ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ບັນດາຍິງສາວເຜົ່າ ເມື່ອງ ທີ່ງານບຸນ ຄາຍຮ້າ, ເມືອງ ເຕິນລາກ, ແຂວງ ຮ່ວາບິ່ງ. ພາບ: ແທງຢາງ/VNP

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

 

ຂີດໝາຍ ສີສັນວັດທະນະທຳ ເຜົ່າ ເມື່ອງ

ແຂວງ ຮ່ວາບິ່ງ ໄດ້ຖືວ່າ ເປັນບໍ່ເກີດ ຂອງຊາວເຜົ່າ ເມື່ອງ, ມີຊື່ສຽງ ກັບ 4 ເມືອງໃຫຍ່ຄື: ເມື່ອງບີ (ເມືອງ ເຕິນລາກ), ເມື່ອງວາງ (ເມືອງ ລາກເຊີນ), ເມື່ອງທ່າງ (ເມືອງ ກາວຟອງ) ແລະ ເມື່ອງດ້ົງ (ເມືອງ ກີມໂບຍ). 

ຊາວເຜົ່າ ເມື່ອງ ແມ່ນຄົນທ້ອງຖິ່ນດັ້ງເດີມ, ດຳລົງຊີວິດຢູ່ ແຂວງ ຮ່ວາບິ່ງ ມາແຕ່ດົນນານ. ຜ່ານຂະບວນວິວັດແຫ່ງປະຫວັດສາດ ອັນຍາວນານ, ວັດທະນະທຳ ເຜົ່າ ເມື່ອງ ໄດ້ກໍ່ຮ່າງສ້າງຕົວ ແລະ ພັດທະນາໃນຊີວິດການເປັນຢູ່ ຂອງວົງຄະນາຍາດ. ວັດທະນະທຳ ເຜົ່າ ເມື່ອງໄດ້ສະແດງອອກມາຢ່າງຈະແຈ້ງ ໂດຍຜ່ານຮີດຄອງປະເພນີ, ຄວາມເຊື່ອຖື, ພາສາ, ອາຫານການກິນ, ເຄື່ອງນຸ່ງ, ງານບຸນ, ຄວາມຮູ້ພື້ນ ເມືອງ... ບັນດາຄຸນຄ່າດ້ານສິລະປະ ແລະ ວັດທະນະທຳ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ເມື່ອງ ເຊັ່ນ: ລຳພື້ນເມືອງ, ສິລະປະຄ້ອງ, ລຳເລື່ອງ “ແດ໊ເດິດ-ແດ໊ເນືອກ” ຊຶ່ງມາຮອດປັດຈຸບັນ ຍັງຄົງໄດ້ຮັບຕີລາຄາສູງ ໃນສູນລວມ ວັດທະນະທຳ ບັນດາເຜົ່າ ຫວຽດນາມ. 

ບັນຍາກາດໃນງານບຸນ ຄາຍຮ້າ, ເມືອງ ເຕິນລາກ, ແຂວງ ຮວ່າບິ່ງ. ພາບ: ແທງຢາງ/VNP

ຄະນະສິລະປະພື້ນເມືອງ ຄ້ອງ ຊາວຊົນເຜົ່າ ເມື່ອງ ຢູ່ງານບຸນ ຄາຍຮ້າ. ພາບ: ແທງຢາງ/VNP

 


ຕົ້ນປີ 2024, ພວກຂ້າພະເຈົ້າມີໂອກາດໄດ້ເຂົ້າຮ່ວມ ງານບຸນ ປຸກຕົ້ນກະຖິນ (ວັນທີ 7 ເດືອນຈຽງ) ຂອງ ຊາວເຜົ່າ ເມື່ອງ ຢູ່ເມືອງ ເຕິນລາກ, ແຂວງ ຮ່ວາບິ່ງ. ນັ້ນແມ່ນງານບຸນ ທີ່ຕິດພັນກັບ ພື້ນຖານກະສິກຳປູກເຂົ້າ, ມີຂີດໝາຍແຫ່ງ ອາລິຍະທຳ ຂອງ ຫວຽດນາມ ມາແຕ່ສະ   ໄໝດຶກດຳບັນ ມີຄວາມໝາຍ ເຄົາລົບນັບຖື ເທວະດາ ຟ້າແຖນ, ລະ ນຶກເຖິງ ຜູ້ທີ່ມີຄຸນຄວາມດີ ບຸກເບີກຖາກຖາງ ເປີດກວ້າງທີ່ດິນ, ສ້າງບ້ານແປງເມືອງ ແລະ ຂໍພອນໃຫ້ສັບພະສິ່ງທັງຫຼາຍ ຂະຫຍາຍຕົວຢ່າງສະດວກ, ລະດູການໄດ້ຮັບຜົນດີ, ຊີວິດການເປັນຢູ່ ອີ່ມໜຳສຳ ລານ ແລະ ມີຄວາມຜາສຸກ. ປັດຈຸບັນ, ງານບຸນ ປຸກຕົ້ນກະຖິນ ໄດ້ກາຍເປັນວັດທະນະທຳ ທີ່ເປັນເອກະລັກ ແລະ ເປັນກິດຈະກຳ ທາງສາສະໜາ ທີ່ຂາດບໍ່ໄດ້ ຂອງ ຊາວເຜົ່າ ເມື່ອງ ຢູ່ແຂວງ ຮ່ວາບິ່ງ. 



ເມື່ອເວົ້າເຖິງວັດທະນະທຳ ເຜົ່າ ເມື່ອງ, ແນ່ນອນວ່າ ຈະຕ້ອງເວົ້າເຖິງພື້ນທີ່ແຫ່ງການດຳລົງຊີວິດ ຂອງ ເຂົາເຈົ້າ, ໂດຍສະເພາະແມ່ນວັດ ທະນະທຳ ເຮືອນຮ້ານ. ຢູ່ໝູ່ບ້ານ ຢາງໂມ໊, ຕາແສງ ບິ່ງແທງ, ເມືອງ ກາວຟອງ, ຊາວເຜົ່າ ເມື່ອງ ດຳລົງຊີວິດ ຢູ່ໃນເຮືອນຮ້ານ ທີ່ເຕັມໄປດ້ວຍສີສັນ ດ້ານສະຖາປັດຕະຍະກຳມູນເຊື້ອ. ປັດຈຸບັນ, ທົ່ວບ້ານມີ ເຮືອນຮ້ານທີ່ສວຍງາມ ແລະ ມີມາແຕ່ດົນນານ ກວ່າ 100 ຫຼັງ. ທ່ານ ບຸ່ຍວັນແມ້ງ, ຊາວບ້ານ ຢາງໂມ໊ ໃຫ້ຮູ້ວ່າ: “ບ້ານເກີດເມືອງນອນ, ໝູ່ບ້ານ, ເຮືອນຮ້ານ ຂອງ ຊາວເຜົ່າ ແມ່ນສິ່ງທີ່ຂ້າພະເຈົ້າ ໄດ້ຕິດພັນມາຕະຫຼອດຊີວິດ. ເພາະສະນັ້ນ, ບໍ່ວ່າຈະເຮັດຫຍັງກໍຕາມ, ຂ້າພະເຈົ້າ ຈະຕ້ອງຮັກສາສິ່ງເຫຼົ່ານີ້ໄວ້ໃຫ້ຄົນຮຸ່ນຕໍ່ໆ ໄປ”. 

ຊາວ​ເຜົ່າ ​ເມື່ອງ ຢູ່ ເມື່ອງ​ບີ ​ ​ນຳ​ໃຊ້​ເຄື່ອງ​ດົນ​ຕີຕ່າງໆ ​ຄື: ​​​ຄ້ອງ, ​ພິນ, ຂຸ່ຍ, ຊໍ...​ ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ. ພາບ: ຮວ່າງຮ່າ/VNP​

ຄວາມເປັນເອກະລັກສະເພາະ ແລະ ແຮງຈູງໃຈ ຂອງ ວັດທະນະທຳ ເມື່ອງ ໄດ້ດຶງດູດ ຄວາມສົນໃຈເປັນພິເສດ ຈາກວົງການນັກຄົ້ນຄວ້າ, ນັກປະພັນ ແລະ ນັກສິລະປິນ. ຫຼາຍຄົນໄດ້ພະຍາຍາມຊອກຮູ້, ຄົ້ນ ຄວ້າ ເພື່ອຮັບໃຊ້ວຽກງານ ຄົ້ນຄວ້າ, ປະດິດແຕ່ງ, ເກັບກຳ ແລະ ອະນຸ ລັກຮັກສາຂອງຕົນ.

ມາຢ້ຽມຢາມຫໍພິພິທະພັນ ວັດທະນະທຳ ເມື່ອງ ຕັ້ງຢູ່ຖະໜົນ ໄຕຕ໋ຽນ, ຕາແສງ ຖ໋າຍບິ່ງ, ນະຄອນ ຮ່ວາບິ່ງ, ພວກຂ້າພະເຈົ້າ ໄດ້ຄົ້ນພົບສະ ຖານທີ່ວັດທະນະທຳ ເມື່ອງ ທີ່ເປັນເອກະລັກ. ນັກຈິດຕະກອນ ຫວູດຶກຮ໋ຽວ, ເຈົ້າຂອງ ຫໍພິພິທະພັນ ພື້ນທີ່ວັດທະນະທໍາ ເມື່ອງ-ຫໍພິພິທະພັນ ເອກະຊົນ ແຫ່ງທຳອິດຢູ່ ຫວຽດນາມ ກ່ຽວກັບ ວັດທະນະທໍາ ເມື່ອງ ໃຫ້ຮູ້ວ່າ: “ຮ່ວາບິ່ງ ເປັນບໍ່ເກີດ ຂອງວັດທະນະທຳ ເມື່ອງ ເພາະ ສະນັ້ນ ຂ້າພະເຈົ້າ ຢາກສ້າງພື້ນທີ່ ວັດທະນະທຳນີ້ ຢູ່ໃນດິນແດນຂອງຊາວເຜົ່າ ເມື່ອງ. ຢູ່ທີ່ນີ້, ຂ້າພະເຈົ້າໄດ້ ສ້າງສັງຄົມຊາວເຜົ່າ ເມື່ອງ ກ່ອນໜ້ານີ້ 100 ກວ່າປີ ແບບຫຍໍ້ສ່ວນຄືນໃໝ່ ໂດຍຜ່ານ ວັດ ຖຸບູຮານ ທີ່ກ່ຽວຂ້ອງ ເຖິງສະຖາປັດຕະຍະກຳ, ຊີວິດການເປັນຢູ່, ຮີດ ຄອງປະເພນີ, ພາສາ. ເຖິງວ່າ ວັດຖຸພັນທີ່ໄດ້ຮັບການ ວາງສະແດງ ຢູ່ທີ່ນີ້ ຈະບໍ່ສວຍງາມທີ່ສຸດ, ດີທີ່ສຸດ ແລະ ມີຄຸນຄ່າທີ່ສຸດກໍ່ຕາມ, ແຕ່ນັ້ນລ້ວນແຕ່ແມ່ນ ບັນດາວັດຖຸພັນ ຂອງແທ້ ແລະ ລຽບງ່າຍທີ່ສຸດ ໃນຊີວິດ ຂອງ ຊາວເຜົ່າ ເມື່ອງ”.

 

ພາເຂົ້າ​ທີ່ມີອາຫານຄົບຖ້ວນ​ ໃນ​ໂອ​ກາດງານບຸນ ​ຂອງ​ ຊາວ​ເຜົ່າ​ ເມື່ອງ ຢູ່​ເຂດ ເມື່ອງບີ, ເມືອງ ເຕິນລາກ. ພາບ: ຮວ່າງຮ່າ/VNP

 


ໂດຍອາໄສ ຄວາມມານະພະຍາຍາມ ອະນຸລັກຮັກສາ ວັດທະນະທຳ ເມື່ອງ, ໃນປີ 2020, ນັກຈິດຕະກອນ ຫວູດຶກຮ໋ຽວ ໄດ້ຮັບລາງວັນ Jeonju International Award, ໂດຍນະຄອນ Jeonju (ສ ເກົາຫຼີ) ເປັນຜູ້ອຸປະຖຳ ເພື່ອສະໜັບສະໜູນ ແລະ ຊຸກຍູ້ ການເຄື່ອນໄຫວ ໂຄສະນາ ເຜີຍແຜ່ ແລະ ອະນຸລັກຮັກສາ ມໍລະດົກວັດທະນະທຳ ທີ່ເປັນນາມມະທຳ ສະຫງວນໃຫ້ທຸກເປົ້າໝາຍໃນທົ່ວໂລກ. ລາງວັນດັ່ງ ກ່າວ ແມ່ນການຮັບຮູ້ ຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງ ຂອງນັກສິລະປິນ ຫວຽດນາມຄົນໜຶ່ງ ທີ່ໄດ້ ຕາມຫາຈົນຈົບ ຄວາມມຸ່ງມາດປາດຖະໜາ ຢາກ ປົກປັກຮັກສາ ວັດທະນະທຳ ເຜົ່າ ເມື່ອງ.

ເຮືອນລາງ (ຖືວ່າເປັນສູນກາງ ແຫ່ງອຳນາດ ຂອງ ຊາວ ເຜົ່າ ເມື່ອງ) ຢູ່ຫໍພິພິທະພັນວັດທະນະທຳ ເມື່ອງ- ພິພິທະພັນເອກະ ຊົນແຫ່ງທຳອິດຢູ່ ຫວຽດນາມ ກ່ຽວກັບວັດທະນະທຳ ເມື່ອງ. ພາບ: ແທງຢາງ/VNP

ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າ ວັດທະນະທຳເຜົ່າ ເມື່ອງ


ປັດຈຸບັນ, ຍ້ອນຜົນກະທົບຂອງ ວັນເວລາ, ຊີວິດການເປັນຢູ່, ຄຸນຄ່າ ວັດທະນະທຳ ຫຼາຍຢ່າງ ຂອງ ຊາວເຜົ່າ ເມື່ອງ ພວມຢືນຢູ່ຕໍ່ໜ້າ ການສູນຫາຍ. ຕໍ່ໜ້າສະພາບການດັ່ງກ່າວ, ອຳນາດການປົກຄອງ ແຂວງ ຮ່ວາບິ່ງ ໄດ້ດຳເນີນປະຕິບັດ ຫຼາຍມາດຕະການ ເພື່ອອະນຸລັກຮັກສາ ແລະ ຜັນຂະຫຍາຍ ບັນດາຄຸນຄ່າວັດທະນະທຳ ຢ່າງມີປະສິດທິຜົນ.

ທ່ານ ຫງວຽນຟີລອງ, ເລຂາຄະນະພັກແຂວງ ຮ່ວາບິ່ງ ໃຫ້ຮູ້ວ່າ: ເຖິງວ່າແຂວງ ຍັງປະສົບກັບ ຄວາມຫຍຸ້ງຍາກ ຢ່າງຫຼວງຫຼາຍ ກ່ຽວກັບ ແຫຼ່ງກຳລັງແຮງ, ແຕ່ທາງແຂວງ ຍັງຖືວ່າ ນີ້ແມ່ນວຽກງານຮີບດ່ວນທີ່ສຸດ ເພື່ອຜັນຂະຫຍາຍ, ລະດົມແຫຼ່ງກຳລັງລົງທຶນ, ຄຸ້ມຄອງຮັກສາ, ຂຸດຄົ້ນ ແລະ ເສີມຂະຫຍາຍຄຸນຄ່າ, ມໍລະດົກ ວັດທະນະທຳພື້ນ ເມືອງ, ມໍລະດົກວັດທະນະທຳ ບູຮານຄະດີ ຕິດພັນກັບ ພັດທະນາ ການທ່ອງທ່ຽວແບບຍືນຍົງ, ປະກອບສ່ວນ ຊຸກຍູ້ ພັດທະນາ ເສດຖະ ກິດ-ສັງຄົມ, ປັບປຸງຊີວິດດ້ານວັດຖຸ ແລະ ຈິດໃຈ ຂອງ ປະຊາຊົນ; ລົງ ທຶນເຂົ້າບັນດາແຫຼ່ງກຳລັງ, ພື້ນຖານວັດຖຸ ໃຫ້ການຄົ້ນຄວ້າ, ສະສົມ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ ບັນດາມໍລະດົກ ວັດທະນະທຳ ຂອງ ຊາວເຜົ່າ ເມື່ອງ ແລະ “ພື້ນຖານ ວັດທະນະທຳ ຮ່ວາບິ່ງ”.  



ໃນຊຸມປີ ຜ່ານມາ, ຍ້ອນເຮັດວຽກງານອະນຸລັກຮັກສາ ແລະ ເສີມຂະ ຫຍາຍ ບັນດາຄຸນຄ່າວັດທະນະທຳ ເຜົ່າ ເມື່ອງ ໄດ້ດີ, ເມືອງ ລາກເຊີນ ໄດ້ສ້າງສະພາບແວດລ້ອມແຫ່ງ ວັດທະນະທຳ ອັນດີງາມ ແລະ ເຕັມໄປດ້ວຍສີສັນ ຂອງ ຊົນເຜົ່າ, ຈາກນັ້ນປະກອບສ່ວນ ສຶກສາອົບຮົມ ມູນເຊື້ອ ປະຫວັດສາດ ໃຫ້ປະຊາຊົນ. 

ທ່ານ ບຸ່ຍວັນເຢືອງ, ຮອງປະທານ ຄະນະກຳມະການ ປະຊາຊົນ ເມືອງ ລາກເຊີນ ໃຫ້ຮູ້ວ່າ: “ປັດຈຸບັນ, ຄວາມຮັບຮູ້ ຂອງປະຊາຊົນ ກ່ຽວກັບຄຸນຄ່າວັດທະນະທຳ ຂອງຊາດ ຖືກຍົກໃຫ້ສູງຂຶ້ນ, ເພາະສະ ນັ້ນ, ອຳນາດການປົກຄອງເມືອງ ຈິ່ງໄດ້ວາງຄາດໝາຍວ່າ ຮອດປີ 2025 ຈະມີ 20% ຊາວເຜົ່າ ເມື່ອງ ຮູ້ຂຽນຕົວໜັງສື ເມື່ອງ, 85% ຊາວເຜົ່າ ເມື່ອງ ຮູ້ວິທີ ນຸ່ງຖື ຊຸດພື້ນເມືອງຂອງເຜົ່າ ເມື່ອງ ແລະ ໃຊ້ເປັນປະຈຳ ໃນໂອກາດງານບຸນ, ເທດສະການ. ນັກຮຽນຂອງໂຮງຮຽນ ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ນຸ່ງຊຸດປະຈຳເຜົ່າ ເມື່ອງ ຢ່າງໜ້ອຍ 2 ວັນ/ອາທິດ. ເມືອງ ລາກເຊີນ ຈະເປີດກວ້າງ ຂອບ ຂະໜາດການຈັດຕັ້ງ ເຫດການ ວັດທະນະທຳ, ກິລາ, ບຸນວັນ ຊາດ, ລົງທຶນພັດທະນາ  ຕົວແບບ ອະນຸລັກຮັກສາ ໝູ່ບ້ານວັດທະນະ ທຳພື້ນເມືອງ ຕິດພັນກັບ ພັດທະນາການທ່ອງທ່ຽວ ຊຸມຊົນ...”.  

ພົ້ນເດ່ັນ ແມ່ນໂຮງຮຽນມັດທະຍົມຕອນປາຍ ກວ໋ຽດຖັ໋ງ ຂອງ ເມືອງ ລາກເຊີນ. ນັບແຕ່ປີ 2019 ເປັນຕົ້ນມາ, ໂຮງຮຽນ ໄດ້ສ້າງຕັ້ງສະໂມສອນ ອະນຸລັກຮັກສາ ສີສັນວັດທະນະທຳ ເຜົ່າ ເມື່ອງ, ດຳເນີນ ໃນ 6 ພາກເນື້ອໃນຕົ້ນຕໍຄື: ເພງພື້ນເມືອງ, ຊຸດອາພອນພື້ນເມືອງ, ເຄື່ອງດົນຕີ, ອາຫານການກິນ, ການລະຫຼິ້ນພື້ນເມືອງ, ວັດທະນະທຳພື້ນເມືອງ. ນອກຈາກນັ້ນ, ສະໂມສອນ ຍັງໄດ້ຈັດຕັ້ງການສອນໜັງສື ເມື່ອງ ໃຫ້ແກ່ສະມາຊິກ. ມາຮອດປັດຈຸບັນ, ສະໂມສອນ ມີສະມາຊິກກວ່າ 300 ຄົນ, ສະແດງເປັນປົກກະຕິ ໃນໂອກາດບຸນເຕັດ, ງານບຸນວັດທະນະທຳ ຂອງໂຮງຮຽນ ແລະ ທ້ອງຖິ່ນ.

ບັນດານັກຮຽນ ຢູ່ ໂຮງຮຽນມັດທະຍົມຕອນປາຍ ກວ໋ຽດຖັ໋ງ ສັງກັດ ສະໂມສອນ ວັດທະນະທຳເຜົ່າ ເມື່ອງ (ເມືອງ ລາກເຊີນ, ແຂວງ ຮ່ວາບິ່ງ) ໃນຊົ່ວໂມງຮຽນຮູ້ ກ່ຽວກັບເຮືອນຮ້ານ ຂອງ ຊາວ ເຜົ່າ ເມື່ອງ ຜ່ານບັນດາຕົວແບບໃນຫ້ອງຮຽນ. ພາບ: ຮວ່າງຮ່າ/VNP
 

ທ່ານນາງ ບຸ່ຍທິເຮືອງ, ຫົວໜ້າສະໂມສອນ ອະນຸລັກຮັກສາ ສີສັນ ວັດ ທະນະທຳ ເຜົ່າ ເມື່ອງ ຂອງ ໂຮງຮຽນ ກວ໋ຽດຖັ໋ງ ໃຫ້ຮູ້ວ່າ: “ສະໂມ ສອນ ໄດ້ຮັບການສ້າງຕັ້ງ ເພື່ອຈຸດປະສົງ ສຶກສາອົບຮົມ ຈິດສຳນຶກ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳ ທີ່ເປັນເອກະລັກ ຊາວເຜົ່າ ເມື່ອງ”. ຜ່ານນັ້ນ ບຳລຸງສ້າງຄວາມຮັກ ແລະ ຄວາມຮັບຜິດຊອບ ຂອງ ນັກຮຽນ ກ່ຽວກັບວຽກງານ ອະນຸລັກ ຮັກສາ ຄຸນຄ່າດັ້ງເດີມ”.

ເປັນທີ່ຮູ້ກັນວ່າ, ໃນປີ 2023, ແຂວງ ຮ່ວາບິ່ງ ໄດ້ປະກາດໃຊ້ ແຜນ ຮ່າງອະນຸລັກຮັກສາ ແລະ ເຊີດຊູ ຄຸນຄ່າວັດທະນະທຳ ຂອງ ຊາວ ເຜົ່າ ເມື່ອງ ແລະ ພື້ນຖານ “ວັດທະນະທຳ ຮ່ວາບິ່ງ ໄລຍະ 2023- 2030 ເພື່ອສືບຕໍ່ຄົ້ນຄວ້າ, ອະນຸລັກຮັກສາ, ເສີມຂະຫຍາຍ ບັນດາ ຄຸນຄ່າ ມໍລະດົກວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາວເຜົ່າ ເມື່ອງ; ປະກອບສ່ວນໂຄສະນາ ແລະ ແນະນຳ ກ່ຽວກັບແຜ່ນດິນ ແລະ ຜູ້ຄົນແຂວງ ຮ່ວາບິ່ງ, ສ້າງບັນດາຜະລິດຕະພັນ ທ່ອງທ່ຽວ ທີ່ເປັນເອກະລັກ  ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

 ໃນໄລຍະຈະມາເຖິງ, ແຂວງ ຮ່ວາບິ່ງ ຈະສຸມໃສ່ບູລະນະ ສ້ອມແປງ ພູມພາບ ເຂດບູຮານສະຖານ ແຫ່ງຊາດ ຖຳ້ ຊ໋ອມຈ້າຍ (ຕາແສງ ເຕິນເລິບ) ແລະ ມ໋າຍດ໋າ ໝູ່ບ້ານ ແວ່ງ (ຕາແສງ ອຽນຝູ໋) ເມືອງ ລາກເຊີນ, ແມ່ນຮ່ອງຮອຍ ປະຫວັດສາດ ທີ່ເປັນຕົວແທນ ຂອງ ພື້ນຖານວັດທະນະທຳ ຮ່ວາບິ່ງ ເພື່ອສ້າງເອກະສານສຳເນົາ ຍື່ນຕໍ່ ນາຍົກລັດ ຖະມົນຕີ ຂໍຈັດໃຫ້ເປັນ ເຂດບູຮານສະຖານແຫ່ງຊາດພິເສດ, ກ້າວໄປເຖິງຍື່ນສະເໜີໃຫ້ UNESCO ນໍາເຂົ້າບັນຊີລາຍຊື່ ມໍລະດົກ ວັດ ທະນະທຳ ຂອງ ມວນມະນຸດ.


ບົດ: ຮວ່າງຮ່າ -​ ພາບ: ຮວ່າງຮ່າ, ແທງຢາງ - ເຕັກນິກກະຣາຟິກ: ດັງຕ໋ຽນ - ແປໂດຍ: ບິກລຽນ

Top