• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພື້ນ​ຖານ​ສຳ​ຄັນ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ

ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄດ້ອັດລົງໃນຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ສຳເລັດຫຼາຍເນື້ອໃນຮີບດ່ວນທີ່ໄດ້ວາງອອກ. ໝາກຜົນຂອງກອງປະຊຸມແມ່ນປະຖົມປັດໄຈສຳຄັນເພື່ອນຳຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍພັດທະນາປະເທດຊາດໃນປີ 2025 ແລະ ຊຸມປີຕໍ່ໄປ.
(ພາບປະກອບ: quochoi.vn)

ບັນດາກົດໝາຍ, ມະຕິວ່າດ້ວຍວຽກງານບຸກຄະລາກອນ ແລະ ການຈັດຕັ້ງກົງຈັກລັດ, ພ້ອມກັນນັ້ນແມ່ນບັນດານະໂຍບາຍແກ້ໄຂຈຸດອຸດຕັນຂອງເສດຖະກິດ - ສັງຄົມໂດຍສະພາແຫ່ງຊາດຮັບຮອງເອົາຢູ່ກອງປະຊຸມຄັ້ງນີ້.

ສ້າງການຈັດຕັ້ງ, ກົງຈັກໃຫ້ກະທັດລັດລົງ, ມີປະສິດທິຜົນ, ປະສິດທິພາບ

ເລື່ອງສະພາແຫ່ງຊາດຮັບຮອງເອົາກົດໝາຍ, ມະຕິສຳຄັນຫຼາຍສະບັບ, ສຳເລັດການສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກຂອງສະພາແຫ່ງຊາດ ແລະ ລັດຖະບານໃຫ້ກະທັດລັດລົງໄດ້ຮັບການຕີລາຄາສູງຈາກບັນດາສະມາຊິກສະພາແຫ່ງຊາດ. ນີ້ແມ່ນພື້ນຖານເພື່ອສ້າງກົງຈັກລັດ ໃຫ້ກະທັດລັດລົງ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ, ຮັບປະກັນບັນດາອົງການ, ຫົວໜ່ວຍໄດ້ຍົກຂຶ້ນລະດັບໃໝ່, ມີຄຸນນະພາບດີກ່ວາ, ມີການເຄືຶ່ອນໄຫວຢ່າງມີປະສິດທິຜົນ ພາຍຫຼັງໄດ້ຮັບການສັບຊ້ອນ ແລະ ບູລະນະ, ຜ່ານນັ້ນ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງຂອງປະເທດຊາດໃນໄລຍະສຳຄັນທີ່ຈະມາເຖິງ. ທ່ານ ເຈິ່ນກວັກຕວັນ ສະມາຊິກສະພາແຫ່ງຊາດແຂວງ ຈ່າວິງ ແລະ ທ່ານຈິ່ງຊວັນອານ ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ຖືວ່າ:

ການປັບປຸງກົດໝາຍ, ມະຕິສະບັບຕ່າງທີ່ໄດ້ຍືນສະເໜີຢູ່ກອງປະຊຸມໄດ້ຕອບສະໜອງ 3 ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນປັດຈຸບັນ, ນັ້ນແມ່ນ: ປັບປຸງກົດໝາຍເພື່ອຮັບໃຊ້ວຽກງານປ່ຽນແປງໃໝ່, ສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດລົງ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທະພາບ, ຮັບປະກັນຄວາມເປັນເອກະພາບ, ລຸລ່ວງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ປັບປຸງກົດໝາຍເພື່ອຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດ ແລະ ການມອບສິດ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຈຸດອຸດຕັ້ນກ່ຽວກັບລະບອບລະບຽບການກົດໝາຍ, ເສີມຂະຫຍາຍບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອຮັບໃຊ້ການພັດທະນາດ້ານເສດຖະກິດ - ສັງຄົມຂອງປະເທດຊາດ. ປັບປຸງກົດໝາຍເພື່ອຈັດຕັ້ງຜັນຂະຫຍາຍປະຕິບັດຈິນຕະນາການປ່ຽນແປງໃໝ່ໃນການສ້າງກົດໝາຍ.

ຖ້າເອີ້ນການສ້າງກົດໝາຍ, ສ້າງລະບອບລະບຽບການແມ່ນການແກ້ໄຂຈຸດອຸດຕັນຂອງອຸດຕັ້ນ ນີ້ແມ່ນການເລີ່ມຕົ້ນ ແລະ ແມ່ນພື້ນຖານເພື່ອເຮັດວຽກງານອື່ນໆ. ພວກເຮົາພວມປະຕິບັດຖືກຕ້ອງວິທີການເພື່ອຫັນປ່ຽນໄປຍັງໄລຍະພັດທະນາໃໝ່ຂອງປະເທດຊາດ.

ຕີລາຄາສູງການຈັດຕັ້ງລັດຖະບານ, ສະພາແຫ່ງຊາດໄດ້ຮັບການປັບປຸງໃຫ້ກະທັດລັດລົງຖືກຕ້ອງຕາມການກຳນົດທິດຂອງສູນກາງ, ບັນດາສະມາຊິກກໍ່ສະແດງຄວາມຫວັງກ່ຽວກັບປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວຂອງກົງຈັກລັດ ພາຍຫຼັງໄດ້ຮັບການປັບປຸງໃຫ້ກະທັດລັດລົງ, ເມື່ອການແບ່ງຂັ້ນ, ແບ່ງສິດອຳນາດ ໄດ້ຮັບການຍູ້ແຮງ. ທ່ານນາງ ດັ້ງບິກງອກ ສະມາຊິກສະພາແຫ່ງຊາດ ແຂວງຮ່ວາບິ່ງ ໃຫ້ຮູ້ວ່າ:

ເມື່ອມະຕິກ່ຽວກັບການຈັດຕັ້ງ, ໂຄງປະກອບຂອງສະພາແຫ່ງຊາດ ແລະ ລັຖະບານມີຜົນບັງຄັບປະຕິບັດ ສະພາແຫ່ງຊາດ ແລະ ລັດຖະບານກໍ່ໄດ້ເປີດຕົວບັນດາອົງການຂອງຕົນ. ແຕ່ໂຄງປະກອບ, ການຈັດຕັ້ງນີ້ ບັນດາທ້ອງຖິ່ນກໍ່ຈະສ້າງໂຄງປະກອບບົນພື້ນຖານປັບປຸງກົງຈັກໃຫ້ກະທັດລັດລົງ.

ການສັບຊ້ອນໂຄງປະກອບການຈັດຕັ້ງກົງຈັກລັດຄືນໃໝ່ແມ່ນການເຄື່ອນໄຫວເໝາະສົມກັບສະພາວະ, ບົດບາດໜ້າທີ່ຂອງຍຸກສະໄໝໃໝ່, ປະກອບສ່ວນຊຸກຍູ້ລັດຖະບານແຫ່ງການສ້າງສາແລະ ພັດທະນາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງໃຫ້ສຳເລັດ, ບູລະນະລັດແຫ່ງກົດໝາຍສັງຄົມນິຍົມຫວຽດນາມ.

ສ້າງປະຖົມປັດໄຈໃຫ້ແກ່ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ

ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິເພີ່ມເຕີມວ່າດ້ວຍການພັດທະນາເສດຖະກິດ - ສັງຄົມປີ 2025 ດ້ວຍເປົ້າໝາຍມີການເຕີບໂຕບັນລຸ 8%ຂຶ້ນໄປ, ມະຕິທົດລອງປະຕິບັດບາງນະໂຍບາຍເພື່ອແກ້ໄຂຂໍ້ຕິດຂັດໃນການເຄື່ອນໄຫວດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ. ສິ່ງນີ້ໄດ້ປະກອບສ່ວນແກ້ໄຂບັນດາຈຸດອຸດຕັ້ນ, ເພື່ອໃຫ້ລະບອບລະບຽບການບໍ່ແມ່ນ “ຈຸດອຸດຕັນ ຂອງ ຈຸດອຸດຕັນ”.

ຈາກນັ້ນ, ປຸກລຸກແຫຼ່ງກຳລັງ, ດຶງດູດການລົງທຶນ, ລະດົມເງິນລົງທຶນທົ່ວສັງຄົມ ແລະ ສ້າງບັນຍາກາດພັດທະນາໃໝ່ໃຫ້ແກ່ເສດຖະກິດ - ສັງຄົມ, ນຳຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາສູງກ່ວາດ້ວຍພື້ນຖານເສດຖະກິດທັນສະໄໝ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ. ທ່ານນາງ ລີຕຽດແຮ້ງ ສະມາຊິກສະພາແຫ່ງຊາດແຂວງ ບິ່ງດິ້ງຖືວ່າ:

ລັດຖະບານໄດ້ສ້າງແຜນການເຕີບໂຕ 8% ດ້ວຍຫຼາຍເນື້ອໃນລະອຽດ ແລະ ມີລັກສະນະບຸກທະລຸ. ສະພາແຫ່ງຊາດກໍ່ຍູ້ໄວປະຕິບັດການສ້າງບັນດາລະບອບລະບຽບການໃຫ້ສົມບູນແບບ ເພື່ອສ້າງກອບນິຕິກຳຮັບປະກັນການພັດທະນາແບບຍືນຍົງໃນໄລຍະພັດທະນາໃໝ່. ພວກເຮົາອາດຈະເຫັນໄດ້ຄວາມຕັດສິນໃຈດ້ານການເມືອງຢູ່ລະດັບສູງໃນການປະຕິບັດບັນດາເປົ້າໝາຍການເຕີບໂຕບໍ່ພຽງແຕ່ໃນປີ 2025 ເທົ່ານັ້ນ, ຫາກຍັງໃນຊຸມປີຕໍ່ໄປອີກດ້ວຍ.

ຈຸດພົ້ນເດັ່ນອື່ນຂອງກອງປະຊຸມແມ່ນສະພາແຫ່ງຊາດໄດ້ຮັບຮອງເອົາບັນດາມະຕິສຳຄັນກ່ຽວກັບການລົງທຶນ, ກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງ, ກ່ຽວຂ້ອງເຖິງໂຮງງານໄຟຟ້ານິວເຄຼຍ ນິງທ້ວນ; ໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫ໋າຍຝ່ອງ, ພັດທະນາລະບົບເຄືອຂ່າຍເສັ້ນທາງລົດໄຟໃນຕົວເມືອງຢູ່ນະຄອນ ຮ່າໂນ້ຍ, ນະຄອນໂຮ່ຈີມິນ. ບັນດາກິດຈະກຳ, ໂຄງການນີ້ໄດ້ຮັບຖືວ່າຈະປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມ ແລະ ເສດຖະກິດລະຫວ່າງບັນດາທ້ອງຖິ່ນໃນໄລຍະຈະມາເຖິງ.

ກອງປະຊຸມວິສາມັນຄັ້ງທີ 9 ໄດ້ສຳເລັດໜ້າທີ່ຄວາມຮັບຜິດຊອບ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນ, ສຳຄັນໃນການສັບຊ້ອນກົງຈັກລັດໃຫ້ກະທັດລັດລົງ, ບັນດາບັນຫາເສດຖະກິດ - ສັງຄົມ, ສ້າງບັນຍາກາດພັດທະນາໃໝ່ໃຫ້ແກ່ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ການ​ຊີ້​ນຳ​ໂດຍ​ກົງ​ ໃນ​ທຸກ​ດ້ານ​ຂອງ​ພັກ​ສຳ​ລັບ​ກອງ​ທັບ

ຮັບ​ປະ​ກັນ​ການ​ຊີ້​ນຳ​ໂດຍ​ກົງ​ ໃນ​ທຸກ​ດ້ານ​ຂອງ​ພັກ​ສຳ​ລັບ​ກອງ​ທັບ

ທ່ານປະທານປະເທດ ເລືອງເກືອງ ໄດ້ຊີ້ແຈ້ງວ່າໝົດປີ 2024, ອົງການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການປັບປຸງໃຫ້ກະທັດລັດລົງ, ມີຄວາມເຂັ້ມແຂງໂດຍພື້ນຖານ, ມີໂຄງຮ່າງການປະກອບຈັດຕັ້ງຢ່າງຄົບຊຸດ, ເໝາະສົມກັບບັນດາພາກສ່ວນ, ກຳລັງ.

Top