ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ສະເໜີໃຫ້ບັນດາວິສາຫະກິດ ອັງກິດ ລົງທຶນ ແລະ ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ.
ວັນທີ 18 ມີນາ, ໂດຍສືບຕໍ່ລາຍການໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ທ່ານນາງ Angela Rayner, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິ່ງ ໄດ້ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ.
ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ສະເໜີໃຫ້ບັນດາວິສາຫະກິດ ອັງກິດ ລົງທຶນ ແລະ ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ ໃນບັນດາຂົງເຂດພະລັງງານທົດແທນ, ຜະລັງງານຜະລິດຄືນໃໝ່, ສອດຄ່ອງກັບການກຳນົດທິດໃຫ້ບຸລິມະສິດຂອງລັດຖະບານ ຫວຽດນາມ, ພ້ອມກັນນັ້ນ, ທ່ານກໍ່ປາດຖະໜາວ່າ ລັດຖະບານ ອັງກິດ ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ສ້າງເງື່ອນໄຂສະດວກໃຫ້ນັກສຶກສາ ຫວຽດນາມ ໄປຮ່ຳຮຽນຢູ່ ອັງກິດ. ທ່ານສະເໜີໃຫ້ຝ່າຍ ອັງກິດ ແບ່ງປັນຄວາມຮູ້, ປະສົບການໃນການພັດທະນາບັນດາສູນການເງິນ.
ສ່ວນທ່ານນາງ Angela Rayner, ຮອງນາຍົກລັດຖະມົນຕີ ຖືວ່າ, ບັນດາສັນຍາທີ່ 2 ປະເທດໄດ້ລົງນາມນັ້ນ, 2 ຝ່າຍມີໂອກາດຫຼາຍຢ່າງເພື່ອເພີ່ມທະວີດ້ານການຄ້າ 2 ຝ່າຍ, ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານໃໝ່, ພະລັງງານຜະລິດຄືນໃໝ່, ນຳການພົວພັນຂອງ 2 ປະເທດໃຫ້ໃຫຍ່ໂຕເຂັ້ມແຂງກວ່າ.
(ແຫຼ່ງຄັດຈາກ VOV)