ສະຫະພັນ ປັນຍາປະດິດ (AI) ເອົາລາກ ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍການເຂົ້າຮ່ວມຂອງກ່ວາ 20 ຫົວໜ່ວຍເຕັກໂນໂລຢີແຖວໜ້າຂະແໜງ ແລະ Startup ເຕັກໂນໂລຢີ ຫວຽດນາມ. ດ້ວຍເປົ້າໝາຍຫຼັກແມ່ນພັດທະນາບັນດາຮູບແບບພາສາຂະໜາດໃຫຍ່(Large Language Model) ທີ່ມີຄວາມສາມາດແກ້ໄຂພາສາຫວຽດໄດ້ຊັດເຈນ, ເໝາະສົມກັບວັດທະນະທຳ ແລະ ສີສັນ ຫວຽດນາມ, ສະຫະພັນ AI ເອົາລາກ ແມ່ນເພື່ອແນໃສ່ຍົກສູງຄວາມຮູ້ຂອງປະຊາຊົນ, ຊຸກຍູ້ການພັດທະນາເສດຖະກິດແຫ່ງຊາດ ແລະ ສ້າງເປັນລະບົບນິເວດ AI ສະເພາະທີ່ມີສີສັນ ຫວຽດ.
ສະຫະພັນ AI ເອົາລາກ ໄດ້ສ້າງຕັ້ງຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງກ່ວາ 20 ບໍລິສັດເຕັກໂນໂລຢີແຖວໜ້າ (ພາບ: vneconomy.vn)
ສະຫະພັນ AI ເອົາລາກ ປະກາດສ້າງຕັ້ງຢ່າງເປັນທາງການໃນວັນທີ 20 ມິຖຸນາ ຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງກ່ວາ 20 ບໍລິສັດເຕັກໂນໂລຢີແຖວໜ້າຂະແໜງ ແລະ Startup ເຕັກໂນໂລຢີ ທີ່ມີຊື່ສຽງຄື: MobiFone, VNPT, FPT, CMC, AI For Vietnam, AI Hay…
ຢູ່ພິທີປະກາດ, ທ່ານ ເຈືອງຢາບິ່ງ ປະທານກຸ່ມບໍລິສັດເຕັກໂນໂລຢີ FPT ຜູ້ຍົກອອກຂໍ້ລິເລີ່ມສ້າງສະຫະພັນ AI ເອົາລາກ ຖືວ່ານີ້ບໍ່ພຽງແຕ່ແມ່ນຂໍ້ລິເລີ່ມເທົ່ານັ້ນ ຫາກຍັງແມ່ນຄຳຮຽກຮ້ອງທີ່ສຳຄັນອີກດ້ວຍ. ຍ້ອນວ່າໂລກພວມກ້າວເຂົ້າສູ່ສັງກາດ AI ແລະ ຫວຽດນາມ ບໍ່ສາມາດຢູ່ນອກຮອບການແຂ່ງຂັນນີ້ໄດ້:
AI ກຳນົດທີ່ຕັ້ງບົດບາດແຫ່ງຊາດບົນແຜນທີ່ຂອງໂລກ. ເພາະສະນັ້ນ, ຖ້າ ຫວຽດນາມ ຢາກທຽບເທົ່າກັບບັນດາປະເທດມະຫາອຳນາດຄືຄຳເວົ້າຂອງປະທານ ໂຮ່ຈີມິນ ນັ້ນ AI ຂອງພວກເຮົາຕ້ອງບືນຕົວຂຶ້ນອອກສູ່ລະດັບສາກົນ. AI ຕ້ອງໄດ້ຮັບການໝູນໃຊ້ໃນທຸກບັນຫາຂອງຊີວິດສັງຄົມ, ເສດຖະກິດ, ການເມືອງຂອງປະເທດຊາດ. ດັ່ງນັ້ນ, ສະຫະພັນ AI ຈະພັດທະນາຮູບແບບສະເພາະຂອງຊາວ ຫວຽດນາມ ເພື່ອອາດສາມາດໝູນໃຊ້ໃນທຸກຂົງເຂດຂອງ ຫວຽດນາມ.
ໃນສະພາບການພັດທະນາ AI ຢູ່ ຫວຽດນາມ ຍັງມີບັນດາສິ່ງທ້າທາຍໃຫຍ່ຄົງຕົວຢູ່ນັ້ນ, ສະຫະພັນ AI ເອົາລາກ ໄດ້ຮັບການສ້າງຕັ້ງຂຶ້ນຄືວິທີການແກ້ໄຂໃຫ້ແກ່ສິ່ງທ້າທາຍນີ້.
ສະຫະພັນ AI ເອົາລາກ ສຸມໃສ່ເຂົ້າສາມຂົງເຂດຫຼັກ ລວມມີ: ຄົ້ນຄ້ວາການພັດທະນາ, ສ້າງມາດຕະຖານ ແລະ ນະໂຍບາຍກ່ຽວກັບ AI, ບຳລຸງສ້າງ. ບັນດາສະມາຊິກຈະຮ່ວມແຮງຮ່ວມໃຈເພື່ອສ້າງປະຊາຄົມ AI ເປີດ, ໂປ່ງໄສ, ເຊິ່ງແມ່ນສະຖານທີ່ແຕ່ລະຄົນ, ແຕ່ລະອົງການ ແລະ ວິສາຫະກິດອາດສາມາດເຂົ້າເຖິງແບບເສລີ ແລະ ນຳໃຊ້ຊັບສິນເປີດເຜີຍ, ນັບແຕ່ໃຊ້ສຳລັບເປົ້າໝາຍທາງການຄ້າ. ພ້ອມກັນນັ້ນ ກໍ່ຈັດບັນດາການເຄື່ອນໄຫວ, ຫຼັກສູດບຳລຸງສ້າງ, ການເສັງ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ຄວາມຮູ້, ທັກສະກ່ຽວກັບ AI ໃຫ້ແກ່ປະຊາຄົມ.
ດ້ວຍເປົ້າໝາຍລວມແມ່ນປະກອບສ່ວນຢັ້ງຢືນທີ່ຕັ້ງບົດບາດແຫ່ງຊາດ ໃນສັງກາດດີຈີຕອນ, ທ່ານ ລືແທັງລອງ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ ມີຊາ, ໃຫ້ຄຳໝັ້ນສັນຍາປະກອບສ່ວນຖັນແຖວນັກຊ່ຽວຊານວິຊາສະເພາະກ່ຽວກັບຂໍ້ມູນ, ພິເສດແມ່ນໃນຂົງເຂດການເງິນ - ບັນຊີ ໃຫ້ແກ່ສະຫະພັນ AI:
ຂ້າພະເຈົ້າຖືວ່າ ການສ້າງຕັ້ງສະຫະພັນ ດ້ວຍຮູບແບບບຸກຄົນປະກອບເງິນທຶນ, ປະກອບເຫື່ອແຮງ ເພື່ອພວກເຮົາພ້ອມກັນສ້າງຕັ້ງພື້ນຖານເສດຖະກິດ AI ໃຫ້ແກ່ສັງຄົມ. ຖ້າວ່າ ພວກເຮົາເປັນເຈົ້າຂອງສິ່ງນີ້ໄດ້ ກໍ່ໝາຍຄວາມວ່າພວກເຮົາເປັນເຈົ້າຂອງພື້ນຖານເສດຖະກິດໃນໄລຍະຈະມາເຖິງ, ບໍ່ຂຶ້ນກັບພາຍນອກ ແລະ ຮັບປະກັນກ່ຽວກັບຄວາມໝັ້ນຄົງ, ເສດຖະກິດ, AI.
ທ່ານເຈືອງຢາບິ່ງ, ປະທານກຸ່ມບໍລິສັດເຕັກໂນໂລຢີ FPT (ພາບ: vneconomy.vn)
ຈິດໃຈຮ່ວມແຮງພ້ອມໃຈເພື່ອແນໃສ່ສ້າງພື້ນຖານເຕັກໂນໂລຢີ AI ທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດແຜ່ກະຈາຍຢ່າງແຮງໃນປະຊາຄົມເຕັກໂນໂລຢີ ຫວຽດ. Zalo ໃຫ້ຄຳໝັ້ນສັນຍາສ້າງລະບົບ ແລະ ຊຸດປະມວນການຕີລາຄາຄວາມສາມາດພາສາຫວຽດ ດ້ວຍກ່ວາ 10.000 ຄຳຖາມ. FPT ໃຫ້ຮູ້ວ່າ ຈະເປີດທຸກພື້ນຖານເຕັກໂນໂລຢີຫຼັກ, ນັບແຕ່ຮູບແບບພາສາຂະໜາດໃຫຍ່ ຕະຫຼອດຮອດປັນຍາປະດິດບົນພື້ນຖານ Cloud AI, ເພື່ອໃຫ້ບັນດາສະມາຊິກ ພ້ອມກັນພັດທະນາ, ພ້ອມທັງລົງທຶນເຂົ້າ AI ເປີດ, ໜູນຊ່ວຍວິສາຫະກິດຂະໜາດນ້ອຍ, ສະຖາບັນຄົ້ນຄ້ວາ, ໂຮງຮຽນເຂົ້າເຖິງຂໍ້ມູນ ແລະ ເຄື່ອງມື.
ທ່ານ ເຈືອງຢາບິ່ງ, ປະທານກຸ່ມບໍລິສັດເຕັກໂນໂລຢີ FPT ຖືວ່າໃນສະພາບການຫວຽດນາມ ກຳນົດສີ່ເສົາຄ້ຳຫຼັກ ຊ່ວຍປະເທດຊາດພັດທະນາໄປໄກ, ລວມມີ ມະຕິເລກທີ 57 ຊຸກຍູ້ວິທະຍາສາດເຕັກໂນລຢີ ແລະ ນະວັດຕະກຳ, ມະຕິເລກທີ 59 ກ່ຽວກັບຄວາມເປັນເຈົ້າການໃນການເຊື່ອມໂຍງເຂົ້າສາກົນ, ມະຕິເລກທີ 68 ພັດທະນາເສດຖະກິດເອກະຊົນ ແລະ ມະຕິເລກທີ 66 ປ່ຽນແປງລະບອບລະບຽບການຢ່າງຮອບດ້ານ, ສະຫະພັນ AI ໄດ້ຮັບການສ້າງຕັ້ງຂຶ້ນເພື່ອຢັ້ງຢືນຄວາມຕັດສິນໃຈທີ່ວ່າ “ເຖິງວ່າໄປຕາມຫຼັກ, ແຕ່ໄປພ້ອມກັນ, ຫວຽດນາມ ອາດຈະໄປໄວກ່ວາ, ຍິ່ງໄປກ່ວານັ້ນແມ່ນໄປກ່ອນອີກດ້ວຍ”.
ຖ້າພວກເຮົາບໍ່ສາມາດສ້າງລະບົບ AI ທີ່ເຂັ້ມແຂງໄດ້, ພວກເຮົາຈະສາມາດປະຕິບັດສີ່ຍຸດທະສາດຫຼັກນີ້ໄດ້ຫຼືບໍ່? ພວກເຮົາອາດສາມາດຄຸ້ມຄອງປະເທດທັນສະໄໝທີ່ສຸດນີ້ບໍ່, ພວກເຮົາຈະເຮັດແນວໃດເພື່ອໃຫ້ການຮ່ວມມືສາກົນດີທີ່ສຸດ ແລະ ເພື່ອສາມາດພັດທະນາດ້ວຍວິທະຍາສາດເຕັກໂນໂລຢີ? ຊັບສິນສົ່ງອອກຂອງພວກເຮົາແມ່ນພູມປັນຍາ, ສະນັ້ນ ທຸກສິ່ງທ້າທາຍນີ້ລ້ວນແຕ່ມີຈຸດສຳຄັນອັນໜຶ່ງ ນັ້ນແມ່ນ AI.
AI ບໍ່ພຽງແຕ່ແມ່ນເຕັກໂນໂລຢີເທົ່ານັ້ນ, ຫາກຍັງແມ່ນເຄື່ອງມືຍຸດທະສາດເພື່ອວາງອອກນະໂຍບາຍຊີ້ຂາດ, ຄຸ້ມຄອງ ແລະ ຮັບໃຊ້ປະຊາຊົນອີກດ້ວຍ. ຫວຽດນາມ ມີພູມປັນຍາ, ມີຫົວຄິດປະດິດສ້າງ, ມີປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ປາດຖະໜາຢາກປະກອບສ່ວນເຂົ້າໃນພາລະກິດແຫ່ງການພັດທະນາຂອງປະເທດຊາດ. ເພາະສະນັ້ນ, ຫວຽດນາມ ມີກຳລັງແຮງຢ່າງພຽງພໍເພື່ອສ້າງລະບົບນິເວດນະວັດຕະກຳ ແລະ AI ນັ້ນແມ່ນໂອກາດທີ່ຫາຍາກເພື່ອໃຫ້ ຫວຽດນາມ ບືນຕົວຂຶ້ນເຂົ້າກຸ່ມບັນດາປະເທດເຕັກໂນໂລຢີແຖວໜ້າ.