ທ່ານນາງ ເລທິທູຮັ່ງ, ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ.
ທ່ານາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ Suren Baghdasaryan, ເອກອັກຄະລັດຖະທູດ ອາກເມນີ ປະຈຳ ຫວຽດນາມ (ພາບ: TTXVN)
ນຳການພົວພັນຮ່ວມມື ຫວຽດນາມ - ອາກເມນີ ເຂົ້າສູ່ລວງເລິກ, ມີປະສິດທິຜົນ. ນີ້ແມ່ນຄຳຢືນຢັນຂອງທ່ານາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ Suren Baghdasaryan, ເອກອັກຄະລັດຖະທູດ ອາກເມນີ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 18 ກຸມພາ. ທີ່ການຕ້ອນຮັບ, ທ່ານນາງ ເລທິທູຮັ່ງ, ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ກວດກາຄືນ, ເຈລະຈາ, ລົງນາມໃນບັນດາເອກະສານຮ່ວມມື, ສ້າງກອບນິຕິກຳໃຫ້ແກ່ການພົວພັນ 2 ຝ່າຍ.
ກ່ຽວກັບດ້ານເສດຖະກິດ, ທ່ານນາງ ເລທິທູຮັ່ງ, ສະເໜີໃຫ້ 2 ຝ່າຍມານະພະຍາຍາມຂຸດຄົ້ນ ແລະ ນຳໃຊ້ບັນດາທ່າແຮງຂອງສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ (EAEU) ເຊິ່ງ ອາກເມນີ ເປັນສະມາຊິກໃຫ້ມີປະສິດທິຜົນ; ໜູນຊ່ວຍ, ຊຸກຍູ້ບັນດາອົງການ, ວິສາຫະກິດ 2 ປະເທດ ເຊື່ອມຕໍ່, ສ້າງການພົວພັນໂດຍກົງ ແລະ ເປິດກວ້າງການພົວພັນຄ້າຂາຍ.
ສ່ວນທ່ານເອກອັກຄະລັດຖະທູດ Suren Baghdasaryan, ເຫັນດີຈະສົມທົບກັບບັນດາອົງການ, ຫົວໜ່ວຍຂອງ 2 ປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ແລະ ກະກຽມໃຫ້ແກ່ບັນດາການເດີນທາງໄປຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດໃນໄລຍະຈະມາເຖິງເປັນລະບຽບຮຽບຮ້ອຍ; ປະຕິບັດບົດບາດເປັນຂົວເຊື່ອມຕໍ່, ປະກອບສ່ວນນຳການຮ່ວມມືລະຫວ່າງ 2 ປະເທດໃຫ້ແທດຈິງກວ່າ.
(ແຫຼ່ງຄັດຈາກ VOV)