• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ Donald Trump ຖະແຫຼງຈັດວາງອັດຕາພາສີ 25% ສຳລັບລົດໂອໂຕ, ເຄິ່ງຊັກນຳໄຟຟ້າ ແລະ ຜະລິດຕະພັນການຢາ

ອັດຕາພາສີສຳລັບລົດໂອໂຕນຳເຂົ້າຈະແມ່ນປະມານ 25%, ໃນຂະນະທີ່ອັດຕາພາສີສຳລັບເຄິ່ງຊັກນຳໄຟຟ້າ ແລະ ຜະລິດຕະພັນການຢາຈະຢູ່ລະດັບ 25% ແລະ ຈະສູງກວ່າພາຍຫຼັງ 1 ປີ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

ວັນທີ 18 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານອາດຈະປະກາດອັດຕາພາສີນຳເຂົ້າສຳລັບລົດໂອໂຕ, ເຄິ່ງຊັກນຳໄຟຟ້າ ແລະ ຜະລິດຕະພັນການຢາ, ເລີ່ມແຕ່ລະດັບ 25% ໃນເດືອນ ເມສາ ຈະມາເຖິງ. ຕາມທ່ານ Donald Trump ແລ້ວ, ອັດຕາພາສີສຳລັບລົດໂອໂຕນຳເຂົ້າຈະແມ່ນປະມານ 25%, ໃນຂະນະທີ່ອັດຕາພາສີສຳລັບເຄິ່ງຊັກນຳໄຟຟ້າ ແລະ ຜະລິດຕະພັນການຢາຈະຢູ່ລະດັບ 25% ແລະ ຈະສູງກວ່າພາຍຫຼັງ 1 ປີ. ທ່ານກໍ່ສົ່ງເສີມບັນດາປະເທດອື່ນສ້າງໂຮງງານ ແລະ ຜະລິດບັນດາຜະລິດຕະພັນນີ້ຢູ່ ອາເມລິກາ, ເພື່ອຫຼີກລ້ຽງການຈັດວາງພາສີ.

        ໃນອາທິດກ່ອນ, ທ່ານ Donald Trump ໄດ້ຕົກລົງຈັດວາງພາສີ “ແບບໄປກັບ” ສຳລັບທຸກຄູ່ຄ້າຂອງ ອາເມລິກາ, ແຕ່ຍັງໃຫ້ບັນດາປະເທດນີ້ມີໂອກາດເພື່ອເຈລະຈາຂໍ້ຕົກລົງກັບ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ການ​ຊີ້​ນຳ​ໂດຍ​ກົງ​ ໃນ​ທຸກ​ດ້ານ​ຂອງ​ພັກ​ສຳ​ລັບ​ກອງ​ທັບ

ຮັບ​ປະ​ກັນ​ການ​ຊີ້​ນຳ​ໂດຍ​ກົງ​ ໃນ​ທຸກ​ດ້ານ​ຂອງ​ພັກ​ສຳ​ລັບ​ກອງ​ທັບ

ທ່ານປະທານປະເທດ ເລືອງເກືອງ ໄດ້ຊີ້ແຈ້ງວ່າໝົດປີ 2024, ອົງການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການປັບປຸງໃຫ້ກະທັດລັດລົງ, ມີຄວາມເຂັ້ມແຂງໂດຍພື້ນຖານ, ມີໂຄງຮ່າງການປະກອບຈັດຕັ້ງຢ່າງຄົບຊຸດ, ເໝາະສົມກັບບັນດາພາກສ່ວນ, ກຳລັງ.

Top