ຂ່າວສານ
ຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ເຂົ້າຮ່ວມພິທີໄຂກອງປະຊຸມສາກົນຄັ້ງທີ 4 ກ່ຽວກັບການເງິນຮັບໃຊ້ການພັດທະນາ
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ໄດ້ນຳພາຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະໄຂຂອງກອງປະຊຸມ. ໃນພິທີໄຂ, ບັນດາການນຳໄດ້ເຫັນດີເຫັນພ້ອມຮັບຮອງເອົາຄຳໝັ້ນສັນຍາ Seville ເພື່ອແນໃສ່ສ້າງຂອບເຂດຮອບດ້ານ ເພື່ອແກ້ໄຂບັນດາສິ່ງທ້າທາຍດ້ານການເງິນຄືໃນປັດຈຸບັນ, ໂດຍສະເພາະແມ່ນລະດົມ 4.000 ຕື້ USD ໃຫ້ແກ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). ຄຳໝັ້ນສັນຍາ Seville ສຸມໃສ່ບາງຂົງເຂດຫຼັກໆ, ເຊັ່ນ: ປະຕິຮູບລະບົບການເງິນສາກົນ ຕາມທິດກວມລວມ ແລະ ມີປະສິດທິຜົນ ກັບບັນດາປະເທດພວມພັດທະນາ; ໜູນຊ່ວຍບັນດາປະເທດທີ່ມີຄວາມສ່ຽງ; ຊຸກຍູ້ການລົງທຶນເຂົ້າບັນດາຂົງເຂດຈຸດສຸມ, ໂດຍສະເພາະແມ່ນເສີມຂະຫຍາຍບົດບາດຂອງ ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ…
ໃນວັນທີ 1 ກໍລະກົດ ຕາມເວລາທ້ອງຖິ່ນ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ມີບົດກ່າວຄຳເຫັນສຳຄັນໃນວາລະປຶກສາຫາລືຄົບຄະນະ ແລະ ວາລະປຶກສາຫາລືໂຕະມົນ ດ້ວຍຫົວຂໍ້ “ເຮັດໃໝ່ການຮ່ວມມືພັດທະນາສາກົນ”.
ໃນຂອບເຂດເຂົ້າຮ່ວມພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ໄດ້ພົບກັບການນຳ ແລະ ປະມຸກລັດບາງປະເທດ.