• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດ ຫວຽດນາມ ກໍສະໜັບສະໜູນ ກຳປູເຈຍ ສັນຕິພາບ, ສະຖຽນລະພາບ, ພັດທະນາຢ່າງວັດທະນາຖາວອນ

ທ່ານຕີລາຄາສູງການພົວພັນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ກຳປູເຈຍ, ຊົມເຊີຍໝາກຜົນການພົບປະເຈລະຈາທີ່ບັນລຸຜົນສຳເລັດລະຫວ່າງລັດຖະມົນຕີ 2 ທ່ານ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ Sar Sokha (ພາບ: nhandan.vn)

ຍາມໃດ ຫວຽດນາມ ກໍສະໜັບສະໜູນ ກຳປູເຈຍ ສັນຕິພາບ, ສະຖຽນລະພາບ, ພັດທະນາຢ່າງວັດທະນາຖາວອນ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ Sar Sokha ໃນຕອນບ່າຍວັນທີ 19 ກຸມພາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເນື່ອງໃນໂອກາດທ່ານພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ຍາມໃດ ຫວຽດນາມກໍ່ເຄົາລົບ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ, ພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ, ຍາວນານກັບ ກຳປູເຈຍ ຢ່າງບໍ່ຢຸດຢັ້ງ. ທ່ານຕີລາຄາສູງການພົວພັນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ກຳປູເຈຍ, ຊົມເຊີຍໝາກຜົນການພົບປະເຈລະຈາທີ່ບັນລຸຜົນສຳເລັດລະຫວ່າງລັດຖະມົນຕີ 2 ທ່ານ. ທ່ານສະເໜີວ່າ, ໃນໄລຍະຈະມາເຖິງ, ປະເທດ ກຳປູເຈຍ ແລະ ກະຊວງພາຍໃນ ກຳປູເຈຍສືບຕໍ່ເອົາໃຈໃສ່ຊີ້ນຳ, ເພີ່ມທະວີການຮ່ວມມື, ຕໍ່ສູ້ກັບບັນດາອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຂ້າມຊາດ.

        ກ່ອນໜ້ານັ້ນໃນວັນດຽວກັນ, ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ກຳປູເຈຍ ກໍ່ໄດ້ຈັດກອງປະຊຸມສະຫຼຸບແຜນການຮ່ວມມືປີ 2024 ແລະ ລົງນາມໃນແຜນການຮ່ວມມືປີ 2025 ລະຫວ່າງ 2 ກະຊວງ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ການ​ຊີ້​ນຳ​ໂດຍ​ກົງ​ ໃນ​ທຸກ​ດ້ານ​ຂອງ​ພັກ​ສຳ​ລັບ​ກອງ​ທັບ

ຮັບ​ປະ​ກັນ​ການ​ຊີ້​ນຳ​ໂດຍ​ກົງ​ ໃນ​ທຸກ​ດ້ານ​ຂອງ​ພັກ​ສຳ​ລັບ​ກອງ​ທັບ

ທ່ານປະທານປະເທດ ເລືອງເກືອງ ໄດ້ຊີ້ແຈ້ງວ່າໝົດປີ 2024, ອົງການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການປັບປຸງໃຫ້ກະທັດລັດລົງ, ມີຄວາມເຂັ້ມແຂງໂດຍພື້ນຖານ, ມີໂຄງຮ່າງການປະກອບຈັດຕັ້ງຢ່າງຄົບຊຸດ, ເໝາະສົມກັບບັນດາພາກສ່ວນ, ກຳລັງ.

Top