ຈ່າງອານ - ຈຸດໝາຍປາຍທາງ ຂອງສິ່ງມະຫັດສະຈັນ

ຈ່າງອານ - ຈຸດໝາຍປາຍທາງ ຂອງສິ່ງມະຫັດສະຈັນ

ດິນແດນ ນິງບິ່ງ ຖືກອ້ອມຮອບດ້ວຍ ສາຍພູເຂົາຫີນປູນ ທີ່ສະຫຼັບ ຊັບຊ້ອນ ແລະ ໃຫຍ່ໂຕມະໂຫຖານ ຄ້າຍຄື ແຜ່ນກຳແພງ ທີ່ໝັ້ນ ແກ່ນ. ກ່ອນ​ນີ້ 30 ພັນ​ກວ່າ​ປີ, ນິງບິ່ງ​ ແມ່ນ​ສະຖານ​ທີ່​ ໄດ້ຄົນ​ສະ ໄໝກ່ອນ​ ເລືອກ​​ເປັນ​ບ່ອນ​ເຕົ້າ​ໂຮມດຳລົງ​ຊີວິດ. ຮວາລື ຕັ້ງຢູ່ໃຈ ກາງ ຂອງ ສາຍພູເຂົາ ຫີນປູນ, ເຄີຍເປັນເມືອງຫຼວງ ຂອງ ປະເທດ ຫວຽດນາມ ໃນສະໄໝ ສາມລາຊະວົງ ດິງ-ເລ-ຫຼີ, ແຕ່ປີ 968 ຫາປີ 1010. ບັນດານັກປະຫວັດສາດ ຍັງເອີ້ນ ຮວາລື ວ່າ “ນະຄອນ ຫຼວງຫີນ”.

ໃນ​ຕະຫຼອດ​ປະຫວັດສາດ ອັນຍາວນານຂອງຊາດ, ນັບຕັ້ງແຕ່ ຮວາລື ເປັນ​ສູນ​ກາງ ທາງ​ການ​ເມືອງ, ​ເສດຖະກິດ, ການ​ທະຫານ, ວັດທະນະທຳ, ສາສະໜາ ​ຂອງ​ ປະ​ເທດ, ​ມີຄວາມຈະເລີນຮຸ່ງ ເຮືອງ, ເສື່ອມໂຊມ, ຜ່ານເສິກສົງຄາມ ບໍ່ຈັກວ່າເທົ່າໃດ, ແຕ່ເມືອງຫຼວງເກົ່າ ຮວາລື ຍັງຄົງເປັນບ່ອນເຕົ້າໂຮມ ຂອງສະຖາປັດຕະຍະ ກຳ ວັດວາອາຮາມ, ຫໍວິຫານ, ສຸສານ ແລະ  ຮ່ອງຮອຍກຳແພງ ເມືອງຫຼວງ ເຄີຍມີຊ່ວງໄລຍະໜຶ່ງ ທີ່ຈະເລີນຮຸ່ງເຮືອງ. 

ທ່າມກາງບັນຍາກາດຂອງ ເມືອງຫຼວງເກົ່າ ຮວາລື. ພາບ: ຫງວຽນຖັ໋ງ/VNP

ໂດຍ​ຕັ້ງ​ຢູ່​ຕາ​ແສງ ​ເຈື່ອງ​ອຽນ-​ເຄີຍ​ເປັນ​ຈຸດ​ໃຈກາງ​ ກໍາແພງ ເມືອງ ດົງ ຂອງ ນະຄອນຫຼວງເກົ່າ ຮວາລື ​ໃນ​ເມື່ອ​ກ່ອນ, ວິຫານ ເຈົ້າຊີ ວິດ ດິງ​ຕຽນ​ຮ່ວາງ ມີ​ຈຸດທີ່ຕັ້ງ​ທ່ີເໝາະສົມ ໃນ​ດ້ານຮວງ​ຈຸ້ຍຄື ດ້ານ​ໜ້າ​ແມ່ນ​ພູ ​ມ໊າ​ອຽນ, ​ບ່ອນສຸສານ ອັນຍິ່ງໃຫ່ຍ ຂອງເຈົ້າຊີວິດ ດິງ, ຊື່ນຊົມຄວາມງາມ ຂອງ ແມ່ນໍ້າລໍາເຊ. ຫໍວິຫານ ໄດ້ຮັບການກໍ່ ສ້າງ ໃນສະໄໝລາ​ຊະ​ວົງ ຫຼີ ຕາມ​ແບບ “ໂນ້ຍກົງ ງ້ວາຍກວກ”, ຈຳ​ລອງ​ ​ສະ​ຖາ​ປັດ​ຕະ​ຍະ​ກຳ ​ຂອງ​ ນະ​ຄອນ​ຫຼວງ​ເກົ່າ, ຫຼັງ​ຈາກ​ນັ້ນໄດ້ຮັບການ​ກໍ່​ສ້າງ​ຄືນ​ໃໝ່ ​ໃນ​ສະ​ໄໝ​ລາຊະ​ວົງ​ ເຮົ້າເລ​.

 

ເປັນ​ໜຶ່ງ​ໃນ ​ສະຖາປັດຕະຍະ​ກຳ ​ທີ່​ເປັນ​ເອກະລັກ​ ​ຂອງ​  ຫວຽດ ນາມ ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ສະຕະວັດ ​ທີ XVII, ວິຫານ ດິງຕຽນ  ​ຮ່ວາງ ​ແມ່ນກຸ່ມສະຖານປັດຕະຍະກຳ ປະກອບດ້ວຍ ກິດຈະການຕ່າງໆ​ ເຊັ່ນ: ປະຕູໂຂງ ງໍ້ໂມນ, ພູ​ ຈໍາລອງ, ໜອງ​ບົວ, ສວນ​ດອກ​ໄມ້, ປະຕູ​ໂຂງ​ພາຍ​ນອກ, ປະຕູໂຂງ​ພາຍ​ໃນ ພ້ອມກັບ ​ຫໍ​ບູຊາ​, ຫໍ ທຽນເຮືອງ ແລະ ວັງໃນ. ຢູ່​ດ້ານ​ຫຼັງ ​ມີ​ຮູບ​ປັ້ນ​ ​ເຈົ້າ​ຊີວິດ​ ດິງ ​ແລະ ​ບັນດາລູກ​ຊາຍ ​ເພື່ອສັກກາລະບູຊາ. ປັດຈຸບັນ ຢູ່ພື້ນທີ່ ວິຫານ ເຈົ້າຊີວິດ ດິງ  ຍັງຄົງມີວັດຖຸບູຮານ ອັນລ້ຳຄ່າເຊັ່ນ: ຊ້າງ ຂະນາບຂ້າງ, ຕຽງຫີນສອງໜ່ວຍ ຊຶ່ງເປັນວັດຖຸລໍ້າຄ່າ ຖືກຈັດວາງ ຢູ່ ເດີ່ນມັງກອນ ຖືກແກະສະຫຼັກ ຈາກຫີນສີຂຽວ ທັງໝົດ ດ້ວຍລວດລາຍທີ່ລະອຽດອ່ອນ. 

 

ຂະໜານກັບຫໍວິຫານເຈົ້າຊີວິດ ດິງ, ຫ່າງຈາກນັ້ນ ປະມານ 500ມ, ແມ່ນຫໍວິຫານເຈົ້າຊີວິດ ເລດ້າຍແຮ່ງ ມີຂະໜາດນ້ອຍກວ່າ. ຢູ່​ຕໍ່ໜ້າວິຫານ​ ແມ່ນ​ສະໜາມຫຼວງ​ໃຈກາງ ​ຂອງ​ເມືອງຫຼວງ​ເກົ່າ​ ຮວາ​ ລື, ຢູ່​ເບື້ອງ​ຫຼັງ ວິຫານ​ແມ່ນ​ຮ່ອງ​ນໍ້າ ປົກ​ປັກ​ຮັກສາ ​ນະຄອນຫຼວງ​ເກົ່າ ​ໃນເມື່ອກ່ອນ ຊຶ່ງ​ໄຫຼ​ອ້ອມ​ຕີນ​ພູ​ ເດ່ຍ. ປັດຈຸ​ບັນ, ຢູ່​ວິຫານເຈົ້າຊີວິດ ດິງ ຍັງ​ມີ​ຮ່ອງຮອຍ ​ສະຖາປັດຕະຍະ ກຳ​ບູຮານ​ທີ່​ມີ​ການ​ແກະສະຫຼັກ​ຢ່າງ​ລະອຽດ​ ​ແລະ ມີທັງ​ຮ່ອງຮອຍ​ຂອງ​ພື້ນ​ວັງ​ເກົ່າ. ໂດຍຖືເອົາວິຫານ ເຈົ້າຊີວິດ ດິງ ແລະ ເຈົ້າຊີວິດ ເລ ເປັນຈຸດໃຈ ກາງ ຂອງເຂດປູຊະນີຍະສະຖານ ກຸງເກົ່າ ຮວາລື, ອ້ອມຮອບ ລັດ ສະໝີປະມານ 20 ກມ, ມີວັດວາອາຮາມ, ຫໍວິຫານ ຫຼາຍພັນແຫ່ງ ສັກກະລະບູຊາຜູ້ກໍ່ຕັ້ງປະເທດ ແລະ ວິລະຊົນ ສະໄໝ ເຈົ້າຊີວິດ ດິງ-ຕົ້ນສະໄໝເຈົ້າຊີວິດ ເລ ດ້ວຍສະຖາປັດຕະຍະກໍາຫີນ ທີ່ເປັນເອກະລັກ. ເຊັ່ນ: ວິຫານ ຖ໋າຍວີ- ເປັນວິຫານສັກສິດ ທີ່ມີຊື່ສຽງມາແຕ່ດົນນານ, ແມ່ນສະຖານທີ່ ສັກກະລະບູຊາ ບັນດາເຈົ້າຊີວິດສະໄໝລາຊະວົງ ເຈິ່ນ. ວິຫານ​ ຕັ້ງ​ຢູ່​ເບື້ອງ​ຂວາ​ແມ່​ນ້ຳ​ ໂງ​ຢາງ, ເບື້ອງ​ຊ້າຍ​ມີ​ພູ​ ໂກ໊ຍ​ຫຼິງ ມີທິວທັດທຳມະຊາດ ປະສານກົມ ກຽວກັນນັບພັນປີ, ສ້າງເປັນ ແຖບດິນ ມະຫັດສະຈັນ ຕາມກົກ ຊຶ່ງຖືກຂະໜານນາມວ່າ “ອ່າວຮ້າ​ລອງຢູ່ເທິງບົກ”.

ວັດ ບິກໂດ້ງ ​ແຕ່​ກ່ອນ​ມີ​ຊື່​ວ່າ “ແບັກຫງອກ ແຖັກເຊີນໂດ່ງ” ໝາຍ​ເຖິງ​ວັດ​ຫີນ ​ທີ່​ສວຍ​ສົດ​ງົດ​ງາມ ແລະ ຜຸດຜ່ອງເໝືອນ ເຜັດ ພອຍ ຢູ່​ເຂດ​ປ່າເລິກ ດົງໜາ. ປີ 1774, ​ເຈົ້າ ຈິ້ງເຊີມໄດ້​ສະ​ເດັດ​ ມາ​ທີ່ນີ້ ​ແລະ ​ປ່ຽນ​ຊື່​ເປັນ​ ວັດ ບິກໂດ້ງ. ຫງວຽນຖັ໋ງ/VNP

ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ສັກສິດ,​ ມີ​ວັດ​ວາ​ອາ​ຮາມ​ ແລະ ຫໍວິຫານຫຼາຍ​ແຫ່ງ​ເທົ່າ​ນັ້ນ, ຈ່າງ​ອານ ​ຍັງ​ເປັນບໍ່ເກີດຂອງ​ພຸດທະ​ສາສະໜາ ​ຫວຽດນາມ. ​ຫວນຄືນປະຫວັດສາດ ​ໃນ​ສະ​ໄໝ​ລາຊະວົງ​ ຫຼີ, ພະມະຫາອາຈານ ຫງວຽນ​ມິງຄົງ ​ໄດ້​ເລືອກ​ ບ໋າຍ​ດິ໋ງ ​ເປັນສະຖານທ່ີປະຕິບັດທໍາ, ສ້າງວັດ ທຳ​ພິທີ​ບູຊາ ກອບ​ກູ້ປະຊາລາດ, ​ເຮັດ​ໃຫ້ຮວາ​ລື-ບ໋າ​ຍດິ໋ງ ​ກາຍເປັນ​ຈຸດ​ໃຈກາງ​ຂອງ​ພຸດທະ​ສາສະໜາ​ ຂອງ ຫວຽດນາມ ໃນສະຕະວັດທີ X. ຄຽງຄູ່ກັບການອຸທິດຕົນ ແລະ ບຸນຍາການກໍ່ສ້າງ ຂອງ ຊາວ ຫວຽດ ຫຼາຍຮຸ່ນຄົນ, ປັດຈຸບັນ, ເຂດວັດພູບ໋າຍດິ໋ງ ສັງກັດຕາແສງ ຢາຊິງ, ເມືອງ ຢາວ໊ຽນ ດ້ວຍເນື້ອທີ່ 700 ເຮັກຕາ ໄດ້ມີບັນດາ ກິດຈະການ ສະຖາປັດຕະຍະກຳ ສາສະໜາພຸດ ທີ່ມີຄວາມໃຫຍ່ໂຕງົດງາມ, ສ້າງຫຼາຍສະຖິຕິ ເຊັ່ນ: ວັດ ແຫ່ງນີ້ ເປັນສູນກາງ ວັດທະນະທໍາ ທາງຈິດວິນຍານ ໃຫຍ່ທີສຸດ ອາຊີຕາເວັນອອກສ່ຽງໃຕ້; ວັດມີ ພະພຸດທະຮູບ ຟອກຄຳ ປິວ ທີ່ໃຫຍ່ທີ່ສຸດ ອາຊີ; ວັດມີລະບຽງທາງຍ່າງ ພະອໍລະຫັນຍາວທີສຸດ ອາຊີ, ວັດມີເຈດີ ສູງທີ່ສຸດອາຊີ ແລະ ພະພຸດທະຮູບ ພະຢູລາຍ ດ້ວຍທອງແດງ ທີ່ໃຫຍ່ ທີ່ສຸດ ອາຊີຕາເວັນອອກ ສ່ຽງໃຕ້. 

ມຸມ​ໜຶ່ງ​ ຂອງ ກຸ່ມວັດ ບ໋າ​ຍດິ໋ງ. ພາບ: ເຕິດເຊີນ/VNP

ຫ່າງຈາກວັດ ບ໋າຍດິ໋ງ, ໄປທາງທິດເໜືອ 15 ກມ, ຄື ວັດ ບິກໂດ້ງ (ບ້ານ ດາມເຄຈອງ, ຕາແສງ ນິງຫາຍ, ເມືອງ ຮວາລື) ເປັນໜຶ່ງ ໃນທັດສະນີຍະພາບ ທີ່ລືຊື່ ຂອງ ແຂວງ ນິງບິ່ງ ແລະ ໄດ້ຮັບຂະ  ໜານນາມວ່າ “ນາມທຽນເດ້ຍີ້ໂດ້ງ” (ຖໍ້າງາມທີສອງ ຫວຽດນາມ). ນີ້​ແມ່ນ​ກິດຈະການ​ສະຖາປັດຕະຍະກຳ​ບູຮານ, ​ເປັນ​ສະຖານທີ່ ມີຄວາມ​ປະ​ສົມກົມກຽວກັນ ​ລະຫວ່າງ​ພູ, ຖ້ຳ ​ແລະ ວັດ​ ທີ່​ຕັ້ງລັບໆ ​ຢູ່ລະຫວ່າງ​ບັນດາ​ຕົ້ນ​ໄມ້ເກົ່າແກ່ທີ່​ຂຽວ​ອຸ່ມ​ທຸ່ມ ​ຊ່ຶງສ້າງ ເປັນ​ພາບ​ ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ມີ​ຄວາມ​ລຶກລັບ​ຫຼາຍ​ຢ່າງ​ຢູ່ສະຖານ​ທີ່​ທາງ ຈິດ​ວິນ​ຍານ.

ນັກທ່ອງທ່ຽວ ໄປຢ້ຽມຊົມ ຖ້ໍາ ມົ໋ວ. ພາບ: ເຈິິ່ນຮ໋ຽວ/VNP

ສາຍພູເຂົາຫີນປູນ ຢູ່ ນິງບິ່ງ ຜ່ານການປ່ຽນແປງດ້ານທໍລະນີສາດ ເມື່ອ ກວ່າ 300 ລ້ານປີກ່ອນ ໄດ້ສ້າງເປັນກຸ່ມປູຊະນີຍະສະຖານ ທັດສະນີຍະພາບ ຈ່າງອານ, ໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກ ວັດທະນະທຳ ແລະ ທຳມະຊາດໂລກ ໃນປີ 2014.

 

ຈ່າງ​ອານ​ ​ປຽບ​ເໝືອນ “ຮ້າ​ລອງ​ ຢູ່ເທິງ​ ບົກ” ດ້ວຍ​ຄວາມສະຫງ່າ​ງາມ ​ທີ່ຖືກ​ສ້າງ​ຂຶ້ນ ​ດ້ວຍ​ລະບົບ​ພູ​​ຫີນ ທີ່ຫຼາກ​ຫຼາຍ​ຮູບ​ແບບ ​ສະ ທ້ອນເງົາລົງແມ່ນໍ້າ, ຫ້ວຍຮ່ອງ​​ຄອງບຶງ ​ທ່ີໄຫຼ ຄົດລ້ຽວ ແລ້ວ​ເຊື່ອມຕໍ່​ບັນດາ​ຖ້ຳ ​ແລະ ຮ່ອມ​ພູ. ຄວາມປະສົມກົມກຽວລະຫວ່າງຫີນ, ແມ່ນໍ້າລຳເຊ, ປ່າໄມ້ ແລະ ທ້ອງຟ້າ ຢູ່ ຈ່າງອານ ສ້າງເປັນໂລກທຳມະຊາດ ທີ່ມີຊີວິດຊີວາ ແລະ ໜ້າຈັບໃຈ. ສະຖານທີ່ ແຫ່ງນີ້ ຍັງເປັນບ່ອນ ອະນຸລັກຮັກສາ ແລະ ບັນຈຸລະບົບນິເວດ ປ່ານໍ້າຖ້ວມ, ປ່າເທິງ ພູຫີນປູນ, ວັດຖຸບູຮານ ແລະ ຮ່ອງຮອຍ ປະຫວັດ ສາດ ວັດທະນະທຳ ທີ່ເປັນເອກະລັກຫຼາຍແຫ່ງ. 

ໂດຍ​ຕັ້ງ​ຢູ່​ເຂດ​ທ່ອງ​ທ່ຽວ​ນິ​ເວດ ຈ່າງ​ອານ, ກຸ່ມປູຊະນີຍະສະຖານ ທັດສະນີຍະພາບ ຕາມກົກ-ບິກໂດ້ງ ແມ່ນ​ໜຶ່ງ​ໃນຈຸດໝາຍປາຍ ທາງ ທີ່​ດຶງ​ດູດ​ໃຈ​ຂອງ​ແຂວງ ນິງບິ່ງ. ຕາມກົກ ມີຄວາມໝາຍ ວ່າ 3 ຖໍ້າ, ລວມມີຖ້ຳກ໊າ (ກົກ), ຖ້ຳຮາຍ (ສອງ) ແລະ ຖ້ຳບາ (ສາມ). ແຕ່ລະລະດູຈະມີຄວາມງາມຕ່າງກັນ, ຕາມກົກ ຍາມໃດກໍ່ດຶງດູດ ນັກທ່ອງທ່ຽວມາຊົມຄວາມງາມ ທີ່ທຳມະຊາດ ໄດ້ປະທານ ໃຫ້ນະ ແຫ່ງນີ້. ສະຖານທີ່ ດີທີ່ສຸດ ເພື່ອເພີດເພີນ ຄວາມງາມຂອງ ຕາມ ກົກ ຈາກຂ້າງເທິງແມ່ນ ຖໍ້າ ມົ໋ວ. ຫຼັງ​ຈາກ​ໄດ້​ເອົາ​ຊະ​ນະ​ຂັ້ນ​ໄດ​ຫີນ​ເກືອບ 500 ຂັ້ນ​ແລ້ວ, ຍ່ານເວຫາ​ທີ່​ເປີດອອກຕໍ່ໜ້ານັກທ່ອງທ່ຽວ​ຈະແມ່ນພາບພູຜາປ່າໄມ້ ແມ່ນ້ຳລຳເຊ ທີ່ປະສົມກົມກຽວກັນ, ທັງມີຄວາມງາມແບບທຳມະຊາດ, ທັງໃຫຍ່ໂຕມະໂຫຖານ, ມີ​ຮົ່ມ​ໄມ້​ຂຽວ​ສົດ​ໃສ ແລະ ສາຍແມ່​ນ້ຳໃສໄຫຼ​ລະອິດລະອ້ຽວ.

ນັກທ່ອງທ່ຽວ ໄປຢ້ຽມຊົມ ຖ້ໍາ ມົ໋ວ. ພາບ: ເຈິິ່ນຮ໋ຽວ/VNP

ຈາກ​ວັດ ບິກໂດ້ງ ​ຍ່າງຕາມ​ທາງ ປະມານ 4 ກມ, ນັກທ່ອງ​ທ່ຽວ​ຈະ​ໄປ​ຮອດ ທຸງຍາມ-​ດິນແດນ ​ຂອງ ຝຸງນົກຫຼາຍຊະນິດ. ສວນ​ນົກ ​ທຸງຍາມ​ເປັນ​ບ່ອນ​ຢູ່ອາໄສ​ຂອງ​ ນົກ ກວ່າ 400 ຊະ​ນິດ, ພົບ​ເຫັນ​ຫຼາຍ​ທີ່​ສຸດ​ແມ່ນ​ນົກ​ຍາງ, ນົກເຈົ່າ, ນົກ ເປັດນໍ້າ, ນົກກາງເຂນດົງ, ນົກອ້ຽງ... ແລະ ​ມີທັງ​ນົກ​ບາງ​ຊະ​ນິດ​ທີ່​ຫາ​ຍາກ ຖືກບັນທຶກໄວ້ ໃນປຶ້ມແດງ​. ຄວາມງາມຂອງ ທຸງຍາມ ແມ່ນຄວາມປະສົມປະສານ ຢ່າງກົມກຽວກັນ ລະຫວ່າງ ຄວາມໃຫຍ່ໂຕມະໂຫຖານຂອງພູຫີນ, ຖໍ້າ ກັບຮ່ອມພູ ແລະ ຕົ້ນໄມ້ຂຽວ ທີ່ຫຼາກຫຼາຍ... ເຮັດໃຫ້ທິວທັດ ຢູ່ທີ່ນີ້ມີຄວາມປອດໂປ່ງ ແບບ ຊວນຝັນ.


ນັກຂ່າວ Toshiyuki Hayakawa (ໜັງສືພິມ Sekai Nippo, ໂຕ ກຽວ - ຍີ່ປຸ່ນ) ຮູ້ສຶກແປກໃຈຢ່າງຍິ່ງ ແລະ ຊື່ນຊົມຄວາມງາມຂອງ ຈ່າງອານ ວ່າ: “ແມ່ນ້ຳ, ພູເຂົາຫີນປູນ, ຖ້ຳ ທີ່ມີຫີນຍ້ອຍສະທ້ອນແສງ ເຫຼື້ອມລະຍິບລະຍັບ ແລະ ວັດວາອາຮາມ ທ່ີເກົ່າແກ່ ເຮັດ ໃຫ້ຂ້າພະເຈົ້າປະທັບໃຈຫຼາຍ. ຫຼັງ​ຈາກ​ກັບ​ຄືນ​ປະ​ເທດ ​ຍີ່​ປຸ່ນ, ຂ້າ​ພະ​ເຈົ້າ​ຈະ​ຂຽນ​ບົດ​ຂ່າວ ​ເພື່ອ​ແນະ​ນຳ​ຮູບ​ພາບ​ເຫຼົ່າ​ນີ້ ​ໃຫ້​ຊາວ​ ຍີ່​ປຸ່ນ ໄດ້ຮູ້​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ​ ທີ່​ສວຍ​ງາມ, ປະ​ເທດ​ຊາດ ແລະ ຜູ້ຄົນ ​ຫວຽດ​ນາມ. ຂ້າພະເຈົ້າຢາກມີໂອກາດ ກັບຄືນ ມາທີ່ ນີ້ອີກຄັ້ງໜຶ່ງ”.

ຂະບວນ​ແຫ່ ​ເຮືອ​ມັງກອນ ​ຢູ່ເທິງ​ແມ່​ນ້ຳ ໂງໂດ່ງ ​ໃນ​ງານ​ບຸນ ຕາມກົກ. ພາບ: ລືວຈ້ອງຖັ໋ງ

 

  • ບົດ: ນິງດຶກເຟືອງ, ທົງທ້ຽນ

    ພາບ: VNP ແລະ ນິງດຶກເຟືອງ, ລືວຈ້ອງຖັ໋ງ, ຟ້າມກວກຢຸ໊ງ

    ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ



Top