• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

GDP 6 ເດືອນ​ຕົ້ນ​ປີ 2025 ເພີ່ມ​ຂຶ້ນ 7,52% ຢູ່​ລະ​ດັບ​ສູງ​ທີ່​ສຸດ​ໃນ​ໄລ​ຍະ 2011 – 2025

ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ໃຫ້ຮູ້ວ່າການເຕີບໂຕ GDP ຂອງ ຫວຽດນາມບັນລຸລະດັບສູງສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໄດ້ຮັກສາການເຕີບໂຕເປັນປົກກະຕິ.
ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ (ພາບ: congthuong.vn)

ຕາມຂໍ້ມູນຢູ່ກອງປະຊຸມຖະແຫຼງຂ່າວໄຕມາດທີ II/2025 ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍແລ້ວ, ກົມສະຖິຕິ (ກະຊວງການເງິນ) ໃຫ້ຮູ້ວ່າ ໄຕມາດທີ II ຮັບຮູ້ຈຸດພົ້ນເດັ່ນ ນັ້ນແມ່ນຍອດຜະລິດຕະພັນພາຍໃນປະເທດ (GDP) ມີການເຕີບໂຕຢ່າງຕັ້ງໜ້າ, ດ້ວຍຄວາມໄວການເຕີບໂຕຄາດວ່າບັນລຸ 7,96% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຕ່ຳກ່ວາພາງແຕ່ຄວາມໄວການເຕີບໂຕ 8,56%ຂອງໄຕມາດທີ II ປີ 2022 ໃນໄລຍະ 2020 – 2025. ໄລ່ລວມ 6 ເດືອນຕົ້ນປີ 2025, GDP ເພີ່ມຂຶ້ນ 7,52% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ຢູ່ລະດັບສູງສຸດໃນ 6 ເດືອນຕົ້ນປີໃນໄລຍະ 2021 – 2025.

ຕີລາຄາກ່ຽວກັບລະດັບໃນການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີ, ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ໃຫ້ຮູ້ວ່າການເຕີບໂຕ GDP ຂອງ ຫວຽດນາມບັນລຸລະດັບສູງສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ໄດ້ຮັກສາການເຕີບໂຕເປັນປົກກະຕິ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຊົມໃຊ້ພາຍໃນປະເທດ ແລະ ຮັບໃຊ້ການສົ່ງອອກ. ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ, ຂະແໜງອຸດສາຫະກຳ ບັນລຸລະດັບການເຕີບໂຕສູງ, ມູນຄ່າເພີ່ມໃນທົ່ວຂະແໜງອຸດສາຫະກຳ ໃນ 6 ເດືອນຕົ້ນປີ 2025 ເພີ່ມຂຶ້ນ 8,07%, ຂະແໜງກໍ່ສ້າງເພີ່ມຂຶ້ນ 9,62%.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top