• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ພາຍຫຼັງທີ່ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ດຳເນີນໃນຕອນຄ່ຳວັນທີ 2 ກໍລະກົດ ໄດ້ປະກາດນັ້ນ, ປະຊາຄົມວິສາຫະກິດ ແລະ ວົງການນັກຊ່ຽວຊານໄດ້ຕັ້ງຄວາມຫວັງຕໍ່ບັນດາສັນຍານອັນຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ (ພາບ: TTXVN)

ຕາມທ່ານນາງ ເລຮັ່ງ, ຮອງເລຂາສະຫະສະມາຄົມການປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ການໂອ້ລົມທາງໂທລະສັບໄດ້ນຳມາເຊິ່ງຄວາມຫວັງຫຼາຍຢ່າງໃຫ້ແກ່ວິສາຫະກິດໃນຂະແໜງສິນໃນນ້ຳ ເວົ້າສະເພາະ, ວິສາຫະກິດສົ່ງອອກ ເວົ້າລວມ:

ຂໍ້ມູນຂ່າວໃນເບື້ອງຕົ້ນກ່ຽວກັບບັນດາຄຳໝັ້ນສັນຍາຂອງ ທ່ານປະທານາທິບໍດີ ອາເມລິກາ ກັບທ່ານເລຂາທິການໃຫຍ່ ໃນການໂອ້ລົມທາງໂທລະສັບນັ້ນ ແມ່ນຄວາມຫວັງຕໍ່ໝາກຜົນອັນດີງາມກວ່າໃນໄລຍະຈະມາເຖິງ”.

ໃນຂະນະນັ້ນ, ນັກຊ່ຽວຊານດ້ານເສດຖະກິດ ຟ້າມເຖແອັງ, ຫົວໜ້າພະແນກເສດຖະສາດ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ແບ່ງປັນວ່າ:

“ເມື່ອ ອາເມລິກາ ຮັບຮອງພື້ນຖານເສດຖະກິດ ຫວຽດນາມ ແມ່ນເສດຖະກິດການຕະຫຼາດນັ້ນ ຈະຊ່ວຍຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນຕະຫຼາດສາກົນ, ສາມາດຊ່ວຍ ຫວຽດນາມ ໃນການສຳຜັດກັບແຫຼ່ງເງິນກູ້ຢືມໃນຕະຫຼາດສາກົນ ດ້ວຍອັດຕາດອກເບ້ຍທີ່ຕ່ຳກວ່າ, ສາມາດດຶງດູດບັນດາກະແສເງິນລົງທຶນສາກົນເຂົ້າ ຫວຽດນາມ ໄດ້ຫຼາຍກວ່າ. ພ້ອມດຽວກັນນັ້ນ ຫວຽດນາມ ກໍຈະໄດ້ຮັບການຍົກເລີກບັນດາຂໍ້ຈຳກັດໃນການນຳເຂົ້າບັນດາເຕັກໂນໂລຢີສູງຈາກ ອາເມລິກາ”.

ໄປຄຽງຄູ່ກັນນັ້ນ, ບັນດາສື່ມວນຊົນໃຫຍ່ຂອງສາກົນຄື: Reuters, Financial Times, Bloomberg, Nikkei… ກໍໄດ້ອັບເດດຂ່າວ ອາເມລິກາ ແລະ ຫວຽດນາມ ບັນລຸໄດ້ຂໍ້ຕົກລົງການຄ້າໃໝ່, ສ້າງຂີດໝາຍສຳຄັນໃນການພົວພັນການຄ້າສາກົນ,  ດ້ວຍບັນດາຜົນກະທົບຕໍ່ສອງພື້ນຖານເສດຖະກິດ ກໍຄືລະບົບສະໜອງທົ່ວໂລກຫຼາຍພໍສົມຄວນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top