ຂ່າວສານ
ປະທານາທິບໍດີ ອາເມລິກາ ປຶກສາຫາລືກັບປະທານາທິບໍດີ ລັດເຊຍ ແລະ ຢູແກຼນ ກ່ຽວກັບການຢຸດຕິການປະທະກັນ
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 12 ກຸມພາ ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານໄດ້ດຳເນີນການໂອ້ລົມທາງໂທລະສັບ “ທີ່ຍາວ ແລະ ມີປະສິດທິຜົນທີ່ສຸດ” ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບມາດຕະການຢຸດຕິການປະທະກັນຢູ່ ຢູແກຼນ ແລະ ຫຼັງຈາກນັ້ນ ກໍໄດ້ໂອ້ລົມເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຢູແກຼນ, ທ່ານ Volodymyr Zelensky. ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ທ່ານເອງ, ທ່ານປະທານາທິບໍດີ ລັດເຊຍ ແລະ ປະທານາທິບໍດີ ຢູແກຼນ ລ້ວນແລ້ວແຕ່ປາດຖະໜາຢາກໃຫ້ມີສັນຕິພາບ, ຢຸດຕິການປະທະກັນຢູ່ ຢູແກຼນ ໃນທັນທີ.
ພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ໂອ້ລົມທາງໂທລະສັບສະເພາະກັບຄູ່ຕຳແໜ່ງສອງປະເທດ ລັດເຊຍ ແລະ ຢູແກຼນ ແລ້ວ, ສປຊ ແລະ ຫຼາຍປະເທດໄດ້ຊົມເຊີຍຄວາມມານະພະຍາຍາມແກ້ໄຂການປະທະກັນລະຫວ່າງ ມົດສະກູ ແລະ ກີແອັບ.