ ມໍລະດົກໂລກ, ຜູ້ອຳນວຍການ ສູນມໍລະດົກໂລກຂອງ UNESCO ທ່ານ Lazare Eloundou Assomo ໄດ້ເນັ້ນໜັກວ່າ: “ນັບແຕ່ ເຫວ້ ໄດ້ຮັບການຮັບຮອງ ເປັນມໍລະດົກໂລກ ເມື່ອ 30 ປີ ກ່ອນ, ໂລກ ໄດ້ ມີຄວາມປະທັບໃຈຢ່າງຍິ່ງ ຕໍ່ຂະບວນວິວັດແຫ່ງການ ພັດທະ ນາ ຂອງ ເຫວ້, ເຊິ່ງສະແດງໃຫ້ເຫັນ ບໍ່ພຽງແຕ່ຜົນສຳເລັດອັນສຳ ຄັນ ໃນການອະນຸລັກ ແລະ ພັດທະນາມໍລະດົກໂລກເທົ່ານັ້ນ, ແຕ່ ຍັງເປັນສັນຍາລັກ ຂອງ ການມີຊີວິດຄືນໃໝ່ ຂອງ ຫວຽດນາມ. ກ້າວອອກຈາກ ຄວາມທຸກຍາກລຳບາກ ແລະ ການທຳລາຍ ພາຍ ຫຼັງສິ້ນສຸດສົງຄາມ ຜ່ານການເວລາ ຫຼາຍທົດສະວັດ, ນະຄອນ ຫຼວງເກົ່າ ເຫວ້ ໄດ້ມີການປ່ຽນແປງຈາກ “ສາງມໍລະດົກ” ຖືກມ້າງ ທຳລາຍ ກາຍເປັນສັນຍາລັກ ທີ່ພົ້ນເດັ່ນ ຂອງ ການອະນຸລັກ ມໍລະດົກ ແລະ ການຮ່ວມມືສາກົນ.

ພາບລວມຂອງກຳແພງພະລາຊະວັງ ເຫວ້ ສັງກັດກຸ່ມປູສະນີຍະສະຖານກຸງເກົ່າ ເຫວ້ ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກວັດທະນະທຳໂລກ ໃນປີ 1993. ພາບ: ເລຮຸຍຮ່ວາຫາຍ.

ມາຮອດປັດຈຸບັນ, ເມື່ອຫວນຄືນເຖິງເລື່ອງເກົ່າໆ ທ່ີຜ່ານມາ, ທ່ານ ຖ໋າຍບ໋າຢິງ, ຜູ້ດໍາລົງຊີວິດຢູ່ພາຍໃນເຂດກຳແພງເມືອງ ເຫວ້  ກ່ອນ ປີ 1975, ຍັງຮູ້ສຶກກະຕຸນໃຈ ແລະ ເຈັບປວດ ທ່ານ ກ່າວວ່າ: “ເຮືອນ ຂອງ ຂ້າພະເຈົ້າ ແມ່ນຢູ່ໃກ້ກັບ ດ້າຍໂນ້ຍ (ພາຍໃນວັງ), ມື້ໃດ ເປີດປະຕູ, ຂ້າພະເຈົ້າໄດ້ເຫັນ ພະລາຊະວັງ, ກໍາແພງ, ສຸສານ ເພພັງ ຢູ່ທົ່ວທຸກແຫ່ງ, ຂ້າພະເຈົ້າບໍ່ສາມາດ ອົດກັ້ນໃຈໄວ້ໄດ້. ໃຜທີ່ ຜ່ານໄປ ມາ ເຫັນສະພາບນັ້ນ ກໍໍອົດບໍ່ໄດ້ ເຖິງຄວາມຮູ້ສຶກໂສກເສົ້າ, ເຈັບປວດ ໃຫ້ ກັບເຫວ້!”.

ຫຼັງປີ 1975, ເຫວ້ ໄດ້ຫຼຸດພົ້ນຈາກສົງຄາມ ພ້ອມກັບມໍລະດົກ ຖືກ ທຳລາຍ ເພພັງ ຍ້ອນລະເບີດລູກປືນ, ໄພພິບັດທາງທຳມະຊາດ, ພາຍຸ, ນ້ຳຖ້ວມ ແລະ ນັບທັງຄວາມເມີນເສີຍ ຂອງມະນຸດເອງ. ຫຼາຍໆ ກິດຈະກຳ ສະຖາປັດຕະຍະກຳ ຫໍໂຮງ, ຫໍບູຊາ, ສຸສານ... ແຕ່ສະໄໝລາຊະວົງ ຫງວຽນ ຖືກທໍາລາຍຈົນຮາບພຽງ ຫຼື ຊຸດ ໂຊມ, ຕົ້ນໄມ້ຖືຕັດ, ກຳແພງທີ່ໃຫຍ່ສູງສວຍງາມ ຫຼາຍຕອນ ຖືກ ພັງລົງມາ ຍັງເຕັມໄປດ້ວຍຮອຍຄວັນຍ້ອນລະເບີດລູກປືນ. ສະເພາະ ພື້ນທີ່ກຳແພງພະລາຊະວັງ ພຽງແຫ່ງດຽວ, ຜົນງານ ສະຖາປັດຕະຍະກໍາ ດັ້ງເດີມ 136 ແຫ່ງ ມາຮອດປັດຈຸບັນ ຍັງເຫຼືອໜ້ອຍກວ່າເຄິ່ງໜ່ຶງ. ສະເພາະ ຕື໊ເກີ໋ມແທ່ງ (ພາຍໃນ ວັງຕ້ອງຫ້າມ) ຖືກທໍາລາຍເກືອບໝົດ, ຍັງມີກິດຈະກຳ ອື່ນໆ ອີກຫຼາຍແຫ່ງ ຕົກຢູ່ໃນຊະຕາກໍາດຽວກັນ.

ບໍ່ພຽງແຕ່ເທົ່ານັ້ນ, ຍັງມີມໍລະດົກ ທີ່ເປັນນາມມະທຳ ອີກຫຼາຍຢ່າງ ເຊັ່ນ: ລະບົບງານບຸນ ຂອງ ພະລາຊະວັງ; ຮູບແບບການສະແດງ ຕ່າງໆ ໃນພະລາຊະວັງເຊັ່ນ: ດົນຕີໃນພະລາຊະວັງ, ຕ່ວງ ໃນພະ ລາຊະວັງ, ຟ້ອນ ໃນພະລາຊະວັງ ແລະ ຍັງມີວັດຖຸບູຮານ, ປຶ້ມ ອ່ານ, ປຶ້ມຂຽນ, ເອກະສານ ອັນລ້ຳຄ່າ ຂອງ ລາຊະວົງ ຫງວຽນ, ໃນນັ້ນມີ ທັງອາຊີບ ຫັດຖະກຳ ພື້ນເມືອງ ເຫວ້… ໄດ້ຖືກທຳລາຍ, ຕົກເຮ່ຍ ເສຍຫາຍ ຫຼື ເລ່ລ່ອນ ປ່ຽນຮູບຊົງ ໃນໝູ່ປະຊາ.

ມາຮອດປີ 1993, ເມື່ອກຸ່ມປູສະນີຍະສະຖານກຸງເກົ່າ ເຫວ້ ໄດ້ ຮັບຮອງເປັນມໍລະດົກ ວັດທະນະທຳໂລກ, ຈາກນັ້ນ ໃນປີ 2003, ດົນຕີໃນພະລາຊະວັງ ເຫວ້ ໄດ້ຮັບການເຊີດຊູ ເປັນຜົນງານປະ ດິດແຕ່ງອັນລໍ້າຄ່າ ມູນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ  ແລະ ເຜີຍແຜ່ປາກຕໍ່ປາກ ຂອງ ມວນມະນຸດ (ປັດຈຸບັນ ແມ່ນ ມູນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງ ມວນມະນຸດ), ການຟື້ນຟູ ຮ່ອງຮອຍປະຫວັດສາດຂອງ ເຫວ້ ຈຶ່ງໄດ້ກ້າວເຂົ້າສູ່ໜ້າໃໝ່ ຢ່າງແທ້ຈິງ.

ບັນດາ​ຈຸດ​ພິ​ເສດ​ທີ່​ສວຍ​ງາມ ​ຂອງ​ ລະບົບລະບຽງ ເຊື່ອມ​ຕໍ່​ບັນດາ​ຕຶກ​ອາຄານ​ໃນ​ ຕື໊ເກີ໋ມແທ່ງ (ພາຍໃນ ວັງ ຕ້ອງຫ້າມ). ພາບ: ແທງຮ່ວາ/VNP

ນັບແຕ່ນີ້ເປັນຕົ້ນໄປ, ໂດຍໄດ້ຮັບການຊ່ວຍເຫຼືອຢ່າງຕັ້ງໜ້າຈາກ UNESCO, ບັນດາອົງການຈັດຕັ້ງສາກົນ, ພິເສດ ແມ່ນການເຂົ້າ ຮ່ວມຢ່າງຂ້ຽວຂາດ ຂອງລັດຖະບານ, ຄວາມຕັດສິນໃຈ ຢ່າງ ບໍ່ຢຸດຢັ້ງ ຂອງ ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ເທື່ອທຽນເຫວ້, ການອະນຸລັກ ປູຊະນີຍະສະຖານ ກຸງເກ່ົາ ເຫວ້ ໄດ້ຮັບການ ຜັນຂະຫຍາຍ ແລະ ບັນລຸໄດ້ ຜົນງານ ອັນໃຫຍ່ຫຼວງ. ມໍລະດົກ ວັດທະນະທຳເຫວ້ ໄດ້ຜ່ານໄລຍະວິກິດສຸກເສີນ ແລະ ປັດຈຸບັນ ໄດ້ຮັບການຟື້ນຟູ ເທື່ອລະກ້າວ, ເຮັດໃຫ້ກຸງເກົ່າ ເຫວ້ ຄ່ອຍໆ ກັບຄືນສູ່ຄວາມຍິ່ງໃຫຍ່ ສະຫງ່າງາມ ຄືແຕ່ກ່ອນ.

ຄຽງ​ຄູ່​ກັບ​ການ​ພັດທະນາ, ​ເຫວ້ ກໍາລັງພະຍາຍາມ​ປົກ​ປັກ​ຮັກສາ​ ວັດທະນະທຳ​ພື້ນ​ເມືອງ ດ້ວຍ​ໂຄງການ ສ້າງ ​ເຫວ້ ​ໃຫ້​ກາຍ​ເປັນ “ນະຄອນຫຼວງ ​ອ໋າວ​ຢ່າຍ” ຂອງ ​ຫວຽດນາມ. ພາບ: ກົງດາດ/VNP

ຕາມການຕີລາຄາ ຂອງ ອົງການ UNESCO, ປັດຈຸບັນ, ການອະ ນຸລັກ ປູຊະນີຍະສະຖານ ຮ່ອງຮອຍ ເຫວ້ ພວມກ້າວເຂົ້າສູ່ໄລຍະ ສະມີຖຽນລະພາບ ແລະ ພັດທະນາ ແບບຍືນຍົງ. ພິເສດ, ການຮັກ ສາບັນດາຄຸນຄ່າມໍລະດົກ ວັດທະນະທຳ ຍາມໃດກໍຕິດພັນກັບ ຂະ ບວນການຂຸດຄົ້ນ, ເສີມຂະຫຍາຍ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ ແລະ ເຂດ ພາກກາງ ຊຶ່ງຈຸດສຸມ ແມ່ນເສດຖະກິດ ທ່ອງທ່ຽວ ແລະ ການບໍລິ ການ.

 

ຫວນຄືນເມື່ອ 30 ປີ ຜ່ານມາ, ພວກເຮົາສາມາດເຫັນໄດ້ວ່າ ວຽກ ງານອະນຸລັກ ແລະ ຟື້ນຟູວັດທະນະທຳ ເຫວ້ ຄືນໃໝ່ ພວມໄດ້ຮັບ ການດຳເນີນໄປ ຕາມທິດທີ່ຖືກຕ້ອງ ເຊິ່ງທ່ານ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ວາງອອກໃນກອງປະຊຸມ ວັດທະນະທຳ ທົ່ວປະ ເທດ ປີ 2021, ນັ້ນແມ່ນ: “ເອົາໃຈໃສ່ ອະນຸລັກ, ເສີມສ້າງ ແລະ ເສີມຂະຫຍາຍ ບັນດາຄຸນຄ່າ ວັດທະນະທຳ ແຫ່ງຊາດ, ຄຸນຄ່າ ວັດທະນະທຳ ທີ່ເປັນຮູບປະທຳ ແລະ ນາມມະທຳ ຂອງ ບັນດາ ເຂດພາກ, ຂອງວົງຄະນາຍາດ ບັນດາເຜົ່າ, ສົມທົບ ກັບການຮັບ ເອົາ ສິ່ງຍອດຍິ່ງ ວັດທະນະທຳ ຂອງຍຸກສະໄໝ. ພັດທະນາ “ກໍາ ລັງແຮງ ອ່ອນ” ຂອງ ວັດທະນະທຳ ຫວຽດນາມ, ປະກອບສ່ວນຍົກ ສູງ ກຳລັງແຮງ ສັງລວມຂອງຊາດ ໃນໄລຍະຈະມາເຖິງ”.

ວັງ ກ໋ຽນຈຸງ, ສະຖານທີ່ເຮັດວຽກ ແລະ ດຳລົງຊີວິດ ຂອງ ສອງ ລາຊະວົງ ຫງວຽນຄື ຂາຍດິ້ງ ແລະ ບ່າວດ້າຍ ກຳລັງຢູ່ໃນ ໄລຍະປະຕິສັງຂອນ ໃກ້ຈະສຳເລັດ. ພາບ: ແທງຮ່ວາ/VNP

ໂສມໜ້າຂອງ​ຕົວ​ເມືອງ​ ເຫວ້ ພວມ​ມີ​ການ​ປ່ຽນ​ແປງ​ໃນ​ແຕ່​ລະມື້ ​ໃນ​ທ່າອຽງ​ທີ່​ທັນ​ສະ​ໄໝ ແລະ ໜຸ່ມແໜ້ນກວ່າ​ເກົ່າ. ພາບ: ເລຮຸຍຮວ່າງຫາຍ

ທ່ານ ປອ ຟານແທງຫາຍ, ກຳມະການ ສະພາມໍລະດົກ ແຫ່ງຊາດ, ຜູ້ອຳນວຍການ ພະແນກວັດທະນະທຳ ແລະ ກິລາ ແຂວງ ເທື່ອ ທຽນເຫວ້ ໃຫ້ຮູ້ວ່າ ເຫວ້ ແມ່ນປະກົດການພິເສດ ໃນປະຫວັດສາດ ການພັດທະນາຕົວເມືອງ ຂອງ ຫວຽດນາມ ແລະ ຕາມການຕີລາ ຄາ ຂອງ ບັນດານັກຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ ເຫັນ ວ່າ ມາຮອດປັດຈຸບັນ, ກຸງເກົ່າ ເຫວ້ ແມ່ນໜຶ່ງໃນບັນດາຕົວເມືອງ ທີ່ ມີແຫຼ່ງສະຖາປັດຕະຍະກຳ ມໍລະດົກ ທີ່ອຸດົມສົມບູນທີ່ສຸດ ບໍ່ ພຽງແຕ່ຢູ່ໃນຂອບເຂດ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກ ເທົ່ານັ້ນ. ເພາະສະນັ້ນ, ເທື່ອທຽນເຫວ້ ສົມໄດ້ ຮັບການກໍ່ສ້າງ ເປັນເມືອງ ມໍລະດົກພິເສດ, ສັງກັດສູນກາງ. 

 

ບົນພື້ນຖານມະຕິເລກທີ 54-NQ/TW ຂອງກົມການເມືອງ ກ່ຽວ ກັບ “ການສ້າງ ແລະ ພັດທະນາແຂວງ ເທື່ອທຽນເຫວ້ ຮອດປີ 2030, ວິໄສທັດ ຮອດປີ 2045”, ແຂວງ ເທື່ອທຽນເຫວ້ ພວມພະ ຍາຍາມ ສຸມໃສ່ເຮັດໃຫ້ສຳເລັດ ບັນດາແຜນຜັງ, ໂຄງການ ທີ່ສຳ ຄັນ, ມຸ່ງໄປເຖິງການກໍ່ສ້າງ ເທື່ອທຽນເຫວ້ ກາຍເປັນ ນະຄອນສັງ ກັດສູນກາງ ໃນປີ 2025 ບົນພື້ນຖານອະນຸລັກ ແລະ ເສີມຂະ ຫຍາຍ ຄຸນຄ່າມໍລະດົກ ກຸງເກົ່າ ເຫວ້ ແລະ  ສີສັນວັດທະນະທຳ ເຫວ້, ດ້ວຍຄຸນລັກສະນະສະເພາະ ຂອງ ວັດທະນະທຳ, ມໍລະດົກ, ລະບົບນິເວດ, ພູມສັນຖານ, ຄວາມເປັນມິດ ກັບສິ່ງແວດລ້ອມ ແລະ ອັດສະລິຍະ.

ເພື່ອປະຕິບັດກຳນົດທິດດັ່ງກ່າວ, ເຫວ້ ຕ້ອງມີຍຸດທະສາດ ທີ່ຖືກ ຕ້ອງ ເພື່ອພັດທະນາ ເທື່ອທຽນເຫວ້ ໃຫ້ກາຍເປັນຕົວເມືອງ ທີ່ທັນ ສະໄໝ ໃນຂະນະທີ່ຍັງຄົງອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍ ລະດົກ ວັດທະນະທຳ ໄດ້ຢ່າງດີ. ອາດເວົ້າໄດ້ວ່າ ນີ້ແມ່ນ ທິດທາງ ທີ່ເປັນເອກະລັກສະເພາະ, ເພາະວ່າ ເທື່ອທຽນເຫວ້ ຈະບໍ່ສາມາດ ພັດທະນາຄື ນະຄອນ ຮ່າໂນ້ຍ, ຫາຍຟ່ອງ, ດ່າໜັງ, ເກິ່ນເທີ ຫຼື ນະຄອນ ໂຮ່ຈີມິນ ກັບບັນດາຕຶກອາຄານສູງ, ມີເຂດອຸດສາຫະກຳ ຫຼາຍແຫ່ງ ແລະ ລະດັບຄວາມໜາແໜ້ນ ຂອງ ພົນລະເມືອງ ສູງ ໄດ້ ຫາກຕ້ອງໄດ້ ພັດທະນາ ຕາມທິດກົມກຽວ, ໝັ້ນຄົງ, ຈຳກັດ ການແຊກແຊງ, ສົ່ງຜົນກະທົບ ຕໍ່ກຸ່ມປູສະນີຍະສະຖານ ແລະ ພູມ ສັນຖານ ສະຖາປັດຕະຍະກຳມູນເຊື້ອ... 


ດ້ວຍແຜນນະໂຍບາຍ ດັ່ງກ່າວ, ເຫວ້ ກໍາລັງພະຍາຍາມ ອະນຸລັກ ພື້ນທີ່ທາງທິດເໜືອ, ບ່ອນທີ່ມີກຳແພງພະລາຊະວັງ ເຫວ້ ຊຶ່ງໄດ້ ກຳນົດເປັນເຂດໃຈກາງ ຂອງກຸ່ມປູສະນີຍະສະຖານ ກຸງເກົ່າ ເຫວ້; ສຸມໃສ່ພັດທະນາ ແລະ ຂະຫຍາຍທາງທິດໃຕ້ ແລະ ເຂດ ອ້ອມຂ້າງ ຊຶ່ງເປັນບ່ອນ ບໍ່ຄ່ອຍມີການປະກົດຕົວ ຂອງ ຮ່ອງຮອຍ ປະຫວັດສາດ; ປັບປຸງຕົກແຕ່ງ, ຍົກລະດັບຖະໜົນຫົນທາງ, ສວນສາທາລະນະ, ຕົ້ນໄມ້, ແສງສະຫວ່າງ ແລະ ບັນດາ ກິດຈະການ ຊ່ວຍໜູນ ຮັບໃຊ້ຊີວິດການເປັນຢູ່ ຂອງ ປະຊາຊົນ. ເພາະສະນັ້ນ, ໂສມໜ້າ ຂອງ ຕົວເມືອງ ເຫວ້ ໄດ້ມີການປ່ຽນແປງ ຕາມທິດທັນສະໄໝ, ຂະຫຍັນຂັນແຂງ, ເປີດກວ້າງ, ແຕ່ຍັງຄົງ ຮັກສາໄວ້ໄດ້ ຄວາມງາມ ແບບດັ້ງເດີມທີ່ເປັນເອກະລັກສະເພາະ ຂອງຕົນ.

ເຫວ້ ​ເພີ່ມ​ທະວີ​ການ​ໂຄສະນາ​ຮູບ​ພາບ ​ແລະ ການ​ຮ່ວມ​ມື​ສາກົນ​ ດ້ານ​ວັດທະນະທຳ ​ກັບ​ຫຼາຍ​ປະ​ເທດ​ໃນ​ໂລກ. ພາບ: ແທງຮ່ວາ/VNP

ທ່ານນາງ ຟານແທງຮ່າ, ນັກທ່ອງທ່ຽວທີ່ມາຈາກ ຮ່າໂນ້ຍ ມີໂອ ກາດມາ ເຫວ້ ເປັນປະຈຳ ກ່າວວ່າ: “ເຫວ້ ໃນເມື່ອກ່ອນແມ່ນ ຫງ່ວມເຫງົາ, ມັກນອນໄວ, ຊາວເມືອງ ເຫວ້ ໃຊ້ຊີວິດແບບ ປິດ ຕົວ, ແຕ່ເວລານີ້ ເຫວ້ ແມ່ນແຕກຕ່າງ ກັບເມື່ອກ່ອນ, ຍັງຄົງ ໜ້າ ຮັກ, ແຕ່ມີຄວາມຂະຫຍັນຂັນແຂງ, ໜຸ່ມແໜ້ນ ແລະ ສົດໃສ ໃໝ່ ອ່ຽມຍິ່ງກວ່າອະດີດ”. 

ຄວາມໜຸ່ມແໜ້ນ, ຟົດຟື້ນ ​ຂອງ​ຊາວ​ໜຸ່ມ ເຫວ້ ​ໃນ​ທຸກວັນນີ້. ພາບ: ແທງຮ່ວາ/VNP

ການອະນຸລັກ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ ບັນດາ ຄຸນຄ່າ ວັດທະນະທຳ ເຫວ້ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຖິງຈິນຕະນາການ ກຳນົດທິດ ຍຸດທະສາດພັດທະນາ ຂອງ ເທື່ອທຽນເຫວ້. ຕາມນັ້ນ, ມໍລະດົກວັດທະນະທຳ ກາຍເປັນ ແກນຫຼັກ ແລະ ແຮງກະຕຸ້ນ ໃຫ້ການພັດທະນາໃນ ທຸກດ້ານຂອງ ຊີວິດ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ, ເຮັດໃຫ້ເມືອງ ເຫວ້ ກາຍເປັນ “ນະຄອນວັດທະນະທຳ ASEAN”, “ນະຄອນ ທີ່ຍືນຍົງ ສິ່ງແວດລ້ອມ ASEAN”, “ນະຄອນສີຂຽວແຫ່ງຊາດ”.

ເຫວ້ ສູ້​ຊົນ​ໃຫ້​ກາຍ​ເປັນ​ນະຄອນ ແຫ່ງງານມະໂຫລານ, ນະຄອນ ​ວັດທະນະທຳ ​ຂອງ ​ASEAN. ພາບ: ແທງຮ່ວາ/VNP

ຂະບວນວິວັດແຫ່ງການພັດທະນາ ກາຍເປັນຄະນອນ ສັງກັດສູນ ກາງ ໃນປີ 2025 ແມ່ນອີກບໍ່ດົນ ແລະ “ກຳລັງແຮງ ອ່ອນ” ທາງ ດ້ານວັດທະນະທຳ ຈະເປັນບ່ອນອີງ ຊ່ວຍ ເຫວ້ ກ້າວໄປສູ່ເສັ້ນໄຊ ຢ່າງໄວ. 

  • ບົດ: ແທງຮວ່າ
  • ພາບ: ແທງຮ່ວາ, ກົງດາດ/VNP, ໂດ໊ເຈື໊ອງ, ເລຮຸຍຮວ່າງຫາຍ, ມິງຢາງ   
  • ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

 


Top