ຂ່າວສານ

ສ​ປ​ຊ ຕີ​ລາ​ຄາ​ສູງຫຼັກ​ໝັ້ນ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ​ຕໍ່​ລັດ​ທິ​ຫຼາຍ​ຝ່າຍ ແລະ ກົດ​ໝາຍ​ສາ​ກົນ

ຫວຽດນາມ ປາດຖະໜາຢາກປະກອບສ່ວນຢ່າງແທ້ຈິງເຂົ້າໃນບັນດາຄວາມມານະພະຍາຍາມໄກ່ເກ່ຍ ແລະ ເຊື່ອມຈອດພາຍຫຼັງການປະທະກັນ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ ແລະ ເສີມຂະຫຍາຍບົດບາດຂອງ ຫວຽດນາມ ໃນການສ້າງສັນຕິພາບແບບຍືນຍົງໃຫ້ຫຼາຍກ່ວາອີກ.
ທ່ານເອກອັກຄະລັກຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ຊຸດທີ 79 (ພາບ: TTXVN)
ນີ້ແມ່ນການຢັ້ງຢືນຂອງ ທ່ານເອກອັກຄະລັກຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃນວັນທີ 3 ກໍລະກົດ, ເມື່ອເຂົ້າຢ້ຽມຂ່ຳນັບທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ຊຸດທີ 79 ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ. ທ່ານ Philemon Yang ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດໃນການພັດທະນາ ແລະ ການຕ່າງປະເທດ, ກໍ່ຄືບົດບາດທີ່ນັບມື້ນັບສຳຄັນຂອງ ຫວຽດນາມ ຢູ່ ສປຊ, ພິເສດແມ່ນຕີລາຄາສູງຫຼັກໝັ້ນ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະ ກົດບັດ ສປຊ. ທ່ານປະທານສະມັດຊາໃຫຍ່ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ ມີອາຍຸການປະຕິບັດໜ້າທີ່ທີ່ປະສົບຜົນສຳເລັດ, ປະກອບສ່ວນສືບຕໍ່ຍົກສູງພາບພົດ ແລະ ຖານະຕຳແໜ່ງສາກົນຂອງ ຫວຽດນາມ ພ້ອມທັງປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຊຸກຍູ້ການຮ່ວມມື, ໂອ້ລົມສົນທະນາລະຫວ່າງບັນດາປະເທດສະມາຊິກ ສປຊ.

top