ງານວາງສະແດງໄດ້ວາງສະແດງຫຼາຍເອກະສານ, ພາບຖ່າຍ, ວັດຖຸພັນ, ສ່ອງແສງປະຫວັດສາດຢັ້ງຢືນ ອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ (ດ່າໜັງ), ເຈື່ອງຊາ (ແຄັງຮວ່າ) ແລະ ວິວັດການຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ, ນ້ຳໃຈກຽມພ້ອມຕໍ່ສູ້ປົກປັກຮັກສາຜືນແຜ່ນດິນ, ເຂດທະເລຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ຜ່ານນີ້ ກໍເຮັດໃຫ້ບັນດາຜົນງານວິລະກຳຂອງກອງທັບປະຊາຊົນ ຫວຽດນາມ ໃນ 70 ປີແຫ່ງການສ້າງຕັ້ງ, ຕໍ່ສູ້, ໄຊຊະນະ, ເຕີບໂຕ ແລະ ມຸ່ງໄປເຖິງກຳລັງຫຼວງ, ທັນສະໄໝພົ້ນເດັ່ນຂຶ້ນ.
ກ່າວຄຳເຫັນໄຂງານວາງສະແດງ, ທ່ານພັນເອກ ຫງວຽນຫືວມິງ, ຮອງຫົວໜ້າການເມືອງເຂດ 4 ກອງທັບເຮືອ ເນັ້ນໜັກວ່າ: ງານວາງສະແດງເພື່ອແນໃສ່ສືບຕໍ່ສ້າງໃຫ້ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນມີຄວາມເຊື່ອໝັ້ນ, ເອກອ້າງທະນົງໃຈກ່ຽວກັບມູນເຊື້ອອັນສະຫງ່າອົງອາດຂອງຊາດ, ກອງທັບ, ເຫຼົ່າທັບທະຫານເຮືອ ແລະ ທະຫານເຮືອເຂດ 4. ພ້ອມດຽວກັນນັ້ນ, ນີ້ກໍແມ່ນໂອກາດເພື່ອໃຫ້ພະນັກງານ, ນັກຮົບ, ປະຊາຊົນອາໄລຫາລຸ້ນພໍ່ລຸ້ນອ້າຍພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົກປັກຮັກສາອະທິປະໄຕທະເລໝູ່ເກາະອັນສັກສິດຂອງປະເທດຊາດ.