ຕອນເຊົ້າວັນທີ 19 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນພິທີອັດກອງປະຊຸມວິສາມັນຄັ້ງທີ 9, ເຊິ່ງໄດ້ໄຂຂຶ້ນໃນວັນທີ 12 ກຸມພາ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນອັດກອງປະຊຸມ (ພາບ:quochoi.vn)
ເຂົ້າຮ່ວມພິທີອັດກອງປະຊຸມ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ 63 ແຂວງ, ນະຄອນ. ກອງປະຊຸມໄດ້ຖ່າຍທອດສົດທາງວິທະຍຸ ແລະ ໂທລະພາບ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນສາມາດຕິດຕາມໄດ້.
ເມື່ອກ່າວຄຳເຫັນໃນວາລະອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ ກອງປະຊຸມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສຳເລັດບັນດາເນື້ອໃນທີ່ໄດ້ວາງອອກ. ຕາມນັ້ນແລ້ວ, ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາກົດໝາຍ 4 ສະບັບ, ລວມມີ: ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ; ກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິທຳ (ສະບັບປັບປຸງ). ພ້ອມດຽວກັນນັ້ນ, ກໍໄດ້ຮັບຮອງເອົາມະຕິບາງສະບັບ. ໃນນັ້ນ ມີມະຕິວ່າດ້ວຍແຜນນະໂຍບາຍລົງທຶນໂຄງການກໍ່ສ້າງເສັ້ນທາງລົດໄຟ ລ່າວກາຍ - ຮ່າໂນ້ຍ - ຫາຍຟ່ອງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ:
“ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການສ້າງກົດໝາຍ; ມີຄວາມໝາຍສຳຄັນຍິ່ງໃນການຮັບໃຊ້ພາລະກິດປະຕິວັດສັບຊ້ອນ, ປັບປຸງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ ແລະ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດກ່ຽວກັບລະບອບລະບຽບການ, ນະໂຍບາຍຢ່າງທັນການ, ສ້າງບາດກ້າວບຸກທະລຸເພື່ອສຳເລັດພື້ນຖານໂຄງລ່າງ, ເສີມຂະຫຍາຍແຫຼ່ງກຳລັງ, ສ້າງສະພາບແວດລ້ອມພັດທະນາໃໝ່ໃຫ້ແກ່ທ້ອງຖິ່ນ ແລະ ທັງປະເທດ. ພ້ອມດຽວກັນນັ້ນ, ວຽກງານບຸກຄະລາກອນໄດ້ຮັບການປະຕິບັດຢ່າງແໜ້ນແຟ້ນຖືກຕ້ອງຕາມຂໍ້ກຳນົດຂອງພັກ, ກົດໝາຍຂອງລັດ, ບັນລຸໄດ້ຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງຂອງບັນດາສະມາຊິກສະພາແຫ່ງຊາດ.”
ພາຍຫຼັງພິທີອັດກອງປະຊຸມ, ສະພາແຫ່ງຊາດໄດ້ຈັດກອງປະຊຸມຖະແຫຼງຂ່າວສາກົນ ກ່ຽວກັບໝາກຜົນຂອງກອງປະຊຸມ.
(ແຫຼ່ງຄັດຈາກ VOV)