ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ
ທີ່ງານພົບປະແລກປ່ຽນສະແດງສີລະປະ (ພາບ: qdnd.vn)
ເນື່ອງໃນໂອກາດສະຫຼຸບ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງຊຸດທີ 12 ກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ ໃນອົງຄະນະພັກການທະຫານ ແລະ ທົ່ວກອງທັບ, ຕອນຄ່ຳວັນທີ 03 ກໍລະກົດ, ຢູ່ ຮ່າໂນ້ຍ, ອົງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດງານພົບປະແລກປ່ຽນສະແດງສີລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”. ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງໄດ້ເຂົ້າຮ່ວມ ແລະ ເປັນປະທານລາຍການພົບປະແລກປ່ຽນ.
ທີ່ລາຍການ, ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ, ຮັບຟັງການແບ່ງປັນບັນດາເລື່ອງລາວຂອງໝູ່ຄະນະ, ສ່ວນບຸກຄົນດີເດັ່ນ ໃນການຮ່ຳຮຽນ ແລະ ປະຕິບັດຕາມ ປະທານໂຮ່ຈິມິນ ກ່ຽວກັບໜ້າທີ່ການເປັນແບບຢ່າງ, ການດຳລົງຊີວິດ, ຂະຫຍັນຂັນເຄື່ອນ, ປະຕິບັດພາລະໜ້າທີ່ບົດບາດເປັນຢ່າງດີ…
ລາຍການລວມມີບັນດາລາຍການສະແດງສິລະປະພິເສດ, ຍ້ອງຍໍສັນລະເສີນ ຄວາມຮັກຕໍ່ປະເທດຊາດ, ຍ້ອງຍໍພັກ, ປະທານ ໂຮ່ຈີມິນ, ກອງທັບ.
(ແຫຼ່ງຄັດຈາກ VOV)