• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ເລ​ຂາ​ຄະ​ນະ​ພັກ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ ກວາງ​ຊີ, ຈີນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ກວາງຊີ ແລະ ບັນດາທ້ອງຖິ່ນ ຫວຽດນາມ ສືບຕໍ່ປ່ຽນແປງແບບວິທີຢ່າງແຮງ, ຍົກສູງຄຸນນະພາບ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງຝ່າຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານເຈິນກາງ, ກຳມະການຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ເລຂາຄະນະພັກເຂດ, ປະທານຄະນະປະຈຳກອງປະຊຸມໃຫຍ່ຜູ້ແທນປະຊາຊົນເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ກວາງຊີ, ຈີນ ພ້ອມດ້ວຍຄະນະ (ພາບ: TTXVN)

ຕອນບ່າຍວັນທີ 18 ກຸມພາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ເຈິນກາງ, ກຳມະການຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ເລຂາຄະນະພັກເຂດ, ປະທານຄະນະປະຈຳກອງປະຊຸມໃຫຍ່ຜູ້ແທນປະຊາຊົນເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ, ກວາງຊີ, ຈີນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາວ່າ ສອງຝ່າຍຍູ້ໄວການເຊື່ອມຕໍ່ພື້ນຖານໂຄງລ່າງທາງລົດໄຟ, ຮ່ວມມືດ່ານຊາຍແດນ, ສ້າງເງື່ອນໄຂເພື່ອໃຫ້ສິນຄ້າ ຫວຽດນາມ ເຂົ້າຕະຫຼາດຈີນ ແລະ ໄປຍັງປະເທດທີ 3. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ກວາງຊີ ແລະ ບັນດາທ້ອງຖິ່ນ ຫວຽດນາມ ສືບຕໍ່ປ່ຽນແປງແບບວິທີຢ່າງແຮງ, ຍົກສູງຄຸນນະພາບ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງຝ່າຍ.

        ສ່ວນທ່ານ ເຈິນກາງ ເລຂາພັກເຂດປົກຄອງດ້ວຍຕົນເອງ ກວາງຊີ ຢັ້ງຢືນວ່າ ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງ ກວາງຊີ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ແມ່ນຍັງໃຫຍ່ຫຼວງຢູ່; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະຍູ້ແຮງການເຊື່ອມຕໍ່ຄົມມະນາຄົມ, ໂດຍສະເພາະແມ່ນເຊື່ອມຕໍ່ທາງລົດໄຟ; ຊຸກຍູ້ການຮ່ວມມືເສດຖະກິດຜ່ານຊາຍແດນ; ເພີ່ມທະວີການຮ່ວມມືໃນຂົງເຂດປັນຍາປະດິດ.

 

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ການ​ຊີ້​ນຳ​ໂດຍ​ກົງ​ ໃນ​ທຸກ​ດ້ານ​ຂອງ​ພັກ​ສຳ​ລັບ​ກອງ​ທັບ

ຮັບ​ປະ​ກັນ​ການ​ຊີ້​ນຳ​ໂດຍ​ກົງ​ ໃນ​ທຸກ​ດ້ານ​ຂອງ​ພັກ​ສຳ​ລັບ​ກອງ​ທັບ

ທ່ານປະທານປະເທດ ເລືອງເກືອງ ໄດ້ຊີ້ແຈ້ງວ່າໝົດປີ 2024, ອົງການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການປັບປຸງໃຫ້ກະທັດລັດລົງ, ມີຄວາມເຂັ້ມແຂງໂດຍພື້ນຖານ, ມີໂຄງຮ່າງການປະກອບຈັດຕັ້ງຢ່າງຄົບຊຸດ, ເໝາະສົມກັບບັນດາພາກສ່ວນ, ກຳລັງ.

Top