ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ເຂົ້າຮ່ວມດ້ວຍຖານະເປັນປະເທດຄູ່ຮ່ວມມືທີ່ກອງປະຊຸມສຸດຍອດ BRICS
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ (ພາບ: nhandan.vn)
ວັນທີ 03 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງປີ 2025 ແລະ ການເຄື່ອນໄຫວ 2 ຝ່າຍຢູ່ ສ.ສະຫະພັນ ບຣາຊິນ, ແຕ່ວັນທີ 04 – 08 ກໍລະກົດ. ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ ໄດ້ປະຕິບັດຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ສະຫະພັນ ບຣາຊິນ Lula da Silva.
ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ເຂົ້າຮ່ວມດ້ວຍຖານະເປັນປະເທດຄູ່ຮ່ວມມືທີ່ກອງປະຊຸມສຸດຍອດ BRICS, ເຊິ່ງເປັນກົນໄກຫຼາຍຝ່າຍລະຫວ່າງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ນັບມື້ນັບສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ, ນັບທັງດ້ານເສດຖະກິດ ແລະ ການເມືອງ. ເລື່ອງ ຫວຽດນາມ ເປັນປະເທດຄູ່ຮ່ວມມືຂອງ BRICS, ກໍຄືເຂົ້າຮ່ວມກອງປະຊຸມສຸດຍອດ ໄດ້ຢັ້ງຢືນບົດບາດ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຢູ່ບັນດາກົນໄກຫຼາຍຝ່າຍ, ຊຸກຍູ້ຄວາມສາມັກຄີສາກົນ, ກໍຄືເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ BRICS ເລິກເຊິ່ງຂຶ້ນຕື່ມ.
(ແຫຼ່ງຄັດຈາກ VOV)