ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກ​ເຟິກ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສາ​ກົນ​ຄ​ັ້ງ​ທີ 4 ກ່ຽວ​ກັບ​ການ​ເງິນ​ຮັບ​ໃຊ້​ການ​ພັດ​ທະ​ນາ

ກອງປະຊຸມສາກົນຄັ້ງທີ 4 ກ່ຽວກັບການເງິນໃຫ້ແກ່ການພັດທະນາ (FfD4) ຖືກໄຂຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ Seville, ແອັດສະປາຍ, ດ້ວຍການເຂົ້າຮ່ວມຂອງກະສັດ ແອັດສະປາຍ Felipe VI ແລະ ຜູ້ແທນກວ່າ 15.000 ທ່ານ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ແລະ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ FfD4 (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ໄດ້ນຳພາຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະໄຂຂອງກອງປະຊຸມ. ໃນພິທີໄຂ, ບັນດາການນຳໄດ້ເຫັນດີເຫັນພ້ອມຮັບຮອງເອົາຄຳໝັ້ນສັນຍາ Seville ເພື່ອແນໃສ່ສ້າງຂອບເຂດຮອບດ້ານ ເພື່ອແກ້ໄຂບັນດາສິ່ງທ້າທາຍດ້ານການເງິນຄືໃນປັດຈຸບັນ, ໂດຍສະເພາະແມ່ນລະດົມ 4.000 ຕື້ USD ໃຫ້ແກ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). ຄຳໝັ້ນສັນຍາ Seville ສຸມໃສ່ບາງຂົງເຂດຫຼັກໆ, ເຊັ່ນ: ປະຕິຮູບລະບົບການເງິນສາກົນ ຕາມທິດກວມລວມ ແລະ ມີປະສິດທິຜົນ ກັບບັນດາປະເທດພວມພັດທະນາ; ໜູນຊ່ວຍບັນດາປະເທດທີ່ມີຄວາມສ່ຽງ; ຊຸກຍູ້ການລົງທຶນເຂົ້າບັນດາຂົງເຂດຈຸດສຸມ, ໂດຍສະເພາະແມ່ນເສີມຂະຫຍາຍບົດບາດຂອງ ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ…

ໃນວັນທີ 1 ກໍລະກົດ ຕາມເວລາທ້ອງຖິ່ນ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ມີບົດກ່າວຄຳເຫັນສຳຄັນໃນວາລະປຶກສາຫາລືຄົບຄະນະ ແລະ ວາລະປຶກສາຫາລືໂຕະມົນ ດ້ວຍຫົວຂໍ້ “ເຮັດໃໝ່ການຮ່ວມມືພັດທະນາສາກົນ”.

ໃນຂອບເຂດເຂົ້າຮ່ວມພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ໄດ້ພົບກັບການນຳ ແລະ ປະມຸກລັດບາງປະເທດ.


top