ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊິນ ໄດ້ສະເໜີສອງຝ່າຍໝູນໃຊ້ໂອກາດ “ປີພົບປະແລກປ່ຽນດ້ານມະນຸດສະທຳ ຫວຽດນາມ - ຈີນ” 2025, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃຫ້ເປັນຢ່າງດີ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ແລະ ທ່ານ ເຈິ້ງກາງ, ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ຢູ່ກ໋ວາງຊີ (ພາບ: VGP)
ຕອນບ່າຍວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ ເຈິ້ງກາງ, ເລຂາຄະນະພັກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ຢູ່ກ໋ວາງຊີ, ປະເທດຈີນ ເນື່ອງໃນໂອກາດທ່ານ ເຈິ້ງກາງ ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມລາຍການພົບປະຍາມຕົ້ນລະດູບານໃໝ່ 2025 ລະຫວ່າງທ່ານເລຂາຄະນະພັກແຂວງ/ເຂດ ຂອງບັນດາທ້ອງຖິ່ນຄື: ກ໋ວາງນິງ, ລ້າງເຊີນ, ກາວບັ່ງ, ຮ່າຢາງ ກັບ ກ໋ວາງຊີ, ຈີນ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊິນ ໄດ້ສະເໜີສອງຝ່າຍໝູນໃຊ້ໂອກາດ “ປີພົບປະແລກປ່ຽນດ້ານມະນຸດສະທຳ ຫວຽດນາມ - ຈີນ” 2025, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃຫ້ເປັນຢ່າງດີ ເພື່ອເພີ່ມທະວີການພົວພັນແລກປ່ຽນມິດຕະພາບລະຫວ່າງທຸກຂັ້ນ, ທຸກຂະແໜງການ, ບັນດາໝູ່ຄະນະມະຫາຊົນ, ສືບຕໍ່ຍົກສູງສະມັດຕະພາບການນຳສິນຄ້າຜ່ານແດນ; ຍູ້ໄວການຜັນຂະຫຍາຍການກໍ່ສ້າງທົດລອງຮູບແບບດ່ານຊາຍແດນອັດສະລິຍະ ລະຫວ່າງ ແຂວງລ້າງເຊີນ ແລະ ກ໋ວາງຊີ; ຊຸກຍູ້ການເຊື່ອມຕໍ່ຄົມມະນາຄົມເປັນຫຼາຍຮູບແບບ, ທັງທາງລົດໄຟ, ທາງບົກ ແລະ ທາງທະເລ…
ໂດຍເຫັນດີຕໍ່ຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊິນ, ທ່ານເລຂາຄະນະພັກເຂດ ກ໋ວາງຊີ ເຈິ້ງກາງ ຢັ້ງຢືນວ່າ ກ໋ວາງຊີຖືການພົວພັນມິດຕະພາບ, ການຮ່ວມມືກັບ ຫວຽດນາມເປັນສຳຄັນພິເສດ, ພ້ອມແລ້ວທີ່ຈະປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ ໃຫ້ເປັນຢ່າງດີ, ປະກອບສ່ວນແທດຈິງເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນທີ່ມີຄວາມໝາຍຍຸດທະສາດ.
(ແຫຼ່ງຄັດຈາກ VOV)