ວັນທີ 3 ກໍລະກົດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ທ່ານ Donald Trump ໄດ້ມີການໂອ້ລົມທາງໂທລະສັບຄັ້ງທີ 4 ໃນຮອບເວລາ 6 ອາທິດຜ່ານມາ.
ທ່ານປະທານາທິບໍດີ ລັດເຊຍVladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ພົບປະກັນຢູ່ ແຟນລັງ (ພາບ: THX/TTXVN)
ທ່ານ Yuri Ushakov ຜູ້ຊ່ວຍວຽກ ປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ເມື່ອແລກປ່ຽນກ່ຽວກັບການປະທະກັນຢູ່ ຢູແກຼນ, ທ່ານປະທານາທິບໍດີ ອາເມລິກາ ປາດຖະໜາຢາກຊຸກຍູ້ການຢຸດຕິບັນດາການເຄື່ອນໄຫວທາງການທະຫານໂດຍໄວ ມຸ່ງໄປເຖິງສະຖຽນລະພາບໃນພາກພື້ນ.
ສ່ວນຝ່າຍລັດເຊຍ, ທ່ານປະທານາທິບໍດີ Putin ເນັ້ນໜັກເຖິງການໃຫ້ຄຳໝັ້ນສັນຍາສືບຕໍ່ເດີນຕາມບັນດາວິທີການທາງການເມືອງ ແລະ ເຈລະຈາ, ພ້ອມທັງຢັ້ງຢືນຄືນໃໝ່ວ່າ ລັດເຊຍ ຈະບໍ່ກ້າວຖອຍຫຼັງຕໍ່ໜ້າບັນດາເປົ້າໝາຍຍຸດທະສາດ, ພິເສດແມ່ນການລົບລ້າງບັນດາກົກສາຍປາຍເຫດທີ່ພາໄປເຖິງການປະທະກັນ. ທ່ານປະທານາທິບໍດີ ລັດເຊຍ ກໍ່ແຈ້ງໃຫ້ຊາບກ່ຽວກັບຄວາມຄືບໜ້າໃນການປະຕິບັດບັນດາຂໍ້ຕົກລົງມະນຸດສະທຳທີ່ບັນລຸໄດ້ໃນການພົບປະຄັ້ງທີ 2 ລະຫວ່າງ ລັດເຊຍ ແລະ ຢູແກຼນ ຢູ່ Istanbul, ພ້ອມທັງສະແດງຄວາມພ້ອມແລ້ວທີ່ຈະຈັດການເຈລະຈາຮອບທີ 3 ຂຶ້ນ. ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າບັນດາການເຈລະຈາຄັ້ງຕໍ່ໄປຈະດຳເນີນຕາມຮູບແບບສອງຝ່າຍລະຫວ່າງ ລັດເຊຍ ແລະ ຢູແກຼນ.
(ແຫຼ່ງຄັດຈາກ VOV)