ໜ້າມະຫັດສະຈັນ ມໍລະດົກໂລກ ອ່າວ ຮ້າລອງ - ໝູ່ເກາະ ກາດບ່າ

ໜ້າມະຫັດສະຈັນ ມໍລະດົກໂລກ ອ່າວ ຮ້າລອງ - ໝູ່ເກາະ ກາດບ່າ


ການທ່ີກຸ່ມອ່າວ ຮ້າລອງ - ໝູ່ເກາະ ກາດບ່າ ຫາກໍ່ໄດ້ຮັບຮອງຈາກອົງການ UNESCO ໃຫ້ເປັນມໍລະດົກທຳມະຊາດໂລກ ບໍ່ພຽງແຕ່ສ້າງແຫຼ່ງມໍລະດົກໂລກ ລະຫວ່າງພາກພື້ນແຫ່ງທຳອິດ ຂອງ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເພີ່ມຄຸນຄ່າຂອງພື້ນທີ່ ມໍລະດົກ ທີ່ກວ້າງໃຫຍ່ໄພສານ ແລະ ແສນສວຍງາມແຫ່ງນີ້.

 

ໂລກໄດ້ຮູ້ຫຼາຍ ກ່ຽວກັບ ອ່າວ ຮ້າລອງ, ທັດສະນີຍະພາບ ທີ່ມີຊື່ສຽງຂອງ ຫວຽດນາມ ທີ່ໄດ້ຮັບຮອງ ຈາກອົງການ UNESCO ໃຫ້ເປັນມໍລະດົກໂລກ ທາງທໍາມະຊາດ 2 ຄັ້ງ ໃນປີ 1994 ແລະ 2000.

ອ່າວ ຮ້າ​ລອງ ມີ​ເນື້ອ​ທີ່ 1.553 ກມ2, ມີ 1.969 ເກາະ, ໃນ​ນັ້ນ 90% ແມ່ນ​ເກາະ​ຫີນ​ປູນ, ມີຄວາມສູງແຕ່ 50-200 ມ, ໄດ້ກໍ່ຕົວເມື່ອ 500 ກວ່າລ້ານ​ປີ​ກ່ອນ ​​ຜ່ານການເຄື່ອນໄຫວ ຂອງ ເປືອກໂລກທີ່ຊັບຊ້ອນ ພ້ອມກັບ ​ຂະບວນການກັດເຊາະ ຫີນປູນ (karst) ເກີດຂຶ້ນ ຢ່າງແຮງ​ ເປັນເວລາ​​ຍາວນານ, ສ້າງເປັນບັນດາເກາະຫີນ ທີ່ມີຮູບຮ່າງ “ມີໜຶ່ງບໍ່ມີສອງ”. ພິ​ເສດ, ​ໃນ​ເຂດ​ແກນຫຼັກຂອງ ​ອ່າວ ​ໃນ​ເນື້ອ​ທີ່​ ປະມານກວ່າ 330 ກມ2, ມີ​ໝູ່​ເກາະ​ໃຫຍ່ ​ແລະ ນ້ອຍ 770 ກວ່າ​ເກາະ, ຕັ້ງ​ເປັນ​ກຸ່ມ​ຢ່າງ​ໜາແໜ້ນ.


ບັນດາເກາະ ​ແລະ ຖ້ຳ ຢູ່ຮ້າ​ລອງ ມີຫຼາຍ​ຮູບ​ຮ່າງ ​ແລະ ຂະໜາດ. ​ໂດຍ​ອີງ​ໃສ່​ຮູບ​ຮ່າງ ​ແລະ ຈິນຕະນາການ ​ທີ່​ອຸດົມສົມບູນ, ປະຊາຊົນ ​ໄດ້​ຕັ້ງ​ຊື່​ ໃຫ້​ເກາະເຫຼົ່ານີ້ ດ້ວຍຫຼາຍຊື່ເອີ້ນ​ ທີ່​ໜ້າ​ສົນ​ໃຈ​ຄື: ເກາະຈົ໋ງ-ມ໋າຍ (ໄກ່ຜູ້ - ໄກ່ແມ່), ເກາະ ຣົ່ງ (ມັງກອນ), ເກາະ ກອນກອ໋ກ (ຄັນ ຄາກ) ເດົ່າເບ (ຫົວງົວນ້ອຍ), ເກາະ ອຽນເງື້ອ (ອານມ້າ), ເກາະ ກ່າຈ້ອຍ (ໄກ່ຕີ), ເກາະ ບໍ້ຮຸງ (ແມງຈູ່ຈີ່), ເກາະ ດິ໊ງເຮືອງ (ສຽບທູບ), ເກາະ ດົ໊ວ (ໄມ້ຖູ່), ເກາະ ເລື້ອຍລ່ຽມ (ຂໍກ່ຽວເຂົ້າ), ເກາະ ນ໋ອນ (ເກາະ ກຸບ), ເກາະ ກ໋າຍຕາຍ (ເກາະ ຫູ), ເກາະ ເດົ່າເງື່ອຍ (ຫົວຄົນ), ເກາະ ອົງບູດ (ເທວະດາ), ຖໍ້າ ຊື໊ງສົດ (ຕົກຕະລຶງ), ຖໍ້າ ຈິງນື໊ (ຖ້ໍາ ສາວພົມມະຈາລີ)...

ດ້ວຍ​ຄວາມ​ງາມ​ອັນມະຫັດສະຈັນ, ໃນໄລຍະຜ່ານມາ, ມໍລະດົກ ​ທຳ​ມະ​ຊາດໂລກ ​ອ່າວ ຮ້າ​ລອງ ຍາມ​ໃດ​ກໍ່​ແມ່ນ​ຈຸດ​ນັດໝາຍ​ອັນ​ດັບ​ໜຶ່ງ​ ຂອງ ​ນັກ​ທ່ອງ​ທ່ຽວ ທັງພາຍ​ໃນ ​ແລະ ຕ່າງປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ແລະ ​ໂຄສະນາ​ ພາບ​ພົດ​ ຂອງ​ ຫວຽດນາມ ອີກດ້ວຍ.

ຖ້າ​ອ່າວ ​ຮ້າ​ລອງ​ ໄດ້​ຮັບ​ການ​ຮັບຮອງ ​ຈາກ​ອົງການ UNESCO ​ໃຫ້ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກ 2 ຄັ້ງ, ຖັດນັ້ນແມ່ນ ໝູ່ເກາະ ກາດບ່າ ຂອງ ນະຄອນ ຫາຍຟ່ອງ ກໍ່​ໄດ້​ຮັບ​ການ​ຮັບຮອງ​ເປັນ​ເຂດອະນຸລັກ ຊີວະນາໆ ພັນໂລກ ນັບ​ແຕ່​ປີ 2004.

ບໍລິເວນອ່າວ ລານຮ້າ. ພາບ: ກົງດາດ/VNP

ໃນ​ປີ 2013, ຫວຽດນາມ​ ໄດ້ສ້າງ​ຮ່າງ​ເອກະສານ​ ເພື່ອສະເໜີ ຮັບ ຮອງ​ໝູ່​ເກາະ ກາດບ່າ ​ເປັນ​ມໍລະດົກ ​ທຳ​ມະ​ຊາດ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈາກ​ຄຳ​ແນະນຳ​ ຂອງ​ ຄະນະ​ກຳມະການ​ມໍລະດົກ​ໂລກ, ຫວຽດນາມ ​ໄດ້​ຄົ້ນຄວ້າ ​ແລະ ເຮັດໃຫ້ສຳ​ເລັດຄືນໃໝ່​ເອກະສານ ດັ່ງກ່າວ ​ບົນ​ພື້ນຖານ​ສົມທົບ​ໝູ່​ເກາະ ກາດບ່າ ກັບ ອ່າວ ຮ້າ​ລອງ ​ເພື່ອ​ສ້າງກຸ່ມ​ມໍລະດົກ​ວັດທະນະທຳໃໝ່ ມີຂອບຂະໜາດທີ່​ໃຫຍ່​, ຫຼາຍຮູບແບບ ແລະ ເປັນ​ເອກະລັກ​ຍິ່ງຂຶ້ນ.

ວັນ​ທີ 16 ກັນຍາ 2023, ຢູ່ກອງ​ປະຊຸມ​ ຄັ້ງ​ທີ 45 ຂອງ​ ຄະນະ​ກຳ ມະການ​ມໍລະດົກ​ໂລກ ​ໄດ້​ຈັດຂຶ້ນ​ຢູ່​ນະຄອນຫຼວງ Riyadh  (​ຊາ​ອຸ​ດີ ອາຣາ​ເບຍ), ອົງການ UNESCO ​ໄດ້​ຮັບຮອງ​ເອົາ​ເອກະສານ​ ສະເໜີ​ຊື່ ​ແລະ ຮັບ​ຮູ້​ກຸ່ມ​ອ່າວ​ ຮ້າລອງ-ໝູ່​ເກາະ ກາດບ່າ (ສັງ​ກັດແຂວງ ກວາງ​ນິງ ແລະ ນະຄອນ ຫາຍຟ່ອງ) ເປັນມໍລະດົກໂລກ ທາງທໍາມະຊາດ.

ການຮັບ​ຮອງ ກຸ່ມອ່າວ ຮ້າ​ລອງ-ໝູ່ເກາະ ກາດບ່າ ​ເປັນ​ມໍລະດົກ ທາງ​ທຳ​ມະ​ຊາດ ຂອງ ໂລກ ບໍ່​ພຽງ​ແຕ່​ສ້າງ​ມໍລະດົກ​ໂລກ ​ລະຫວ່າງ​ພາກ​ພື້ນ​ແຫ່ງ​ທຳ​ອິດ​ ຂອງ​ ຫວຽດນາມ ​ເທົ່າ​ນັ້ນ, ແຕ່​ຍັງ​ເພີ່ມ​ຄຸນຄ່າ​ ຂອງ ພື້ນທີ່ມໍລະດົກ ທີ່ມີຄວາມຍິ່ງໃຫຍ່ ສວຍງາມຢ່າງມະຫັດສະຈັນນີ້. 

ເວົ້າ​ສະ​ເພາະ​ກ່ຽວ​ກັບ​​ໝູ່​ເກາະ ກາດບ່າ, ສະຖານ​ທີ່​ນີ້ ​ມີ​ເນື້ອ​ທີ່​ທັງ​ໝົດ 336 ກມ2, ຕັ້ງ​ຢູ່​ກາງ ​ອ່າວພາກເໜືອ, ຫ່າງ​ຈາກ​ໃຈກາງ​ ນະຄອນ ຫາຍຟ່ອງ ປະມານ 30 ກມ. ທົ່ວທຸກພື້ນທີ່ ມີເກາະຫີນປູນໃຫຍ່-ນ້ອຍ 358 ເກາະ ຢູ່ເປັນກຸ່ມຢ່າງໜາແໜ້ນ, ແບ່ງໜ້ານໍ້າທະເລເປັນ “ອ໋າງ” (ໄດ້ປະກອບຂຶ້ນຈາກຮ່ອມພູຫີນປູນ ຖືກນ້ຳທະເລກັດເຊາະ), ເປັນອ່າວນ້ອຍ ແລະ ຫາດຊາຍຫຼາຍແຫ່ງ ຊຶ່ງສ້າງທັດສະນີິຍະພາບ ສວຍງາມດັ່ງເດີມໜ້າອັດສະຈັນ.

ພາບລວມ ເທດສະບານ ກາດບ່າ ເບິ່ງຈາກມຸມສູງ. ພາບ: ກົງດາດ/VNP

ເກາະ ກາດບ່າ ເປັນເກາະໃຫຍ່ທີ່ສຸດ, ມີເນື້ອທີ່ 153 ກມ2, ເປັນເກາະ ໃຫຍ່ອັນດັບ 3 ຂອງ ຫວຽດນາມ, ຖັດຈາກ ຝູ໋ກວກ ແລະ ກ໋າຍເບົ່າ, ໂດຍມີຍອດພູສູງ ເຖິງ 331ມ. ນີ້ແມ່ນພື້ນທີ່ ພູມສັນຖານ karst ເຂດຮ້ອນ​ໃຕ້​ນ້ຳ, ມີ​ທິວ​ທັດ​ທີ່​ເປັນ​ເອກະລັກ​ ຄ້າຍຄື​ອ່າວ ​ຮ້າ​ລອງ. ບັນດາເກາະດັ່ງກ່າວ ມັກຈະມີຮູບຮ່າງຄ້າຍຄື ຮູບຈວຍ ຫຼື ຫໍຄອຍ karst ມີ ໜ້າຝາ ທີ່ສູງຊັນ ໂດດເດັ່ນ ຢູ່ເທິງທະເລ ທີ່ຂຽວສົດໃສ. ຢູ່​ເທິງເກາະ ກາດບ່າ ມີຖໍ້າ ແລະ ຊື່ເຂດດິນ ທີ່​ມີ​ຊື່​ສຽງເຊັ່ນ: ຖໍ້າ ຈູງຈາງ, ຖໍ້າ ຮຸ່່ງເຊີນ, ຕາແສງເກາະ ຢາລ້ວນ, ໝູ່ບ້ານຊາວປະມົງ ບູຮານ ຫວຽດຫາຍ...

ໝູ່​ເກາະ ກາດບ່າ ມີ​ປ່າ​ຝົນ​ເຂດ​ຮ້ອນ ​ຢູ່​ເກາະ​ຫີນປູນ, ປ່າ​ຊາຍເລນ, ບັນດາກຸ່ມປະກາລັງ, ເທົາ-ຫຍ້າທະເລ, ລະບົບຖ້ຳ,  ລະບົບ​ຖ້ຳໜອງ (ທະເລສາບ)... ເຊິ່ງ​ເປັນ​ບ່ອນເຕົ້າໂຮມຄົບຖ້ວນບັນດາ​ຄຸນ​ຄ່າ ​ອະ​ນຸ​ລັກ​ຊີ​ວະ​ນາໆ​ ພັນ, ຮັບ​ປະ​ກັນ​ຕາມຂໍ້ກໍານົດ ​ຂອງ ເຂດສະຫງວນຊີວະພາບໂລກ ຕາມກົດລະບຽບ ຂອງ ອົງການ UNESCO.

ທ່າມກາງບັນຍາກາດ​ລະດູ​ໃບ​ໄມ້ຫຼົ່ນ​ ທີ່​ເຢັນ​ສະບາຍ, ພວກ​ຂ້າພະເຈົ້າ​ໄດ້​ໄປ​ຢ້ຽມຢາມ, ສຳຫຼວດ​ໝູ່​ເກາະ ກາດບ່າ. ຈາກຄຳແນະນຳຂອງຊາວທ້ອງຖິ່ນ, ພວກຂ້າພະເຈົ້າເລີ່ມ ອອກເດີນທາງເພື່ອຄົ້ນພົບ “ອ່າວ ລານຮ້າ-ຖ້ຳ ຊ໋າງ (ແຈ້ງ), ຖໍ້າ ໂຕ໋ຍ (ມືດ) - ໝູ່ບ້ານ ຫວຽດຫາຍ-ເກາະ ກາດເຢື໋ອ. ນີ້ແມ່ນທົວທ່ອງທ່ຽວ ທີ່ເປັນເອກະລັກ ທີ່ສຸດຢູ່ເກາະ ກາດບ່າ. 

ພວກຂ້າພະເຈົ້າ ເຊົ່າກຳປັ່ນ ເຮັດດ້ວຍໄມ້ນ້ອຍລຳໜ່ຶງ ຂອງຊາວ ທ້ອງຖິ່ນ ​ເພື່ອ​ອອກຈາກ ​ທ່າ​ກຳ​ປັ່ນ ກ໋າຍແບ່ວ ໄປອ່າວ ລານຮ້າ. ອ່າວ ​ລານ​ຮ້າ ​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ ຂອງ ​ເກາະ ​ກາດ​ບ່າ, ເປັນບ່ອນມີ​ໝູ່​ເກາະ​ ຢູ່ເປັນ​ກຸ່ມ​ຢ່າງ​ໜາ​ແໜ້ນ, ສ້າງ​ເປັນ​ຫາດ​ຊາຍ​ທະ​ເລ​ທຳ​ມະ​ຊາດ​ ນັບກວ່າ​ຮ້ອຍ​ແຫ່ງ ດ້ວຍ​ນ້ຳ​ທະ​ເລ​ ທີ່​ໃສເຢັນ.

ຢູ່​ອ່າວ​ ລານ​ຮ້າ, ນັກ​ທ່ອງ​ທ່ຽວ​ ສາມາດ​ພາຍ​ເຮືອ ​ກາຍັກ ລ່ອງລອຍ ໄປຕາມສາຍນໍ້າ ສີຟ້າໃສ ເພື່ອຊົມບັນດາກຸ່ມ ປະກາລັງ ຢູ່ຫາດ ວ້ານໂບ້ຍ, ຫາດ ວ້ານຮ່າ, ຊົມບັນດາ​ເກາະ​ທີ່​ມີ​ຮູບ​ຮ່າງ​​ແຕກຕ່າງກັນເຊັ່ນ: ​ເກາະ ບຸດ (ປາກກາ), ​ເກາະ ກອນຣົ່ວ (ໂຕເຕົ່າ), ເກາະ ນຸ໋ຍໂດຍ (ຄູ່ພູ)... ແລະ ຄົ້ນພົບ ຖໍ້າຕ່າງໆ ເຊັ່ນ: ຖໍ້າ ຊ໋າງ, ຖໍ້າ ໂຕ໋ຍ, ຖໍ້າ ແວ້ມ, ຖໍ້າ ຮ່າມຣົ່ງ... ເຮັດໃຫ້ມີຄວາມຮູ້ສຶກສຸກສົດຊື່ນ ຢູ່ທ່າມກາງຄື້ນທະເລ.

 

ຂີ່ກຳປັ່ນ ລ່ອງໄປຕາມອ່າວ ລານຮ້າ, ພວກຂ້າພະເຈົ້າ ໄດ້ພົບເຫັນຄະນະນັກທ່ອງທ່ຽວ ຕ່າງປະເທດ ສອງສາມກຸ່ມ ກຳລັງພິຊິດ ເພື່ອຊະນະ ໜ້າຜາທີ່ສູງຊັນ. ​ເປັນ​ທີ່​ຮູ້​ກັນ​ວ່າ, ​ເມືອງ ​ກາດ​ຫາຍ ​ໄດ້​ວາງ​ແຜນສ້າງ​ເສັ້ນທາງ​ປີນ​ພູ 9 ​ສາຍ ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ ຜູ້​ມັກ​ພະຈົນ​ໄພ. ເຊັ່ນ: ເກາະ ຕຽນອົງ ແມ່ນໜຶ່ງໃນສະຖານທີ່ປີນພູ ໄດ້ຮັບເລືອກເຟັ້ນ ຈາກນັກທ່ອງທ່ຽວ ຍ້ອນຝາຫີນ ມີຫີນຫງອກຫີນຍ້ອຍ ທີ່ສວຍງາມຢ່າງຫຼວງຫຼາຍ. 

ນັກ​ທ່ອງ​ທ່ຽວ ຂີ່ກຳປັ່ນຢູ່ອ່າວ ລານຮ້າ ເພື່ອ​ໄປ​ຢ້ຽມ​ຊົມ, ​ຖ້ຳ ຊ໋າງ (ແຈ້ງ), ຖໍ້າ ໂຕ໋ຍ (ມືດ).ພາບ: ກົງດາດ/VNP
ນັກ​ທ່ອງ​ທ່ຽວ ​ຄົ້ນ​ພົບ​ລະ​ບົບ​ນິ​ເວດ​ທະ​ເລ ​ໃນ​ປ່າ​ສະ ຫງວນແຫ່ງ​ຊາດ ກາດບ່າ. ພາບ: ເອກະສານ

ຈຸດຢຸຸດພັກຊົ່ວຄາວ​ ຕໍ່​ໄປ​ແມ່ນ​ໝູ່​ບ້ານ​ເກົ່າ​ແກ່ ​ຫວຽດ​ຫາຍ, ເປັນສະຖານທີ່ທ່ອງທ່ຽວ ຊີວະພາບ ຊົມລົມໜ່ຶງ ​ທີ່​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ມາ​ຢ້ຽມ​ຢາມ ​ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້. ໝູ່​ບ້ານ​ບູຮານ ​ຫວຽດຫາຍ ມີ 90 ຄອບ​ຄົວ​ດຳ​ລົງ​ຊີ​ວິດ​ ຢູ່ໃນບັນດາຫຼັງ​ເຮືອນ​ບູ​ຮານ ​​ຕັ້ງ​ຢູ່​ກາງ​ຮ່ອມ​ພູ​ ທີ່​ອ້ອມ​ຮອບ​ໄປ​ດ້ວຍ​ພູ​ຫີນ ແລະ ປ່າ​ດົງດິບ. ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ​ມັກ​ເລືອກ​ທົວທ່ອງທ່ຽວ​ ຍ່າງ​​ຜ່ານ​ເຂດປ່າດົງດິບ ​​ຂອງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ (ພ້ອມ​ດ້ວຍ​ພະນັກງານ​ຄະນະ​ຄຸ້ມ​ຄອງ) ​ໄປ​ຮອດ​ໝູ່​ບ້ານ​ບູຮານ ​ຫວຽດຫາຍ ​ແລ້ວ​ສືບຕໍ່ຂີ່ກຳປັ່ນ ໄປຄົ້ນພົບອ່າວ ລານຮ້າ, ການທ່ອງທ່ຽວນີ້ຈະໃຊ້ເວລາ ປະມານ 4 ຊົ່ວໂມງ. 

ພາບລວມ ໝູ່​ບ້ານ​ບູຮານ ​ຫວຽດ​ຫາຍເບິ່ງຈາກມຸມສູງ. ພາບ: ກົງດາດ/VNP
ນັກ​ທ່ອງ​ທ່ຽວ​ ​ຢ້ຽມ​ຢາມ​ ໝູ່ບ້ານ​ເກົ່າ​ແກ່ ​ຫວຽດຫາຍ. ພາບ: ແທງຢາງ/VNP

ຢູ່ເທິງ​ອ່າວ​ ລານ​ຮ້າ ຍັງມີ​ຈຸດ​ທີ່​ສວຍ​ງາມ ​ແລະ​ ມີ​ຊື່​ສຽງ ແຫ່ງໜຶ່ງ, ນັ້ນ​ແມ່ນຮ່ອມພູ ຕຸ່່ງເກົ໋າ ຊຶ່ງຖືກ​ນຳ​ໃຊ້​ເປັນ​ສະຖານ​ທີ່​ຖ່າຍທຳ​ຮູບເງົາ ທີ່ມີຊື່ສຽງ​ລະດັບໂລກຄື Kong: Skull Island ຂອງ Hollywood. 

ມື້ຕໍ່ມາ, ພວກເຮົາເຊົ່າລົດຈັກ ເພື່ອໄປທ່ຽວຕາມແຄມຝັ່ງທະເລ ທີ່ສວຍງາມ ແລະ ໄປຕາມຖະໜົນ ຂອງ ປ່າສະຫງວນແຫ່ງຊາດ ກາດບ່າ ເພື່ອເພີດເພີນກັບ ສຽງລົມຂອງປ່າ ແລະ ຄົ້ນພົບຄວາມງາມບໍ່ມີທີ່ສິ້ນສຸດ ຂອງປ່າ, ບ່ອນທີ່ມີພືດເປັນຢາ ທີ່ມີຄ່າຫຼາຍຊະນິດ ແລະ ບັນດາຕົ້ນໄມ້ ທີ່ເກົ່າແກ່ ມີຮາກໃຫຍ່ແຜ່ຂະຫຍາຍອອກໄປທ່ົວ ເສັ້ນທາງ. 

ເສັ້ນທາງຜ່ານເກາະແຄມຝັ່ງທະເລທີ່ສວຍງາມຢູ່ເກາະ ກາດບ່າ. ພາບ: ກົງດາດ/VNP
 

ດ້ວຍ​ບັນດາ​ຄຸນຄ່າ ​ທີ່​ພົ້ນ​ເດັ່ນ ມີລັກສະນະທົ່ວໂລກ ​ກ່ຽວ​ກັບ​ພູມ​ສັນຖານ, ທໍລະນີ​ສາດ ​ແລະ ຊີວະ​ນາໆ​ ພັນ, ມໍລະດົກ​ທຳ​ມະ​ຊາດໂລກ ກຸ່ມອ່າວ ຮ້າ​ລອງ-​ໝູ່​ເກາະ ກາດບ່າ ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າແຫຼ່ງມໍລະດົກ ຂອງ ມວນມະນຸດ, ເປັນຂຸມຊັບອັນລໍ້າຄ່າ ຂອງ ທຳມະຊາດເທົ່ານັ້ນ, ແຕ່ຍັງໝັ້ນໝາຍ ຈະກາຍເປັນ ຈຸດໝາຍປາຍທາງທີ່ຂາດບໍ່ໄດ້ ສຳລັບນັກທ່ອງທ່ຽວເມື່ອມາເຖິງ ຫວຽດນາມ. 

  • ບົດ: ກົງດາດ 
  • ພາບ: ແທງຢາງ, ກົງດາດ/VNP  ແລະ ເອກະສານ
  • ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

 


Top