ຂ່າວສານ ສປຊ ຕີລາຄາສູງຫຼັກໝັ້ນ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ ແລະ ກົດໝາຍສາກົນ 05/07/2025 ຫວຽດນາມ ປາດຖະໜາຢາກປະກອບສ່ວນຢ່າງແທ້ຈິງເຂົ້າໃນບັນດາຄວາມມານະພະຍາຍາມໄກ່ເກ່ຍ ແລະ ເຊື່ອມຈອດພາຍຫຼັງການປະທະກັນ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ ແລະ ເສີມຂະຫຍາຍບົດບາດຂອງ ຫວຽດນາມ ໃນການສ້າງສັນຕິພາບແບບຍືນຍົງໃຫ້ຫຼາຍກ່ວາອີກ. ທ່ານເອກອັກຄະລັກຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ຊຸດທີ 79 (ພາບ: TTXVN)ນີ້ແມ່ນການຢັ້ງຢືນຂອງ ທ່ານເອກອັກຄະລັກຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃນວັນທີ 3 ກໍລະກົດ, ເມື່ອເຂົ້າຢ້ຽມຂ່ຳນັບທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ຊຸດທີ 79 ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ. ທ່ານ Philemon Yang ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດໃນການພັດທະນາ ແລະ ການຕ່າງປະເທດ, ກໍ່ຄືບົດບາດທີ່ນັບມື້ນັບສຳຄັນຂອງ ຫວຽດນາມ ຢູ່ ສປຊ, ພິເສດແມ່ນຕີລາຄາສູງຫຼັກໝັ້ນ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະ ກົດບັດ ສປຊ. ທ່ານປະທານສະມັດຊາໃຫຍ່ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ ມີອາຍຸການປະຕິບັດໜ້າທີ່ທີ່ປະສົບຜົນສຳເລັດ, ປະກອບສ່ວນສືບຕໍ່ຍົກສູງພາບພົດ ແລະ ຖານະຕຳແໜ່ງສາກົນຂອງ ຫວຽດນາມ ພ້ອມທັງປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຊຸກຍູ້ການຮ່ວມມື, ໂອ້ລົມສົນທະນາລະຫວ່າງບັນດາປະເທດສະມາຊິກ ສປຊ. (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກປະກອບສ່ວນຢ່າງແທ້ຈິງເຂົ້າໃນບັນດາຄວາມມານະພະຍາຍາມໄກ່ເກ່ຍ ແລະ ເຊື່ອມຈອດພາຍຫຼັງການປະທະກັນ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ ແລະ ເສີມຂະຫຍາຍບົດບາດຂອງ ຫວຽດນາມ ໃນການສ້າງສັນຕິພາບແບບຍືນຍົງໃຫ້ຫຼາຍກ່ວາອີກ. ທ່ານເອກອັກຄະລັກຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ຊຸດທີ 79 (ພາບ: TTXVN)ນີ້ແມ່ນການຢັ້ງຢືນຂອງ ທ່ານເອກອັກຄະລັກຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃນວັນທີ 3 ກໍລະກົດ, ເມື່ອເຂົ້າຢ້ຽມຂ່ຳນັບທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ຊຸດທີ 79 ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ. ທ່ານ Philemon Yang ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດໃນການພັດທະນາ ແລະ ການຕ່າງປະເທດ, ກໍ່ຄືບົດບາດທີ່ນັບມື້ນັບສຳຄັນຂອງ ຫວຽດນາມ ຢູ່ ສປຊ, ພິເສດແມ່ນຕີລາຄາສູງຫຼັກໝັ້ນ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະ ກົດບັດ ສປຊ. ທ່ານປະທານສະມັດຊາໃຫຍ່ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ ມີອາຍຸການປະຕິບັດໜ້າທີ່ທີ່ປະສົບຜົນສຳເລັດ, ປະກອບສ່ວນສືບຕໍ່ຍົກສູງພາບພົດ ແລະ ຖານະຕຳແໜ່ງສາກົນຂອງ ຫວຽດນາມ ພ້ອມທັງປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຊຸກຍູ້ການຮ່ວມມື, ໂອ້ລົມສົນທະນາລະຫວ່າງບັນດາປະເທດສະມາຊິກ ສປຊ.
ບັນດາບົດຕໍ່ໄປ ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ05/07/2025ຂ່າວສານການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງປີ 202505/07/2025ຂ່າວສານມີຄວາມສ່ຽງເກີດຄວາມວຸ້ນວາຍທາງການບິນ ຝລັ່ງ ຍ້ອນການຢຸດງານ05/07/2025ຂ່າວສານປະທານາທິບໍດີ ລັດເຊຍ ແລະ ອາເມລິກາ ໂອ້ລົມທາງໂທລະສັບຄັ້ງທີ 4 ໃນເວລາ 6 ອາທິດ05/07/2025ຂ່າວສານທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງເຂົ້າຮ່ວມກອງປະຊຸມບັນດາການນຳ BRICS ເປີດກວ້າງ04/07/2025ຂ່າວສານທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”04/07/2025ຂ່າວສານຫວຽດນາມ ຢັ້ງຢືນສຽງເວົ້າຂອງບັນດາປະເທດພວມພັດທະນາ04/07/2025ຂ່າວສານ ອ່ານເພີ່ມ