• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ
ທ່ານເລຂາທິການໃຫຍ່ ໂຈເລິມ ກ່າວຄຳເຫັນສະຫຼຸບກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 04 ກໍລະກົດ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາໃຫ້ຄຳເຫັນກ່ຽວກັບສະພາບການປະຕິບັດມະຕິຂອງສູນກາງ, ຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການສັບສ້ອນກົງຈັກ ແລະ ຫົວໜ່ວຍບໍລິຫານ; ກ່ຽວກັບບົດລາຍງານຜັນຂະຫຍາຍມະຕິເລກທີ 18 ລົງວັນທີ 25 ຕຸລາ 2017 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12, ແຕ່ເດືອນ ພະຈິກ 2024 ຮອດເດືອນ ກໍລະກົດ 2025. ເຂົ້າຮ່ວມກອງປະຊຸມຍັງມີທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຈເລິມ ຕີລາຄາວ່າ , ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ ແລະ ໄດ້ຮັບຄວາມສະໜັບສະໜູນ, ເຫັນດີເຫັນພ້ອມຢ່າງຕັ້ງໜ້າຈາກປະຊາຊົນ. ເມື່ອໃສ່ໃຈກ່ຽວກັບປະລິມານໜ້າວຽກທີ່ຍັງໃຫຍ່ຫຼວງຢູ່, ອາດຈະເກີດຂຶ້ນໃນຕົວຈິງ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:

“ເພີ່ມທະວີວຽກງານໂຄສະນາເພື່ອໃຫ້ປະຊາຊົນກຳແໜ້ນບັນດາຂໍ້ກຳນົດ, ສະຖານທີ່, ວິທີເຮັດຂອງກົງຈັກໃໝ່ຂອງບັນດາອົງການແຫ່ງລັດ, ທ້ອງຖິ່ນ, ເພື່ອປັບປຸງຮັກສາຄວາມເຫັນດີເຫັນພ້ອມຂອງປະຊາຊົນຕໍ່ການຜັນຂະຫຍາຍຫົວໜ່ວຍບໍລິຫານ 2 ຂັ້ນ. ໃນເບື້ອງຕົ້ນ, ປະຊາຊົນໃນທົ່ວປະເທດພວມມີຄວາມກະຕື້ລື້ລົ້ນ, ພາກພູມໃຈ. ພວກເຮົາພຽງແຕ່ປະຕິບັດໃຫ້ເປັນຢ່າງດີກວ່າອີກ”.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top