ນະຄອນ ຝູ໋ກວກ ມີເນື້ອທີ່ 589,23 ກມ2, ໃຫຍ່ເກືອບ ເທົ່າປະເທດ ສິງກະໂປ, ຕັ້ງຢູ່ຕິດກັບນະຄອນ ຮ່າຕຽນ, ເມືອງ ກຽນເລືອງ (ແຂວງ ກຽນຢາງ); ອ່າວ ໄທ ແລະ ກໍາປູເຈຍ. ໃນນ່ານນໍ້າ ຝູ໋ກວັກ, ນອກ ຈາກເກາະໃຫຍ່ ທີ່ເປັນຈຸດໃຈກາງແລ້ວ ກໍຍັງມີເກາະໃຫຍ່-ນ້ອຍ 22 ເກາະ ເຊັ່ນ: ດອນເທີມ, ດອນ ຢຳ, ດອນ ເສືອງ, ດອນ ມ໋ອງໄຕ, ດອນ ໄມຣຸດ ແລະ ອື່ນໆ... ຊຶ່ງສ້າງເປັນທັດສະນີຍະພາບ ທີ່ສວຍ ງາມມີສະເໜ່. ພາຍຫຼັງໄດ້ຮັບການສ້າງຕັ້ງ, ນະຄອນ ຝູ໋ກວັກ ມີ 2 ຄຸ້ມ, 7 ຕາແສງ, ມີຈຳນວນພົນລະເມືອງ 179.480 ຄົນ. |