ຕອນບ່າຍວັນທີ 18 ກຸມພາ ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ກູບາ Bruno Rodriguez Parrilla ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 18 – 20 ກຸມພາ 2025.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Bruno Rodríguez Parrilla, ກຳມະການກົມການເມືອງ, ລັດຖະມົນຕີການຕ່າງປະເທດ ກູບາ (ພາບ: nhandan.vn)
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ໃນສະພາບການສາກົນໃນປັດຈຸບັນ, ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ກັບ ກູບາ, ແບ່ງປັນບົດຮຽນປະສົບການ ແລະ ໜູນຊ່ວຍ ກູບາ ຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເສີມຂະຫຍາຍກົນໄກຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານໃຫ້ມີປະສິດທິຜົນ, ໃຫ້ບຸລິມະສິດຮ່ວມມືໃນບັນດາຂົງເຂດຜະລິດທັນຍາຫານ, ພະລັງງານທົດແທນ, ເຕັກໂນໂລຢີຊີວະສາດ, ສາທາລະນະສຸກ, ການທ່ອງທ່ຽວ; ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກູບາ (02 ທັນວາ 1960 – 02 ທັນວາ 2025); ເພີ່ມທະວີການປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ...
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez Parrilla ຕີລາຄາສູງບັນດາຜົນງານປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງສະແດງຄວາມປາດຖະໜາຢາກແລກປ່ຽນບົດຮຽນປະສົບການກັບ ຫວຽດນາມ ໃນທຸກຂົງເຂດ.
(ແຫຼ່ງຄັດຈາກ VOV)